ບໍ່ນານຫລັງຈາກທ່ານ Donald Trump ໄດ້ຖືກເລືອກເປັນປະທານາທິ ບໍດີ ບັນດານັກວິເຄາະກໍເລີ້ມກວດສອບຢ່າງລະອຽດເບິ່ງ 20 ໂຄງການທີ່ທ່ານວ່າ ທ່ານເປັນເຈົ້າຂອງຢູ່ນອກສະຫະລັດ. ຫຼາຍຄົນພາກັນຕັ້ງຄຳຖາມກ່ຽວກັບບັນຫາຂັດແຍ້ງດ້ານຜົນປະໂຫຍດ ຂອງຜູ້ນຳຂອງໂລກເສລີ. ກ່ຽວກັບເລື້ອງນີ້ ທ່ານ Donald Trump ເອງ ໄດ້ກ່າວຜ່ານທາງ Tweeter ວ່າ ທ່ານຈະປະ ກາດແຜນ ທີ່ຈະແຍກໂຕທ່ານ ອອກຈາກທຸລະກິດ ໃນທ້າຍເດືອນນີ້ ແລະອົງການຈັດຕັ້ງຂອງທ່ານ ໄດ້ສົ່ງຖະແຫລງການກ່ຽວກັບເລື້ອງດັ່ງກ່າວມາ ຍັງວີໂອເອ. ເພື່ອສຶກສາເບິ່ງ ການຈັດການໃນດ້ານທຸລະກິດ ຂອງປະທານາທິບໍດີ ໃນອະນາຄົດນັ້ນ ນັກຂ່າວວີໂອເອ Carolyn Presutti ອະທິບາຍໃຫ້ຮູ້ກ່ຽວກັບ ບັນຫາຈຳ ນວນນຶ່ງ ຈາກທຸລະກິດເຫລົ່ານັ້ນ ຊຶ່ງ ກິ່ງສະຫວັນ ຈະນຳມາສະເໜີທ່ານ.
ສ່ວນໃຫຍ່ຂອງຊາວອາເມຣິກັນເຫັນພ້ອມນຳກັນວ່າ ບໍ່ເຄີຍມີປະທານາທິ ບໍດີ ທີ່ຖືກເລືອກໃໝ່ ຄືກັນກັບທ່ານ Donald Trump.
ທ່ານ Donald Trump ປະທານາທິບໍດີທີ່ຖືກເລືອກໃໝ່ກ່າວວ່າ “ບໍ່ມີໃຜຮູ້ວ່າຂ້າພະເຈົ້າເປັນເຈົ້າຂອງຫຍັງແດ່.”
ແຕ່ວ່າພວກເຮົາເຫັນພຽງນ້ອຍນຶ່ງຢູ່ໃນບັນດາເອກກະສານທີ່ເປີດເຜີຍການເງິນ ຊຶ່ງມີຢູ່ທັງໝົດ 104 ໜ້າ.
ບັນດາຜູ້ສະໝັກປະທານາທິບໍດີ ຕ້ອງໄດ້ຍື່ນເອກກະສານເຫລົ່ານີ້ໃນລະຫວ່າງການໂຄ ສະນາຫາສຽງ. ແຕ່ວ່າຊ່ອງຫວ່າງນ້ອຍນຶ່ງຢູ່ໃນກົດໝາຍ ບໍ່ໄດ້ບັງຄັບໃຫ້ປະທານາທິບໍດີທີ່ຖືກເລືອກໃໝ່ ຍື່ນເອກກະສານເພື່ອລາຍງານຕື່ມຈົນຮອດ ປີ 2018. ແລະໂດຍປາດສະຈາກລາຍງານການເສຍພາສີ ຊຶ່ງທ່ານ Donald Trump ຍັງບໍ່ທັນໄດ້ເປີດເຜີຍນັ້ນ ຂໍ້ມູນເຫລົ່ານີ້ຈຶ່ງເປັນຂໍ້ມູນທົ່ວໄປ.
ທ່ານ Ken Gross ອະດີດທີ່ປຶກສາກຳມາທິການການເລືອກຕັ້ງຂອງລັດຖະ ບານກາງ ກ່າວວ່າ “ພວກເຮົາບໍ່ມີການຮັບມືທີ່ດີ ກ່ຽວກັບວ່າ ມີຫຍັງຢູ່ນັ້ນ.”
ຊັບສິນຂອງທ່ານ Trump ແມ່ນເລີ້ມແຕ່ສາທາລະນະລັດໂດມີນິກັນ ໄປຫາອິນເດຍ ແລະອິນໂດເນເຊຍ ແລະໄປກວ່ານັ້ນອີກ.
ມັນບໍ່ມີບັນຫາເລີຍສຳລັບມະຫາເສດຖີອະສັງຫາລິມາຊັບທີ່ປະສົບຄວາມສຳເລັດ. ແຕ່ວ່າມັນເປັນບັນຊັບຊ້ອນ ສຳລັບປະທານາທິບໍດີທີ່ຖືກເລືອກໃໝ່ ນັ້ນຄືຄວາມ ເຫັນຂອງທ່ານ Ken Gross ທີ່ໃຫ້ຄຳແນະນຳແກ່ລູກຄ້າ ທີ່ເປັນນັກການເມືືອງກ່ຽວກັບເລື້ອງຈັນຍາບັນ.
ທ່ານ Gross ກ່າວວ່າ “ໃນການສ້າງສາ ບັນດາຕຶກເຫລົ່ານີ້ ທ່ານອາດຕ້ອງ ການໃບອະນຸຍາດຫລືທາງຜ່ານຫລືອະນຸຍາດໃຫ້ສ້າງຕຶກທີ່ໃຫຍ່ກວ່າເກົ່າແລະ ດີກວ່າເກົ່າ. ບັດນີ້ ທ່ານເວົ້າເຖິງຄວາມສັບສົນຫຍຸ້ງຍາກກັບລັດຖະບານ.”
ທ່ານ Trump ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະບໍ່ໃຫ້ເກີດບັນຫາຂັດແຍ້ງ ແຕ່ວ່າຈະເຮັດຢ່າງໃດນັ້ນຍັງບໍ່ທັນເປັນທີ່ແຈ້ງຂາວເທື່ອ. ນີ້ແມ່ນອັນທີ່ອົງການຈັດຕັ້ງທ່ານ Trump ໄດ້ສົ່ງມາໃຫ້ວີໂອເອ.
ອົງການຈັດຕັ້ງຂອງທ່ານ Trump ກ່າວວ່າ “ພວກເຮົາກຳລັງຢູ່ໃນຂັ້ນຕອນການກວດກາຢ່າງລະອຽດ ເບິ່ງໂຄງຮ່າງຕ່າງໆ ໂດຍມີເປົ້າໝາຍ ໃນການໂອນທັນທີຂອງອົງການການບໍລິຫານການ ຂອງທ່ານ Trump ແລະບັນທຶກທຸລະກິດ ໃຫ້ທ່ານ Donald Jr., ນາງ Ivanka ແລະ Eric Trump ພ້ອມດ້ວຍທີມງານທີ່ມີຄວາມຊ່ຽວຊານສູງ ໃນດ້ານບໍລິຫານ. ນີ້ແມ່ນບູລິມະສິດທີ່ສຳຄັນສຸດ ຂອງອົງການຈັດຕັ້ງແລະໂຄງຮ່າງ ຊຶ່ງໃນທີ່ສຸດຈະເລືອກເອົາເພື່ອໃຫ້ສອດຄ່ອງກັບທຸກໆ ກົດແລະຂໍ້ລະບຽບທີ່ມີຢູ່.”
ທ່ານ Donald Trump ໄດ້ກ່າວຜ່ານທາງ Tweeter ວ່າ ທ່ານ ແລະພວກລູກໆຈະພາກັນເປີດເຜິຍແຜນດັ່ງກ່າວໃນວັນທີ 15 ເດືອນທັນວາຈະມາເຖິງນີ້ ເພື່ອໃຫ້ທ່ານລາອອກຈາກການປະຕິບັດທຸລະກິດຂອງທ່ານທັງໝົດ. ແຕ່ທ່ານ James Thurber ຈາກມະຫາວິທະຍາໄລອາເມຣິກັນກ່າວວ່າ ນັ້ນແມ່ນຍັງບໍ່ໄປໄກພໍ.
ທ່ານ Thurber ກ່າວວ່າ “ຖ້າຫາກຂ້າພະເຈົ້າໄດ້ເປັນຫົວໜ້າຈັນຍາບັນ ຂ້າພະເຈົ້າຈະແຍກອອກຈາກກັນໂດຍທັງໝົດ ຫົວໜ້າຜູ້ບໍລິຫານ ແລະສະພາອຳນວຍ ການໃໝ່ ໂດຍບໍ່ໃຫ້ມີສະມາຊິກໃນຄອບຄົວ ບໍລິຫານຊັບສິນຂອງທ່ານ Trump ແລະບັນດາການຈັດຕັ້ງຢູ່ໃນທົ່ວໂລກ.”
ທ່ານ Thurber ກ່າວວ່າ “ການເປີດເຜີຍການເງິນຂອງທ່ານ Trump ສະແດງໃຫ້ເຫັນລາຍໄດ້ ຢູ່ໃນ Azerbaijan ຈຳນວນ 2 ລ້ານ 8 ແສນໃນໄລຍະສອງປີຜ່ານມາ ທີ່ພົວພັນກັບໂຮງແຮມ Baku ຊຶ່ງເປັນຕຶກສູງມີຢູ່ 33 ຊັ້ນທີ່ຍັງບໍ່ທັນເປີດເທື່ອ.
ລູກສາວຂອງທ່ານ Donald Trump ນາງ Ivanka ໄດ້ລົງຮູບພາບ ທີ່ນາງດູແລການກໍ່ ສ້າງ. ແຕ່ວ່າໂຮງແຮມນີ້ເປັນເຈົ້າຂອງໂດຍລູກເລີຍຂອງລັດຖະມົນຕີຂົນສົ່ງ Azerbaijan ຢູ່ໃນປະເທດທີ່ອົງການ Freedom House ໃຫ້ຄະແນນຕໍ່າທີ່ສຸດ ກ່ຽວກັບສິດທິດ້ານການເມືອງ ໂດຍອ້າງວ່າ ມີການຮັບສິນບົນ ແລະການສໍ້ລາດບັງຫລວງ.
ທ່ານ Thurber ກ່າວວ່າ “ບັນດາຜູ້ນຳ Azerbaijan ບໍ່ວ່າມາດຕະການໃດໆກໍຕາມ ແມ່ນຂ້ອນຂ້າງສໍ້ລາດບັງຫຼວງ. ຖ້າຫາກທ່ານເຮັດທຸລະກິດກັບບັນດາປະເທດສໍ້ລາດບັງຫລວງ ບາງຄັ້ງທ່ານກໍພົວພັນນໍາ."
ອົງການຈັດຕັ້ງຂອງທ່ານ Trump ຍັງກ່າວວ່າ ຕົນມີແຜນກໍ່ສ້າງຫຼາຍເຖິງ 30 ໂຮງແຮມຢູ່ປະເທດຈີນ ໃນຂະນະທີ່ອົງການດັ່ງກ່າວມີຊັບສິນຫຼາຍທີ່ສຸດຢູ່ເກາະ Manhattan ສ່ວນນຶ່ງແມ່ນໄດ້ຮັບການສະໜັບສະໜຸນທາງດ້ານການເງິນຈາກ ທະນາຄານຈີນ ທີ່ລັດຖະ ບານເປັນເຈົ້າຂອງ.
ທ່ານ Robert Daly ຫົວໜ້າສະຖາບັນ Kissinger ກ່ຽວກັບຈີນກ່າວວ່າ “ນີ້ແມ່ນປະເທດນຶ່ງດຽວທີ່ມີຄວາມສາມາດທີ່ຈະແຂ່ງຂັນ ແລະຄວບຄຸມສະຫະລັດ ໃນຖານະທີ່ເປັນປະເທດສຳຄັນຢູ່ໃນໂລກ."
ບັນດານັກວິເຄາະຈຳນວນນຶ່ງ ຕັ້ງຄຳຖາມວ່່າ ມັນແມ່ນ “ທຸລະກິດຂອງທ່ານ Trump ຫລື “ປະທານາທິບໍດີ Trump” ທີ່ຈະເຈລະຈາກັບຈີນ. ທ່ານ Scott Amey ຢູ່ກັບໂຄງການດູແລວຽກງານຂອງລັດຖະບານ.
ທ່ານ Amey ກ່າວວ່າ ”ພວກເຮົາຕ້ອງຄໍ້າປະກັນວ່າ ຂໍ້ຕົກລົງໃດໆທີ່ມີການບັນລຸກັນ ຂໍ້ ຕົກລົງ ການຄ້າ ນະໂຍບາຍຕ່າງປະເທດ ການປະຕິບັດງານທຸກສິ່ງຢ່າງທີ່ເຮົາຕັດສິນໃຈທີ່ຈະເຮັດຢູ່ຕ່າງປະເທດນັ້ນ ມັນຢູ່ສູງເກີນໄປກວ່າການຕ້ອງຕິ."
ທ່ານ Trump ປະທານາບໍດີ ທີ່ຖືກເລືອກໃໝ່ ກ່າວວ່າ “ຂ້າພະເຈົ້າຈະບໍ່ມັກຈີນໄດ້ຢ່າງໃດ ເຂົາເຈົ້າຈ່າຍເງິນໃຫ້ຂ້າພະເຈົ້າຢ່າງຫລວງຫລາຍ.”
ລັດຖະທຳມະນູນສະຫະລັດບົ່ງໄວ້ວ່າ ບໍ່ມີເຈົ້າໜ້າທີ່ໆຢູ່ໃນຕຳແໜ່ງຄົນໃດ ສາມາດຮັບເງິນຈາກລັດຖະບານຕ່າງປະເທດໄດ້.
ສະມາຊິກສະພາສູງລັດ ຈາກລັດ Maryland ທ່ານ Ben Cardin ກ່າວວ່າ ທ່ານ Trump ຈະລະເມີດເລື້ອງດັ່ງກ່າວ ຖ້າຫາກທ່ານບໍ່ແຍກໂຕຂອງທ່ານໃຫ້ຫ່າງອອກຈາກຊັບສິນຂອງທ່ານໂດຍທັງໝົດ.
ສະມາຊິກສະພາສູງ Cardin ກ່າວວ່າ “ທ່ານຈະບໍ່ສາມາດສ້າງຄວາມໝັ້ນໃຈ ໃຫ້ແກ່ສາທາລະນະຊົນໄດ້ວ່າ ບໍ່ໄດ້ມີການປະຕິບັດແບບພິເສດໃດໆຕໍ່ທຸລະກິດຂອງທ່ານ.”
ນີ້ແມ່ນເທື່ອທຳອິດທີ່ນັກທຸລະກິດຄົນນຶ່ງ ມີມະຫາອານາຈັກອະສັງຫາລິມະສັບ ຢ່າງກວ້າງ
ຂວາງທີ່ຈະຮ້ອງທຳນຽບຂາວວ່າເປັນບ້ານເຮືອນ. ໃນຂະນະທີ່ອາດຈະມີການທ້າທາຍ ແຕ່ບາງຄົນເວົ້າວ່າ ເບື້ອງຫລັງທາງທຸລະກິດຂອງທ່ານ Trump ປະທານາທິບໍດີທີ່ຖືກເລືອກໃໝ່ ຈະເປັນຜົນດີແກ່ປະເທດຊາດ.