ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປ. ທຣໍາ ໃຊ້ສື່ສັງຄົມ ໂຈມຕີ ລາຍງານຂ່າວ ການສືບສວນ ຂອງໄອຍະການພິເສດ


ປະທານາທິບໍດີທຣໍາ ກ່າວຢູ່ໃນຫ້ອງການທູດ ທີ່ທຳນຽບຂາວ.
ປະທານາທິບໍດີທຣໍາ ກ່າວຢູ່ໃນຫ້ອງການທູດ ທີ່ທຳນຽບຂາວ.

ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣໍາ ​ໄດ້​ນຳໃຊ້ສື່​ສັງຄົມ​ທີ່​ທ່ານ​ມັກໂຈມ​ຕີລາຍ​
ງານ​ທີ່ວ່າ​ ໄອ​ຍະ​ການ​ພິ​ເສດກຳລັງ​ສຶບສວນ​ເບິ່ງ​ວ່າທ່ານ​ພະຍາຍາມ​ຂັດຂວາງຂະ​ບວນ
ການ​ຍຸຕິ​ທຳ.

“ພວກ​ເຂົາ​ເຈົ້າ​ໄດ້ເສກ​ສັນ​ປັ້ນ​ແຕ່ງ​ຂ່າວ​ ການ​ສົມຮູ້​ຮ່ວມ​ຄິດ​ກັບຣັດ​ເຊຍ ສູນເປີ ​ເຊັນ​ມີ
​ຄວາມ​ຈິງ ດັ່ງນັ້ນ ບັດນີ້ຈຶ່ງ​ເວົ້າ​ເຖິງ​ເລື່ອງ​ການ​ຂັດຂວາງ​ຂະ​ບວນການ​ຍຸຕິ​ທຳ ອັນ​ເປັນ
​ຂ່າວ​ທີ່​ບໍ່​ມີ​ມູນ​ຄວາມ​ຈິງ ງາມ​ຫລາຍ​.” ນັ້ນ​ແມ່ນ​ຄຳ​ເວົ້າ​ທີ່​ປະທານາ ທິບໍດີ​ທຣໍາ ​ໄດ້​ຂຽນ​
ເຍາະ​ເຍີ້​ຍ​ລົງ​ທາງ Twitter ໃນ​ຕອນ​ເຊົ້າ​ວັນ​ພະຫັດ​ວານ​ນີ້.

​ຢູ່​ໃນ​ການສົ່ງ​ຂໍ້ຄວາມ​ທາງ Twitter ​ເທື່ອ​ທີ​ສອງນັ້ນ ປະທານາທິບໍດີ​ທຣໍາກ່າວ​ວ່າ “ທ່ານ
​ກຳລັງ​ເປັນ​ພິຍານ​ນຶ່ງໃນ​ການຊອກຫາ​ການແກ້​ແຄ້ນທີ່​ໃຫຍ່​ທີ່ສຸດ ​ໃນ​ປະຫວັດສາດ​ການ
​ເມຶ​ອງອາ​ເມຣິກາ ທີ່​ໄດ້​ນຳພາ​ໂດຍ ​ພວກ​ຄົນ​ບໍ່​ດີຈຳນວນ​ນຶ່ງ​ ​ແລະ​ພວກ​ທີ່​ມັກ​ສ້າງ​ບັນຫາ​
ຂັດ​ແຍ້​ງ.”

Trump Lashes Out at Reports of Possible Obstruction of Justice
please wait

No media source currently available

0:00 0:02:58 0:00

ຢູ່​ໃນ​ການຖະ​ແຫຼງ ຕໍ່​ບັນດາ​ນັກ​ຂ່າວ ​ທີ່​ບໍ່​ອະນຸຍາດ​ໃຫ້ຖ່າຍຮູ​ບນັ້ນ ​ໂຄສົກ​ຍິງ​ຂອງທຳ
ນຽບຂາວທ່ານ​ນາງ Sarah Huckabee Sanders ​ໄດ້​ຂໍ​ໃຫ້​ສົ່ງ​ຄຳ​ຖາມ​ຕ່າງໆກ່ຽວ​ກັບ​
ການ​ຂຽນ​ຂໍ້ຄວາມລົງ​ທາງ Twitter ​ເທື່ອ​ຫລ້າ​ສຸດ​ນັ້ນ ​ໄປໃຫ້​ທະນາຍຄວາມ​ສ່ວນ​ໂຕ
​ຂອງ​ປະທານາທິບໍດີ​ທຣໍາ.

ການ​ຂຽນຂໍ້ຄວາ​ມ​ ລົງ​ທາງ Twitter ອາດ​ເປັນ​ໂອກາດ​ເຮັດ​ໃຫ້​ປະ​ທາ​ນາ​ທິບໍດີ ​ກ້າວ
ເລິກ​ເຂົ້າ​ໄປ​ສູ່ອັນຕະລາຍທາງ​ດ້ານກົດໝາຍ.

ອະດີດຫົວໜ້າສັນຕິບານກາງ FBI ທ່ານ Robert Mueller.
ອະດີດຫົວໜ້າສັນຕິບານກາງ FBI ທ່ານ Robert Mueller.

​ທ່ານ Bradley Moss ນັກ​ກົດໝາຍທີ່​ຊ່ຽວຊານດ້ານ​ການ​ຟ້ອງ​ຮ້ອງ ພົວພັນ​ກັບ​
ຄວາມ​ໝັ້ນຄົງ​ຂອງ​ປະ​ເທດ ວຽກ​ງານ​ລັດຖະບານ​ກາງ ​ແລະກົດໝາຍການກວດ​ປະ
ຫວັດ​ຄວາມປອດ​ໄພສ່ວນ​ບຸກຄົນ ກ່າວ​ວ່າ “​ເບິ່ງ​ແລ້ວ​ມັນ​ເປັນ​ການ​ບໍ່​ເໝາະ​ສົມສຳ
ລັບ​ປະທານາທິບໍດີທີ່ຈະ​ກ່າວ​ໂຈມ​ຕີການ​ສືບສວນ ​ຂອງໄອ​ຍະ​ການ​ພິ​ເສດ ກ່ຽວ​ກັບ​
ການ​ປະຕິບັດ​ຂອງ​ທ່ານ ​ແລະນັ້ນ​ໄດ້​ແຕ່ງຕັ້ງໂດ​ຍຮອງ​ລັດຖະມົນຕີກະຊວງ​ຍຸຕິ​ທຳ
ຂອງທ່ານເອງ.”

ຈາກຊ້າຍ ຫົວໜ້າຫ້ອງການສືບລັບແຫ່ງຊາດ ທ່ານ Dan Coats.
ຈາກຊ້າຍ ຫົວໜ້າຫ້ອງການສືບລັບແຫ່ງຊາດ ທ່ານ Dan Coats.

ໄອ​ຍະ​ການ​ພິ​ເສດ ທ່ານ Robert Mueller ​ມີ​ທ່າ​ທາງ​ວ່າ “ຈະເກັບ​ກຳ ​ເອົາ​ການ​ຂຽນ​ຂໍ້
ຄວາມ​ ​ລົງ​ທາງ Twitter ຕ່າງໆ​ເຫຼົ່ານີ້ ​ເປັນ​ຫຼັກ​ຖານ​ເພີ້​ມ​ເຕີມ” ​ສຳລັບ​ການ​ຂັດ​ຂວາງຕໍ່
ການສືບສວນ” ນັ້ນຄື​ຄຳ​ເວົ້າ ຂອງທ່ານ Moss ທີ່ຍັງ​ເປັນຮ​ອງຜູ້ອຳນວຍການໂຄ​ງການ
James Madison ທີ່​ໄດ້​ກ່າວ​ຕໍ່ວີ​ໂອ​ເອ.

ທີ່ປຶກສາຂັ້ນສູງທຳນຽບຂາວ ທ່ານ Jared Kushner (ຂວາ)
ທີ່ປຶກສາຂັ້ນສູງທຳນຽບຂາວ ທ່ານ Jared Kushner (ຂວາ)

ທ່ານ Mark Corallo ​ໂຄສົກທະນາຍຄວາມ​ສ່ວນ​ໂຕ​ຂອງປະທານາທິບໍດີ​ທຣໍາ ຄື​ທ່ານ
Marc Kasowitz ​ໄດ້​ສະ​ແດງ​ປະຕິກິລິຍາ​ຕໍ່​ລາຍງານ​ຂ່າວ​ເຫຼົ່ານີ້​ ທີ່ໄດ້​ເຮັດໃຫ້ປະທາ
ນາທິບໍດີ​ທຣໍາ ​ຂຽນຂໍ້ຄວາມ​ລົງ​ທາງ Twitter ຕິຕຽນອົງການ​ສັນ ຕິ​ບານ​ກາງ FBI ທີ່ໄດ້​
ເປີດ​ເຜີຍ​ຂໍ້​ມູນ ກ່ຽວ​ກັບປະ​ທາ​ນາ​ທິບໍດີ ທີ່​ທ່ານ​ຮ້ອງ​ວ່າ “ມັນ​ເປັນ​ການ​ໂພດ​ໄປ ແບບ​ທີ່
ໃຫ້​ອະ​ໄພ​ບໍ່​ໄດ້ ​ແລະ​ຜິ​ດກົດໝາຍ.”

Comey Wrote Memos Because Trump ‘Might Lie About The Nature of Our Meeting’
please wait

No media source currently available

0:00 0:00:54 0:00

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

XS
SM
MD
LG