ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ທ່ານ​ທ​ຣຳ ຂໍ​ຮ້ອງ​ໃຫ້​ສານ​ສູງ​ສຸດ ເຂົ້າ​ແຊກ​ແຊງ ໃນ​ການ​ໂຕ້​ຖຽງ ກ່ຽວ​ກັບ​ຄະ​ດີທີ່​ບ້ານ​ພັກ ມາ-ອາ-ລາ​ໂກ


ແຟ້ມ - ປົກ​ຄຳ​ຕັດ​ສິນ​ຂອງສານ​ອຸ​ທອນ​ສະ​ຫະ​ລັດ ເຂດ 11 ທີ່​ນະ​ຄອນ​ແອັດ​ແລນ​ຕາ ​ທີ່​ໄດ້ຖືກ​ຖ່າຍ​ຮູບ​ໄວ້​ເມື່ອ​ວັນ​ພຸດ​ທີ 21 ກັນ​ຍາ 2022.
ແຟ້ມ - ປົກ​ຄຳ​ຕັດ​ສິນ​ຂອງສານ​ອຸ​ທອນ​ສະ​ຫະ​ລັດ ເຂດ 11 ທີ່​ນະ​ຄອນ​ແອັດ​ແລນ​ຕາ ​ທີ່​ໄດ້ຖືກ​ຖ່າຍ​ຮູບ​ໄວ້​ເມື່ອ​ວັນ​ພຸດ​ທີ 21 ກັນ​ຍາ 2022.

ບັນ​ດາ​ທະ​ນາຍ​ຄວາມ​ຂອງ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ໄດ້​ຮ້ອງຂໍ​ຕໍ່​ສານ​ສູງ​ສຸດ​ໃນ​ວັນ​ອັງ​ຄານ​ວານນີ້ ໃຫ້ເຂົ້າ​ຊ່ວຍ​ໃນ​ການ​ຕໍ່​ສູ້​ທາງ​ດ້ານ​ກົດ​ໝາຍ ກ່ຽວ​ກັບ​ເອກ​ກະ​ສານ​ລັບ​ທີ່​ຖືກ​ຢຶດ ໃນ​ລະ​ຫວ່າງ​ການກວດ​ຄົ້ນ​ຂອງ​ອົງ​ການ​ສັນ​ຕິ​ບານ​ກາງ ຫຼື FBI ຂອງ​ສະ​ຫະ​ລັດ ທີ່​ບ້ານ​ພັກ​ຂອງທ່ານ​ໃນ​ລັດ​ຟ​ລໍ​ຣິ​ດາ ຊຶ່ງ​ໄດ້​ເຮັດ​ໃຫ້​ການ​ຂັດ​ແຍ້ງ​ເພີ້ມ​ທະ​ວີ​ຄວາມ​ຮ້າຍ​ແຮງ​ຂຶ້ນ ກ່ຽວ​ກັບ​ອຳ​ນາດ​ຂອງ​ຜູ້ຕັດ​ສິນ​ຊີ້​ຂາດ​ອິດ​ສະ​ຫຼະ ທີ່​ຖືກ​ແຕ່ງ​ຕັ້ງ​ໃຫ້​ກວດ​ກາ​ເບິ່ງ​ເອກ​ກະ​ສານ​ຕ່າງໆ ອີງ​ຕາມ​ລາຍ​ງານ​ຂອ​ງ​ອົງ​ການ​ຂ່າວ​ເອ​ພີ.

ຄະ​ນະ​ທີມ​ງານ​ຂອງ​ທ່ານ​ທ​ຣຳ ໄດ້​ຮ້ອງ​ຂໍ​ຕໍ່​ສານ​ສູງ​ສຸດ ໃຫ້​ຕ່າວປີ້ີ້ນ​ການ​ຕັດ​ສິນ​ຂອງ​ສານ​ຊັ້ນ​ຕົ້ນ ແລະ​ອະ​ນຸ​ຍາດ​ໃຫ້​ຜູ້​ຕັດ​ສິນ​ຊີ້​ຂາດ ທີ່​ເອີ້ນ​ວ່າຜູ້ກວດ​ກາ​ພິ​ເສດ ທົບ​ທວນ​ເບິ່ງ​ເອກ​ກະ​ສານ​ປະ​ມານ 100 ສະ​ບັບທີ່ຖືກ​ລະ​ບຸ​ວ່​າເປັນ​ເອກ​ກະ​ສານ​ລັບນັ້ນ ໄດ້​ຖືກ​ຢຶດ​ເອົາ​ໄປ​ຈາກ​ບ້ານ​ພັກ​ ມາ-ອາ-ລາ​ໂກ ໃນ​ການກວດ​ຄົ້ນ​ ເມື່ອ​ວັນ​ທີ 8 ສິງ​ຫາ​ຜ່ານ​ມາ.

ຄະ​ນະ​ຜູ້​ພິ​ພາກ​ສາ 3 ທ່ານ​ຈາກ​ສານ​ອຸ​ທອນ​ສະ​ຫະ​ລັດ ເຂດ 11 ຢູ່​ນະ​ຄອນ​ແອັດ​ແລນ​ຕາ ໃນ​ເດືອນ​ແລ້ວນີ້ ໄດ້​ຈຳ​ກັດ​ການ​ທົບ​ທວນ ​ຂອງ​ຜູ້ກວດ​ກາ​ພິ​ເສດ ​ຕໍ່​ເອກ​ກະ​ສານ​ສ່ວນ​ໃຫຍ່​ທີ່​ບໍ່​ແມ່ນ​ເອກ​ກະ​ສານ​ລັບ. ຜູ້​ພິ​ພາກ​ສາ​ທັງ​ສາມ ຮວມ​ທັງ​ສອງ​ທ່ານ ທີ່​ຖືກ​ແຕ່ງ​ຕັ້ງ​ໂດຍ​ທ່ານ​ທ​ຣຳ ໄດ້​ເຂົ້າ​ຂ້າງ​ກະ​ຊວງ​ຍຸ​ຕິ​ທຳ ຊຶ່ງ​ໄດ້​ໂຕ້​ແຍ້ງວ່​າ ບໍ່​ມີ​ພື້ນ​ຖານ​ທາງ​ກົດ​ໝາຍ​ໃດໆ ສຳ​ລັບ​ຜູ້ກວດ​ກາ​ພິ​ເສດ ທີ່​ຈະ​ມາ​ທຳ​ການ​ທົບ​ທວນ​ບັນ​ທຶກ​ເອກ​ກະ​ສານ​ລັບ.

ແຕ່​ພວກ​ທະ​ນາຍ​ຄວາມ​ຂອງ​ທ່ານ​ທ​ຣຳ ກ່າວ​ຢູ່​ໃນ​ຄຳ​ຮ້ອງ​ໄປ​ຫາ​ສານ​ສູງ​ສຸດ​ວ່າ ມັນ​ເປັນ​ສິ່ງ​ຈຳ​ເປັນ​ທີ່​ຜູ້ກວດ​ກາ​ພິ​ເສດ ຕ້ອງ​ໄດ້​ທຳ​ການ​ທົບ​ທວນ​ເບິ່ງ​ບັນ​ທຶກ​ເອກ​ກະ​ສານ​ລັບ ເພື່ອ “ພິ​ຈາ​ລະ​ນາ​ວ່າ​ເອກ​ກະ​ສານ​ທີ່​ໝາຍ​ວ່າ​ເປັນ​ເອກ​ກະ​ສານ​ລັບ​ນັ້ນ ຄວາມ​ຈິງ​ແລ້ວ​ແມ່ນ​ເອກ​ກະ​ສານ​ລັບ​ແທ້​ຫຼື​ບໍ່ ແລະ​ບໍ່​ສຳ​ຄັນ​ກ່ຽວ​ກັບ​ການ​ໝາຍ ປະ​ຫວັດ​ເຫຼົ່າ​ນັ້ນ​ເປັນ​ປະ​ຫວັດ​ສ່ວນ​ໂຕ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ຫຼື​ບໍ່.”

“ໃນ​ເມື່ອ​ວ່າ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ​ມີ​ອຳ​ນາດ​ໂດຍ​ເຕັມ​ໃນ​ການ​ຕັດ​ສິນ​ໃຈ​ກ່ຽວ​ກັບ​ການ​ຈັດ​ເອກ​ກະ​ສານ ໃນ​ລະ​ຫວ່າງ​ທີ່​ທ່ານ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ຖາ​ນະ​ໃນ​ປັດ​ຈຸ​ບັນ​ຂອງ​ເອກ​ກະ​ສານ​ທີ່​ມີ​ການ​ໂຕ້​ຍິງ​ໃດໆ​ຈຶ່ງ​ບໍ່​ສາ​ມາດ​ລົງ​ຄວາມ​ເຫັນ​ວ່າ​ພຽງ​ຢ່າງ​ດຽວ​ໃນ​ການ​ອ້າງ​ອີງ​ເຖິງ​ການ​ໝາຍ​ຢູ່​ໃນ​ແຕ່​ເອກ​ກະ​ສານ” ນັ້ນ​ຄື​ຄຳ​ເວົ້າ​ທີ່​ຂຽນ​ຢູ່​ໃນ​ຄຳ​ຮ້ອງ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG