ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປ. ທຣຳ ຫ້າມບໍ່ໃຫ້ ກອງທັບ ສຫລ ຮັບເອົາ ພວກປ່ຽນເພດ ເຂົ້າເປັນທະຫານ


Trump Transgender Military Reax
please wait

No media source currently available

0:00 0:01:31 0:00

ປະທານາທິບໍດີ ດໍໂນລ ທຣຳ ກ່າວວ່າ ກອງທັບສະຫະລັດ ຈະບໍ່ໃຫ້ພວກຄົນປ່ຽນເພດ
ຮັບໃຊ້ເປັນທະຫານ ໃນຖານະໃດໆກໍຕາມ ອີກຕໍ່ໄປ ໂດຍເປັນການຕ່າວປີ້ນນະໂຍບາຍ
ທີ່ໄດ້ຖືກປະກາດເມື່ອນຶ່ງປີກ່ອນ ໂດຍລັດຖະບານຂອງອະ ດີດປະທານາທິບໍດີ ບາຣັກ
ໂອບາມາ.

ພວກທະຫານ ສະຫະລັດ ຢືນເຂົ້າແຖວ ໃນລະຫວ່າງ ພິທີການທະຫານ ຢູ່ທີ່ຄ້າຍທະຫານ Storck ໃນເມືອງ Illesheim ຂອງເຢຍຣະມັນ.
ພວກທະຫານ ສະຫະລັດ ຢືນເຂົ້າແຖວ ໃນລະຫວ່າງ ພິທີການທະຫານ ຢູ່ທີ່ຄ້າຍທະຫານ Storck ໃນເມືອງ Illesheim ຂອງເຢຍຣະມັນ.

ໃນການຂຽນຂໍ້ຄວາມລົງທາງ Twitter ຫຼາຍໆ​ຄັ້ງນັ້ນ ທ່ານທຣຳ ໄດ້ກ່າວໃນວັນພຸດ
ວານນີ້ ວ່າ ຫຼັງຈາກການປຶກສາຫາລື ກັບບັນດານາຍພົນ ແລະ ບັນດານັກຊ່ຽວຊານ
ດ້ານການທະຫານ ແລ້ວ ທ່ານໄດ້ສັ່ງໃຫ້ກອງກຳລັງທະຫານ ໃຫ້ຍຸຕິ ຮັບເອົາພວກ
ປ່ຽນເພດ ທີ່ສະໝັກເປັນທະຫານໃໝ່.

ທ່ານທຣຳ ໄດ້ຂຽນ ວ່າ “ກອງທັບຂອງພວກເຮົາ ຕ້ອງເພັ່ງເລັງໃສ່ການຕັດສິນໃຈ
ເດັດຂາດ ແລະ ໄຊຊະນະທີ່ຖ້ວມລົ້ນ ແລະ ບໍ່ສາມາດເປັນພາລະ ດ້ວຍຄ່າໃຊ້ຈາຍ
ທາງການແພດຢ່າງຫຼວງຫຼາຍ ແລະ ການລົບກວນ ທີ່ອາດຈະເກີດຂຶ້ນ ໂດຍພວກ
ປ່ຽນເພດ ຢູ່ໃນກອງທັບ.”

ທ່ານທຣຳ ບໍ່ໄດ້ກ່າວວ່າ ແມ່ນຫຍັງຈະເກີດຂຶ້ນ ກັບພວກປ່ຽນເພດ ປະມານ 4000 ຄົນ
ທີ່ໄດ້ເຂົ້າເປັນທະຫານ ແລ້ວນັ້ນ ຢູ່ໃນກອງທັບສະຫະລັດ ອີງຕາມ ການຄົ້ນຄວ້າໂດຍ
ກຸ່ມ Rand Corporation.

ໂຄສົກທຳນຽບຂາວ ທ່ານນາງ Sara Huckabee Sanders ໄດ້ກ່າວ ຕາມທີຫຼັງ ວ່າ
ທ່ານທຣຳ ຈະ “ຕ້ອງເຮັດວຽກຮ່ວມກັນກັບ” ກະຊວງປ້ອງກັນປະເທດ ເພື່ອ “ສຶກສາ
ເບິ່ງ ຢ່າງຖືກຕ້ອງຕາມກົດໝາຍ”
ຊະຕາກຳຂອງພວກປ່ຽນເພດ ທີ່ເປັນທະຫານ
ຢູ່ແລ້ວນັ້ນ ໃນກອງທັບ.

ທ່ານນາງ Sanders ໄດ້ຕອບໂຕ້ຕໍ່ຄຳຖາມຕ່າງໆ ທີ່ສະເໜີແນະວ່າ ທ່ານທຣຳ ໄດ້
ປີ້ນຄຳໝັ້ນສັນຍາ ທີ່ໄດ້ໃຫ້ໄວ້ ໃນລະຫວ່າງການໂຄສະນາຫາສຽງ ການເລືອກຕັ້ງ
ທີ່ຈະສະໜັບສະໜູນ ປະຊາຄົມ ປ່ຽນເພດ. ທ່ານນາງ ໄດ້ກ່າວວ່າ ປະທານາທິບໍດີ
ຮູ້ສຶກວ່າ ການຕັດສິນໃຈຂອງທ່ານ ແມ່ນ “ອັນດີທີ່ສຸດ ສຳລັບກອງທັບ.”

ນອກເໜືອໄປຈາກ ບັນດາສະມາຊິກທະຫານ ທີ່ຮູ້ຈັກວ່າເປັນພວກປ່ຽນເພດ ແລ້ວນັ້ນ
ບັນດາເຈົ້າໜ້າທີ່ ປ້ອງກັນປະເທດ ໄດ້ກ່າວວ່າ ຍັງມີພວກພະນັກງານທະຫານປະມານ
250 ຄົນ ຜູ້ທີ່ເຊື່ອກັນວ່າ ກຳລັງຈະປ່ຽນ ໄປເປັນເພດອື່ນ ທີ່ພວກເຂົາເຈົ້າ ໄດ້ຖືກ
ລະບຸໃຫ້ເປັນ ໃນຕອນ​ເກີດນັ້ນ.

Advocates, Some Lawmakers Outraged at Trump's Ban of Transgender People from US Military
please wait

No media source currently available

0:00 0:02:42 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG