ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທຣຳ ກ່າວວິຈານ ລັດຖະມົນຕີ ຍຸຕິທຳ ຢ່າງຮຸນແຮງ ໃນ Twitter


ປະທານາທິບໍດີ ດໍໂນລ ທຣຳ ແນມເບິ່ງບັນດາສະມາຊິກພະນັກງານຂອງທ່ານ ໃນລະຫວ່າງ ກອງປະຊຸມຖະແຫຼງຂ່າວທີ່ທຳນຽບຂາວ. 25 ກໍລະກົດ, 2017.
ປະທານາທິບໍດີ ດໍໂນລ ທຣຳ ແນມເບິ່ງບັນດາສະມາຊິກພະນັກງານຂອງທ່ານ ໃນລະຫວ່າງ ກອງປະຊຸມຖະແຫຼງຂ່າວທີ່ທຳນຽບຂາວ. 25 ກໍລະກົດ, 2017.

ປະທານາທິບໍດີ ດໍໂນລ ທຣຳ ທີ່ມີຄວາມໂມໂຫຢ່າງເຫັນໄດ້ຊັດ ຍັງສືບຕໍ່ຂຽນຂໍ້ຄວາມ
ໂຈມຕີທາງ Twitter ຕໍ່ຜູ້ທີ່ຖືກເຫັນວ່າເປັນສັດຕູ, ລວມທັງການໂຈມຕີຢ່າງດຸເດືອດຕໍ່ລັດຖະມົນຕີຍຸຕິທຳຂອງທ່ານເອງ, ຈົນກໍ່ໃຫ້ເກີດການຕຳໜິຕິຕຽນ ຈາກແມ່ນກະທັ້ງບັນ
ດາຜູ້ນຳພັກຣີພັບບລີກັນ ແລະສື່ມວນຊົນທີ່ປົກກະຕິຈະຈົງຮັກພັກດີຕໍ່ພວກຫົວອະນຸ
ລັກນິຍົມ.

ມື້ໜຶ່ງຫຼັງຈາກໄດ້ຕື່ນຕົກໃຈກັບຄຳອະທິບາຍ ກ່ຽວກັບ ລັດຖະມົນຕີຍຸ ຕິທຳ Jeff
Sessions ວ່າ “ມີບັນຫາຊໍ້າແລ້ວຊໍ້າອີກ” ນັ້ນ, ທ່ານ ທຣຳ ໄດ້ທຳການເຄື່ອນໄຫວຕື່ມ
ອີກຫຼາຍຢ່າງໃນວັນອັງຄານວານນີ້, ເຮັດໃຫ້ເກືອບວ່າ ບໍ່ມີຄວາມສົງໄສໃດໆເລີຍ ທີ່
ທ່ານຢາກໃຫ້ ທ່ານ Sessions ລາອອກຈາກຕຳແໜ່ງ.

ໃນ​ໄລຍະຫຼາຍເດືອນທີ່ຜ່ານມານີ້, ທ່ານ ທຣຳ ໄດ້ສະແດງໃຫ້ເຫັນ​ເຖິງຄວາມກະວົນກະ
ວາຍໃຈ ຊໍ້າແລ້ວຊໍ້າອີກ ກ່ຽວກັບຄວາມບໍ່ກ້າວໜ້າໃນ ເລື່ອງການສືບສວນສອບສວນທີ່
ທ່ານໄດ້ເຝົ້າເບິ່ງຢ່າງລັບໆ, ໃນຂະນະ ທີ່ການກວດສອບໃນສາຍພົວພັນກັບ ຣັດເຊຍ
ຂອງຄະນະໂຄສະນາຫາ ສຽງຂອງທ່ານນັ້ນ ໄດ້ເປັນຂ່າວພາດຫົວໃນແຕ່ລະມື້.

ຂໍ້ຄວາມທີ່​ຂຽນ​ລົງ Twitter ​ໃນວັນອັງຄານວານນີ້ ເບິ່ງຄືວ່າຈະກ້າວ​ຂຶ້ນສູ່ອີກລະດັບໜຶ່ງ
ໃນການຄວາມພະຍາຍາມຂອງທ່ານ ທີ່ຈະສ້າງຄວາມອັບອາຍຂາຍໜ້າ ໃຫ້ແກ່ທ່ານ Sessions.

ທ່ານໄດ້ຄັ້ງຄຳ​ຖາມ ກ່ຽວກັບຄວາມໝັ້ນໝາຍຂອງລັດຖະມົນຕີຍຸຕິທຳ ຕໍ່ການສືບສວນ
ສອບສວນຂອງກະຊວງດັ່ງກ່າວ ໃນເລື່ອງການຮົ່ວໄຫຼຂອງຂໍ້ມູນລັບ, ໂດຍໄດ້ສະເໜີວ່າ
ທ່ານ Sessions ບໍ່ໄດ້ພະຍາຍາມ ຫຼາຍພໍ ໃນການກວດສອບເບິ່ງການກ່າວຫາ ກ່ຽວ
ກັບ ການທຳລາຍ ການໂຄສະນາຫາສຽງຂອງທ່ານ ພ້ອມກັບສິ່ງທີ່ທ່ານເອີ້ນວ່າ “ການ
ກະ ທຳຜິດ ຂອງທ່ານນາງ Hillary Clinton,”
ແລະ ໄດ້ໂຈມຕີ ກ່ຽວກັບ ຄວາມຊື່ສັດ
ຂອງຜູ້ຮັກສາການ ອຳນວຍການອົງການ FBI ທ່ານ Andrew McCabe ດ້ວຍ.

ຫຼັງຈາກນັ້ນ, ທີ່ກອງປະຊຸມຖະແຫຼງຂ່າວ, ທ່ານ ທຣຳ ໄດ້ກ່າວວ່າ ທ່ານ “ມີຄວາມຜິດ
ຫວັງ” ໃນທ່ານ Sessions ແຕ່ໄດ້ປະຕິເສດທີ່ຈະ ຕອບຄຳຖາມໂດຍກົງ ກ່ຽວກັບວ່າ ລັດຖະມົນຕີຍຸຕິທຳຄວນລາອອກ ຈາກຕຳແໜ່ງ ຫຼື ບໍ່. ທ່ານປະທານາທິບໍດີໄດ້ກ່າວວ່າ
“ແລ້ວພວກເຮົາ ຈະໄດ້ເຫັນວ່າ ແມ່ນຫຍັງຈະເກີດຂຶ້ນ. ເວລາຈະເປັນຜູ້ໃຫ້ຄຳຕອບ,
ເວລາຈະເປັນຜູ້ບອກເອງ.”

ທ່ານ ທຣຳ ໄດ້ຮຽກຮ້ອງໃຫ້ທ່ານ Sessions, ​ເຊິ່ງເປັນຜູ້ສະໜັບສະໜູນທ່ານຄົນທຳ
ອິດ ໃນລະຫວ່າງການໂຄສະນາຫາສຽງ, ເພື່ອ “ໃຫ້ເອົາມາດຕະການ ທີ່ໜັກແໜ້ນກວ່າ
ເກົ່າ ຕໍ່ການຮົ່ວໄຫຼຂໍ້ມູນ ຈາກອົງ ການສືບລັບ, ເຊິ່ງໄດ້ເປີດເຜີຍຂໍ້ມູນຫຼາຍກວ່າທີ່ພວກ
ເຂົາເຈົ້າເຄີຍໄດ້ເຮັດມາກ່ອນໃນລະດັບທີ່ມີຄວາມສຳຄັນຫຼາຍ. ພວກນີ້ແມ່ນອົງການ
ສືບລັບ. ພວກເຮົາບໍ່ສາມາດເຮັດໃຫ້ສິ່ງດັ່ງກ່າວນັ້ນ ເກີດຂຶ້ນໄດ້.”

ຫົວໜ້າດ້ານການສື່ສານທີ່ຫາກໍຖືກແຕ່ງຕັ້ງໃໝ່ຂອງທ່ານ ທຣຳ, ທ່ານ Anthony
Scaramucci ໄດ້ຍອມຮັບ ໃນການສຳພາດຕອນເຊົ້າວ່າ ທ່ານປະທານາທິບໍດີ “ມີ
ຄວາມອຶດອັດໃຈຢ່າງເຫັນໄດ້ຊັດ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Trump Sessions Criticism
please wait

No media source currently available

0:00 0:00:50 0:00

XS
SM
MD
LG