ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ທຣໍາ ໂຈມຕີ ທ່ານໂຄມີ ວ່າ ເປັນຄົນ ບໍ່ຊື່ສັດ ທີ່​ໜ້າລັງ​ກຽດ ​


ທ່ານເຈມສ໌ ໂຄມີ ອະດີດ ຫົວໜ້າອົງການສັນຕິບານກາງ ຫຼື FBI ກ່າວຕໍ່ຄະນະກຳມະການສືບລັບ ສະພາສູງ ວັນທີ 8 ມິຖຸນາ 2017.
ທ່ານເຈມສ໌ ໂຄມີ ອະດີດ ຫົວໜ້າອົງການສັນຕິບານກາງ ຫຼື FBI ກ່າວຕໍ່ຄະນະກຳມະການສືບລັບ ສະພາສູງ ວັນທີ 8 ມິຖຸນາ 2017.

ປະທານາທິບໍດີ​ທຣໍາ ​ໃນ​ວັນ​ສຸກ​ວານ​ນີ້ ​ໄດ້ກ່າວໂຈມຕີ ອະດີດ​ຫົວໜ້າ​ອົງການສັນຕິ​
ບານ​ກາງ ຫຼື FBI ຂອງສະຫະລັດ ທ່ານເຈ​ມສ໌ ​ໂຄມີ ວ່າ ເປັນ “ຄົນບໍ່ຊື່ສັດທີ່​ໜ້າລັງ
​ກຽດ” ​ແລະກ່າວ​ວ່າ ​ໄດ້​ເປັນ “ກຽດ​ອັນ​ສູງ” ສຳລັບ​ທ່ານ ທີ່​ໄດ້​ປົດ ທ່ານ​ໂຄ​ມີ ​ອອກ
​ຈາກ​ໜ້າ​ທີ່.

ການ​ໂຈມ​ຕີ​ໝິ່ນ​ປະໝາດຂອງປະທານາທິບໍດີ​ທຣໍາມີ​ຂຶ້ນ​ໃນ​ຂະນະ​ທີ່ທ່ານ​ໂຄ​ມີພວມ​
ພົວພັນ ​ໃນການ​ໂຄສະນາເຜີຍ​ແຜ່ ປື້​ມຂອງ​ທ່ານ ທີ່ມີຊື່ວ່າ A Higher Royalty:
Truth, Lies, and Leadership, ຊຶ່ງມີກຳນົດ ຈະນຳອອກຈຳ ໜ່າຍ ​ໃນອາທິດ
ໜ້າ​ນີ້.

ປື້​ມທີ່ຂຽນຂຶ້ນຈາກຄວາມ​ຊົງ​ຈຳດັ່ງກ່າວ ​ໃຫ້​ຄຳ​ໝັ້ນສັນຍາ​ວ່າ ຈະ​ເບິ່ງເລິກ​ເຂົ້າ​ໄປ​ໃນ
​ຄວາມ​ສຳພັນ​ທີ່ມີບັນຫາຂອງທ່ານ​ໂຄ​ມີກັບ​ປະທານາທິບໍດີ​ສະຫະລັດ ຜູ້​ທີ່​ໄດ້​ປົດ​ທ່ານ
​ອອກ​ຈາກ​ໜ້າ​ທີ່ ​ແລະ​ຜູ້​ທີ່​ທ່ານ​ໂຄ​ມີ ກ່າວ​ຫາ​ວ່າ ​ແຊກ​ແຊງ​ເຂົ້າໃນ ຄວາມ​ເປັນ​ອິດ
ສະຫຼະ​ຂອງ​ອົງການ​ສັນຕິ​ບານ​ກາງ ຫຼື FBI.

ປະທານາທິບໍ​ດີ​ທຣໍາ ກ່າວ​ຢູ່​ໃນ​ການ​ຂໍ້ຄວາມ​ ລົງ​ທາງ​ທວິດ​ເຕີ​ວ່າ “ທ່ານ​ເຈ​ມສ໌ ​ໂຄ​ມີ
ໄດ້ພິສູດ​ໃຫ້​ເຫັນ​ວ່າ ​ເປັນ​ຜູ້​ປ່ອຍຂ່າວ ​ແລະ​ຕົວະ. ​ເກືອບວ່າທຸກໆ​ຄົນ​ໃນ​ວໍ​ຊິງ​ຕັນ​ໄດ້
​ຄຶດວ່າ ທ່ານ​ຄວນ​ຖືກ​ປົດ​ອອກ​ຈາກ​ໜ້າ​ທີ່ ຍ້ອນໄດ້ເຮັດ​ວຽກ​ບໍ່​ດີ ຈົນ​ເທົ່າທ່ານ​ ໃນ
ຄວາມ​ຈິງ​ແລ້ວ ໄດ້ຖືກ​ປົດ​ອອກ​ຈາກ​ໜ້າ​ທີ່. ທ່ານ​ໄດ້​ປ່ອຍຂ່າວ ​ຂໍ້​ມູນ​ລັບ ຊຶ່ງ​ທ່ານ
ຄວນ​ຖືກ​ດຳເນີນຄະດີ​. ທ່ານ​ໄດ້​ຕົວະ​ລັດຖະສະພາ​ ພາຍ​ໃຕ້​ການ​ສາບານ​ໂຕ.”

ປະທານາທິບໍດີ​ທຣໍາ ​ໄດ້​ກ່າວ​ຕໍ່​ໄປ​ອີກ​ວ່າ “ທ່ານ​ເປັນ​ຄົນ​ອ່ອນ​ແອ ​ແລ​ະບໍ່ຊື່ສັດໜ້າ
ລັງ​ກຽດ ຜູ້​ທີ່ເວລາ​ໄດ້ພິສູດໃຫ້ເຫັນ​ວ່າ​ເປັນ​ຫົວໜ້າອົງການ​ສັນຕິ​ບານ​ກາງ​ທີ່​ຂີ້ຮ້າຍ.
ການ​ຮັບ​ມື​ກັບ​ຄະດີ ທ່ານຮີລ​ແລຣີ ຄລິນ​ຕັນ ທີ່​ສໍ້​ໂກງ ​ແລະ​ເຫ​ດການ​ອ້ອມ​ແອ້ມ​ນັ້ນ
ຈະ​ຖືກບັນທຶກວ່າ​ເຮັດ​ວຽກ​ທີ່​ຂີ້ຮ້າຍ​ສຸດ​ໃນ​ປະຫວັດສາດ. ​ມັນ​ເປັນ​ກຽດ​ອັນ​ສູງ ​ທີ່​ຂ້າ
ພະ​ເຈົ້າ​ທີ່​ໄດ້​ປົດ​ທ່ານ​ເຈ​ມສ໌ ​ໂຄ​ມີ ອອກ​ຈາກ​ໜ້າ​ທີ່ີ.”

ຄຳ​ເວົ້າ​ຂອງປະທານາທິບໍດີ​ທຣໍາ ແມ່ນຄ້າຍຄືກັນກັບ​ການ​ປຸກລະດົມອອນລາຍນ໌​
ໂດຍ​ບັນດາຜູ້​ສະໜັບສະໜູນທ່ານ ​ເພື່ອ​ທຳລາຍທ່ານ​ໂຄມີ.

ອະດີດຫົວໜ້າອົງການສັນຕິບານກາງ ທ່ານເຈມສ໌ ໂຄມີ ສາບານໂຕ ລະຫວ່າງໄປໃຫ້ການ ຕໍ່ຄະນະ ກຳມະການສືບລັບ ຂອງສະພາສູງ ທີ່ນະຄອນຫຼວງວໍຊິງຕັນ ທີ 8 ມິຖຸນາ 2017.
ອະດີດຫົວໜ້າອົງການສັນຕິບານກາງ ທ່ານເຈມສ໌ ໂຄມີ ສາບານໂຕ ລະຫວ່າງໄປໃຫ້ການ ຕໍ່ຄະນະ ກຳມະການສືບລັບ ຂອງສະພາສູງ ທີ່ນະຄອນຫຼວງວໍຊິງຕັນ ທີ 8 ມິຖຸນາ 2017.

ອົງການ​ຂ່າວ Fox News ລາຍ​ງານ​ວ່າ ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ​ຂອງພັກຣີພັບ
​ບລິກັນໃນ​ວັນ​ພະຫັດຜ່ານ​ມາ​ໄດ້​ເລີ້ມ​ສາງ​ເວັບ​ໄຊ​ໃໝ່ Lyin’Comey.comຊຶ່ງ​ໄດ້
ນໍາ​ເອົາ​ຄໍາ​ເວົ້າຂອງບຸກຄົນສຳຄັນໆ ຈາກ​ພັກເດ​ໂມ​ແຄຣັດ ທີ່​ຕໍາໜິອະດີດ​ຫົວໜ້າ

ອົງການເອັຟບີໄອ​ນັ້ນມາ​ລົງ​ໃຫ້ຄົນ​ອ່ານ. ພັກຣີພັບ​ບລິ​ກັນວາງ​ແຜນກວດກາເບິ່ງ​ປື້​ມ

ຂອງ​ທ່ານ​ໂຄ​ມີ​ໃນ​ຈຸດ​ສຳຄັນໆ ​ແລະໃຊ້​ເວັບ​ໄຊ ເພື່ອ “ຕອບ​ໂຕ້​ຢ່າວ່ອງ​ໄວ” ເພື່ອ
ສະແດງໃຫ້ເຫັນຄຳ​ເວົ້າ “ທີ່ມີ​ຄວາມ​ຜິດພາດໃດໆ" ຫຼື “ຄວາມ​ເວົ້າ​ທີ່​ຂັດແຍ້ງກັນ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG