ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານທຣຳ ​ຂໍອຸທອນຕໍ່ຄຳຕັດສິນ ທີ່ຂັດຂວາງທ່ານ ຈາກການລົງເລືອກຕັ້ງ ໃນລັດເມນ

ອະດີດປະທານາທິບໍດີ ດໍໂນລ ທຣຳ ປາໄສຢູ່ທີ່ການຊຸມນຸມ ໃນເມືອງ Waukesha, ລັດວິສຄອນຊິນ 5 ສິງຫາ 2022. ວັນອັງຄານ,​ ທຣຳ ໄດ້ຍື່ນອຸທອນຕໍ່ຄຳຕັດສິນຂອງເຈົ້າໜ້າທີ່ເລືອກຕັ້ງສັງກັດພັກເດໂມແຄຣັດຂອງລັດເມນ ທີ່ຫ້າມບໍ່ໃຫ້ທ່ານລົງເລືອກຕັ້ງ ຍ້ອນບົດບາດ ໃນເຫດການໂຈມຕີ ຫໍລັດຖະສະພາສະຫະລັດ ໃນວັນທີ 6 ມັງກອນ 2021.

ອະດີດປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ກຳລັງຍື່ນຂໍອຸທອນຕໍ່ຄຳຕັດສິນຂອງເຈົ້າໜ້າທີ່ເລືອກຕັ້ງສັງກັດພັກເດໂມແຄຣັດຂອງລັດເມນ ທີ່ວ່າທ່ານບໍ່ສາມາດມີຊື່ລົງສະໝັກເລືອກຕັ້ງຢູ່ທີ່ນັ້ນໄດ້ ເພາະທ່ານ ໄດ້ລະເມີດຄຳສັ່ງຫ້າມຕາມລັດຖະທຳມະນູນ ຕໍ່ຜູ້ທີ່ “ມີສ່ວນພົວພັນໃນການກໍ່ກະບົດ” ບໍ່ໃຫ້ດຳລົງຕຳ ແໜ່ງ ອີງ​ຕາມ​ລາຍ​ງານ​ຂອງອົງ​ການ​ຂ່າວ​ເອ​ພີ. ການຍື່ນ​ຂໍອຸທອນ ຂອງຜູ້ສະໝັກປະທານາທິບໍດີ ຈາກພັກຣີພັບບລີກັນຕໍ່ສານສູງ ຂອງລັດເມນ ໄດ້ມີຂຶ້ນໃນວັນອັງຄານວານນີ້ ໃນຂະນະທີ່ທ່ານຄາດວ່າຈະຂໍອຸທອນຄຳຕັດສິນທີ່ຄ້າຍຄືກັນຂອງສານສູງສຸດ ລັດໂຄໂລຣາໂດ ຕໍ່ສານສູງສຸດຂອງສະຫະລັດ. ສານ​ສູງ​ສຸດ​ຂອງ​ປະ​ເທດ​ນີ້​ ບໍ່​ເຄີຍຕັດ​ສິນມາກ່ອນ ​ໃນ​ວັກ​ທີ 3 ຂອງ​ບົດແກ້ໄຂລັດຖະທຳມະນູນຂໍ້ທີ 14. ສານ​ສູງ​ສຸດ​ຂອງ​ສະ​ຫະ​ລັດ​ມີ​ຄວາມ​ເປັນ​ໄປ​ໄດ້​ທີ່​ຈະ​ມີ​ຄໍາຕັດສິນສຸດ​ທ້າຍ​ ກ່ຽວ​ກັບ​ຄຸນສົມບົດ​ຂອງ ທ່ານ ທຣຳ ໃນ ລັດໂຄໂລຣາໂດ, ລັດເມນ ແລະ​ບ່ອນ​ອື່ນໆ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG