ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານ ທ​ຣຳ ໂຈມ​ຕີ ສື່ມວນ​ຊົນ ສຳ​ລັບ​ຂ່າວ ກ່ຽວ​ກັບ ການ​ສອບ​ສວນ ຣັດ​ເຊຍ


​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ, ພ້ອມ​ກັບ​ຜູ້​ນຳ​ສຽງ​ສ່ວນຫຼາຍ​ສະ​ພາ​ສູງ ທ່ານ ມິ​ຈ໌ ແມັກ​ຄອນ​ແນ​ລ, ຊ້າຍ, ເດີນ​ທາງ​ຮອດບ່ອນ​ປະ​ຊຸມ​ອາ​ຫານ​ທ່ຽງ​ສະ​ພາ​ສູງ ພັກ​ຣີ​ພັບ​ບ​ລີ​ກັນ, ຫໍ​ລັດ​ຖະ​ສະ​ພາ ແຄັບ​ປິ​ຕອ​ລ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 26 ມີ​ນາ, 2019.
​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ, ພ້ອມ​ກັບ​ຜູ້​ນຳ​ສຽງ​ສ່ວນຫຼາຍ​ສະ​ພາ​ສູງ ທ່ານ ມິ​ຈ໌ ແມັກ​ຄອນ​ແນ​ລ, ຊ້າຍ, ເດີນ​ທາງ​ຮອດບ່ອນ​ປະ​ຊຸມ​ອາ​ຫານ​ທ່ຽງ​ສະ​ພາ​ສູງ ພັກ​ຣີ​ພັບ​ບ​ລີ​ກັນ, ຫໍ​ລັດ​ຖະ​ສະ​ພາ ແຄັບ​ປິ​ຕອ​ລ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 26 ມີ​ນາ, 2019.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣ​ຳ ໄດ້​ຢືນ​ຢັນ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ
ທົ່ວໂລກໄດ້ກ່າວປະນາມອົງການຂ່າວທີ່ສຳຄັນຂອງ ສະຫະລັດ ສຳລັບການອອກຂ່າວ
ກ່ຽວກັບ ສິ່ງທີ່ທ່ານ ເອີ້ນວ່າ “ຂີ້ຕົວະ ກ່ຽວກັບ ການສົມຮູ້ຮ່ວມຄິດກັບ ຣັດເຊຍ.”

ທ່ານ ທ​ຣຳ ໄດ້​ກ່າວ​ໃນ​ທວິດ​ເຕີວ່າ “ພວກສື່ມວນ​ຊົນກະ​ແສຫຼັກ​ແມ່ນ​ກຳ​ລັງ​ປະ​ເຊີນ​ກັບ
ການຖືກໂຈມຕີ ແລະ ຖືກລັງກຽດໃນທົ່ວໂລກສຳລັບການບໍ່ຊື່ສັດ ແລະ ປອມ. ເປັນເວ
ລາສອງປີມາແລ້ວ ເຂົາເຈົ້າໄດ້ໂຈມຕີ ດ້ວຍຂ່າວປອມ ກ່ຽວກັບ ການຮວມຫົວກັບ ຣັດ
ເຊຍ ເມື່ອເຂົາເຈົ້າຮູ້ວ່າມາຕະຫຼອດວ່າ ມັນບໍ່ມີການສົມຮູ້ຮ່ວມຄິດກັນ. ເຂົາເຈົ້າແມ່ນ
ສັດຕູຂອງປະຊາຊົນທີ່ແທ້ຈິງ ແລະ ເປັນພັກຝ່າຍຄ້ານຕົວຈິງ.”

ທ່ານ ທ​ຣຳ ໄດ້​ຕອບ​ຂໍ້​ຄວາມ​ຂອງ​ຜູ້​ສະ​ໜັບ​ສະ​ໜູນ​ຄົນ​ນຶ່ງ​ທີ່​ອ້າງວ່າ ການ​ສືບ​ສວນ​ສອບ
ສວນດົນ 22 ເດືອນໂດຍໄອຍະການພິເສດ ທ່ານ ໂຣເບີດ ມອລເລີ ບໍ່ຄວນມີຂຶ້ນມາເລີຍ.

ແຕ່​ດ້ວຍ​ການ​ທີ່​ທ່ານ ມອ​ລ​ເລີ ໄດ້​ສະ​ຫຼຸບ​ວ່າ ​ມັນ​ບໍ່​ມີຫຼັກ​ຖານ​ວ່າ​ທ່ານ​ໄດ້​ສົມ​ຮູ້​ຮ່ວມ​ຄິດ​
ກັບ ຣັດເຊຍ ນັ້ນ, ທ່ານ ທຣຳ ໄດ້ປະກາດວ່າ “ລາຍງານຂອງທ່ານ ມອລເລີ ແມ່ນດີຫຼາຍ.
ມັນຄົງຈະບໍ່ດີໄປຫຼາຍກວ່ານີ້.”

ບົດ​ສະຫຼຸບ​ຫຍໍ້ ກ່ຽວ​ກັບ ລາຍ​ງານ​ຂອງ​ທ່ານ ມອ​ລ​ເລີ ໂດຍລັດ​ຖະ​ມົນ​ຕີ​ຍຸ​ຕິ​ທຳ ທ່ານ
ວິລລຽມ ບາ ໄດ້ກ່າວວ່າ ໄອຍະການພິເສດ ໄດ້ສະຫຼຸບວ່າ ທ່ານ ທຣຳ ແລະ ຄະນະໂຄ
ສະນາຫາສຽງປີ 2016 ຂອງທ່ານ ບໍ່ໄດ້ຮວມຫົວກັບ ຣັດເຊຍ ເພື່ອຊ່ວຍໃຫ້ທ່ານໄດ້
ຊະນະການເລືອກຕັ້ງ.

ແຕ່, ໄດ້​ເນັ້ນ​ຄຳ​ເວົ້າ​ຈາກ​ທ່ານ ມອ​ລ​ເລີ ວ່າ, ລາຍ​ງານ​ດັ່ງ​ກ່າວ​ບໍ່​ໄດ້​ເຮັດ​ໃຫ້​ທ່ານ​ປະ​ທາ
ນາທິບໍດີພົ້ນຈາກຂໍ້ກ່າວຫາ.

ທ່ານ ບາ ໄດ້​ກ່າວ​ວ່າ ທ່ານ ມອ​ລ​ເລີ ບໍ່​ໄດ້​ສະ​ຫຼຸບ​ວ່າ​ທ່ານ ທ​ຣຳ ໄດ້​ຂັດ​ຂວາງ​ຂະ​ບວນ
ການຍຸຕິທຳ ດ້ວຍການພະຍາຍາມທີ່ຈະທຳລາຍການສືບສວນສອບສວນຫຼືບໍ່.

ທ່ານ ມອ​ລ​ເລີ ໄດ້​ມອບຄຳ​ຖາມ​ດັ່ງ​ກ່າວ​ຕໍ່​ທ່ານ ບາ ແລະ ຮອງ​ລັດ​ຖະ​ມົນ​ຕີ​ຍຸ​ຕິ​ທຳ ທ່ານ
ຣອດ ໂຣເຊັນສໄຕນ໌. ທ່ານ ບາ ກ່າວວ່າ ເຂົາເຈົ້າບໍ່ສາມາດທີ່ຈະຊອກຫາຫຼັກຖານ ກ່ຽວ
ກັບ ເຈຕະນາໃນກໍ່ຄວາມຜິດໃດໆໂດຍທ່ານ ທຣຳ ເພື່ອຕັ້ງຂໍ້ກ່າວຫາຕໍ່ທ່ານ.

ໃນ​ຂະ​ນະ​ທີ່​ທ່ານ​ເດີນ​ທາງ​ຮອດ​ຫໍ​ລັດ​ຖະ​ສະ​ພາ ແຄັບ​ປິ​ຕອ​ລ ເພື່ອ​ເຂົ້າ​ຮ່ວມ ກອງ​ປະ​
ຊຸມອາຫານທ່ຽງ ກັບບັນດາສະມາຊິກສະພາສູງພັກຣີພັບບລີກັນນັ້ນ, ທ່ານ ທຣຳ ໄດ້
ເອີ້ນການສືບສວນສອບສວນຂອງທ່ານ ມອລເລີ ວ່າ “ການຊອກຫາຈັບຜິດທີ່ເປັນຕາ
ຢາກຫົວ, ເຊິ່ງມັນໄດ້ພິສູດໃຫ້ເຫັນຢ່າງເຂັ້ມແຂງວ່າ, ມັນບໍ່ມີການສົມຮູ້ຮ່ວມຄິດ, ບໍ່ມີ
ການຂັດຂວາງໃດໆ, ແລະ ບໍ່ມີຫຍັງເລີຍ.”

ທ່ານ​ໄດ້​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ຄິດ​ວ່າ ສິ່​ງທີ່​ໄດ້​ເກີດ​ຂຶ້ນ​ນັ້ນ​ເປັນ​ຕາ​ອັບ​ອາຍ​ຂາຍ​ໜ້າ.
ຂ້າພະເຈົ້າບໍ່ເຊື່ອວ່າປະເທດຂອງເຮົາ ຄວນອະນຸຍາດໃຫ້ມັນເກີດຂຶ້ນອີກ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG