ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານ ທຣຳ ກ່າວໂຈມຕີ ການຄ້າ ທີ່ກຳລັງ ຂະຫຍາຍຕົວ ຂອງ ຈີນ ແລະ ເກົາຫຼີເໜືອ


ປະຊາຊົນເຂົ້າຮ່ວມງານສະແດງສິນຄ້າ ລະດູບານໃໝ່ ພຽງຢາງ ຄັ້ງທີ 20. 22 ພຶດສະພາ 2017.
ປະຊາຊົນເຂົ້າຮ່ວມງານສະແດງສິນຄ້າ ລະດູບານໃໝ່ ພຽງຢາງ ຄັ້ງທີ 20. 22 ພຶດສະພາ 2017.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ກ່າວໂຈມຕີ ຈີນ ໃນວັນພຸດວານນີ້
ກ່ຽວ​ກັບການ​ເພີ່ມການຄ້າຂອງພວກເຂົາເຈົ້າ ກັບ ເກົາຫຼີເໜືອ, ​ເຊິ່ງເປັນການວິຈານຄັ້ງ
ຫຼ້າສຸດ​ໃນຫຼາຍໆຄັ້ງທີ່ ວໍຊິງຕັນ ໄດ້ແນໃສ່ ປັກກິ່ງ ໃນບໍ່ເທົ່າໃດມື້ຜ່ານມານີ້.

ທ່ານ ທຣຳ ໄດ້ກ່າວຄຳວິຈານ ບໍ່ດົນກ່ອນອອກເດີນທາງໄປປະເທດ ໂປແລນ ແລະ ຫຼັງ
ຈາກນັ້ນກໍຈະເດີນທາງຕໍ່ ໄປປະເທດ ເຢຍຣະມັນ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ
G20 ຂອງບັນດາຜູ້ນຳປະເທດທີ່ມີເສດຖະກິດນຳໜ້າຂອງໂລກ ທີ່ຈະລວມມີການປະຊຸມ
ກັບປະທານປະເທດ ຈີນ ທ່ານ ສີ ຈິ່ນຜິງ. ໃນຂໍ້ຄວາມທີ່ຂຽນໃນ Twitter ນັ້ນ, ທ່ານ ທຣຳ
ໄດ້ກ່າວວ່າ “ການຄ້າລະຫວ່າງ ຈີນ ແລະ ເກົາຫຼີເໜືອ ໄດ້ເຕີບໂຕເກືອບ 40 ເປີເຊັນ
ໃນ 4 ເດືອນທຳອິດຂອງປີ. ມັນຫຼາຍໆສຳລັບ ຈີນ ທີ່ເຮັດວຽກກັບພວກເຮົາ,​ ແຕ່ພວກ
ເຮົາຕ້ອງໄດ້ລອງເຮັດເບິ່ງ.”

ທ່ານ ທຣຳ, ທີ່ໄດ້ປະເຊີນໜ້າກັບໂຄງການພັດທະນາອາວຸດນິວເຄລຍຂອງ ເກົາຫຼີເໜືອ
ແລະ ການທົດລອງລູກສອນໄຟຂີປະນາວຸດຂ້າມທະວີບຂອງພວກເຂົາ ທີ່ປາກົດວ່າ ຈະ
ປະສົບຄວາມສຳເລັດໃນວັນອັງຄານທີ່ຜ່ານມານັ້ນ, ກ່ອນໜ້ານີ້ ທ່ານພະຍາຍາມ ທີ່ຈະຂໍ
ຄວາມຊ່ວຍເຫຼືອຈາກທ່ານ ສີ ເພື່ອລະງັບໂຄງການທາງທະຫານຂອງເກົາຫຼີ ເໜືອ. ແຕ່ຜູ້
ນຳ ສະຫະລັດ ໄດ້ກ່າວເມື່ອບໍ່ດົນມານີ້ວ່າ ໃນຂະນະທີ່ທ່ານຍົກຍ້ອງຜົນງານຂອງ ປັກກິ່ງ
“ຢ່າງຍິ່ງໃຫຍ່” ນັ້ນ, “ມັນຍັງບໍ່ໄດ້ຜົນ. ຢ່າງໜ້ອຍຂ້າພະເຈົ້າກໍຮູ້ວ່າ ຈີນ ໄດ້ພະຍາຍາມ
ແລ້ວ.”

ຈີນ, ເຊິ່ງເປັນຜູ້​ໃຫ້ການ​ສະໜັບສະໜູນ​ທີ່​ສຳຄັນ​ຕໍ່ ເກົາຫຼີເໜືອ ໄດ້ກ່າວໃນເດືອນເມສາ
ທີ່ຜ່ານມາວ່າ ການຄ້າສີ່ເດືອນທຳອິດຂອງພວກເຂົາເຈົ້າກັບພຽງຢາງ ໄດ້ເຕີບໂຕ 37.4
ເປີເຊັນ. ຈີນ ໄດ້ຊື້ແຮ່ເຫຼັກ, ສັງກະສີ ແລະ ແຮ່ທາດອື່ນໆຈາກ ເກົາຫຼີເໜືອ, ພ້ອມກັບອາ
ຫານທະເລ ແລະ ເຄື່ອງນຸ່ງ, ເຮັດໃຫ້ປະເທດ ຄອມມູນິສ ທີ່ຢູ່ໂດດດ່ຽວມີເງິນທີ່ຕ້ອງ
ການເປັນຢ່າງສູງ.

ທ່ານ ທຣຳ ໄດ້ຫວັງວ່າຈະມີສາຍພົວພັນທີ່ດີຂຶ້ນກັບ ຈີນ ຫຼັງຈາກທ່ານໄດ້ພົບປະກັບທ່ານ
ສີ ໃນເດືອນເມສາທີ່ຜ່ານມາ ຢູ່ທີ່ຄະລືຫາດແຄມທະເລຂອງທ່ານປະທານາທິບໍດີໃນລັດ
ຟລໍຣິດາ. ແຕ່ໃນສອງສາມມື້ທີ່ຜ່ານມາ, ວໍຊິງຕັນ ໄດ້ທຳການປະຕິບັດການຫຼາຍຢ່າງ ທີ່
ໄດ້ເຮັດໃຫ້ ປັກກິ່ງ ບໍ່ພໍໃຈ.

ກະຊວງການຕ່າງປະເທດ ສະຫະລັດ, ໃນບົດລາຍງານປະຈຳປີ ກ່ຽວກັບ ການຄ້າມະນຸດ
ແລະ ການບັງຄັບໃຊ້ແຮງງານນັ້ນ, ໄດ້ຫຼຸດລະດັບ ຈີນ ລົງໃນລະດັບທີ່ຮ້າຍແຮງທີ່ສຸດຄຽງ
ຂ້າງສັດຕູທີ່ມີມາຍາວນານຂອງ ສະຫະລັດ ຄື ອີຣ່ານ, ຊີເຣຍ, ເກົາຫຼີເໜືອ ແລະ ຣັດເຊຍ.

ພ້ອມກັນນັ້ນ, ສະຫະລັດ ໄດ້ຈັດທະນາຄານນ້ອຍແຫ່ງໜຶ່ງຂອງ ຈີນ ເຂົ້າໃນບັນຊີດຳ ທີ່
ພວກເຂົາເຈົ້າໄດ້ກ່າວຫາວ່າ ຟອກເງິນ ​ໃຫ້ລະບອບການປົກຄອງ ເກົາຫຼີເໜືອ, ໃນຂະນະ
ທີ່ໄດ້ເຮັດຂໍ້ຕົກລົງຄ້າອາວຸດສະບັບໃໝ່ມູນຄ່າ 1.42 ຕື້ໂດລາກັບ ໄຕ້ຫວັນ, ເຊິ່ງແມ່ນ
ເກາະທີ່ປົກຄອງຕົນເອງທີ່ ຈີນ ອ້າງວ່າ ເປັນພາກສ່ວນຂອງດິນແດນຂອງພວກເຂົາເຈົ້າ
ແມ່ນກະທັ້ງທີ່ ສະຫະລັດ ສຶືບຕໍ່ທີ່ຈະສົ່ງອາວຸດໃຫ້ພວກເຂົາເຈົ້າ. ກ່ອນເຂົ້າດຳລົງຕຳ
ແໜ່ງນັ້ນ, ທ່ານ ທຣຳ ໄດ້ເຮັດໃຫ້ ປັກກິ່ງ ໂມໂຫ ດ້ວຍການຮັບໂທລະສັບສະແດງຄວາມ
ຍິນດີ ກ່ຽວກັບ ໄຊຊະນະຈາກການເລືອກຕັ້ງຂອງທ່ານ ຈາກຜູ້ນຳຂອງ ໄຕ້ຫວັນ, ເປັນ
ການພົວພັນລະດັບສູງຂອງ ສະຫະລັດ ຄັ້ງທຳອິດ ກັບ ໄທເປ ໃນຮອບຫຼາຍທົດສະວັດ,
ເຖິງແມ່ນວ່າເວລາຕໍ່ມາ ວໍຊິງຕັນ ກໍໄດ້ຢັ້ງຢືນເຖິງ “ນະໂຍບາຍ ຈີນ ດຽວ” ທີ່ມີມາດົນ
ນານຂອງພວກເຂົາເຈົ້າ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG