ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

CBO ກ່າວວ່າ ​22 ລ້ານ​ຄົນ ຈະບໍ່​ມີ​ ປະກັນ​ໄພ ສຸຂະພາບ ພາຍໃຕ້ ຮ່າງກົດໝາຍ ສະພາສູງ


US Health Care
please wait
Embed

No media source currently available

0:00 0:02:25 0:00

ປະກັນ​ໄພ​ສຸຂະພາບ

ຫ້ອງການ​ງົບປະມານ​ຂອງ​ລັດຖະສະພາ ທີ່​ບໍ່​ສັງກັດ​ພັກ​ໃດ ຫຼື CBO ກ່າວ​ວ່າ
ຊາວ​ອາ​ເມ ຣິກັນທີ່​ບໍ່​ມີ​ປະກັນ​ໄພ​ສຸຂະພາບ ຈະ​ເພີ່ມ​ຂຶ້ນ 22 ລ້ານ​ຄົນ​ໃນ​ທົດ​ສະວັດ
​ໜ້າ ພາຍ​ໃຕ້ຮ່າງ​ກົດ​ໝາຍ​ປະກັນ​ໄພ​ສຸຂະພາບຂອງ​ສະພາສູງທີ່​ຈະ​ມາ​ໃຊ້​ແທນ
ປະກັນໄພ​ສຸຂພາບ​ລາຄາ​ຍ່ອມ​ເຍົາ.

ຈຳນວນ​ດັ່ງກ່າວ​ນີ້ຈະ​ແມ່ນ 1 ລ້ານ​ຄົນ ໜ້ອຍ​ກວ່າ​ການ​ຄາດ​ຄະ​ເນ​ຂອງ​ຫ້ອງການ
CBO ພາຍ​ໃຕ້​ຮ່າງກົດ​ໝາຍປະກັນ​ໄພ​ສຸຂະພາບຂອງ​ສະພາຕ່ຳ ທີ່​ໄດ້​ມີ​ການ​ຮັບຮອງ
ເອົາ​ດ້ວ​ຍຄະ​ແນນ​ສຽງ​ລື່ນ​ກັນ​ພຽງ​ໜ້ອຍ​ດຽວ​ໃນ​ເດືອນ​ແລ້ວ​ນີ້. ຫ້ອງການ CBO
ກ່າວ ໃນວັນ​ຈັນ​ວານນີ້ວ່າ ຮ່າງ​ກົດໝາຍ​ຂອງ​ສະພາ​ສູງ​ຈະຫລຸດ​ການ​ຂາດ​ດຸນ​ງົບ
ປະມານ 321 ພັນ​ລ້ານ​ໂດ​ລາ ພາຍ​ໃນ​ປີ 2026 ສົມ​ທຽບ​ໃສ່ 119 ພັນ​ລ້ານ​ໂດ​ລາ​
ຂອງ​ຮ່າງ​ກົດໝາຍ​ສະພາ​ຕ່ຳ.

ການ​ຄາດ​ຄະ​ເນ​ສຳລັບ​ຮ່າງ​ກົດໝາຍ​ທັງ​ສອງ​ ​ໂດ​ຍສະ​ເລ່ຍ​ແລ້ວ​ແມ່ນ​ກະ​ວ່າ​ຄ່າ​
ປະກັນ​ໄພສຸຂະພາບ​ຈະ​ເພີ້ມຂຶ້ນ​ໃນ​ໄລຍະ​ສອງ​ປີ​ທຳ​ອິດ ​ແຕ່​ຈະ​ຫລຸດ​ລົງ​ໃນ​ປີ 2020
​ໃນ​ຂະນະ​ທີ່​ຜູ້ຄົນ​ຈະ​ເສຍ​ຄ່າ​ໃຊ້​ຈ່າຍ​ເພີ່ມ​ຂຶ້ນ​ເພື່ອ​ເປັນ​ການ​ສົມທົບ.

ຜູ້​ນຳ​ພັກ Democrats ​ໃນ​ສະພາ​ສູງ ທ່ານ Chuck Schumer ກ່າວ​ວ່າ ​ໂຕ​ເລກ​ຂອງ
ຫ້ອງການ CBO ສະ​ແດງ​ໃຫ້​ເຫັນ​ວ່າ ຮ່າງ​ກົດໝາຍ​ຂອງ​ສະພາ​ສູງ ກໍ​ຮ້າຍ​ແຮງປານໆ
​ກັນ​ກັບຮ່າງ​ກົດໝາຍ​ຂອງ​ສະພາ​ຕ່ຳ.

ທ່ານ​ກ່າວ​ວ່າ “ສະມາຊິກ​ພັກຣີພັບ​ບລີ​ກັນ​ຄວນ​ທີ່​ສະຫລາດ​ທີ່​ຈະ​ອ່ານ​ຄື​ກັນ​ກັບ​ປ້າຍ
​ສັ່ງ​ໃຫ້ຢຸດ​ຂະໜາດ​ໃຫຍ່ ຮຽກຮ້ອງ​ໃຫ້​ເຂົາ​ເຈົ້າຖອຍ​ຄືນ​ຈາກ​ເສັ້ນທາງນີ້ ຊຶ່ງ​ຈະ​ເປັນ
​ອັນຕະລາຍສຳລັບ​ປະ​ເທດ​ຊາດ ສຳລັບ​ຊາວ​ອາ​ເມຣິກັນ​ຊົນ​ຊັ້ນກາງ ​ແລະ​ສຳລັບ​
ພັກເຂົາ​ເຈົ້າ.”

ທຳນຽບຂາວ ​ໄດ້​ຕ້ອງ​ຕິຫ້ອງການ CBO ນັ້ນ​ວ່າ ​ເຄີຍ​ມີ​ປະຫວັດ​ທີ່​ບໍ່​ຖືກຕ້ອງ​ມາ​ແລ້ວ
​ເມື່ອເວົ້າ​ເຖິງ​ຜົນ​ກະທົບ​ຂອງ​ກົດໝາຍ​ປະກັນ​ໄພ​ສຸຂະພາບ. ນອກ​ນັ້ນ ມັນ​ຍັງ​ໄດ້​ເນັ້ນ
ຢ້ຳວ່າ​ປະທາ​ນາ​ທິບໍດີ​ທຣຳ ​ໃນ​ການ​ໃຫ້​ຄວາມ​ໝັ້ນໝາຍ​ທີ່​ຈະ​ຍົກ​ເລີກ ​ແລະ​ນຳ​ໃຊ້​
ກົດໝາຍ​ໃໝ່​ແທນກົດໝາຍ​ປະກັນ​ໄພ​ສຸຂະພາບ​ລາຄາ​ຍ່ອມ​ເຍົາ​ຊຶ່ງ​ເປັນ​ທີ່​ຮູ້​ກັນ​
ໃນອີກ​ຊື່​ນຶ່ງ​ວ່າ ObamaCare ​ໂດຍ​ເວົ້າວ່າ ​ໂຄງການ​ດັ່ງກ່າວ​ບໍ່​ໄດ້​ໃຫ້ການ​ຊ່ອຍ​ເຫຼືອ
ຫຍັງ​ແກ່​ຊາວ​ອາ​ເມຣິກັນ​ມາ​ດົນ​ນານແລ້ວ.

ສະມາຊິກ​ພັກຣີພັບ​ບລີ​ກັນ​ຫລາຍໆ​ຄົນ​ໄດ້​ສະ​ແດງ​ຮ່ອງຮອຍ​ໃຫ້​ເຫັນ​ວ່າ ​ເຂົາ​ເຈົ້າ
ຈະ​ບໍ່​ໃຫ້ການ​ສະໜັບສະໜຸນ ​ໃນ​ການ​ດຳ​ເນີນ​ການ​ຕໍ່​ໄປ ກ່ຽວ​ກັບ​ຮ່າງ​ກົດໝາຍ
ປະກັນ​ໄພ​ສຸຂະ​ພາບ​ຂອງ​ສະພາ​ສູງ ທີ່​ພັກ​ໄດ້​ສະ​ເໜີ​ໄປ​ນັ້ນ ​ໂດຍ​ເຮັດ​ໃຫ້​ຮ່າງ​ກົດໝາຍ​
ດັ່ງກ່າວ​ຈະ​ປະສົບ​ກັບ​ຄວາມ​ລົ້ມ​ແຫຼວ ຊຶ່ງ​ພັກ​ຣີພັບ​ບລີ​ກັນ​ກຳ​ສູງ​ສ່ວນ​ຫຼາຍ​ແຕ່​ພຽງ
52 ຕໍ່ 48 ​ເທົ່າ​ນັ້ນ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG