ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທ​ຣຳ ​ຢູ່​ທີ່ ກອງ​ປະ​ຊຸມ ​ສຸດຍອດ ກຸ່ມ​ຈີ 20 ແຕ່​ໃຈ​ທ່ານ ກັບ​ຢູ່ທີ່ ສ​ຫລ

ປະ​ທາ​ນາ​ທິບ​ໍ​ດີ ດໍ​ໂນ​ລ ທ​ຣຳ ຟັງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ​ ທ່ານ​ຊິນ​ໂຊ ອາ​ເບະ ໃນ​ລະ​ຫວ່າງ​ການ​ພົບ​ປະ​ມື້​ວັນ​ສຸກ​ແລ້ວ ທີ່​ນະ​ຄອນ​ບູ​ແອ​ນົ​ສ ແອ​ເຣ​ສ ປະ​ເທດ​ອາ​ເຈັນ​ຕີ​ນາ.

ບໍ່​ເທົ່າ​ໃດ​ນາ​ທີ ​ຫຼງ​ຈາກ​ທ່ານ​ໄດ້​ລົງ​ຈອດ ທີ່​ປະ​ເທດ​ອາ​ເຈັນ​ຕີ​ນາ ເພື່ອ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ຂອງ​ກຸ່ມ​ຈີ 20 ແລ້ວ ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍໂນ​ລ ທ​ຣຳ ກໍ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງວ່າມີ​ສິ່ງ​ອື່ນ​ອີກ​ຢູ່​ໃນ​ໃຈ​ຂອງ​ທ່ານນອກ​ເໜືອ​ໄປ​ຈາກ​ເຂົ້າ​ຮ່ວມ​ປະ​ຊຸມກັບ​ບັນ​ດາ​ປະ​ເທດ​ທີ່​ມີ​ເສດ​ຖະ​ກິດ​ນຳ​ໜ້າ​ຂອງໂລກ.

ບໍ່​ດົນ​ລຸນ​ຫຼັງທີ່ໄດ້​ລົງ​ຈາກ ​ເຮືອ​ບິນ​ປະ​ຈຳ​ຕຳ​ແໜ່ງ ແອ​ຝອດ ​ວັນ (Air Force One) ແລ້ວ ທ່ານ​ທ​ຣຳ ກໍ​ໄດ້​ຂຽນ​ຂໍ້​ຄວາມ​ລົງ​ໃນ​ທວີດ​ເຕີ້ 2 ຄັ້ງ ໂຈມ​ຕີ​ໄອ​ຍະການ​ພິ​ເສດ ໂຣ​ເບີດ ມັ​ລ​ເລີ ໂດຍ​ທວງ​ໃຫ້​ທ່ານ​ມັ​ລ​ເລີ ສືບ​ສວນ​ເບິ່ງ ​ອາ​ຊະ​ຍາ​ກຳທີ່​ແທ້​ຈິງ ຂອງ​ອີກ​ຝ່າຍ​ນຶ່ງ” ແທນ.

ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ຫຼັງ​ຈາກນັ້ນ ໃນ​ຂະ​ນະ​ທີ່​ຕາ​ເວັນ​ຂຶ້ນ​ເປັນ​ມື້​ທຳ​ອິດ ຂອງກອງ​ປະ​ຊຸມ​ສຸດ​ຍອດ​ຂອງ​ກຸ່ມ​ຈີ 20 ທ່ານ​ທ​ຣຳ ກໍ​ໄດ້​ຂຽນ​ລົງ​ໃນ​ທວີດ​ເຕີ້​ອີກ 2 ຄັ້ງ ກ່ຽວ​ກັບ​ເລື້ອງ​ດຽວ​ກັນ​ນີ້ ໂດຍ​ສະ​ເໜີ​ແນະ​ວ່າ ທ່ານ​ພວມ​ຫຍຸ້ງ​ຢູ່​ກັບ​ວຽກ​ການພາຍ​ໃນ​ປະ​ເທດ ບໍ່​ແມ່ນ​ກິດ​ຈະ​ການ​ລະ​ຫວ່າງ​ປະ​ເທດ.

ແນ່ນອນ ທ່ານ​ທ​ຣຳ​ບໍ່​ແມ່ນ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ທຳ​ອິດ ທີ່​ໄດ້​ກ່າວ​ເຖິງ​ກິດ​ຈະ​ການ​ພາຍ​ໃນ​ປະ​ເທດໃນ​ຂະ​ນະ​ທີ່​ທ່ານ​ພວມ​ຢູ່​ໃນ​ຕ່າງ​ປະ​ເທດ. ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ແມ່ນ​ເດີນ​ທາງ​ພ້ອມ​ກັບ​ຄະ​ນະ​ນັກ​ຂ່າວ ​ຂອງ​ທຳ​ນຽບ​ຂາວ​ທີ່​ຕິດ​ຕາມ​ໄປ​ນຳ ຊຶ່ງ​ມັກ​ຈະ​ຕັ້ງ​ຄຳ​ຖາມ​ກ່ຽວ​ກັບ​ຈຸດ​ເພັ່ງ​ເລັງ​ຂອງ​ສະ​ຫະ​ລັດ.

ແຕ່​ໃນ​ການ​ເດີນ​ທາງ​ໄປ​ຕ່າງ​ປະ​ເທດ​ຂອງ​ທ່ານນັ້ນ ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ໄດ້​ໃຫ້ການ​ເນັ້ນ​ໜັກ​ແບບ​ຜິດ​ປົກ​ກະ​ຕິ​ໃສ່​ກິດ​ຈະ​ການ​ພາຍ​ໃນ​ປະ​ເທດ. ເມື່ອ​ປະ​ກອບ​ໃສ່​ກັບ ນ​ະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ “ອາ​ເມ​ຣິ​ກາ​ກ່ອນ​ໝູ່​ໝົດ” ຊຶ່ງ​ບໍ່​ໃຫ້​ຄວາມສຳ​ຄັນ​ແກ່​ສະ​ຖາ​ບັນ​ລະ​ຫວ່າງ​ປະ​ເທດ​ໃດໆ ວິ​ທີ​ການ​ຂອງ​ທ່ານ​ທ​ຣຳສາ​ມາດ​ພາໃຫ້​ເກີດ​ຄວາມ​ສັບ​ສົນ ກ່ຽວ​ກັບ​ກອງ​ປະ​ຊຸມ​ຕ່າງໆ ເຊັ່ນ​ກອງ​ປະ​ຊຸມ​ກຸ່ມ​ຈີ 20.

ທ່ານ​ມາກ ຊີ​ມາ​ກັອ​ຟ​ສະ​ກີ ຈາກ​ກຸ່ມ​ສະ​ພາ​ແອັດ​ແລນ​ຕິກ ກ່າວ​ວ່າ “ຂ້າ​ພະ​ເຈົ້າບໍ່​ຄິດ​ວ່າ ທ່ານ
​ທ​ຣຳ​ມີ​ຄວາມ​ສົນ​ໃຈ ກ່ຽວ​ກັ​ບ​ຫົວ​ຂໍ້​ການ​ຮ່ວມ​ມື​ຂອງ​ສາ​ກົນ​ທີ່ກອງປະ​ຊຸມ​ສຸດຍອດນີ້. ທ່ານ​ມີ​ຄວາມ​ສົນ​ໃຈ ໃນ​ການ​ໃຊ້​ກອງ​ປະ​ຊຸມ​ນີ້​ເພື່ອເປັນ​ບ່ອນ ​ທີ່​ທ່ານ​ສາ​ມາດ​ຊຸກ​ຍູ້ ​ນະ​ໂຍ​ບາຍ​ແຫ່ງ​
ຊ​າດ ແລະ​ນະ​ໂຍ​ບາຍ​ການ​ຕ່າງປະ​ເທດ​ຂອງ​ທ່ານ ​ຫຼາຍກວ່າ.”

ອ່ານ​ຂ່າວນີ້​ຕື່ມເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG