ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣຳ ມອບລາງວັນ Purple Heart ໃຫ້ແກ່ ຈ່າເອກ ທີ່ບາດເຈັບ ຢູ່ອັຟການິສຖານ


ປ. ທຣຳ ມອບລາງວັນ Purple Heart ໃຫ້ແກ່ຈ່າເອກ Alvaro Barrientos ພ້ອມພັນລະຍາຂອງລາວ ນາງ Tammy Barrientos (ຂວາ) ທີ່ສູນກາງການແພດແຫ່ງຊາດກອງທັບ Walter Reed. (ເມສາ 22,​ 2017)
ປ. ທຣຳ ມອບລາງວັນ Purple Heart ໃຫ້ແກ່ຈ່າເອກ Alvaro Barrientos ພ້ອມພັນລະຍາຂອງລາວ ນາງ Tammy Barrientos (ຂວາ) ທີ່ສູນກາງການແພດແຫ່ງຊາດກອງທັບ Walter Reed. (ເມສາ 22,​ 2017)

ປະທານາທິບໍດີ​ດໍ​ໂນ​ລ ທຣຳ ​ໄດ້​ໄປ​ຢ້ຽມ​ໂຮງໝໍ​ທະຫານ​ເປັນ​ເທື່ອ​ທຳ​ອິດພ້ອມກັບ​ພັນ
​ລະ​ຍາ​ຂອງ​ທ່ານ ທ່ານ​ນາງ Melania ​ເພື່ອ​ມອບ​ລາງວັນ Purple Heart ​ໃຫ້​ແກ່​ຈ່າ​
ເອກ​ຄົນ​ນຶ່ງ.

ທ່ານ​ທຣຳກ່າວ​ວ່າ ທ່ານຮູ້ສຶກ​ສົນໃຈ​ກ່ຽວ​ກັບ​ເລື່ອງ​ຂອງ​ຈ່າ​ເອກ Alvaro Barrientos
ທີ່​ໄດ້​ຮັບ​ບາດ​ເຈັບ​ຢູ່​ອັຟກາ​ນິສຖານ ​ໃນ​ເດືອນ​ແລ້ວນີ້.

ທ່ານ​ທຣຳ​ໄດ້​ກ່າວ ​ໃນ​ລະຫວ່າງ​ພິທີ​ທີ່​ຈັດ​ຂຶ້ນ​ເປັນ​ເວລາ​ສັ້ນໆ ຢູ່​ທີ່​ສູນ​ກາງ​ການແພດ
ແຫ່ງ​ຊາດກອງທັບ Walter Reed ​ຢູ່​ເມືອງ Bethesda ​ລັດ Maryland ນັ້ນວ່າ “​ເວ
ລາ​ຂ້າພະ​ເຈົ້າ​ໄດ້​ຍິນ​ເລື່ອງ​ນີ້....ຂ້າພະ​ເຈົ້າຢາກ​ເຮັດ​ດ້ວຍ​ມື​ຂອງ​ຂ້າພະ​ເຈົ້າ​ເອງ.”

ຈ່າ​ເອກ Barrientos ທີ່​ແຂ່ງ​ເບື້ອງຂວາ​ຂອງ​ລາວ​ຖືກ​ຕັດ​ຖິ້ມນັ້ນ ​ໄດ້​ຖືກຍູ້ໄປ​ຍັງ​ຫ້ອງ
​ໂຖງ​ຂອງ​ໂຮງໝໍ ​ດ້ວຍ​ພັນ​ລະ​ຍາ​ຂອງ​ຜູ້ກ່ຽວ ນາງ Tammy. ປະທານາທິບໍດີ​ທຣຳ​ໄດ້
​ຈູບ​ແກ້ມ​ພັນ​ລະ​ຍາ ​ຂອງ​ຈ່າ​ເອກ Barrientos ກ່ອນ​ທີ່ຈະ​ປັກເຂັມ​ລາງ ວັນ​ອັນ​ມີ​ກຽດ​
ດັ່ງກ່າວໃສ່​ຄໍ​ເສື້ອກ້ຳ​ຊ້າຍ​ຂອງ​ລາວ.

Purple Heart ​ເປັນລາງວັນ​ທີ່​ມອບ​ໃຫ້​ແກ່​ສະມາຊິກ​ຂອງ​ກອງທັບ​ທີ່​ໄດ້​ຮັບ​ບາດ​ເຈັບ
ຫຼື​ເສຍ​ຊີວິດ ​ໃນ​ລະຫວ່າງ​ການ​ປະຕິບັດ​ງານ.

ມີ​ລາຍ​ງານ​ວ່າ ນອກ​ນັ້ນ ທ່ານ​ທຣຳ ຍັງ​ໄດ້​ພົບ​ປະ​ກັບ ​ພວກ​ທະຫານ​ຄົນ​ອື່ນໆ​ອີກສິບ
​ກວ່າ​ຄົນ ທີ່​ພວມ​ໄດ້​ຮັບ​ການ​ປິ່ນປົວ​ຢູ່​ສູນ​ກາງ​ການ​ແພດ​ດັ່ງກ່າວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG