ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທຣຳ ປາກົດວ່າ ໄດ້ຍອມຮັບ ທ່ານ ໄບເດັນ ເປັນຜູ້ຊະນະເລີດ ແຕ່ບໍ່ຍອມແພ້ ຢ່າງເປັນທາງການ


ປະທານາທິບໍດີ ດໍໂນລ ທຣຳ ເດີນທາງກັບໄປ ທຳນຽບຂາວ ຫຼັງຈາກສື່ມວນຊົນໄດ້ປະກາດວ່າ ຜູ້ຖືກສະເໜີຊື່ເອົາຕຳແໜ່ງປະທານາທິບໍດີ ສັງກັດພັກເດໂມແຄຣັດ ທ່ານ ໂຈ ໄບເດັນ ໄດ້ຊະນະການເລືອກຕັ້ງ ປະທານາທິບໍດີປີ 2020, ນະຄອນຫຼວງ ວໍຊິງຕັນ. 7 ພະຈິກ, 2020.
ປະທານາທິບໍດີ ດໍໂນລ ທຣຳ ເດີນທາງກັບໄປ ທຳນຽບຂາວ ຫຼັງຈາກສື່ມວນຊົນໄດ້ປະກາດວ່າ ຜູ້ຖືກສະເໜີຊື່ເອົາຕຳແໜ່ງປະທານາທິບໍດີ ສັງກັດພັກເດໂມແຄຣັດ ທ່ານ ໂຈ ໄບເດັນ ໄດ້ຊະນະການເລືອກຕັ້ງ ປະທານາທິບໍດີປີ 2020, ນະຄອນຫຼວງ ວໍຊິງຕັນ. 7 ພະຈິກ, 2020.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ປາກົດວ່າໄດ້ຮັບຮູ້ທ່ານ ໂຈ ໄບເດັນ ສັງກັດພັກເດໂມແຄຣັດ ວ່າເປັນຜູ້ຊະນະການເລືອກຕັ້ງປະທານາທິບໍດີເກືອບເມື່ອສອງອາທິດທີ່ຜ່ານມາເປັນຄັ້ງທຳອິດໃນວັນອາທິດວານນີ້ ແຕ່ໄດ້ກ່າວວ່າທ່ານບໍ່ໄດ້ຍອມແພ້.

ໃນຂໍ້ຄວາມທີ່ຂຽນຢູ່ທວິດເຕີຫຼາຍຄັ້ງ, ທ່ານ ທຣຳ ໄດ້ສືບຕໍ່ກ່າວອ້າງຢ່າງບໍ່ມີຫຼັກຖານວ່າ ທ່ານໄດ້ຜ່າຍແພ້ຍ້ອນການລົງຄະແນນສຽງໄດ້ມີການສໍ້ໂກງຕໍ່ທ່ານ.

ປະທານາທິບໍດີສັງກັດພັກຣີພັບບລີກັນ ໄດ້ປະຕິເສດທີ່ຈະຍອມແພ້ການເລຶືອກຕັ້ງຢ່າງເປັນທາງ ການຕໍ່ອະດີດຮອງປະທານາທິບໍດີ ແມ່ນກະທັ້ງທີ່ອົງການສື່ມວນຊົນທີ່ສຳຄັນທຸກແຫ່ງຂອງ ສະຫະ ລັດ ໄດ້ກ່າວເປັນອາທິດແລ້ວວ່າ ທ່ານ ໄບເດັນ ໄດ້ຄະແແນນຫຼາຍກວ່າຄະແນນສຽງສ່ວນຫຼາຍ 270 ຄະແນນໃນຄະນະຜູ້ແທນ ການເລືອກຕັ້ງ 538 ຄະແນນເພື່ອຊະນະຕຳແໜ່ງປະທານາທິບໍດີ ແລະ ຈະສາບານຕົວເຂົ້າຮັບຕຳແໜ່ງໃນວັນທີ 20 ມັງກອນ.

ໃນຂໍ້ຄວາມນຶ່ງ, ທ່ານ ທຣຳ ໄດ້ກ່າວ ກ່ຽວກັບ ທ່ານ ໄບເດັນ ວ່າ, “ລາວໄດ້ ຊະນະຍ້ອນການເລືອກຕັ້ງມີການສໍ້ໂກງ.”

ທ່ານ ທຣຳ ໄດ້ສືບຕໍ່ກ່າວຫາໂດຍບໍ່ມີຫຼັງຖານ ກ່ຽວກັບ ເລືອກຕັ້ງວ່າ, “ບໍ່ມີຜູ້ເບິ່ງການລົງຄະແນນສຽງ ຫຼື ຜູ້ສັງເກດການໄດ້ຮັບອະນຸຍາດໃຫ້ເຂົ້າໄປ, ການລົງຄະແນນສຽງຖືກຈັດການໂດຍບໍລິສັດເອກະຊົນຝ່າຍຊ້າຍຫົວຮຸນແຮງຊື່ວ່າ ໂດມີນຽນ, ເຊິ່ງມີຊື່ສຽງບໍ່ດີ ແລະ ອຸປະກອນຂອງປອມ ທີ່ບໍ່ຜ່ານສຳລັບແມ່ນກະທັ້ງລັດ ເທັກຊັສ (ເຊິ່ງຂ້ອຍໄດ້ຊະນະຕັ້ງຫຼາຍຄະແນນ), ສື່ມວນຊົນປອມ ແລະ ມິດງຽບ ແລະ ອື່ນໆ.”

ທວິດເຕີໄດ້ໝາຍການກ່າວອ້າງຂອງທ່ານ ທຣຳ ວ່າ, “ການກ່າວອ້າງ ກ່ຽວກັບ ການສໍ້ໂກງການເລືອກຕັ້ງແມ່ນຖືກໂຕ້ແຍ້ງ.”

ປະມານນຶ່ງຊົ່ວໂມງຕໍ່ມາ, ທ່ານ ທຣຳ ໄດ້ອະທິບາຍທັດສະນະຄະຕິຂອງທ່ານ ກ່ຽວກັບ ຜົນການເລືອກຕັ້ງວ່າ “ລາວໄດ້ຊະນະໃນສາຍຕາຂອງພວກສື່ມວນຊົນປອມເທົ່ານັ້ນ. ຂ້າຈະບໍ່ຍອມແພ້ຕໍ່ຫຍັງ. ພວກເຮົາມີເສັ້ນທາງອັນຍາວໄກທີ່ຕ້ອງໄປ. ນີ້ແມ່ນການສໍ້ໂກງການເລືອກຕັ້ງ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG