ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຄະນະໂຄສະນາຫາສຽງຂອງ ທ່ານ ທຣຳ ແລະ ທ່ານ ໄບເດັນ ຕອບໂຕ້ກັນ ກ່ຽວກັບ ສະພາບເສດຖະກິດ ສະຫະລັດ 


ລັດຖະມົນຕີກະຊວງການເງິນ ທ່ານສຕີເວັນ ມະນູຈິນ ກ່າວໃນລະຫວ່າງ ການໃຫ້ການຕໍ່ຄະນະກຳມະຫານທຸລະກິດຂະໜາດນ້ອຍແລະນັກລົງທຶນ ເພື່ອພິຈາລະນາສຶກສາຄົ້ນຄວ້າການຈັດຕັ້ງປະຕິບັດກົດໝາຍ CARES Act, ເມື່ອວັນພຸດ ທີ 10 ມິຖຸນາ 2020 ຢູ່ລັດຖະສະພາໃນວໍຊິງຕັນ. (Al Drago/Pool via AP)
ລັດຖະມົນຕີກະຊວງການເງິນ ທ່ານສຕີເວັນ ມະນູຈິນ ກ່າວໃນລະຫວ່າງ ການໃຫ້ການຕໍ່ຄະນະກຳມະຫານທຸລະກິດຂະໜາດນ້ອຍແລະນັກລົງທຶນ ເພື່ອພິຈາລະນາສຶກສາຄົ້ນຄວ້າການຈັດຕັ້ງປະຕິບັດກົດໝາຍ CARES Act, ເມື່ອວັນພຸດ ທີ 10 ມິຖຸນາ 2020 ຢູ່ລັດຖະສະພາໃນວໍຊິງຕັນ. (Al Drago/Pool via AP)

ລັດຖະບານທ່ານທຣຳ ແລະຄະນະໂຄສະນາຫາສຽງຂອງທ່ານໄບເດັນ ຕອບໂຕ້ກັນໃນວັນອາທິດວານນີ້ ກ່ຽວກັບສະພາບການດ້ານເສດຖະກິດຂອງປະເທດກ່ອນໜ້າການເລືອກຕັ້ງປະທານາທິບໍດີແຫ່ງຊາດ ໃນວັນທີ 3 ພະຈິກ ຊຶ່ງເຫຼືອພຽງ 8 ອາທິດເທົ່ານັ້ນ.

ລັດຖະມົນຕີກະຊວງການເງິນ ທ່ານ ສຕີເວັນ ມະນູຈິນ ໄດ້ກ່າວອ້າງເຖິງອັດຕາການຫວ່າງງານທີ່ຫລຸດລົງ 8.4 ເປີເຊັນໃນເດືອນສິງຫາ ແລະການເພີ້ມຂຶ້ນຂອງໜ້າວຽກ 1.4 ລ້ານນັ້ນ ເປັນຫຼັກຖານທີ່ບົງບອກວ່າ ເສດຖະກິດຂອງອາເມຣິກາ ທີ່ໃຫຍ່ທີ່ສຸດຂອງໂລກ ແມ່ນກຳລັງຟື້ນຕົວຄືນຈາກຜົນກະທົບທີ່ຮ້າຍແຮງທີ່ສຸດ ຍ້ອນການລະບາດລະດັບໂລກຂອງໄວຣັສໂຄໂຣນາ.

“ພວກເຮົາຈະມີຜະລິດຕະພັນພາຍໃນ ຫຼື GDP ທີ່ດີເລີດໃນໄຕມາດທີ 3” ຕະຫຼອດໄລຍະ ເດືອນກໍລະກົດ ຫາ ກັນຍາ, ທ່ານມະນູຈິນ ໄດ້ກ້າວໄປ ຢູ່ໃນລາຍການ “Fox News Sunday” ມື້ວານນີ້.

ແຕ່ທ່ານກໍໄດ້ຮັບຮູ້ວ່າ ເສດຖະກິດຂອງສະຫະລັດ ຍັງຕ້ອງການຢາງໜ້ອຍ 7.5 ລ້ານໜ້າວຽກໃໝ່ ເພື່ອຈະເຮັດໃຫ້ເສດຖະກິດຟື້ນຕົວຄືນໄດ້ຈາກເດືອນມີນາ ເມື່ອອັດຕາການຕົກວຽກແມ່ນຢູ່ໃນລະດັບ 3.5 ເປີເຊັນ ທີ່ຕ່ຳໃນຮອບ 50 ປີຜ່ານມາ.

ພວກຄົນງາຫຼາຍລ້ານຄົນ ຍັງຄົງບໍ່ມີວຽກເຮັດງານທຳ ໃນຂະນະທີ່ພວກນາຍຈ້າງທັງຫຼາຍ ກໍບໍ່ສາມາດສ້າງວຽກເຮັດງານທຳໄດ້ເປັນການຖາວອນ. ໃນຄັ້ງນຶ່ງຫຼືໃນບາງຊ່ວງເວລາ ພວກຄົນງານຫຼາຍກວ່າ 50 ລ້ານຄົນ ໄດ້ຮັບເງິນຊົດເຊີຍການຫວ່າງງານຢູ່ໃນສະຫະລັດໃນປີນີ້.

“ເສດຖະກິດຂອງອາເມຣິກາ ແມ່ນກໍາລັງຟື້ນຕົວຄືນ” ທ່ານມະນູຈິນ ໄດ້ກ່າວໄປແລະກ່າວຕື່ມວ່າ ປະທານາທິບໍດີ ດໍໂນລ ທຣຳ ສັງກັດພັກຣີພັບບລີກັນ “ແມ່ນຈະນຳເອົາເສດຖະກິດກັບຄືນມາຄືເກົ່າ. ເສດຖະກິດແມ່ນສືບຕໍ່ດີຂຶ້ນເລື້ອຍໆ ແລະພວກເຮົາຈະບໍ່ຍອມແພ້ຈົນກວ່າທຸກສິ່ງທຸກຢ່າງກັບຄືນໄປເຮັດວຽກຄືເກົ່າ.”

ແຕ່ສະມາຊິກສະພາສູງ ທ່ານນາງ ຄາມາລາ ແຮຣິສ ຜູ້ທີ່ເປັນຄູ່ແຂ່ງຂັນເປັນຮອງປະທານາທິບໍດີ ຂອງທ່ານໂຈ ໄບເດັນ ຈາກພັກເດໂມແຄຣັດ ເຊິ່ງແມ່ນອະດີດຮອງປະທານາທິບໍດີ ທີ່ເປັນຄູ່ແຂ່ງຂອງທ່ານທຣຳ ໄດ້ອະທິບາຍວ່າ ທ່ານທຣຳ ເປັນ “ຜູ້ລົ້ມແຫຼວທີ່ໜ້າເວດທະນາ ແລະຂາດຄວາມສາມາດ” ໃນການຮັບມືແກ້ໄຂເສດຖະກິດ ໃນລະຫວ່າງການລະບາດລະດັບໂລກຂອງໄວຣັສໂຄໂຣນາ.

ທ່ານນາງແຮຣິສ ໄດ້ກ່າວຕໍ່ອົງການຂ່າວ CNN ວ່າ ທ່ານທຣຳ ພຽງແຕ່ຊັ່ງຊາເບິ່ງວ່າ ເສດຖະກິດຈະດີຊ່ຳໃດ “ຂຶ້ນຢູ່ກັບວ່າ ພວກຄົນຮັ່ງມີທັງຫຼາຍແມ່ນໄດ້ດິບໄດ້ດີຫຼາຍປານໃດ. ຜູ້ເປັນແມ່ ນຶ່ງໃນຫ້າຄົນ ກ່າວວ່າ ພວກລູກໆຂອງເຂົາເຈົ້າທີ່ມີອາຍຸຕ່ຳກວ່າ 12 ປີ ແມ່ນອຶດຫິວ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG