ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣຳ ແລະ ທ. ໄບເດັນ ຕ່າງກໍເຂົ້າຮ່ວມ ພິທີລະລຶກເຖິງ ພວກທະຫານຜ່ານເສິກ ໃນວັນນັກລົບເກົ່າ ທ່າມກາງໂຣກລະບາດ


ປະທານາທິບໍດີ ສະຫະລັດ ດໍໂນລ ທຣຳ ກຳລັງຍ່າງອອກໄປ ຫຼັງຈາກທີ່ໄດ້ວາງພວກມາລາໃສ່ທາດຂອງທະຫານນິລະນາມ ຢູ່ທີ່ສຸສານແຫ່ງຊາດອາລິງຕັນ ໃນຂະນະເຂົ້່າຮ່ວມໃນພິທີລະລຶກເຖິງທະຫານຜ່ານເສິກ ເນື່ອງໃນວັນນັກລົບເກົ່າຫຼື Veterans Day, ໃນເມືອງອາລິງຕັນ ລັດເວີຈີເນຍມ ວັນທີ 11 ພະຈິກ 2020. REUTERS/Carlos Barria
ປະທານາທິບໍດີ ສະຫະລັດ ດໍໂນລ ທຣຳ ກຳລັງຍ່າງອອກໄປ ຫຼັງຈາກທີ່ໄດ້ວາງພວກມາລາໃສ່ທາດຂອງທະຫານນິລະນາມ ຢູ່ທີ່ສຸສານແຫ່ງຊາດອາລິງຕັນ ໃນຂະນະເຂົ້່າຮ່ວມໃນພິທີລະລຶກເຖິງທະຫານຜ່ານເສິກ ເນື່ອງໃນວັນນັກລົບເກົ່າຫຼື Veterans Day, ໃນເມືອງອາລິງຕັນ ລັດເວີຈີເນຍມ ວັນທີ 11 ພະຈິກ 2020. REUTERS/Carlos Barria

ປະທານາທິບໍດີ ສະຫະລັດ ດໍໂນລ ທຣຳ ໄດ້ໄປຢ້ຽມຢາມສຸສານແຫ່ງຊາດອາຣລິງຕັນ ໃນວັນພຸດວານນີ້ ເພື່ອເປັນກຽດໃນວັນນັກລົບເກົ່າຫຼື Veterans Day.

“ໃນວັນນັກລົບເກົ່າ ພວກເຮົາຢຸດເຊົາເພື່ອລະລຶກເຖິງໝົດທຸກຄົນຜູ້ທີ່ໄດ້ໃສ່ຊຸດທະຫານແຫ່ງຊາດຂອງພວກເຮົາດ້ວຍຄວາມພາກພູມໃຈ” ນັ້ນແມ່ນຂໍ້ຄວາມທີ່ທ່ານທຣຳ ໄດ້ຂຽນລົງໃນຄຳປະກາດ ສຳລັບວັນພັກແຫ່ງຊາດຢູ່ທວິດເຕີ້.

ຄຳປະກາດນັ້ນ ກ່າວອີກວ່າ “ພວກເຮົາໄດ້ຮັບຄວາມສະຫງົບສຸກ ຄວາມຈະ ເລີນຮຸ່ງເຮືອງ ແລະເສລີພາບ ຍ້ອນພວກນັກລົບເກົ່າຂອງພວກເຮົາ ແລະພວກເຮົາແມ່ນເປັນໜີ້ພວກເຂົາເຈົ້າຕະຫຼອດໄປ ເກີນກວ່າທີ່ຈະວັດແທກໄດ້.”

ລິ້ງທວິດເຕີ້ຂອງທ່ານດໍໂນລ ທຣຳ:

https://twitter.com/realDonaldTrump/status/1326542017241837570?s=20

ສ່ວນທ່ານໂຈ ໄບເດັນ ຜູ້ທີ່ຄາດວ່າ ຈະຖືກເລືອກໃຫ້ເປັນປະທານາທິບໍດີ ກໍໄດ້ເປັນກຽດໃນວັນນັກລົບເກົ່າ ດ້ວຍການໄປຢ້ຽມຢາມອານຸສາວະລີ ສົງຄາມເກົາຫຼີ ໃນນະຄອນຟີລາແດລຟຍ. ທ່ານໂບ ລູກຊາຍຂອງທ່ານໄບເດັນ ໄດ້ເຂົ້າຮັບໃຊ້ເປັນທະຫານພິທັກຊາດຂອງລັດເດລາແວ ແລະໄດ້ເສຍຊີວິດໃນປີ 2015 ຍ້ອນໂຣກມະເຮັງໃນສະໝອງ.

ທ່ານໄບເດັນ ໄດ້ຂຽນລົງໃນທວິດເຕີ້ເມື່ອວັນພຸດວານນີ້ ວ່າ “ເຖິງບັນດານັກລົບເກົ່າທີ່ອົງອາດຂອງພວກເຮົາ ຂ້າພະເຈົ້າຈະເປັນຜູ້ບັນຊາການສູງສຸດ ຜູ້ທີ່ເຄົາ ລົບການເສຍສະລະຂອງພວກທ່ານ ເຂົ້າອົກເຂົ້າໃຈການຮັບໃຊ້ຂອງພວກທ່ານ ແລະຈະບໍ່ທໍລະຍົດຕໍ່ຄຸນຄ່າທີ່ພວກທ່ານຕໍ່ສູ້ຢ່າງກ້າຫານເພື່ອປົກປ້ອງ.”

ລິ້ງທວິດເຕີ້ຂອງທ່ານໂຈ ໄບເດັນ:

https://twitter.com/JoeBiden/status/1326557341697839106?s=20

ກ່ອນຈະເຖິງວັນນັກລົບເກົ່າ ຫຼື Veterans Day ໃນວັນພຸດມື້ນີ້ ລັດຖະບານທ່ານທຣຳ ໄດ້ປະກາດໃຫ້ພວກນັກລົບເກົ່າ ແລະຄອບຄົວທີ່ໄດ້ສູນເສຍລູກໃນການສູ້ລົບ ຫຼືຄອບຄົວດາວຄຳທັງໝົດ ສາມາດເຂົ້າໄປຊົມໃຊ້ສວນສາທາລະນະ
ຫຼືອຸດທະຍານແຫ່ງຊາດຂອງສະຫະລັດໄດ້ ຕະຫຼອດຊີວິດໂດຍບໍ່ໄດ້ເສຍຄ່າເຂົ້າໃດໆເລີຍ.

ລັດຖະມົນຕີກະຊວງຄຸ້ມຄອງຊັບພະຍາກອນທຳມະຊາດຂອງສະຫະລັດ ທ່ານເດວິດ ແອລ ເບີນຮາດຕ໌ ໄດ້ກ່າວໃນທວິດເຕີ້ວ່າ “ລັດຖະບານທ່ານທຣໍາ ມີຄວາມໝັ້ນໝາຍ ທີ່ຈະໃຫ້ກຽດແກ່ບັນດາຊາວອາເມຣິກັນຜູ້ຮັກຊາດທັງຫຼາຍ ເຊັ່ນພວກຊາຍແລະຍິງ ຜູ້ທີ່ໄດ້ຮັບໃຊ້ປະເທດຊາດ ຢູ່ໃນບັນດາເຫຼົ່າທັບຂອງພວກເຮົາ.”

ລິ້ງຂອງອຸດທະຍານແຫ່ງຊາດໃນທວິດເຕີ້: https://twitter.com/NatlParkService/status/1326186242690740226?s=20

ເມື່ອອາທິດແລ້ວນີ້ ປະທານາທິບໍດີດໍໂນລ ທຣຳ ໄດ້ປະກາດຢ່າງເປັນທາງການວ່າ ເດືອນພະຈິກ “ເປັນເດືອນນັກລົບເກົ່າ ແລະຄອບຄົວທະຫານແຫ່ງຊາດ.” ອີງຕາມເວັບໄຊຂອງທຳນຽບຂາວ: https://www.whitehouse.gov/presidential-actions/proclamation-national-veterans-military-families-month-2020/

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG