ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປ. ທຣຳ ເດີນທາງ ໄປເຖິງ ປະເທດຈີນ ແລ້ວ ເພື່ອເຈລະຈາເລື່ອງການຄ້າ ແລະເກົາຫຼີເໜືອ

ປະທານາທິບໍດີ ດໍໂນລ ທຣຳ, ຜູ້ທີສອງຈາກຊ້າຍ, ສະຕີໝາຍເລກນຶ່ງ ທ່ານນາງ ເມີລາເນຍ ທຣຳ, ຊ້າຍ, ປະທານປະເທດຈີນ ທ່ານສີ ຈິ້ນຜິງ, ຜູ້ທີສອງຈາກຂວາ, ແລະ ພັນລະຍາຂອງທ່ານສີ ທ່ານນາງ ເຜິງ ລີຢວນ, ຂວາ, ຢືນຄຽງຂ້າງກັນ ໃນຂະນະທີ່ພວກເພິ່ນ ທ່ຽວຊົມ ເມືອງຕ້ອງຫ້າມ ຫຼື Forbidden City, ວັນທີ 8 ພະຈິກ 2017, ໃນນະຄອນຫຼວງປັກກິ່ງ ຂອງຈີນ.

ທ່ານດໍໂນລ ທຣຳ ໄດ້ເດີນທາງໄປເຖິງ ນະຄອນຫຼວງປັກກິ່ງ ໃນວັນພຸດມື້ນີ້ ອັນເປັນ
ການຢ້ຽມຢາມ ຄັ້ງທຳອິດຂອງທ່ານ ໃນຖານະເປັນປະທານາທິບໍດີ ສະຫະລັດ ຕໍ່ ປະເທດທີ່ໄດ້ເປັນຈຸດເພັ່ງເລັງ ທີ່ສ່ວນຫຼາຍເປັນພາບລົບ ໃນການຊຸກຍູ້ເພື່ອສ້າງ
ວຽກເຮັດງານທຳ ຢູ່ໃນສະຫະລັດ. ການຄ້າ ເປັນລາຍການປະຊຸມ ອັນດັບສູງ ແຕ່
ເລື່ອງຂອງເກົາຫຼີເໜືອ ກໍເຊັ່ນກັນ. ບັນດາເຈົ້າໜ້າທີ່ທຳນຽບຂາວ ກ່າວວ່າ ທ່ານ
ປະທານາທິບໍດີ ຕັ້ງໃຈທີ່ຈະກົດດັນ ຈີນ ເຊິ່ງເປັນພັນທະມິດທີ່ໃກ້ຊິດທີ່ສຸດ ຂອງ
ເກົາຫຼີເໜືອ ແລະ ເປັນຄູ່ການຄ້າສຳຄັນສຸດ ເພື່ອຊຸກຍູ້ໃຫ້ເກົາຫຼີເໜືອ ຍົກເລີກ
ໂຄງການນິວເຄລຍຂອງຕົນ ເຊິ່ງເປັນຫົວຂໍ້ຂອງການກ່າວຄຳປາໄສ ທີ່ທ່ານທຣຳ
ໄດ້ກ່າວໄປແລ້ວ ຢູ່ນະຄອນຫຼວງໂຊລ ບໍ່ເທົ່າໃດຊົ່ວໂມງ ກ່ອນໜ້າການເດີນທາງ
ໄປຮອດປັກກິ່ງ.

Trump Message to North Korean Leader
please wait

No media source currently available

0:00 0:01:10 0:00

ໃນຄຳປາໄສຕໍ່ສະພາແຫ່ງຊາດຂອງເກົາຫຼີໃຕ້ ນັ້ນ ປະທານາທິບໍດີ ທຣຳ ໄດ້ໃຊ້
ຂໍ້ຄວາມທີ່ໜັກແໜ້ນຕໍ່ພຽງຢາງ ໂດຍຮຽກຮ້ອງຕໍ່ຜູ້ນຳ Kim Jong Un ໃຫ້ເລີກລົ້ມ
ໂຄງການອາວຸດນິວເຄລຍທັງໝົດ ເພື່ອຈະມີໂອກາດທີ່ຈະກ້າວໄປສູ່ “ເສັ້ນທາງ
ທີ່ດີກວ່າ.”

ທ່ານທຣຳ ໄດ້ເຕືອນເກົາຫຼີເໜືອ ວ່າ “ຢ່າປະມາດພວກເຮົາ ແລະຢ່າລອງພວກເຮົາ.
ພວກເຮົາຈະປ້ອງກັນຄວາມໝັ້ນຄົງ ພ້ອມໆກັນ ຂອງພວກເຮົາ ຄວາມຈະເລີນ
ຮຸ່ງເຮືອງທີ່ພວກເຮົາມີຮ່ວມກັນ ແລະ ເສລີພາບທີ່ພວກເຮົາສັກກາລະ.”

ໂດຍການສະໜັບສະໜູນ ຄຳເວົ້າດັ່ງກ່າວຂອງທ່ານປະທານາທິບໍດີ ກໍແມ່ນການມີໜ້າ
ຂອງກຸ່ມກຳປັ່ນບັນທຸກເຮືອບິນລົບ ຂອງສະຫະລັດ 3 ລຳ ແລະ ບັນດາເຮືອດຳນ້ຳ
ພະລັງນິວເຄລຍ ເຊິ່ງທ່ານປະທານາທິບໍດີ ໄດ້ກ່າວວ່າ “ຢູ່ໃນຕຳແໜ່ງທີ່ເໝາະສົມ
ແລ້ວ”
ຢູ່ໃກ້ໆກັບແຫຼມເກົາຫຼີ.

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ກ່າວຄຳປາໄສ ຢູ່ທີ່ສະພາແຫ່ງຊາດ ເກົາຫຼີໃຕ້ ໃນນະຄອນຫຼວງໂຊລ ຂອງເກົາຫຼີໃຕ້, ວັນທີ 8 ພະຈິກ 2017.
ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ກ່າວຄຳປາໄສ ຢູ່ທີ່ສະພາແຫ່ງຊາດ ເກົາຫຼີໃຕ້ ໃນນະຄອນຫຼວງໂຊລ ຂອງເກົາຫຼີໃຕ້, ວັນທີ 8 ພະຈິກ 2017.

ປະທານາທິບໍດີ ສະຫະລັດ ໄດ້ກ່າວອ້າງເຖິງເກົາຫຼີເໜືອ ວ່າ ເປັນລະບອບທີ່ “ລົ້ມແຫຼວ
ແທ້ໆເລີຍ”
ແລະ ເປັນລະບອບທີ່ “ໂຫດຮ້າຍ” ທີ່ປົກຄອງໂດຍ ລັດທິຄວາມເຊື່ອຖືຜູ້ໃດ
ຜູ້ນຶ່ງ ແລະ ໂດຍຈອມຜະເດັດການ ຜູ້ທີ່ບັງຄັບໃຫ້ປະຊາຊົນຕົກເປັນຂ້າທາດ ອັນເປັນ
ການອະທິບາຍຂອງຄຸນລັກຊະນະ ທີ່ແນ່ນອນ ຈະກະຕຸ້ນໃຫ້ມີການຕອບໂຕ້ດ້ວຍຄຳເວົ້າ
ທີ່ເຈັບແສບ ຈາກພຽງຢາງ.

ທ່ານທຣຳ ໄດ້ກ່າວໃນຄຳປາໄສຂອງທ່ານ ວ່າ “ໂລກບໍ່ສາມາດອົດກັ້ນໄດ້ ຕໍ່ຄວາມ
ຮ້າຍກາດ ຂອງລະບອບເກາະຜິດ ທີ່ຂົ່ມຂູ່ຕົນ ດ້ວຍການໃຊ້ນິວເຄລຍ ເພື່ອການ
ທຳລາຍລ້າງຜານ. ທຸກໆປະເທດທີ່ມີຄວາມຮັບຜິດຊອບ ຕ້ອງຮ່ວມກັນກົດດັນ
ລະບອບການປົກຄອງ ທີ່ໂຫດຫ້ຽມ ຂອງເກົາຫຼີເໜືອ ເພື່ອບໍ່ໃຫ້ການສະໜັບສະໜູນ
ໃນຮູບແບບໃດໆ ແກ່ມັນ.”

ປະທານາທິບໍດີ ດໍໂນລ ທຣຳ, ຊ້າຍ, ກ່າວຖະແຫລງ ໃນຂະນະທີ່ ປະທານາທິບໍດີ ມູນ ເຈ-ອິນ ຢືນເບິ່ງ ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວຮ່ວມ ຢູ່ທີ່ທຳນຽບສີຟ້າ ຫຼື Blue House ໃນນະຄອນຫຼວງໂຊລ ຂອງເກົາຫຼີໃຕ້, ວັນອັງຄານ ທີ 7 ພະຈິກ 2017.

ຜູ້ນຳສະຫະລັດ ໄດ້ສະແດງຄວາມຮູ້ສຶກຍົກຍ້ອງແກ່ເກົາຫຼີໃຕ້ ໂດຍການປຽບທຽບ
ຜົນສຳເລັດດ້ານເສດຖະກິດຂອງປະເທດນີ້ ກັບ ສະພາບການທີ່ມືດມົນໃນເກົາຫຼີເໜືອ.

ປະທານາທິບໍດີ ສະຫະລັດ ໄດ້ກ່າວວ່າ “ເກົາຫຼີໃຕ້ ປະສົບຜົນສຳເລັດຫຼາຍເທົ່າໃດ
ເຈົ້າ ກໍຈະເຮັດໃຫ້ຄວາມໄຝ່ຝັນທີ່ມືດມົນ ຢູ່ໃນໃຈຂອງລະບອບ ຄິມ ນັ້ນ ຂາດຄວາມ
ເຊື່ອຖື ຫຼາຍຂຶ້ນຢ່າງແນ່ນອນ.”

ການກ່າວຄຳປາໄສ ໄດ້ສິ້ນສຸດລົງ ດ້ວຍນ້ຳສຽງທີ່ມີຄວາມຫວັງ ເຊິ່ງ ຄວາມໄຝ່ຝັນຂອງ
ຊາວເກົາຫຼີ ກໍຄື: ການທ້ອນໂຮມເກົາຫຼີແບບສັນຕິ ຢູ່ໃນແຫຼມເກົາຫຼີ. ແຕ່ດ້ວຍອາວຸດ
ທີ່ມີອານຸພາບຮ້າຍແຮງ ຂອງທ່ານ ຄິມ ເປັນໄພຂົ່ມຂູ່ຢ່າງໃຫຍ່ຫລວງນັ້ນ ທ່ານທຣຳ ຈຶ່ງ
ໄດ້ເຕືອນວ່າ “ພວກເຮົາຄອຍຖ້າດົນປານໃດ ຄວາມອັນຕະລາຍທີ່ໃຫຍ່ຫລວງ ກໍຈະ
ເພີ່ມຂຶ້ນ ແລະ ທາງເລືອກກໍຈະມີໜ້ອຍລົງ.”

Trump China
please wait
Embed

No media source currently available

0:00 0:00:39 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG