ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປ. ທຣຳ ກ່າວໂອ້ອວດ ກ່ຽວກັບສັນຍາການຄ້າ ສະບັບໃໝ່ ກັບ ປະທານ ປະເທດຈີນ


ປະທານາທິບໍດີ ດໍໂນລ ທຣຳ ກ່າວຕໍ່ບັນດານັກຂ່າວ ກ່ອນອອກເດີນທາງໄປ ກອງປະຊຸມສຸດຍອດ ກຸ່ມ G-20 ໃນນະຄອນຫຼວງ ບົວນົສ ແອເຣັສ ຂອງອາເຈັນຕິນາ, ຢູ່ທີ່ເດີນຫຍ້າກ້ຳໃຕ້ຂອງທຳນຽບຂາວ, ວັນທີ 29 ພະຈິກ 2018, ໃນນະຄອນຫຼວງ ວໍຊິງຕັນ.
ປະທານາທິບໍດີ ດໍໂນລ ທຣຳ ກ່າວຕໍ່ບັນດານັກຂ່າວ ກ່ອນອອກເດີນທາງໄປ ກອງປະຊຸມສຸດຍອດ ກຸ່ມ G-20 ໃນນະຄອນຫຼວງ ບົວນົສ ແອເຣັສ ຂອງອາເຈັນຕິນາ, ຢູ່ທີ່ເດີນຫຍ້າກ້ຳໃຕ້ຂອງທຳນຽບຂາວ, ວັນທີ 29 ພະຈິກ 2018, ໃນນະຄອນຫຼວງ ວໍຊິງຕັນ.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ກ່າວໂອ້ອວດ ໃນວັນຈັນວານນີ້ ວ່າ
ທ່ານມີ “ສາຍສຳພັນທີ່ແໜ້ນແຟ້ນ ແລະໃນແບບສ່ວນຕົວ” ກັບປະທານປະເທດຈີນ
ທ່ານ ສີ ຈິ້ນຜິງ ໂດຍປະກາດຂໍ້ຕົກລົງການຄ້າໃໝ່ ລະຫວ່າງ ສະຫະລັດ ກັບ ຈີນ ທີ່ຈະ
ອຳນວຍໃຫ້ພວກຊາວກະເສດຕະກອນ ອາເມຣິກັນ ຂາຍຜະລິດຕະພັນຂອງພວກເຂົາ
ເຈົ້າ ໃຫ້ປັກກິງໄດ້ ຫຼາຍຂຶ້ນໃນທັນທີ.

ດ້ວຍສາເຫດດັ່ງກ່າວ ຮຸ້ນໃນຕະຫຼາດ ເອເຊຍ ແລະ ຢູໂຣບ ຈຶ່ງໄດ້ກະໂດດຂຶ້ນ ຫຼັງຈາກ
ທ່ານ ທຣຳ ແລະ ທ່ານ ສີ ໃນຖານະເປັນຜູ້ນຳຂອງສອງເສດຖະກິດທີ່ໃຫຍ່ທີ່ສຸດຂອງ
ໂລກ ໄດ້ຕົກລົງເຫັນດີນຳກັນ ເມື່ອວັນເສົາຜ່ານມານີ້ ຢູ່ໃນ ອາເຈັນຕິນາ ທີ່ຈະບໍ່ວາງ
ມາດຕະການເກັບພາສີໃໝ່ໃດໆ ຕໍ່ສິນຄ້າສົ່ງອອກຂອງກັນແລະກັນ ໃນໄລຍະ 90 ວັນ
ໃນຂະນະທີ່ທັງສອງທ່ານ ເຈລະຈາກ່ຽວກັບລາຍລະອຽດຕ່າງໆ ຂອງສັນຍາການຄ້ານີ້.

ດັດຊະນີຮຸ້ນ ສະຫະລັດ ຍັງໄດ້ເປີດໂຕສູງຂຶ້ນກວ່າເກົ່າ ຢູ່ໃນນະຄອນ ນິວຢອກ ໃນ
ເວລາເລີ້ມຕົ້ນສັບປະດາ ໃນການທຳງານ.

Trump-Xi Dinner in Argentina Leads to Trade War Truce
please wait

No media source currently available

0:00 0:01:05 0:00


“ການພົບປະຂອງຂ້າພະເຈົ້າ ກັບປະທານປະເທດ ສີ ຂອງຈີນ ໃນອາເຈັນຕິນາ ນັ້ນ
ແມ່ນສິ່ງດີເລີດເປັນພິເສດອັນນຶ່ງ”
ທ່ານທຣຳ ໄດ້ກ່າວໃນທວີດເຕີ. ທ່ານກ່າວຕື່ມວ່າ
“ສາຍສຳພັນກັບຈີນ ໄດ້ກະໂດດໄປຂ້າງໜ້າຢ່າງໃຫຍ່ເລີຍ! ສິ່ງທີ່ດີໆທັງຫຼາຍ ກຳລັງ
ຈະເກີດຂຶ້ນ.”

ທີ່ປຶກສາດ້ານເສດຖະກິດ ຂອງທຳນຽບຂາວ ທ່ານ ລາຣຣີ ຄູດໂລ ໄດ້ກ່າວວ່າ ສະຫະລັດ
ຍາດມາໄດ້ ຄວາມໝາຍໝັ້ນຂອງຈີນ ທີ່ຈະຊື້ ຜະລິດຕະພັນຂອງອາເມຣິກາຫຼາຍກວ່າ
1 ພັນຕື້ໂດລາ.

ສະຫະລັດ ໄດ້ຂາດດຸນການຄ້າກັບຈີນ ມູນຄ່າ 335.4 ຕື້ໂດລາ ໃນປີ 2017. ທ່ານ
ທຣຳ ໄດ້ກ່າວວ່າ ເຖິງຢ່າງໃດກໍຕາມ “ພວກເຮົາກໍກຳລັງຕໍ່ລອງຈາກຄວາມເຂັ້ມແຂງ
ອັນຍິ່ງໃຫຍ່ ແຕ່ຈີນ ກໍຈະໄດ້ຮັບຜົນປະໂຫຍດຫຼາຍເຊັ່ນກັນ ຖ້າຫາກ ແລະໃນເວລາ
ໃດ ຂໍ້ຕົກລົງແມ່ນສຳເລັດສົມບູນ. ການຕໍ່ລອງຢູ່ໃນລະດັບດຽວກັນແລ້ວ!”

ຜູ້ນຳຂອງສະຫະລັດ ໄດ້ກ່າວວ່າ ພວກກະເສດຕະກອນສະຫະລັດ “ຈະໄດ້ຮັບຜົນປະ
ໂຫຍດ ຢ່າງໃຫຍ່ ແລະ ວ່ອງໄວແທ້ໆ ໃນຂໍ້ຕົກລົງຂອງພວກເຮົາກັບຈີນ. ພວກເຂົາ
ເຈົ້າ ຈະເລີ້ມຊື້ເຄື່ອງຜະລິດກະສິກຳໃນທັນທີ. ພວກເຮົາຜະລິດສິນຄ້າທີ່ດີທີ່ສຸດ
ແລະ ສະອາດທີ່ສຸດໃນໂລກ ແລະ ອັນນັ້ນ ເປັນສິ່ງທີ່ຈີນຢາກໄດ້. ສ່ວນພວກຊາວ
ກະເສດຕະກອນ ກໍເວົ້າວ່າ ຂ້ອຍຮັກເຈົ້າ!”

ເມື່ອຕອນແລງວັນອາທິດຜ່ານມາ ທ່ານທຣຳ ໄດ້ຂຽນລົງທວີດເຕີ ວ່າ “ຈີນໄດ້ຕົກລົງ
ທີ່ຈະຫລຸດຜ່ອນ ແລະ ຖອນການເກັບພາສີ ຕໍ່ລົດຍົນ ທີ່ນຳເຂົ້າໄປໃນຈີນ ຈາກ
ສະຫະລັດ. ໃນປັດນຸບັນນີ້ ພາສີນຳເຂົ້າ ແມ່ນ 40 ເປີເຊັນ.”
ແຕ່ຢ່າງໃດກໍດີ ເມື່ອວັນ
ຈັນວານນີ້ ທ່ານ ລາຣຣີ ຄູດໂລ ນັກວິເຄາະດ້ານການເງິນ ທີ່ເປັນຜູ້ອຳນວຍການ
ສະພາເສດຖະກິດແຫ່ງຊາດ ພາຍໃຕ້ການຊີ້ນຳຂອງປະທານາທິບໍດີ ທຣຳ ກໍໄດ້ກ່າວ
ວ່າ “ການສັນນິຖານ” ວ່າຈີນ ຈະຍົກເລີກພາສີນຳເຂົ້າ ສຳລັບລົດຍົນນັ້ນ ບໍ່ໄດ້ເຈາະ
ຈົງລົງໄປ ຢູ່ໃນສັນຍາອັນໃດ.

Questions Remain After Trump-Xi Trade Truce
please wait

No media source currently available

0:00 0:02:11 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG