ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ. ທ​ຣຳ ຕຳ​ໜິ ການ​ຟັງ​ຄຳ​ໃຫ້​ການ ກ່ຽວ​ກັບ ການ​ຟ້ອງ​ຮ້ອງ ວ່າ "ໜ້າ​ອັບ​ອາຍ​ຂາຍ​ໜ້າ"


ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ຍົກ​ມື​ກັນ​ຄຳ​ຖາມ​ຈາກ​ນັກ​ຂ່າວ ໃນ​ເດີນ​ຫຍ້າ​ພາກ​ໃຕ້​ຂອງ​ທຳ​ນຽບ​ຂາວ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 8 ພະ​ຈິກ, 2019.
ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ຍົກ​ມື​ກັນ​ຄຳ​ຖາມ​ຈາກ​ນັກ​ຂ່າວ ໃນ​ເດີນ​ຫຍ້າ​ພາກ​ໃຕ້​ຂອງ​ທຳ​ນຽບ​ຂາວ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 8 ພະ​ຈິກ, 2019.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ໄດ້​ທຳ​ການ​ໂຈມ​ຕີ​ຄັ້ງ​ໃໝ່​ໃນ​ວັນ​ອາ​ທິດ​ວານນີ້ ກ່ຽວ​ກັບ ການ​ຟັງ​ຄຳ​ໃຫ້​ການ​ ສຳ​ລັບ​ການຟ້ອງ​ຮ້ອງ​ທີ່​ແນ​ເປົ້າ​ໃສ່​ທ່ານໃນ​ສັບ​ປະ​ດານີ້, ໂດຍ​ເອີ້ນ​ມັນ​ວ່າ “ໜ້າ​ອັບ​ອາຍ​ຂາຍ​ໜ້າ” ແລະ ຕຳ​ໜິ​ວ່າ​ພັກ​ເດ​ໂມ​ແຄ​ຣັດ ໄດ້​ກີດ​ກັ້ນ​ສັກ​ຂີ​ພິ​ຍານ​ທີ່​ພັກ​ຣີ​ພັບ​ບ​ລີ​ກັນ​ຢາກ​ສອບ​ຖາມ.

ທ່ານ​ໄດ້​ກ່າວ​ວ່າ “ນັກ​ການ​ເມືອງ​ສໍ້​ລາດ​ບັງຫຼວງ” ທ່ານ ອາ​ດຳ ຊິ​ຟ, ປະ​ທາ​ນ​ຄະ​ນະ​ກຳ​ມະ​ການ​ສືບ​ລັບ​ສະ​ພາ​ຕ່ຳ ທີ່​ນຳ​ໜ້າ​ໃນ​ຄວາ​ມ​ພະ​ຍາ​ຍາມ​ຟ້ອງ​ຮ້ອງ​, ແລະ ປະ​ທານ​ສະ​ພາ​ຕ່ຳ​ທ່ານ​ນາງ ແນນ​ຊີ ເພ​ໂລ​ຊີ ຢາກ​ໃຫ້​ບັນ​ດາ​ເຈົ້າ​ໜ້າ​ທີ່​ທຳ​ນຽບ​ຂາວ ໃຫ້​ປາກ​ຄຳໃນ​ການ “ຈັບ​ຜິດ​ທີ່​ໜ້າ​ອັບ​ອາຍ​ຂາຍ​ໜ້າ​ນັ້ນ.”

ແຕ່​ທ່ານ​ໄດ້​ກ່າວ​ໃນ​ທວິດ​ເຕີ​ວ່າ ທ່ານ ຊິ​ຟ “ຈະ​ບໍ່​ອະ​ນຸ​ຍາດ​ໃຫ້​ທະ​ນາຍ​ຄວາມ​ຂອງ​ທຳ​ນຽບ​ຂາວ, ຫຼື ອະ​ນຸ​ຍາດ​ໃຫ້​ສັກ​ຂີ​ພິ​ຍານ​ຄົນ​ໃດ​ທີ່​ພວກ​ເຮົາ​ໄດ້​ຂໍ​ໄປ​ນັ້ນ. ນີ້​ແມ່ນປະ​ຕິ​ບັດ​ທີ່​ເປັນ​ທຳຄັ້ງ​ທຳ​ອິດ ແລະ ເປັນ​ປະ​ຫວັດ​ສາດ​ຂອງ​ລັດ​ຖະ​ສະ​ພາ.”

ພາຍ​ໃຕ້​ກົດ​ລະ​ບຽບ​ການ​ຟັງ​ຄຳ​ໃຫ້​ການ ທີ່​ຖືກ​ຮັບ​ຮອງ​ໂດຍ​ສະ​ພາ​ຕ່ຳທີ່​ຄວບ​ຄຸມ​ໂດຍ​ພັກ​ເດ​ໂມ​ແຄ​ຣັດ​ນັ້ນ, ທ່ານ ທ​ຣຳ ຈະ​ສາ​ມາດ​ໃຫ້​ທະ​ນາຍ​ຄວາມ​ເປັນ​ຕົວ​ແທນ​ໃຫ້​ທ່ານ ເມື່ອ​ຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການ​ສະ​ພາ​ຕ່ຳ​ ພິ​ຈາ​ລະ​ນາ​ມາດ​ຕາ​ທີ່​ເປັນ​ໄປ​ໄດ້​ຂອງ​ການ​ຟ້ອງ​ຮ້ອງ​ຕໍ່​ທ່ານໃນ​ສອງ​ສາມ​ອາ​ທິດ​ຈະ​ມາ​ເຖິງນີ້ ແລະ ຖ້າ​ສະ​ພາ​ຕ່ຳ​ທັງ​ໝົດ​ຟ້ອງ​ຮ້ອງ​ທ່ານ, ຢູ່​ການ​ດຳ​ເນີນ​ຄະ​ດີ​ໃນ​ສະ​ພາ​ສູງ​ທີ່​ຄວບ​ຄຸມ​ໂດຍ​ພັກ​ຣີ​ພັບ​ບ​ລີ​ກັນ​ສ່ວນຫຼາຍ.

ແຕ່​ກົດ​ລະ​ບຽບ​ດັ່ງ​ກ່າວບໍ່​ໄດ້​ຮຽກ​ຮ້ອງ​ຕົວ​ແທນ​ທາງ​ກົດ​ໝາຍ​ຂອງ​ທ່ານ ທ​ຣຳ ໃນ​ການ​ໃຫ້​ປາກ​ຄຳ​ຂອງ​ຄະ​ນະ​ກຳ​ມະ​ການ​ສືບ​ລັບ​ສະ​ພາ​ຕ່ຳ ທີ່​ຈະ​ເລີ່ມ​ຂຶ້ນ​ໃນ​ວັນ​ພຸດ​ນີ້. ເຈົ້າ​ໜ້າ​ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສອງ​ທ່ານຄື, ທ່ານ ວິ​ລ​ລຽມ ເທ​ເລີ ແລະ ທ່ານ ຈອ​ຈ໌ ເຄັ້ນ, ແມ່ນ​ມີ​ກຳ​ນົດ​ທີ່​ຈະ​ໃຫ້​ປາກ​ຄຳ​ວ່າ​ທ່ານ ທ​ຣຳ ໄດ້​ກົດ​ດັ​ນ​ໃຫ້​ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດິ​ເມຍ ເຊ​ເລັນ​ສ​ກີ ເປີດ​ການ​ສືບ​ສວນ​ສອບ​ສວນ​ເພື່ອ​ເປັນ​ປະ​ໂຫຍດ​ທາງ​ການ​ເມືອງ​ໃຫ້​ທ່ານ ໃນ​ຂະ​ນະທີ່​ທ່ານ​ໄດ້​ກັກ​ເງິນ​ຊ່ວຍ​ເຫຼືອ​ທາງ​ທະ​ຫານ​ຂອງ ສະ​ຫະ​ລັດ 391 ລ້ານ​ໂດ​ລາ​ ທີ່​ລັດ​ຖະ​ບານ ກີ​ຢິບ ຕ້ອງ​ການ​ທີ່​ສຸດ​ເພື່ອ​ຊ່ວຍ​ຕໍ່​ສູ້​ກັບ​ພວກ​ແບ່ງ​ແຍກ​ດິນ​ແດນ​ທີ່​ສະ​ໜັບ​ສະ​ໜູນ ຣັດ​ເຊຍ ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ.

ທ່ານ ທ​ຣຳ ໄດ້​ຂຽນ​ໃນ​ທວິດ​ເຕີ​ວ່າ “ການລົມໂທ​ລະ​ສັບ​ກັບປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ແມ່ນ​ສົມ​ບູນ. ອ່ານ​ເບິ່ງ​ສຳ​ເນົາ​ແມ. ມັນ​ບໍ່​ໄດ້​ມີ​ຫຍັງ​ທີ່​ເວົ້າ​ວ່າ ນັ້ນ​ແມ່ນ​ສິ່ງ​ທີ່​ຜິດ. ພັກ​ຣີ​ພັບ​ບ​ລີ​ກັນ, ຢ່າ​ຖືກ​ຊັກ​ຊວນ​ໃຫ້ຫຼົງ​ເຂົ້າ​ໃນ​ກັບ​ດັກ​ທີ່​ໂງ່​ນັ້ນ ດ້ວຍ​ການ​ເວົ້າ​ວ່າ​ມັນ​ບໍ່​ສົມ​ບູນ, ແຕ່​ມັນ​ກໍ​ບໍ່​ແມ່ນ​ສິ່ງ​ທີ່​ສາ​ມາດ​ຟ້ອງ​ຮ້ອງ​ໄດ້. ບໍ່, ມັນ​ແຂງ​ແກ່ນຫຼາຍກວ່າ​ນັ້ນ. ມັນ​ບໍ່​ມີ​ຫຍັງ​ຜິດ.”

ທ່ານ ທ​ຣຳ ໄດ້​ປະ​ຕິ​ເສດ​ມາຫຼາຍ​ອາ​ທິດ​ແລ້​ວ​ວ່າ ການ​ລົມ​ໂທ​ລະ​ສັບ​ກັບ​ທ່ານ ເຊ​ເລັນ​ສ​ກີ ເມື່ອ​ເດືອນ​ກໍ​ລະ​ກົດ​ທີ່​ຜ່ານ​ມາ​ແມ່ນ​ທຽບ​ເທົ່າ​ກັບ​ການ​ຊື້​ຈ້າງ​, ເຊິ່ງ​ແມ່ນ​ການ​ຊ່ວຍ​ເຫຼືອ​ທາງ​ທະ​ຫານ ແລກ​ປ່ຽ​ນ​ກັບ​ການ​ສື​ບ​ສວນ​ສອ​ບ​ສວນ ນຶ່ງ​ໃນ​ຜູ້​ມີ​ຄະ​ແນນ​ນຳ​ໜ້າ ​ສຳ​ລັບ​ການທ້າ​ຊິງ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີປີ 2020 ຈາກ​ພັກ​ເດ​ໂມ​ແຄ​ຣັດ, ອະ​ດີດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ແລະ ລູກ​ຊາຍ ທ່ານ ຮັ້ນ​ເຕີ ໄບ​ເດັນ ຜູ້​ທີ່​ເຮັດ​ວຽກ​ໃຫ້​ບໍ​ລິ​ສັດ​ແກັ​ສ​ທຳ​ມະ​ຊາດຂອງ ຢູ​ເຄ​ຣນ ແລະ ທິດ​ສະ​ດີທີ່​ບໍ່​ແມ່ນ​ຄວາມ​ຈິງ ກ່ຽວ​ກັບ ການ​ມີ​ສ່ວນ​ຮ່ວມ​ຂອງ ຢູ​ເຄ​ຣນ ໃນ​ການ​ເລືອກ​ຕັ້​ງ​ປີ 2016 ທີ່​ທ່ານ ທ​ຣຳ ໄດ້​ຊະ​ນະ. ທ່ານ ທ​ຣຳ ໄດ້​ປ່ອຍ​ການ​ຊ່ວຍ​ເຫຼືອ​ທາງ​ທະ​ຫານ​ໃນ​ເດືອນ​ກັນ​ຍາ​ທີ່​ຜ່ານ​ມາ ໂດຍ​ ຢູ​ເຄ​ຣນ ບໍ່​ໄດ້​ເປີ​ດ​ການ​ສືບ​ສວນ​ສອ​ບ​ສວນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG