ການປິດລັດຖະບານ ສະຫະລັດ ສ່ວນນຶ່ງໄດ້ກ້າວເຂົ້າສູ່ມື້ທີ 31 ໃນວັນຈັນມື້ນີ້ ພ້ອມ
ດ້ວຍຜູ້ນຳພັກຣີພັບບລີກັນໃນສະພາສູງ ໄດ້ກຽມພ້ອມທີ່ຈະລົງຄະແນນສຽງ ກ່ຽວກັບ
ຂໍ້ສະເໜີນຶ່ງທີ່ປະທານາທິບໍດີ ດໍໂນລ ທຣຳ ໄດ້ເອີ້ນວ່າຂໍ້ຕົກລົງ ແລະ ບັນດາຜູ້ນຳພັກ
ເດໂມແຄຣັດ ກ່າວວ່າ ບໍ່ມີໂອກາດຈະປະສົບຜົນສຳເລັດ.
ແຜນການຂອງທ່ານ ທຣຳ ຈະສະໜອງການປົກປ້ອງ ການເນລະເທດຜູ້ຍົກຍ້າຍຖິ່ນ
ຖານຫຼາຍຮ້ອຍພັນຄົນ ເປັນໄລຍະເວລາສາມປີ ຜູ້ທີ່ໄດ້ເດີນທາງເຂົ້າມາປະເທດຢ່າງ
ຜິດກົດໝາຍໃນເວລາທີ່ເຂົາເຈົ້າຍັງເປັນເດັກນ້ອຍຢູ່, ພ້ອມກັບການຂະຫຍາຍການ
ປົກປ້ອງສະຖານະພາບ ສຳລັບຄົນຜູ້ທີ່ໄດ້ຫຼົບໜີອອກຈາກປະເທດຂອງເຂົາເຈົ້າຍ້ອນ
ຄວາມຮຸນແຮງ ຫຼື ໄພພິບັດທຳມະຊາດ. ໃນການຕອບແທນນັ້ນ ທ່ານກໍຈະໄດ້ຮັບເງິນ
ຫ້າພັນເຈັດຮ້ອຍລັດໂດລາ ເພື່ອເປັນທຶນທີ່ທ່ານຕ້ອງການ ສຳລັບການສ້າງກຳແພງ
ຢູ່ເຂດຊາຍແດນ ສະຫະລັດ-ເມັກຊິໂກ.
ພັກເດໂມແຄຣັດ ໄດ້ປະຕິເສດກຳແພງເຂດຊາຍແດນວ່າ ບໍ່ມີປະສິດທິພາບ ແລະ ເປັນ
ການແກ້ໄຂບັນຫາຄວາມປອດໄພທີ່ແພງຫຼາຍ. ເຂົາເຈົ້າຢາກໃຫ້ທ່ານ ທຣຳ ແລະ ພັກ
ຣີພັບບລີກັນຕົກລົງ ເປີດຄືນລັດຖະບານກ່ອນ ແລ້ວຈຶ່ງປຶກສາຫາລືກັນ ກ່ຽວກັບ ວິທີ
ຮັກສາຄວາມປອດໄພຢູ່ເຂດຊາຍແດນແນວອື່ນ.
ຜູ້ນຳສຽງສ່ວນຫຼາຍໃນສະພາສູງສັງກັດພັກຣີພັບບລີກັນ ທ່ານ ມິຈ໌ ແມັກຄອນແນລ
ໄດ້ກ່າວວ່າ ທ່ານມີແຜນທີ່ຈະນຳເອົາຂໍ້ສະເໜີຂອງທ່ານ ທຣຳ ມາລົງຄະແນນສຽງຢູ່
ສະພາຂອງທ່ານ ໃນບໍ່ເທົ່າໃດວັນຂ້າງໜ້ານີ້, ເຖິງແມ່ນວ່າທ່ານຈະຕ້ອງການການ
ສະໜັບສະໜູນຈຳນວນນຶ່ງ ຈາກພັກເດໂມແຄຣັດ ເພື່ອໃຫ້ໄດ້ຮັບການອະນຸມັດນັ້ນກໍ
ຕາມ.
ໃນສະພາຕ່ຳ, ປະທານ ແນນຊີ ເພໂລຊີ ໄດ້ກ່າວວ່າ ເພິ່ນໄດ້ວາງແຜນໄວ້ວ່າຈະລົງຄະ
ແນນສຽງໃນສັບປະດານີ້ ກ່ຽວກັບ ການເພີ່ມຜູ້ພິພາກສາ ສຳລັບ ຄົນເຂົ້າເມືອງ ແລະ
ເງິນສຳລັບການສະແກນລົດຍົນທັງຫຼາຍ ແລະ ຢາເສບຕິດຢູ່ສະຖານທີ່ແຈ້ງໜັງສືເຂົ້າ
ປະເທດ. ສະພາຕ່ຳ ໄດ້ຮັບຜ່ານມາດຕະການຫຼາຍຢ່າງ ທີ່ຈະເປີດຄືນ ລັດຖະບານ,
ແຕ່ທ່ານ ແມັກຄອນແນລ ໄດ້ປະຕິເສດທີ່ຈະນຳມັນຂຶ້ນໄປສະພາສູງ, ໂດຍເວົ້າວ່າ
ທ່ານຈະບໍ່ພິຈາລະນາຮ່າງກົດໝາຍສະບັບໃດທີ່ທ່ານ ທຣຳ ຈະບໍ່ສະໜັບສະໜູນ.