ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ທຣໍາ ຍັງຖີ້ມໂທດ ໃສ່ພັກເດໂມແຄຣັດ ຕໍ່ ການແບ່ງແຍກຄອບຄົວ


ນາງຊູຊານ ສນາຍເດີ (ຂວາ) ຊ່ອຍນາງອານາແບລ ແອນເດີນ (ຊ້າຍ) ເຮັດປ້າຍກ່ອນການປະທ້ວງ.
ນາງຊູຊານ ສນາຍເດີ (ຂວາ) ຊ່ອຍນາງອານາແບລ ແອນເດີນ (ຊ້າຍ) ເຮັດປ້າຍກ່ອນການປະທ້ວງ.

ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣໍາ ຍັງສືບ​ຕໍ່ພະຍາ​ຍາມ​ທີ່ຈະຖິ້ມໂທດໃສ່​
ພັກ​ເດ​ໂມ​ແຄຣັດ ທີ່​ເປັນ​ຄູ່​ແຂ່ງທາງ​ການ​ເມືອງ​ ​ໃນ​ການ​ເອົາບາດກ້າວ ເພື່ອແຍກ​ພວກ​
ເດັກນ້ອຍ​ອອກຈາ​ກພໍ່​ແມ່​ເຂົາ​ເຈົ້າ ໃນຂະນະທີ່​ຄອບ​ຄົວຖືກ​ຈັບ ເວລາ ຂ້າມ​ຊາຍ​ແດນ
​ເມັກ​ຊິ​ໂກແບບຜິດ​ກົດໝາຍ ເຂົ້າມາໃນສະຫະລັດ.

ໃນການສົ່ງ​ຂໍ້ຄວາມລົງ​ທາງ​ທວິດ​ເຕີ ​ໃນ​ວັນ​ສຸກ​ວານ​ນີ້ ທ່ານ​ໄດ້​ຖິ້ມໂທດໃນການ​ເຮັດ
ໃຫ້ຄອບຄົວແຕກ​ແຍກ​ກັນ ໃສ່ການຮັບຜ່ານ “ກົດໝາຍ​ທີ່​ໂຫດຮ້າຍ” ​ຂອງ ພັກ​ເດ​ໂມ
​ແຄຣັດ.​

ພັກຣີພັບ​ບລິ​ກັນ​ທີ​ກຳ​ສຽງ​ສ່ວນ​ຫຼາຍຢູ່​ໃນທັງສອງສະພາຄືສະພາ​ຕໍ່າ​ແລະ​ສະພາ​ສູງ ​
ແລະກໍ​ບໍ່ມີ​ກົດໝາຍ​ທີ່ບັງຄັບ​ໃຫ້ແຍກ​ພໍ່​ແມ່​ແລະ​ເດັກນ້ອຍ. ​ແຕ່​ມັນ​ແມ່ນ​ນະ​ໂຍບາຍ
​ທີ່​ຕັ້ງ​ຂຶ້ນ​ໂດຍ​ລັດຖະບານຂອງທ່ານ​ທຣໍາຕ່າງຫາກ. ​ໃນ​ເດືອນ​ເມສາ​ທີ່​ຜ່ານ​ມາ ລັດ
ຖະມົນ​ຕີ​ກະຊວງຍຸຕິ​ທຳ ທ່ານ​ແຈັຟ ແຊັສສັນ ​ໄດ້​ປະກາດວ່າ ນະໂຍບາຍ “ບໍ່ມີ​ການ​
ຜ່ອນຜັນ​ເດັດຂາດ” ສຳລັບພວກທີ່​ຂ້າມ​ຊາຍ​ແດນ​ເຂົ້າ​ມ​າໃນ ສະຫະລັດແບບຜິດກົດ
ໝາຍ.

ການໃຫ້ຄວາມເຫັນ​ຂອງ​ປະທານາທິບໍດີມີຂຶ້ນ​ໃນ​ຂະນະ​ທີ່​ລາຍ​ລະອຽດຂອງ​ອັນ​ທີ່​ຮ້ອງ​
ວ່າ​ ຮ່າງ​ກົດໝາຍແບບ​ປະ​ນິປະນອມ ​ຂອງສະພາ​ຕໍ່ກ່ຽວ​ກັບ​ຄົນ​ເຂົ້າ​ເມືອງ​ໄດ້​ຮົ່ວ​ໄຫຼ
ອອກໄປໃຫ້​ສາທາ​ລະນະຊົນຮູ້.

ຮ່າງກົດໝາຍທີ່ຂຽນຂຶ້ນ​ໂດຍ​ປະທານ​ສະພາ​ຕໍ່າ ທ່ານ​ພອ​ລ ຣາຍອັນ ກ່າວ​ວ່າ​ພວກ​
ເດັກນ້ອຍ​ທີ່​ຂ້າມ​ຊາຍ​ແດນມາ​ກັບ​ພໍ່​ແມ່​ເຂົາ​ເຈົ້າ ສາມາ​ດໄດ້ຮັບການປ່ອຍ​ໂຕໃຫ້​ກັບ
​ຄືນ​ໄປຢູ່ນຳ​ພໍ່​ແມ່​ເຂົາ​ເຈົ້າໄດ້. ໃນເມື່ອ​ວ່າ​ພວກ​ຜູ້​ໃຫຍ່ ທີ່​ພາກັນ​ຂ້າ​ມ ຊາຍ​ແດນແບບ
ຜິດກົດໝາຍ ​ຈະຖືກ​ກ່າວ​ຫາໃນການກະ​ທຳ​ຄວາມ​ຜິດ ນັ້ນ​ໝາຍ​ຄວາມ​ວ່າ ຈະ​ນຳ​
ເອົາ​ຄອບຄົວທັງໝົດເຂົ້າ​ໄປ​ຢູ່​ໃນ​ຄຸກ​ນຳ​ກັນ.

ທ່ານ​ຣາຍອັນ​ກ່າວ​ໃນ​ວັນ​ພະຫັດ​ວານ​ນີ້​ວ່າ ທ່ານ​ບໍ່​ເຫັນ​ພ້ອມກັບ​ການ​ແບ່ງ​ແຍກ​ຄອບ
ຄົວພວກ​ຄົນ​ເຂົ້າ​ເມືອງ​ຢູ່​ຊາຍ​ແດນ​ສະຫະລັດ.

ຜູ້ແທນສະພາຕໍ່າ ທ່ານ ຈົວກິນ ກາສໂຕຣ ສັງກັດພັກເດໂມແຄຣັດ ຈາກລັດເທັກຊັສ ທີ່ເຫັນເປັນເງົາ ຢູທາງຫຼັງທຸງ ໃນຂະນະທີ່ກ່າວຕໍ່ບັນດາຄອບຄົວ ທີ່ເມືອງແຊນ ແອນໂຕນິໂອ ລັດເທັກຊັສ.
ຜູ້ແທນສະພາຕໍ່າ ທ່ານ ຈົວກິນ ກາສໂຕຣ ສັງກັດພັກເດໂມແຄຣັດ ຈາກລັດເທັກຊັສ ທີ່ເຫັນເປັນເງົາ ຢູທາງຫຼັງທຸງ ໃນຂະນະທີ່ກ່າວຕໍ່ບັນດາຄອບຄົວ ທີ່ເມືອງແຊນ ແອນໂຕນິໂອ ລັດເທັກຊັສ.

ທ່ານຣາຍອັນ​ກ່າວ​ວ່າ “ພວກ​ເຮົາ​ເຊື່ອ​ວ່າ ​ມັນ​ຄວນ​ໄດ້ຮັບການແກ້ໄຂ ຢູ່​ໃນ​ຮ່າງ​ກົດ
ໝາຍ​ຄົນ​ເຂົ້​າ​ເມືອງ. ສິ່ງ​ທີ່​ເກີດ​ຂຶ້ນ​ຢູ່ຊາຍ​ແດນ ​ກັບ​ການ​ແຍກ​ຈາກ​ພໍ່​ແມ່​ເຂົາ​ເຈົ້າ ​ແລະ
​ພວກ​ເດັກນ້ອຍ​ກໍ​ເພາະວ່າ ​ເປັນ​ການ​ຕັດສິນ​ຂອງ​ສານ. ​ເພາະສະ​ນັ້ນ ຂ້າພະ​ເຈົ້າ​ຄິດ​ວ່າ
​ຮ່າງ​ກົດໝາຍແມ່ນ​ມີ​ຄວາມ​ຈຳ​ເປັນ.”

ສູນກາງກັກຂັງທີ່ເມືອງຊີແທັກ ລັດວໍຊິງຕັນ.
ສູນກາງກັກຂັງທີ່ເມືອງຊີແທັກ ລັດວໍຊິງຕັນ.

ຮ່າງ​ກົດໝາຍ​ດັ່ງກ່າວຍັງຈະໃຫ້​ຖານະທີ່​ຖືກຕ້ອງຕາມ​ກົດໝາຍ​ສຳລັບ​ພວກ​ຊາວ​ໜຸ່ມ
ຜູ້​ທີ່​ໄດ້​ຖືກ​ນຳ​ເຂົ້າ​ມາສະ​ຫະລັດ ໃນ​ເວລາ​ເປັນ​ເດັກນ້ອຍ. ຫຼາຍ​ຄົນ​ພາກັນ​ເປັນ​ຜູ້​ຮ້ອງ
​ຂໍໃຫ້ພວກເດັກນ້ອຍ​ທີ່​ເຂົ້າ​ເມືອງບໍ່​ມີ​ເອກ​ກະສາ​ນ ທີ່ເອີ້ນວ່າ DACA ຊຶ່ງ​ເປັນ​ນະ​ໂຍ
ບາຍ ​ທີ່ອະ​ນຸຍາດ​ໃຫ້​ເຂົາ​ເຈົ້າ​ໄດ້​ຖານະທີ່​ຖືກຕ້ອງ​ແລະ​ອະນຸຍາດ ​ໃຫ້​ເຮັດ​ວຽກໄດ້.
ຮ່າງ​ກົດໝາຍ​ດັ່ງກ່າວ​ນີ້ ຍັງຈະ​ອະນຸຍາດ​ໃຫ້​ເຂົາ​ເຈົ້າ​ຢູ່ຢ່າງ​ບໍ່​ມີ​ກຳນົດ​ພ້ອມ​ກັບ​ການ
​ຕໍ່​ອາຍຸໃນທຸກໆ​ຫົກ​ປີ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG