ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານ Trump ໂຈມຕີ ອະດີດ ປະທານາທິບໍດີ Clinton ທີ່ປະພຶດ ແບບບໍ່ຊອບທຳ ທາງເພດ


ຜູ້ສະໝັກປະທານາທິບໍດີ ສະຫະລັດ ທ່ານ Donald Trump ໂບກມືລະຫວ່າງການໂຄສະນາຫາສຽງ ທີ່ເມືອງ Lawrenceville ລັດ New Jersey.
ຜູ້ສະໝັກປະທານາທິບໍດີ ສະຫະລັດ ທ່ານ Donald Trump ໂບກມືລະຫວ່າງການໂຄສະນາຫາສຽງ ທີ່ເມືອງ Lawrenceville ລັດ New Jersey.

ຮ່ອງຮອຍ​ອີກ​ຢ່າງ​ນຶ່ງ​ທີ່ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ Trump ​ໄດ້ແນ​ເປົ້າໝາຍໃສ່ ທ່ານ Bill Clinton ​ໃນ​ຄວາມ​ພະຍາຍາມ​ເພື່ອ​ບ່ອນ​ລຳ​ລາຍ ການ​ໂຄສະນາ​ຫາ​ສຽງ​ເລືອກ​ຕັ້ງ​ ເປັນ ປະທານາທິບໍດີ ຂອງ​ທ່ານ​ນາງ Hillary Clinton ​ແມ່ນ​ມີ​ຂຶ້ນໃນ​ຮູບແບບ ​ຂ​ອງການໃ​ຊ້ ຕາໜ່າງສື່​ສັງຄົມ.

ທ່ານ Trump ຜູ້​ສະມັກປະທານາທິບໍດີ ທີ່​ຄາດ​ວ່າ​ຈະ​ໄດ້​ຮັບ​ການສະ​ເໜີຊື່​ແຕ່ງຕັ້ງ​ໃຫ້​ ເປັນຜູ້​ຕາງໜ້າ​ພັກຣິພັບ​ບລິ​ກັນນັ້ນ ​ໄດ້​ນຳອອກເຜີຍ​ແຜ່​ ຮູບ​ວີ​ດີ​ໂອ ຜ່ານ ທາງ Insta- gram ​ໃນ​ວັນ​ຈັນ​ທີ່​ຜ່ານ​ມານີ້​ ຊຶ່ງມີ​ສຽງ​ດົນຕີ​ແລະ​ສຽງແມ່ຍິງ​ສາມ​ຄົນ​ ​ທີ່​ໄດ້​ກ່າວ​ຫາ​ອະ ​ດີດ​ປະທານາທິບໍດີ​ວ່າ ລ່ວງ​ລໍ້າ​ທາງ​ເພດ​ ໃນ​ຊຸມປີ 1990.

​ໃນ​ຂະນະ​ທີ່​ວີ​ດີ​ໂອໃກ້​ຈະສຸດນັ້ນ ມັນ​ສະ​ແດງ​ໃຫ້​ເຫັນ​ຮູບ​ນຶ່ງຂອງ​ທ່ານ Clinton ນັ່ງ​ຢູ່ກັບ ​ຄຳເວົ້າທີ່​ກ່າວ​ວ່າ “ນີ້​ແມ່ນ​ອີກ​ເຫດການນຶ່ງ” ປາກົດ​ອອກ​ມາ. ພ້ອມ​ນີ້ຍັງໄດ້​ຍິນ​ສຽງທ່ານ ນາງ Clinton ຫົວຢູ່​ເບື້ອງ​ຫລັງ.

ທ່ານ Trump ​ໄດ້​ກ່າວ​ຫວ່າງ​ມໍ່ໆນີ້ ໃນ​ການ​ໃຫ້​ສຳພາດ​ວ່າ ການ​ໂຄສະນາ​ຫາ​ສຽງ​ຂອງ​ ທ່ານ​ຈະ​ສືບ​ຕໍ່ທຳ​ໂຈມ​ຕີ ​ເພື່ອ​ເຕືອນ ບັນດາ​ຜູ້​ມີ​ສິດປ່ອນ​ບັດ ກ່ຽວກັບ​ບັນຫາ​ໂຕ້ແຍ້​ງທີ່ ​ພົວພັນ​ກັບ​ທ່ານ Clinton.

ສາ​ດສະ​ດາ​ຈານ​ສອນສື່​ມວນ​ຊົນ ​ແລະ​ປະຊາສຳພັນ ​ທີ່ມະຫາວິທະຍາ​ໄລ American University ທ່ານ Frank Sesno ກ່າວ​ຕໍ່ວີ​ໂອ​ເອວ່າ “ຄວາມ​ເຂັ້ມຂຸ້ນ​ແລະໄລຍະຂອງ​
ການ​ໂຈມ​ຕີໂດຍທ່ານ Trump ​ເກືອບ​ວ່າ​ບໍ່​ກ່ຽວຂ້ອງກັນ​ເລີຍ​” ກັບ​ນະ​ໂຍບາຍ ​ຂອງ​ຜູ້​ ສະໝັກ.

​ທ່ານ Brian Fallon ໂຄສົກໃນການ​ໂຄສະນາ​ຫາ​ສຽງຂອງ ທ່າ​ນາງ Clinton ກ່່າວຕໍ່​ ໂທລະພາບ Bloomberg ​ໃນ​ວັນ​ຈັນ​ຜ່າ​ນມາ​ນີ້​ວ່າການ​ໂຈມ​ຕີ​ຂອງ​ທ່ານ Trump ເປັນ ພາກສ່ວນ​ຍຸດ​ທະ​ສາດ​ເພື່ອ “ຫັນ​ເຫຄວາມ​ສົນໃຈ​ໄປຈາກ​ບັນຫາ ພື້ນຖານ​ໃນການ​ໂຄ ສະນາ​ຫາ​ສຽງ.”

ສາ​ສະ​ດາ​ຈານລັດຖະສາດ ທີ່​ມະຫາວິທະຍາ​ໄລ Marquette ທ່ານນາງ Julia Azari ກ່າວ​ວ່າ ມີຫ​ລັກ​ຖານ​ທີ່​ຜູ້​ປ່ອນ​ບັດ​ເປັນຫ່ວງ ​ກ່ຽວ​ກັບທ່າ​ທີຂອງ​ບັນດາ​ຜູ້​ສະໝັກກ່ຽວ​ກັບ​ ເລື້ອງສັງຄົມ ນະ​ໂຍບາຍ​ການຕ່າງປະ​ເທດແລະເລື້ອງ​ເສດຖະ ກິດ ​ເພາະສະ​ນັ້ນມັນ​ຈຶ່ງ ເປັນ​ທີ່​ສຳຄັນ ​ສຳລັບ​ທ່າ​ນນາງ Clinton “ທີ່​ຈະ​ເນັ້ນ​ໜັກ​ໃສ່ເລື້ອງຄວາມ​ຊ່ຽວຊານຂອງ ທ່າ​ນນາງ ​ແຕ່​ຫລາຍ​ໄປກວ່າ​ນັ້ນ ​ແມ່ນທ່າ​ທີ​ຕ່າງໆ​ໃນດ້ານ​ນະ​ໂຍບາຍ​ຂອງ​ທ່ານ​ນາງ.

ທ່ານ​ນາງ Azari ກ່າວ​ເພີ້ມອີກ​ວ່າ “ສິ່ງ​ສະຫລາດ ​ທີ່​ທ່ານ​ນາງ Clinton ຄວນ​ເຮັດ​ ກໍຄື ເອົາ​ບັນຫາ​ຕ່າງໆ​ມາປະ​ປົນ​ກັນ.”


ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG