ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປະທານາທິບໍດີ ທຣຳ ແລະ ອະດີດຮອງປະທານາທິບໍດີ ໄບເດັນ ຕອບໂຕ້ກັນ ຢູ່ທີ່ບ່ອນແຂ່ງຂັນ ໃນລັດຕ່າງໆ


ປະທານາທິບໍດີ ດໍໂນລ ທຣຳ, ຊ້າຍ, ແລະຮອງອະດີດປະທານາທິບໍດີ ໂຈ ໄບເດັນ ເຫັນໄດ້ໃນລະຫວ່າງ ການໂຕ້ວາທີ ແຂ່ງຂັນເປັນປະທານາທິບໍດີ ຄັ້ງທຳອິດ ຢູ່ທີ່ ມະຫາວິທະຍາໄລ Case Western ແລະ Cleveland Clinic,ໃນນະຄອນ ຄລີບວ໌ແລນ ລັດໂອຮາຍໂອ ໃນພາບຄຽງຄູ່ນີ້ ຂອງວັນທີ 29 ກັນຍາ 2020.
ປະທານາທິບໍດີ ດໍໂນລ ທຣຳ, ຊ້າຍ, ແລະຮອງອະດີດປະທານາທິບໍດີ ໂຈ ໄບເດັນ ເຫັນໄດ້ໃນລະຫວ່າງ ການໂຕ້ວາທີ ແຂ່ງຂັນເປັນປະທານາທິບໍດີ ຄັ້ງທຳອິດ ຢູ່ທີ່ ມະຫາວິທະຍາໄລ Case Western ແລະ Cleveland Clinic,ໃນນະຄອນ ຄລີບວ໌ແລນ ລັດໂອຮາຍໂອ ໃນພາບຄຽງຄູ່ນີ້ ຂອງວັນທີ 29 ກັນຍາ 2020.

ໂດຍເຫຼືອອີກສາມອາທິດ ກ່ອນວັນເລືອກຕັ້ງລັດຈຳນວນນຶ່ງທີ່ອາດຈະເອນເອນໄປເບື້ອງໃດເບື້ອງນຶ່ງນັ້ນ ແມ່ນຄາດໝາຍທີ່ຈະພິຈາລະນາເບິ່ງ ຖ້າວ່າອະດີດຮອງປະທານາທິບໍດີ ໂຈ ໄບເດັນ ຈະສາມາດກີດຂວາງບໍ່ໃຫ້ປະທານາທິບໍດີ ດໍໂນລ ທຣຳ ໄດ້ສະໄໝທີສອງ. ອັນນັ້ນໄດ້ເປັນຈຸດເພັ່ງເລັງໃນການໂຄສະນາຫາສຽງຂອງຝ່່າຍຄູ່ແຂ່ງ ຢູ່ທີ່ລັດຟລໍຣິດາ ໂອຮາຍໂອ ແລະເພັນຊີລເວເນຍ ໃນການເລີ້ມຕົ້ນຂອງສັບປະດາທີ່ສຳຄັນຍິ່ງນີ້.

“ກຸ່ມຊົນຊັ້ນການເມືອງທີ່ສໍ້ໂກງ ແມ່ນກໍາລັງສິ້ນຫວັງທີ່ຈະເອົາອໍານາດຂອງພວກເຂົາຄືນມາໄດ້ ດ້ວຍວິທີໃດກໍຕາມທີ່ຈຳເປັນ” ທ່ານທຣຳ ໄດ້ກ່າວໄປໃນແລງວັນຈັນວານນີ້ ຢູ່ໃນເມືອງແຊນຟອດ ລັດຟລໍຣິດາ. ທ່ານກ່າວໄປອີກວ່າ “ພວກເຮົາແມ່ນສິ່ງນຶ່ງ ທີ່ຢືນຂວາງທາງຂອງພວກເຂົາເຈົ້າ.”

ທ່ານທຣຳ ໄດ້ກ່າວຫາທ່ານໄບເດັນວ່າ ເປັນຜູ້ຮັບໃຊ້ຂອງ “ພວກຫົວຮຸນແຮງໂລກາພິວັດ” ແລະໄດ້ມອບການຄຸ້ມຄອງຂອງພັກເດໂມແຄຣັດ ໃຫ້ແກ່ “ພວກສັງຄົມນິຍົມ ພວກນິຍົມລັດທິມາກຊິດ ແລະພວກນິຍົມຊ້າຍຈັດ.”

ມັນເປັນການໂຮມຊຸມນຸມໂຄສະນາຫາສຽງຄັ້ງທຳອິດຂອງທ່ານປະທານາທິບໍດີ ນັບຕັ້ງແຕ່ທ່ານໄດ້ເຂົ້າໂຮງໝໍຮັກສາປິ່ນປົວຍ້ອນໄວຣັສໂຄວິດ-19 ອັນເປັນພະຍາດທີ່ກໍ່ໃຫ້ເກີດໄວຣັສໂຄໂຣນາ.

“ໝົດທຸກຄົນກໍຈະມີສິ່ງດຽວກັນນີ້ແຫຼະ” ທ່ານທຣໍາ ໄດ້ກ່າວໄປກ່ຽວກັບການຮັກສາປິ່ນປົວໄວຣັສໂຄໂຣນາຂອງທ່ານນັ້ນ ທີ່ລວມທັງ ຢາຕ້ານເຊື້ອແບບປະສົມປະສານກັນ ທີ່ຢູ່ໃນຂັ້ນທົດລອງ ຍາກທີ່ຈະຜະລິດ ແລະແພງຫຼາຍ ຮ່ວມກັບຢາຕ້ານເຊື້ອໄວຣັສທີ່ສັກເຂົ້າເສັ້ນເລືອດນ ຊຶ່ງໃນປັດຈຸບັນນີ້ ໄດ້ຮັບອະນຸ ຍາດໃຫ້ໃຊ້ໄດ້ພຽງແຕ່ໃນເວລາສຸກເສີນເທົ່ານັ້ນ.

“ຂ້າພະເຈົ້າຮູ້ສຶກແຂງແຮງ. ຂ້າພະເຈົ້າຈະຍ່າງເຂົ້າໄປຫາພວກຜູ້ຊົມຢູ່ຫັ້ນ” ທ່ານທຣຳ ໄດ້ກ່າວໄປ ຜູ້ດຳລົງຕຳແໜ່ງຈາກພັກຣີພັບບລີກັນ ທີ່ໄດ້ປະກາດວ່າ ດຽວນີ້ທ່ານມີພູມຄຸ້ມກັນຈາກໄວຣັສ. ທ່ານກ່າວຕໍ່ໄປວ່າ “ຂ້າພະເຈົ້າຈະຫອມແກ້ມພວກຜູ້ຊົມຢູ່ຫັ້ນໝົດທຸກຄົນ. ຂ້າພະເຈົ້າຈະຫອມແກ້ມພວກຜູ້ຊາຍ ແລະພວກແມ່ຍິງງາມໆທັງຫຼາຍ.”

ພວກຄົນສ່ວນນ້ອຍຈຳນວນນຶ່ງ ທີ່ໂຮມຊຸມນຸມຕິດໆກັນຢ່າງໜາແໜ້ນຢູ່ດ້ານນອກສະໜາມບິນ ຫຼາຍພັນຄົນເພື່ອຮັບຟັງການກ່າວຄຳປາໄສຍາວນຶ່ງຊົ່ວໂມງຂອງທ່ານທຣຳ ແມ່ນບໍ່ໄດ້ໃສ່ໜ້າກາງ.

ໃນຂະນະທີ່ ເຮືອບິນ Air Force One ໄດ້ບິນໄປຍັງລັດຟລໍຣິດາຢູ່ນັ້ນ ທຳ ນຽບຂາວ ໄດ້ເປີດເຜີຍ ບົດບັນທຶກສະບັບນຶ່ງຈາກທ່ານຊອນ ຄອນລີ ໝໍປະຈຳທ່ານປະທານາທິບໍດີ ທີ່ມີຂໍ້ຄວາມທີ່ກ່າວວ່າ ທ່ານທຣຳ ບໍ່ໄດ້ກວດພົບໄວຣັສໂຄໂຣນາ ເປັນເວລາສອງວັນຕິດຕໍ່ກັນ ແຕ່ທ່ານໝໍ ບໍ່ໄດ້ລະບຸມື້ໃດທີ່ໄດ້ກວດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG