ການເລືອກຕັ້ງປະທານາທິບໍດີຄັ້ງຕໍ່ໄປ ຍັງບໍ່ທັນມີຂຶ້ນເທື່ອຈົນຮອດເດືອນພະຈິກ ປີ
2020 ແຕ່ວ່າປະທານາທິບໍດີ ທີ່ສັງກັດພັກຣີພັບບລິກັນ ທ່ານດໍໂນລ ທຣຳ ແລະຜູ້ມີຄ
ະແນນນຳໜ້າ ຂອງພັກເດໂມແຄຣັດ ທີ່ກຳລັງພະຍາຍາມຈະຂັບໄລ່ທ່ານທຣຳອອກ ຄື
ອະດີດຮອງປະທານາທິບໍດີ ໂຈ ບາຍເດັນ ກຳລັງເລີ້ມໃຊ້ໂວຫານກ່າວໂຈມຕີກັນດ້ວຍ
ຄວາມມ່ວນຊື່ນ.
ປະທານາທິບໍດີທຣຳ ໃນລະຫວ່າງການຢ້ຽມຢາມຍີ່ປຸ່ນຢ່າງເປັນທາງການເປັນເວລາ
ສີ່ມື້ນັ້ນ ໄດ້ໄປຫຼິ້ນກັອຟ ກັບນາຍົກລັດຖະມົນຕີຍີ່ປຸ່ນ ທ່ານຊິນໂຊ ອາເບະ ເບິ່ງການ
ແຂ່ງຂັນມວຍປ້ຳຊູໂມະ ແລະ ໄດ້ພົບປະກັບຈັກກະພັດ ນາໂຣຮິໂຕະ ແຕ່ວ່າຈິດໃຈ
ຂອງທ່ານຍັງວົນວາຍຢູ່ໜ້ອຍນຶ່ງໃນຄວາມພະຍາຍາມກ່ຽວກັບການເລືອກຕັ້ງຄືນໃໝ່
ຂອງທ່ານ ໂດຍກ່າວໂຈມຕີທ່ານບາຍເດັນ ທີ່ມີຄະແນນນຳໜ້າໃນການສຳຫຼວດທາງ
ການເມືອງຂອງສະຫະລັດ ທີ່ມີຜູ້ສະໝັກຫຼາຍກວ່າຊາວຄົນຂອງພັກເດໂມແຄຣັດ
ໃນການແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ.
ເປັນເວລາຫຼາຍທົດສະວັດມາແລ້ວ ບັນດາປະທານາທິບໍດີສະຫະລັດ ໂດຍທົ່ວໄປຈະ
ລະເວັ້ນຈາກການໂຈມຕີຕໍ່ພວກຂູ່ແຂ່ງຢູ່ພາຍໃນປະເທດ ໃນຂະນະທີ່ເຂົາເຈົ້າປະຕິ
ບັດງານທາງການທູດ ຢູ່ນອກປະເທດ ແລະເພື່ອເປັນການຕອບແທນ ບັນດາຄູ່ແຂ່ງ
ເຂົາເຈົ້າ ກໍຈະບໍ່ໂຈມຕີເຂົາເຈົ້າເຊັ່ນກັນ ໃນຂະນະທີ່ຢູ່ໃນລະຫວ່າງການຢ້ຽມຢາມ
ຕ່າງປະເທດ.
ແຕ່ວ່າຈາກນະຄອນໂຕກຽວ ທ່ານທຣຳໄດ້ກ່າວໂຈມຕີວ່າ “ໂຈບາຍເດັນທີ່ເຫງົານອນ”
ໃນບົດບາດຂອງທ່ານ ໃນນາມສະມາຊິກສະພາສູງໃນປີ 1994 ທີ່ໄດ້ ຮັບຜ່ານຮ່າງກົດ
ໝາຍ ເພີ້ມການລົງໂທດຕໍ່ການກະທຳຜິດ ທີ່ໄດ້ເປັນຜົນກະທົບຕໍ່ການສົ່ງຊາວອາເມຣິ
ກັນເຊື້ອສາຍອາຟຣິກາ ຜູ້ກະທຳຜິດ ໄປຢູ່ຄຸກເປັນເວລາທີ່ຍາວນານ.
“ນັ້ນໄດ້ແມ່ນໄລຍະມືດມົວໃນປະຫວັດສາດອາເມຣິກັນ ແຕ່ວ່າໂຈທີ່ເຫງົານອນນັ້ນໄດ້
ຂໍຂະມາໂທດບໍ? “ບໍ່” ນັ້ນຄືຄຳເວົ້າທີ່ທ່ານທຣຳ ໄດ້ກ່າວໃນການສົ່ງຂໍ້ຄວາມທາງ
ທວິດເຕີ.
ປະທານາທິບໍດີທຣຳ ໄດ້ໂຕ້ຖຽງວ່າ “ຜູ້ໃດຜູ້ນຶ່ງທີ່ພົວພັນກັບຮ່າງກົດໝາຍການລົງ
ໂທດທາງອາຍາ ປີ 1994 ຈະບໍ່ມີໂອກາດໄດ້ຖືກເລືອກອີກ. ໂດຍສະເພາະຢ່າງຍິ່ງ
ຊາວອາເມຣິກັນເຊື້ອສາຍອາຟຣິກາ ຈະບໍ່ສາມາດປ່ອນບັດລົງຄະແນນສຽງໃຫ້ແກ່ທ່ານ.
ຂ້າພະເຈົ້າ ໃນອີກດ້ານນຶ່ງໄດ້ຮັບຜິດຊອບຕໍ່ການປະຕິຮູບລະບົບຍຸຕິທຳທາງດ້ານອາ
ຍາ ຊຶ່ງໄດ້ຮັບການສະໜັບສະໜູນຢ່າງຫຼວງຫຼາຍ ແລະຊ່ວຍປົວແປງຮ່າງກົດໝາຍທີ່
ບໍ່ດີຂອງປີ 1994.”
ທ່ານທຣຳກ່າວວ່າ ທ່ານ “ຍັງຍີ້ມຫົວ” ເວລາຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອຶນ “ໄດ້
ຮ້ອງທ່ານໂຈບາຍເດັນວ່າ ຜູ້ທີ່ຢູ່ໃນໜອງນ້ຳ ເປັນສ່ວນບຸກຄົນທີ່ມີຄວາມສະຫຼາດຕ່ຳ
ແລະຂີ້ຮ້າຍ” ໂດຍສະເໜີວ່າ “ບາງທີ່ເປັນການສົ່ງສັນຍານໃຫ້ແກ່ຂ້າພະເຈົ້າ?” ທີ່
ທ່ານກິມມັກຢາກໃຫ້ທ່ານກຳຕຳແໜ່ງຢູ່ໃນທຳນຽບຂາວ ບໍ່ແມ່ນທ່ານບາຍເດັນ. ໃນ
ຈຸດນຶ່ງ ທ່ານທຣຳສະກົດຊື່ອະດີດຮອງປະທານາທິບໍດີຜິດວ່າ “ໄບດານ.” (Bidan)
ເວລາຖາມຢູ່ທີ່ກອງປະຊຸມນັກຂ່າວ ໃນການຊັ່ງຊາຂອງທ່ານກິມກ່ຽວກັບຄວາມສະ
ຫຼຽວສະຫຼາດ ຂອງທ່ານບາຍເດັນນັ້ນ ທ່ານທຣຳ ຕອບວ່າ “ດີລະ ກິມ ຈົງ ອຶນ ໄດ້ຖະ
ແຫຼງວ່າ ໂຈ ບາຍເດັນ ເປັນສ່ວນບຸກຄົນ ທີ່ມີຄວາມສະຫຼາດຕ່ຳ. ທ່ານອາດຈະເປັນ
ອີງຕາມປະຫວັດຂອງທ່ານ. ຂ້າພະເຈົ້າຄິດວ່າ ຂ້າພະເຈົ້າເຫັນພ້ອມກັບທ່ານກ່ຽວກັບ
ເລຶ້ອງນີ້” ຊຶ່ງເປັນການໂຈມຕີທີ່ບັນດາສະມາຊິກສະພາຈຳນວນນຶ່ງ ຢູ່ໃນສະຫະລັດ
ກ່າວວ່າ ເປັນຄຳເວົ້າທີ່ບໍ່ສົມຄວນແກ່ເພື່ອນຊາວອາເມຣິກັນດ້ວຍກັນ ໂດຍສະເພາະ
ຢູ່ໃນວັນພັກໄວ້ອາໄລ Morial Day ເພື່ອໃຫ້ກຽດແກ່ຜູ້ເສຍຊີວິດ ໃນສົງຄາມຂອງ
ປະເທດ.