ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານ ທຣຳ ກ່າວໂຈມຕີທ່ານ ໄບເດັນ ແລະ ໄດ້ສະເໜີ ກ່ຽວກັບ ການລົງແຂ່ງ ເອົາຕຳແໜ່ງ ໃນທຳນຽບຂາວ ໃນປີ 2024


ອະດີດປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ກ່າວຄຳປາໄສໃນກອງປະຊຸມການດຳເນີນການທາງການເມືອງຫົວອະນຸລັກນິຍົມ, ເມືອງ ອໍແລນໂດ, ລັດຟລໍຣິດ. 28 ກຸມພາ, 2021.
ອະດີດປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ກ່າວຄຳປາໄສໃນກອງປະຊຸມການດຳເນີນການທາງການເມືອງຫົວອະນຸລັກນິຍົມ, ເມືອງ ອໍແລນໂດ, ລັດຟລໍຣິດ. 28 ກຸມພາ, 2021.

ບໍ່ເຖິງ 6 ອາທິດຫຼັງຈາກໄດ້ອອກຈາກຕຳແໜ່ງ, ອະດີດປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໃນວັນອາທິດວານນີ້ ໄດ້ກ່າວໂຈມຕີ ຜູ້ສືບທອດຕຳແໜ່ງຂອງທ່ານຢ່າງໜັກ, ໂດຍໂຕ້ແຍ້ງປະທານາທິບໍດີ ໂຈ ໄບເດັນ ວ່າໄດ້ “ປະຕິບັດໜ້າທີ່ເດືອນທຳອິດຢູ່ທຳນຽບຂາວຢ່າງຂີ້ຮ້າຍທີ່ສຸດ ໃນປະຫວັດສາດຍຸກໃໝ່. ແລະ ໄດ້ສະເໜີໂດຍທາງອ້ອມຢ່າງແຂງຂັນວ່າ ທ່ານອາດພະຍາຍາມທີ່ຈະຍາດເອົາຕຳແໜ່ງປະທານາທິບໍດີຄືນ ໃນການເລືອກຕັ້ງປີ 2024.

ທ່ານ ທຣຳ ໄດ້ກ່າວຕໍ່ຜູ້ສະໜັບສະໜູນຫົວອະນຸລັກນິຍົມຫຼາຍຮ້ອຍຄົນທີ່ຮ້ອງເຊຍໃນການຊຸມນຸມກັນຢູ່ຫ້ອງປະຊຸມຂອງໂຮງແຮມແຫ່ງນຶ່ງໃນເມືອງ ອໍແລນໂດ, ລັດ ຟໍຣິດາ ວ່າ “ໃນນຶ່ງເດືອນສັ້ນໆ, ພວກເຮົາໄດ້ເລີ່ມຈາກ ອາເມຣິກາ ມາກ່ອນໝູ່ ເປັນ ອາເມຣິກາ ສຸດທ້າຍ.”

ທ່ານ ໄດ້ກ່າວຕໍ່ການຊຸມນຸມ ຢູ່ກອງປະຊຸມ ການດຳເນີນການທາງການເມືອງ ຂອງພວກຫົວອະນຸ ລັກນິຍົມ ໂດຍໄດ້ປະຕິດເສດການຕັ້ງພັກທີສາມຂຶ້ນມາວ່າ “ຂ້າພະເຈົ້າຍັງໄດ້ຕັດສິນໃຈວ່າ ອາດ ຈະລົງແຂ່ງຂັນອີກຄັ້ງນຶ່ງ.” ທ່ານໄດ້ປະຕິຍານວ່າຈະໂຄສະນາຫາສຽງໃຫ້ “ບັນດາຜູ້ນຳພັກຣີພັບ
ບລີກັນທີ່ແຂງແກ່ນ ແລະ ເຂັ້ມແຂງ” ເພື່ອພະຍາຍາມຍາດເອົາການຄວບຄຸມສະພາຕໍ່າ ແລະ ສະ ພາສູງຄືນ ໃນການເລືອກຕັ້ງລັດຖະສະພາປີ 2022 ເຊິ່ງແມ່ນກາງສະໄໝຂອງການດຳລົງຕຳແໜ່ງສີ່ປີຂອງທ່ານ ໄບເດັນ ແລະ ສອງປີໃນທຳນຽບຂາວຫຼັງຈາກນັ້ນ.

ທ່ານ ທຣຳ ໄດ້ກ່າວ ກ່ຽວກັບ ຜູ້ຖືກສະເໜີຊື່ເອົາຕຳແໜ່ງປະທານາທິບໍດີ ປີ 2024 ຂອງພັກ ໃນການກ່າວຄຳປາໄສທີ່ສຳຄັນຄັ້ງທຳອິດຂອງທ່ານ ນັບຕັ້ງແຕ່ໄດ້ອອກຈາກຕຳແໜ່ງວ່າ “ຄົນຜູ້ນັ້ນຈະແມ່ນໃຜ?”

ໃນການກ່າວຄຳປາໄສຍາວ 90​ ນາທີນັ້ນ, ທ່ານບໍ່ໄດ້ເຮັດໃຫ້ມີຄວາມສົງໄສເລີຍວ່າມັນອາດແມ່ນທ່ານ, ໂດຍອ້າງເຖິງການຢັ່ງຫາງສຽງໃນກອງປະຊຸມທີ່ເຂົ້າຂ້າງພຽງພັກດຽວເປັນຢ່າງສູງ ທີ່ໄດ້ສະແດງໃຫ້ເຫັນອັດຕາຄວາມນິຍົມ 97 ເປີເຊັນ ສຳລັບການດຳລົງຕຳແໜ່ງສີ່ປີໃນທຳນຽບຂາວຂອງທ່ານ ແມ່ນກະທັ້ງທີ່ການຢັ່ງຫາງສຽງທົ່ວປະເທດ ຂອງບັນດາຜູ້ລົງຄະແນນສຽງໄດ້ສະແດງໃຫ້ເຫັນວ່າ ທ່ານ ໄບເດັນ ມີອັດຕາຄວາມນິຍົມຢ່າງກວ້າງຂວາງກໍຕາມ ແລະ ຮຸ້ນຂອງທ່ານ ທຣຳ ກໍໄດ້ຕົກຕໍ່າລົງນັບຕັ້ງແຕ່ການດຳລົງຕຳແໜ່ງໃນທຳນຽບຂາວຂອງທ່ານໄດ້ສິ້ນສຸດລົງ.

ການຜ່າຍແພ້ຂອງທ່ານ ທຣຳ ຕໍ່ທ່ານ ໄບເດັນ ແມ່ນຍັງໃໝ່ຢູ່ໃນຄວາມຄິດຂອງທ່ານ ໃນຂະນະທີ່ທ່ານໄດ້ສືບຕໍ່ເວົ້າ ກ່ຽວກັບ ການກ່າວຫາທີ່ບໍ່ມີມູນຄວາມຈິງເປັນເວລາຫຼາຍເດືອນວ່າ ທ່ານຖືກສໍ້ ໂກງໃນການເລືອກຕັ້ງເອົາຕຳແໜ່ງຄືນ.

ທ່ານໄດ້ກ່າວດູໝິ່ນຢ່າງສະເພາະເຈາະຈົງຕໍ່ສານສູງສຸດ ສະຫະລັດ ທີ່ຖືກຄອບງຳໂດຍຫົວອະນຸລັກນິຍົມ, ເຊິ່ງສາມຄົນໃນນັ້ນທ່ານເປັນຜູ້ແຕ່ງຕັ້ງ. ທ່ານໄດ້ ກ່າວວ່າ ສານສູງສຸດຂອງປະເທດ “ບໍ່ມີຮອດຄວາມໃຈກ້າ ຫຼື ຄວາມກ້າຫານ” ທີ່ຈະຈັດການໃຫ້ການ ກ່ຽວກັບ ການກ່າວອ້າງສໍ້ໂກງການເລືອກຕັ້ງຂອງທ່ານ. ທ່ານ ທຣຳ ແລະ ຜູ້ສະໜັບສະໜູນຂອງທ່ານໄດ້ຜ່າຍແພ້ການຄັດຄ້ານໃນ ສານ 60 ຄັ້ງ ກ່ຽວກັບ ການເລືອກຕັ້ງເດືອນພະຈິກປີກາຍນີ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG