ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທຣຳ ທີ່ກຳລັງປິ່ນປົວໂຄວິດ-19 ຢູ່ນັ້ນ ມີແຜນທີ່ຈະເຂົ້າຮ່ວມ ການໂຕ້ວາທີ ຄັ້ງທີ 2 ກັບທ່ານ ໄບເດັນ


ປະທານາທິບໍດີ ດໍໂນລ ທຣຳ ຍ່າງອອກຈາກສູນກາງການແພດທະຫານ Walter Reed ເພື່ອເດີນທາງກັບທຳນຽບຂາວ ຫຼັງຈາກໄດ້ຮັບການປິ່ນປົວ COVID-19, ເມືອງ ເບແຕັສດາ, ລັດ ແມຣີແລນ, 5 ຕຸລາ, 2020.
ປະທານາທິບໍດີ ດໍໂນລ ທຣຳ ຍ່າງອອກຈາກສູນກາງການແພດທະຫານ Walter Reed ເພື່ອເດີນທາງກັບທຳນຽບຂາວ ຫຼັງຈາກໄດ້ຮັບການປິ່ນປົວ COVID-19, ເມືອງ ເບແຕັສດາ, ລັດ ແມຣີແລນ, 5 ຕຸລາ, 2020.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ແລະ ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີສັງກັດພັກເດໂມແຄຣັດ ທ່ານ ໂຈ ໄບເດັນ ໄດ້ກ່າວໃນວັນອັງຄານວານນີ້ວ່າ ພວກເພິ່ນຕັ້ງໜ້າລໍ ຄອຍການໂຕ້ລາທີຄັ້ງທີສອງຂອງພວກເພິ່ນໃນອາທິດໜ້າ, ແຕ່ບັນຫາການຕິດໄວຣັສໂຄໂຣນາຂອງທ່ານ ທຣຳ ໄດ້ເຮັດໃຫ້ມີຄຳຖາມຕ່າງໆ ກ່ຽວກັບ ລະບຽບການດ້ານສຸຂະພາບສຳລັບການ
ໂຕ້ວາທີດັ່ງກ່າວ.

ເມື່ອຖືກຖາມ ກ່ຽວກັບ ຄວາມປອດຂອງການເຂົ້າຮ່ວມໃນການໂຕ້ວາທີນັ້ນ, ທ່ານ ໄບເດັນ ໄດ້ກ່າວຕໍ່ບັນດານັກຂ່າວວ່າ ທ່ານຫວັງວ່າ “ຈະມີການປະຕິບັດຕາມທຸກລະບຽບການ,” ແລະວ່າ “ຖ້າທ່ານ ທຣຳ ຍັງມີ COVID ພວກເຮົາກໍບໍ່ຄວນມີການໂຕ້ວາທີ.”

ທ່ານ ໄບເດັນ ໄດ້ກ່າວວ່າ ທ່ານຈະປະຕິບັດຕາມແນວທາງຂອງສະຖານທີ່ພະ ຍາບານຄລີຟແລນ ແລະ ຄຳແນະນຳຂອງບັນດາແພດໝໍ.

ທ່ານ ທຣຳ ໄດ້ຂຽນຂໍ້ຄວາມໃນທວິດເຕີວ່າ “ຂ້າພະເຈົ້າຕັ້ງໃຈລໍຄອຍການໂຕ້ວາທີໃນຄືນວັນພະ ຫັດ, ວັນທີ 15 ຕຸລາ ນີ້ໃນນະຄອນ ໄມອາມີ. ມັນຈະດີຫຼາຍ.”

ທ່ານ ທຣຳ ຖືກກວດມີຜົນພວກສຳລັບ COVID-19 ເປັນຄັ້ງທຳອິດໃນວັນພະຫັດທີ່ຜ່ານມາ ແລະ ໄດ້ເຂົ້າໂຮງໝໍເປັນເວລາ 72 ຊົ່ວໂມງລະຫວ່າງ ຄືນວັນສຸກ ແລະ ວັນຈັນ. ອີງຕາມແຜນການນັ້ນ, ການເຂົ້າຮ່ວມຂອງທ່ານໃນງານດັ່ງກ່າວ, ໃນລະຫວ່າງທີ່ພວກເພິ່ນຕອບຄຳຖາມຂອງບັນດາຜູ້ລົງຄະແນນສຽງນັ້ນ, ອາດມີຄວາມສ່ຽງດ້ານສຸຂະພາບ, ອີງຕາມແນວທາງຈາກສູນກາງເພື່ອການຄວບຄຸມ ແລະ ປ້ອງກັນໂຣກ ຫຼື CDC, ເຊິ່ງໄດ້ພິຈາລະນາຄົນທີ່ຕິດເຊື້ອໄວຣັສ ຈະແຜ່ເຊື້ອໄດ້ 10 ຫາ 20 ວັນ ຈາກຕອນເລີ່ມຕົ້ນຂອງ ອາການ.

ຄະນະກຳມະການ ກ່ຽວກັບ ການໂຕ້ວາທີປະທານາທິບໍດີ, ເຊິ່ງແມ່ນກຸ່ມທີ່ ບໍ່ຫວັງຜົນກຳໄລທີ່ສະ ໜັບສະໜູນການໂຕ້ວາທີນັ້ນ, ແມ່ນຍັງບໍ່ໄດ້ອອກມາໃຫ້ຄຳເຫັນ ກ່ຽວກັບ ບັນຫານີ້ເທື່ອ.

ທ່ານ ທຣຳ ແລະ ທ່ານ ໄບເດັນ ໄດ້ຢູ່ຫ່າງກັນປະມານ 4 ​ແມັດເທິງເວທີໃນວັນອັງຄານທີ່ຜ່ານມາ, ຢູ່ເມືອງ ຄລີຟແລນ ລັດ ໂອໄຮໂອ. CDC ໄດ້ແນະນຳຢ່າງໜ້ອຍ 2 ແມັດສຳລັບຈຸດປະສົງການຢູ່ຫ່າງກັນໃນສັງຄົມ.

ທ່ານ ທຣຳ ໄດ້ເດີນທາງກັບໄປທຳນຽບຂາວໃນຕອນແລງວັນຈັນທີ່ຜ່ານມາ. ແພດສ່ວນຕົວຂອງທ່ານ, ດຣ. ຊອນ ຄອນລີ, ໄດ້ກ່າວໃນຖະແຫຼງການສະບັບນຶ່ງເມື່ອວັນອັງຄານທີ່ຜ່ານມາວ່າ ທ່ານປະທານາທິບໍດີ “ໄດ້ພັກຜ່ອນຢ່າງເຕັມທີ່ໃນຄືນທຳອິດຢູ່ບ້ານ, ແລະ ມື້ນີ້, ທ່ານໄດ້ລາຍງານວ່າບໍ່ມີອາການ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG