ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ ທຣຳ ໂຈມຕີ ໄອຍະການ ພິເສດ ວ່າລຳອຽງ ໃນການສອບສວນກ່ຽວກັບ ຣັດເຊຍ


ປະທານາທິບໍດີ ດໍໂນລ ທຣຳ ໃຫ້ຄຳເຫັນຕໍ່ນັກຂ່າວ ກ່ອນ
ຂື້ື້ນເຮືອບິນ ມາຣີນ 1 ຢູ່ເດີ່ນຫຍ້າທິດໃຕ້ຂອງທຳນຽບຂາວ ເພື່ອເດີນທາງໄປຖານທັບອາກາດ ແອນດຣູສ ໃນລັດ ແມຣີແລນ.13 ມີນາ, 2018.
ປະທານາທິບໍດີ ດໍໂນລ ທຣຳ ໃຫ້ຄຳເຫັນຕໍ່ນັກຂ່າວ ກ່ອນ ຂື້ື້ນເຮືອບິນ ມາຣີນ 1 ຢູ່ເດີ່ນຫຍ້າທິດໃຕ້ຂອງທຳນຽບຂາວ ເພື່ອເດີນທາງໄປຖານທັບອາກາດ ແອນດຣູສ ໃນລັດ ແມຣີແລນ.13 ມີນາ, 2018.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ກຳລັງໂຈມຕີໄອຍະການພິເສດທ່ານ
ໂຣເບີດ ມອລເລີ, ໂດຍກ່າວຫາວ່າທ່ານ ລຳອຽງທາງການເມືອງ ໃນການສືບສວນ
ສອບສວນຂອງທ່ານ ກ່ຽວກັບ ການໂຄສະນາຫາສຽງການເລືອກຕັ້ງປີ 2016 ຂອງ
ທ່ານ ທຣຳ ທີ່ເຊື່ອມໂຍງໃສ່ກັບ ຣັດເຊຍ ແລະ ວ່າທ່ານປະທານາທິບໍດີໄດ້ຂັດຂວາງ
ຂະບວນການຍຸຕິທຳ ດ້ວຍການພະຍາຍາມທີ່ຈະທຳລາຍການສອບສວນນັ້ນຫຼືບໍ່.

ທ່ານ ທຣຳ ໄດ້ກ່າວໃນຂໍ້ຄວາມທີ່ຂຽນລົງໃນ Twitter ຫຼາຍຄັ້ງ ເມື່ອທ້າຍສັບປະດາ
ທີ່ຜ່ານມາ ທີ່ເວົ້າຄືນ ເຖິງໄຊຊະນະຂອງທ່ານ ຕໍ່ຜູ້ທ້າຊິງຕຳແໜ່ງຈາກພັກເດໂມແຄຣັດ
ທ່ານນາງ ຮິລແລຣີ ຄລິນຕັນ ແລະ ວິໄສທັດແງ່ລົບຂອງທ່ານ ກ່ຽວກັບ ການສືບສວນ
ສອບສວນເຖິງປີເຄິ່ງນັບຕັ້ງແຕ່ນັ້ນມາວ່າ “ເປັນຫຍັງທີມຂອງທ່ານ ມອລເລີ ຈຶ່ງມີສະ
ມາຊິກພັກເດໂມແຄຣັດທີ່ໃຈດຳເຖິງ 13 ຄົນ, ຜູ້ທີ່ສະໜັບສະໜູນທ່ານນາງ ຮິລແລຣີ
ຂີ້ລັກນັ້ນ, ແລະ ເປັນຫຍັງຈຶ່ງບໍ່ມີຄົນພັກຣີພັບບລີກັນຈັກຄົນ? ແລະ ຄົນພັກເດໂມ
ແຄຣັດກໍຖືກເພີ່ມເຂົ້າຕື່ມອີກ ເມື່ອບໍ່ດົນມານີ້, ມີໃຜຄິດວ່າມັນຍຸດຕິທຳບໍ່? ແລະ ອີກ
ເທື່ອນຶ່ງ, ມັນບໍ່ມີການສົມຮູ້ຮ່ວມຄິດກັນດອກ.”

ທ່ານ ທຣຳ ໄດ້ພາດພັ້ງທີ່ຈະກ່າວຢໍ້າຢ່າງໜ້ອຍຈຸດນຶ່ງ ວ່າທ່ານ ມອລເລີ ແມ່ນຜູ້ທີ່ໄດ້
ຈົດທະບຽນເປັນຜູ້ລົງຄະແນນສຽງສັງກັດພັກຣີພັບບລີກັນ ແລະ ຖືກພິຈາລະນາທົ່ວ
ໄປໃນ ວໍຊິງຕັນ ວ່າເປັນໄອຍະການ ທີ່ບໍ່ມີຄວາມສົນໃຈໃນການເມືອງ, ເຊິ່ງການສືບ
ສວນສອບສວນ ກ່ຽວກັບ ການໂຄສະນາຫາສຽງຂອງທ່ານ ທຣຳ ນັ້ນ ແມ່ນໄດ້ຮັບການ
ສະໜັບສະໜູນໂດຍພັກເດໂມແຄຣັດ ແລະ ສະມາຊິກພັກຣີພັບບລີກັນຄົນສຳຄັນ ຜູ້ທີ່
ໄດ້ກ່າວສະໜັບສະໜູນ ສຳລັບການຮັບເອົາການສອບສວນຂອງທ່ານ ມອລເລີ ຜ່ານ
ລາຍການຂ່າວໂທລະພາບເມື່ອວັນອາທິດວານນີ້.

ໃນວັນເສົາທີ່ຜ່ານມາ, ທະນາຍຄວາມສ່ວນຕົວຂອງທ່ານ ທຣຳ, ທ່ານ ຈອນ ດອດ
"John Dowd" ໄດ້ສະເໜີວ່າ ໃຫ້ຮອງລັດຖະມົນຕີກະຊວງຍຸຕິທຳ ທ່ານ ຣັອດ
ໂຣເຊັນສໄຕນ "Rod Rosenstein," ຜູ້ທີ່ຄວບຄຸມໄອຍະການພິເສດນັ້ນ, ຄວນ “ສິ້ນ
ສຸດ” ການສືບສວນສອບສວນຂອງທ່ານ ມອລເລີ, ຈົນສົ່ງຜົນໃຫ້ມີການຄາດຄະເນ
ຈາກສື່ມວນຊົນ ກ່ຽວກັບ ການເຄື່ອນໄຫວຄັ້ງຕໍ່ໄປ ໃນການສອບສວນດັ່ງກ່າວນັ້ນ.

ໃນຕອນແລງຂອງວັນອາທິດວານນີ້, ທະນາຍຄວາມຂອງ ທຳນຽບຂາວ ທ່ານ ທີ ຄອບ
"Ty Cobb" ໄດ້ເປີດເຜີຍຖະແຫຼງການຕາມມາວ່າ “ໃນການຕອບໂຕ້ຕໍ່ການຄາດຄະ
ເນຂອງສື່ມວນຊົນ ແລະ ກ່ຽວກັບຄຳຖາມທີ່ມີຕໍ່ລັດຖະບານນັ້ນ, ທຳນຽບຂາວອີກຄັ້ງ
ນຶ່ງ ຂໍຢັ້ງຢືນວ່າ ທ່ານປະທານາທິ ບໍດີ ແມ່ນບໍ່ໄດ້ພິຈາລະນາ ຫຼື ປຶກສາຫາລື ເລື່ອງ
ການປົດໄອຍະການພິເສດ, ທ່ານ ໂຣເບີດ ມອລເລີອອກ.”

ທ່ານ ທຣຳ ຍັງໄດ້ໂຈມຕີອະດີດເຈົ້າໜ້າທີ່ອົງການ FBI ທີ່ຖືກປົດອອກຈາກຕຳແໜ່ງ
ສອງຄົນຄື ອະດີດຜູ້ອຳນວຍການອົງການ FBI ທ່ານ ເຈມສ ໂຄມີ, ເຊິ່ງຖືກປົດອອກ
ຈາກຕຳແໜ່ງໂດຍທ່ານ ທຣຳ ໃນເດືອນພຶດສະພາປີກາຍນີ້, ແລະ ອະດີດຮອງຜູ້ອຳ
ນວຍການ ທ່ານ ແອນດຣູ ແມັກເຄບ, ທີ່ຖືກປົດອອກຈາກຕຳແໜ່ງຍ້ອນການຮຽກ
ຮ້ອງຂອງທ່ານ ທຣຳ ໂດຍລັດຖະມົນຕີກະຊວງຍຸດຕິທຳ ທ່ານ ເຈັຟ ເຊັສເຊິນສ ໃນ
ຕອນແລງວັນສຸກທີ່ຜ່ານມາ, 26 ຊົ່ວໂມງ ກ່ອນທີ່ທ່ານ ແມັກເຄບ ມີກຳນົດຈະອອກ
ບຳນານ ແລະ ຮັບເອົາເບ້ຍບຳນານຢ່າງສົມບູນຂອງທ່ານ. ທ່ານ ທຣຳ ໄດ້ໂຕ້ແຍ້ງວ່າ
ບັນທຶກທີ່ຖືກຂຽນຂຶ້ນໂດຍສ່ວນຕົວຂອງທ່ານ ໂຄມີ ແລະ ທ່ານ ແມັກເຄບ ກ່ຽວກັບ
ການສົນທະນາຂອງພວກເພິ່ນ ແມ່ນການເສກສັນປັ້ນແຕ່ງຂຶ້ນມາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG