ທະນາຍຄວາມຂອງທ່ານ ດໍໂນລ ທຣຳ ກ່າວຕໍ່ຜູ້ພິພາກສາລັດຖະບານກາງໃນວັນຈັນວານນີ້ວ່າ ການດຳເນີນຄະດີອາຍາຕໍ່ອະດີດປະທານາທິບໍດີໃນຂໍ້ຫາທີ່ວ່າ ທ່ານເກັບມ້ຽນມເອກະສານລັບນັ້ນ ໄດ້ຮັບການສະໜອງທຶນໃຫ້ຢ່າງຜິດກົດໝາຍ, ໃນຂະນະທີ່ພວກເຂົາພະຍາຍາມອີກຄັ້ງ ທີ່ຈະຍົກເອົາຂໍ້ກ່າວຫາດັ່ງກ່າວອອກຈາກສານ.
ບັນດາໄອຍະການບອກຜູ້ພິພາກສາເຂດຂອງສະຫະລັດ ທ່ານ ນາງ ໄອລິນ ແຄນນອນ (Aileen Cannon) ວ່າ ກົນໄກການສະຫນອງທຶນສໍາລັບຫ້ອງການຂອງພວກເຂົາ ໄດ້ຖືກຮັກສາໄວ້ໃນກໍລະນີທີ່ຜ່ານມາ, ໃນຂະນະທີ່ພວກເຂົາພະຍາຍາມຜ່ານຜ່າສິ່ງທ້າທາຍທາງດ້ານກົດຫມາຍຢ່າງຫຼວງຫຼາຍ ທີ່ເຮັດໃຫ້ການດຳເນີນຄະດີຫຼ້າຊ້າອອກໄປຢ່າງບໍ່ມີກໍານົດ.
ທ່ານ ທຣຳ ໄດ້ສາລະພາບວ່າທ່ານບໍ່ມີຄວາມຜິດໃນຂໍ້ກ່າວຫາທີ່ວ່າ ທ່ານເກັບມ້ຽນເອກະສານດ້ານຄວາມປອດໄພແຫ່ງຊາດທີ່ລະອຽດອ່ອນຢ່າງຜິດກົດໝາຍ ຫລັງຈາກໄດ້ອອກຈາກຕຳແໜ່ງໃນປີ 2021 ພ້ອມທັງຂັດຂວາງຄວາມພະຍາຍາມຂອງລັດຖະບານ ໃນການເອົາເອກະສານເລົ່ານັ້ນກັບຄືນມາ. ຄະດີອາຍາດັ່ງກ່າວ ແມ່ນນຶ່ງໃນ 4 ຄະດີທີ່ ທ່ານ ທຣຳ ຕ້ອງປະເຊີນ ໃນຂະນະທີ່ທ່ານ ພະຍາຍາມໂຄ່ນລົ້ມປະທານາທິບໍດີ ໂຈ ໄບເດັນ ຈາກພັກເດໂມແຄຣັດ ໃນການເລືອກຕັ້ງໃນວັນທີ 5 ພະຈິກ.
ທ່ານ ນາງ ແຄນນອນ, ຜູ້ຖືກແຕ່ງຕັ້ງໃຫ້ຮັບຜິດຊອບກໍລະນີຂອງທ່ານ ທຣຳ, ມີກໍານົດການໄຕ່ສວນຄະດີ ໃນວັນສຸກ ແລະວັນຈັນ ຢູ່ທີ່ສານພິຈາລະນາຄະດີ ຂອງທ່ານນາງ ໃນລັດ ຟລໍຣີດາ ເພື່ອໃຫ້ທະນາຍຄວາມຂອງ ທ່ານ ທຣຳ ໂຕ້ແຍ້ງຍັດຕິຫຼາຍໆຂໍ້ທີ່ຖືກກ່າວອ້າງ ທີ່ຄ້າຍຄືກັບຄໍາທີ່ຖືກປະຕິເສດໃນກໍລະນີອື່ນໆ. ໃນວັນສຸກ, ທະນາຍຄວາມຂອງ ທ່ານ ທຣຳ ໄດ້ຮຽກຮ້ອງໃຫ້ທ່ານນາງ ພິຈາລະນາວ່າ ທີ່ປຶກສາພິເສດຂອງສະຫະລັດ ທ່ານ ແຈັກ ສມິທ (Jack Smith) ມີອິດສະຫຼະຫຼາຍເກີນໄປ ເຖິງແມ່ນວ່າ ທ່ານ ທຣຳ ໄດ້ຕຳໜິລາວ ຊໍ້າແລ້ວ ຊໍ້າອີກວ່າ ເປັນຕົວລະຄອນຂອງ ທ່ານ ໄບເດັນ ກໍຕາມ.
ໃນວັນຈັນວານນີ້ ທະນາຍຄວາມຂອງ ທ່ານ ທຣຳ, ທ່ານ Emil Bove ກ່າວວ່າກະຊວງຍຸຕິທໍາຂອງສະຫະລັດ ບໍ່ຄວນໄດ້ຮັບອະນຸຍາດໃຫ້ໃຊ້ກອງທຶນສະພາທີ່ຈັດສັນໄວ້ໃນຊຸມປີ 1970 ສໍາລັບການສືບສວນໂດຍອິດສະຫຼະ ທີ່ມີຄວາມລະອຽດອ່ອນທາງດ້ານການເມືອງ ເພື່ອຈ່າຍຄ່າກວດສອບເອກະສານ.
ຟໍຣັມສະແດງຄວາມຄິດເຫັນ