ຄຳວ່າ “ພາວະເລິກລັບ ຫຼື deep state” ນັ້ນ. ມັນເປັນເລື່ອງທີ່ມືດມົນ ແລະ ຄຳສັບທີ່
ໝາຍເຖິງ ລາງຮ້າຍ ສ່ວນຫຼາຍ ຈະບົ່ງຊີ້ ເຖິງແຜນການສົມຮູ້ຮ່ວມຄິດ ໂດຍທົ່ວໄປແລ້ວ ຈະກ່ຽວພັນກັບອົງການສືບລັບທັງຫຼາຍ ກອງທັບຕ່າງໆ ຫຼື ແມ່ນກະທັງບັນດາຜູ້ພິພາກສາ
ເພື່ອທີ່ຈະມີອິດທິພົນຕໍ່ນະໂຍບາຍ ແລະ ເພື່ອຫລຸດຜ່ອນຄວາມເຊື່ອຖື ຂອງຄະນະລັດ
ຖະບານ ທີ່ໄດ້ຖືກເລືອກຢ່າງເປັນປະຊາ ທິປະໄຕ.
ມັນໄດ້ຖືກກ່າວເຖິງເມື່ອບໍ່ເທົ່າໃດປີຜ່ານມານີ້ ເພື່ອອະທິບາຍກ່ຽວກັບສະຖານະການ
ຢູ່ໃນເທີກີ ພ້ອມດ້ວຍ ການຕໍ່ສູ້ຢູ່ວົງໃນ ຂອງລັດຖະບານຕ່າງໆ ທີ່ໄດ້ປະເຊີນໜ້າຢູ່ນັ້ນ
ເຊັ່ນຢູ່ໃນ ອີຈິບ ແລະ ປາກິສຖານ.
ສາສະດາຈານ Robert Tomlison ຈາກ ສະມາຄົມມະຫາວິທະຍາໄລ ສົງຄາມກອງ
ທັບເຮືອ ໄດ້ກ່າວວ່າ “ຫຼາຍໆຄັ້ງ ພວກຄົນອື່ນໆໄດ້ເຫັນໂຕສະແດງທີ່ໂຫດຮ້າຍ ແບບ
ທີ່ວ່າ ເຮັດຫຍັງກໍໄດ້ ທີ່ຢາກຈະເຮັດ ແລະ ບາງເທື່ອ ກໍບໍ່ປະຕິບັດຕາມການຊີ້ນຳ
ຂອງຜູ້ນຳ.”
ສາສະດາຈາກ Tim Melley ຈາກມະຫາວິທະຍາໄລ Miami ໃນລັດ Ohio ທີ່ໄດ້ຂຽນ
ກ່ຽວກັບເລື່ອງນີ້ຢ່າງກວ້າງຂວາງ ໄດ້ກ່າວວ່າ ພາວະເລິກລັບ ແມ່ນທິດສະດີແຜນການ
ລັບ ອັນເປັນ “ທີ່ຮັບຮູ້ກັນທົ່ວໄປ”. ມັນອະທິບາຍເຖິງອັນທີ່ອາດຖືກເອີ້ນວ່າ ການປົກ
ຄອງທີ່ມີກົດລະບຽບ ທາງລາຊະການຫຼາຍໂພດ.”
ໃນສອງສາມສັດຕະວັດຜ່ານມາ ການຂົ່ມຂູ່ຂອງ ພາວະເລິກລັບ ໃນແຜນການສົມຮູ້
ຮ່ວມຄິດ ຢູ່ໃນສະຫະລັດ ຊຶ່ງໄດ້ເກີດເປັນຟອງ ທີ່ໂພ່ໂຕຂຶ້ນມາຈາກສ່ວນເລີກ ຂອງ
ພັກຊ້າຍຈັດ ແລະ ຂວາຈັດ.
ທ່ານ Cornell Clayton ເປັນສາສະດາຈານຜູ້ດີເດັ່ນ ໃນດ້ານລັດຖະບານຂອງມະຫາ
ວິທະຍາໄລລັດວໍຊິຕັນ ໄດ້ກ່າວວ່າ “ບໍ່ມີທາງເລີຍທີ່ທ່ານຈະສາມາດພິສູດມັນໄດ້
ອັນນັ້ນເປັນສ່ວນນຶ່ງຂອງບັນຫາ.”
ອັນທີ່ຈົດຈຳໄດ້ຢ່າງດີທີ່ສຸດ ຄຳສັບນີ້ ໄດ້ໂພ່ໂຕອອກມາ ພ້ອມກັບທິດສະດີຕ່າງໆ ທີ່
ວ່າ ອົງການສືບລັບທັງຫຼາຍຂອງສະຫະລັດ ໄດ້ມີສ່ວນກ່ຽວຂ້ອງ ໃນການລອບສັງຫານ
ປະທານາທິບໍດີ John Kennedy ໃນປີ 1963.
ເຫດການລັກສະນະນີ້ ຍັງໄດ້ຖືກນຳໃຊ້ກັບ ການຄັດຄ້ານໂດຍທຳນຽບຫ້າແຈ ໃນປີ
1973 ຕໍ່ຄຳສັ່ງຂອງປະທານາທິບໍ Richard Nixon ທີ່ສັ່ງໃຫ້ນຳສົ່ງການຊ່ອຍເຫຼືອ
ດ້ານການທະຫານຂອງສະຫະລັດ ໄປໃຫ້ອິສຣາແອລ ໃນລະຫວ່າງສົງຄາມ Yom
Kippur.
ບັດນີ້ ມັນຖືກນຳໃຊ້ ໂດຍ ສື່ມວນຊົນຫົວອະນຸລັກ ແລະ ອົງການອື່ນໆ ໃນອາເມຣິກາ
ເພື່ອອະທິບາຍເຖິງ ການກ່າວຫາຂອງກຸ່ມຝ່າຍຄ້ານນ້ອຍໆ ທີ່ມີຈຸດປະສົງ ຢາກທຳລາຍ
ການປະຕິບັດໜ້າທີ່ເປັນປະທານາທິບໍດີ ຂອງທ່ານດໍໂນລ ທຣຳ.