ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທຣຳ ຍ້ອງຍໍສະພາສູງ ສຳລັບ ການຜ່ານຮ່າງກົດໝາຍ ປະຕິຮູບພາສີ


ລັດຖະສະພາ ແຄັບປີຕໍລ ຮິລ, ນະຄອນຫຼວງ ວໍຊິງຕັນ. 17 ພະຈິກ, 2017. (ພາບຈາກ: ດີອາ ເບັກຮີດ)
ລັດຖະສະພາ ແຄັບປີຕໍລ ຮິລ, ນະຄອນຫຼວງ ວໍຊິງຕັນ. 17 ພະຈິກ, 2017. (ພາບຈາກ: ດີອາ ເບັກຮີດ)

ໃນຕອນເຊົ້າວັນເສົາວານນີ້ ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ຊົມເຊີຍ
ສະພາສູງ ທີ່ຜ່ານຮ່າງກົດໝາຍປະຕິຮູບພາສີ ຄັ້ງຍິ່ງໃຫຍ່ ໂດຍໄດ້ບອກພວກນັກຂ່າວ
ຢູ່ຂ້າງນອກທຳນຽບຂາວວ່າ “ຮ່າງກົດໝາຍດັ່ງກ່າວ “ ໄດ້ຮຽກຮ້ອງໃຫ້ມິການຕັດພາສີ
ລົງຢ່າງໃຫຍ່ທີ່ສຸດໃນປະຫວັດສາດຂອງປະເທດ.”

ໃນເວລາຕໍ່ມາ ໃນວັນເສົາວານນີ້ ຢູ່ທີ່ງານຫາລາຍໄດ້ຂອງພັກຣີພັບລິກັນນັ້ນ ທ່ານ
ທຣຳ ເວົ້າວ່າການຜ່ານຮ່າງກົດໝາຍດັ່ງກ່າວ ແມ່ນເປັນຜົນງານຂອງການໃຊ້ຄຳສັບ.

“ເປັນເວລາຫຼາຍປີມາແລ້ວ ທີ່ຂ້າພະເຈົ້າໄດ້ເວົ້າວ່າ ຂ້າພະເຈົ້າສົງໃສວ່າ ເປັນຫຍັງ
ພວກສະມາຊິກສະພາຈຶ່ງພາກັນໃຊ້ຄຳວ່າ ປະຕິຮູບ. ເພາະວ່າບໍ່ມີຜູ້ໃດເຂົ້າໃຈຄວາມ
ໝາຍຂອງຄຳວ່າ ປະຕິຮູບ. ປະຕິຮູບອາດໝາຍຄວາມວ່າ ພາສີຂອງພວກທ່ານອາດຈະ
ຂຶ້ນກໍເປັນໄດ້. ແລະ ຂ້າພະເຈົ້າເວົ້າກັບຄົນຂອງຂ້າພະເຈົ້າ, ຂ້າພະເຈົ້າໂທລະສັບຫາ
ທຸກຄົນ ແລະ ພວກເຮົາໄດ້ປະຊຸມກັນ ລວມມີສະພາສູງ, ສະພາຕໍ່າ ທຸກໆຄົນ. ຂ້າພະ
ເຈົ້າເວົ້າວ່າ ພວກເຮົາຕ້ອງໄດ້ໃຊ້ຄຳວ່າ ຕັດພາສີ.”

ໃນຕອນເຊົ້າວັນເສົາວານນີ້ ທ່ານ ທຣຳ ໄດ້ຍ້ອງຍໍສະມາຊິກສະພາສູງຊັ້ນນຳພັກຣິພັບ
ລິກັນສອງທ່ານຄື ທ່ານ ມິຈ໌ ແມັກຄັອນແນລ ຜູ້ນຳສຽງສ່ວນຫຼາຍກັບທ່ານ ອໍຣິນ ແຮັຈ໌ ປະ
ທານຄະນະກຳມາທິການຟ່າຍການເງິນ ສຳລັບການຫາສຽງໄດ້ຫຼາຍພໍ ສຳລັບຜ່ານຮ່າງກົດໝາຍດັ່ງກ່າວ.

ທ່ານ ທຣຳ ໄດ້ເວົ້າໃນທວີດເຕີ້ວ່າ “ພວກເຮົາຫຍັບເຂົ້າໃກ້ບາດກ້າວນຶ່ງແລ້ວ ຫາການ
ປະກາດຕັດພາສີຄັ້ງໃຫຍ່ ສຳລັບພວກຄອບຄົວຜູ້ອອກແຮງງານໃນທົ່ວ ອາເມຣິກາ.
ຂອບໃຈເປັນພິເສດ ສະມາຊິກສະພາສູງ ທ່ານ ມິຈ໌ ແມັກຄັອນແນລ ຜູ້ນຳສຽງສ່ວນ
ຫຼາຍ ກັບທ່ານ ອໍຣິນ ແຮັຈ໌ ປະທານຄະນະກຳມາທິການຟ່າຍການເງິນ ສຳລັບການເຮັດ
ໃຫ້ຮ່າງກົດໝາຍຂອງພວກເຮົາໄດ້ຮັບຜ່ານ. ຂ້າພະເຈົ້າຫວັງຢ່າງຍິ່ງວ່າຈະໄດ້ເຊັນຮ່າງກົດໝາຍນັ້ນ ກ່ອນວັນຄຮິສມັສ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG