ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Trump ຂໍຮ້ອງໃຫ້ຊາວ ອາເມຣິກັນ ຜິວດຳ ປ່ອນບັດເອົາເພິ່ນ


ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ຈາກພັກຣີພັບບລີກັນ ທ່ານ Donald Trump ປະກົດຕົວຢູ່ໃນ ພິທີໃນໂບດ Great Faith Ministries, 3 ກັນຍາ, 2016.
ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ຈາກພັກຣີພັບບລີກັນ ທ່ານ Donald Trump ປະກົດຕົວຢູ່ໃນ ພິທີໃນໂບດ Great Faith Ministries, 3 ກັນຍາ, 2016.

ຜູ້ຖືກສະເໜີຊື່ສະໝັກເອົາຕຳແໜ່ງປະທານາທິບໍດີ ສະຫະລັດ ຈາກພັກຣີພັບ ບລີກັນ ທ່ານ Donald Trump ໄດ້ກ່າວທີ່ໂບດຄົນຜິວດຳໃນນະຄອນ Dertoit ໃນວັນເສົາວານນີ້ ວ່າ ທ່ານຢາກຈະຊ່ວຍເຫຼືອພວກເຂົາເຈົ້າ ສ້າງເມືອງຄືນໃໝ່ ແລະ “ມັນມີສິ່ງທີ່ບໍ່ຖືກຕ້ອງ ຫຼາຍຢ່າງທີ່ມັນຄວນຈະ ເຮັດໃຫ້ຖືກຕ້ອງ” ໃນ ສະຫະລັດ.

ສອງເດືອນກ່ອນການເລືອກຕັ້ງ, ທ່ານ Trump ແມ່ນກຳລັງດີ້ນຮົນ ເພື່ອດຶງດູດປະຊາຊົນ ອາເມຣິກັນ ຜິວດຳ ແລະ ຜູ້ລົງຄະແນນສຽງ ຄົນກຸ່ມນ້ອຍອື່ນໆ. ທ່ານໄດ້ໃຊ້ເວລາສ່ວນ ຫຼາຍໃນການໂຄສະນາຫາ ສຽງຂອງທ່ານ, ກ່າວຕໍ່ພວກຜູ້ຟັງທີ່ເປັນຄົນຜິວຂາວສ່ວນໃຫຍ່ ບ່ອນ ທ່ານໄດ້ກ່າວຄຳປາໄສທີ່ມີຄວາມຖ່ອມຕົວ ກ່ຽວກັບ ປະຊາຊົນຜິວດຳ.

ທ່ານ Trump ໄດ້ກ່າວຕໍ່ກຸ່ມຄົນທີ່ອົງການ Great faith Ministries International ວ່າ “ຂ້າພະເຈົ້າມາທີ່ນີ້ເພື່ອຟັງພວກທ່ານ. ໃນຂະນະ ທີ່ຂ້າພະເຈົ້າກະກຽມທີ່ຈະໂຄສະນາ ຫາ ສຽງໃນທົ່ວປະເທດ, ຂ້າພະເຈົ້າ ຈະມີໂອກາດວາງແຜນການເສດຖະກິດຂອງຂ້າ ພະເຈົ້າ, ເຊິ່ງມັນຈະດີ ຕໍ່ນະຄອນ Detroit.”

ພວກປະທ້ວງຫຼາຍຄົນໄດ້ຖືກຕັນບໍ່ໃຫ້ເຂົ້າໄປໃນໂບດ ໂດຍຄົນຍາມ ໂບດ ແລະ ຕຳ ຫຼວດ. “ຜູ້ປະທ້ວງຄົນໜຶ່ງໄດ້ຮ້ອງໃສ່ທ່ານ Trump ວ່າ “ຜີເຜດກຳລັງເວົ້າຢູ່ເທິງແທ່ນ ປາໄສ.” ແລະ ອີກຄົນໜຶ່ງກ່າວວ່າ “ຖິ້ມ Trump ລົງຖັງຂີ້ເຫຍື້ອ.”

ຢູ່ພາຍໃນໂບດດັ່ງກ່າວ, ທ່ານ Trump ໄດ້ກ່າວວ່າ ປະເທດເຮົາຕ້ອງ ການ “ແຜນການ ສິດທິພົນເມືອງໃນຕອນນີ້,” ດ້ວຍການສຶກສາທີ່ດີກວ່າ ແລະ ວຽກງານທີ່ດີກວ່າ.

ນັ່ງຢູ່ຕັ່ງໃນແຖວໜ້າທາງຂ້າງທ່ານ Trump ນັ້ນແມ່ນນາງ Omarosa Manigault, ອະ ດີດຄູ່ແຂ່ງຂັນໃນລາຍການ Reality ທີ່ມີຫຼາຍຕອນທາງໂທລະພາບຂອງທ່ານ Trump, ຜູ້ທີ່ໄດ້ຊ່ວຍເຫຼືອ ໃນການເຜີຍແຜ່ການໂຄສະນາຫາສຽງຂອງທ່ານ ໃຫ້ກັບຊຸມຊົນຄົນ ຜິວດຳ.

ພ້ອມກັນນັ້ນຜູ້ເຂົ້າຮ່ວມໃນການໂຄສະນາຫາສຽງກໍມີຄົນໃນທ້ອງຖິ່ນຄື ທ່ານ Ben Carson, ແພດໃນທາງໂຣກປະສາດທີ່ບຳນານແລ້ວ ຜູ້ທີ່ ໄດ້ລົງຄະແນນຫາສຽງແຂ່ງຂັນ ກັບທ່ານ Trump ໃນການເລືອກຕັ້ງຂັ້ນ ຕົ້ນ ແລະ ຕອນນີ້ແມ່ນກຳລັງໂຄສະນາຫາສຽງ ຊ່ອຍທ່ານ Trump. ນອກຈາກນັ້ນ, ທ່ານ Trump ກໍຍັງໄດ້ໄປຢ້ຽມຢາມເຮືອນ ທີ່ທ່ານ Carson ເຄີຍອາໄສຢູ່ໃນເວລາຍັງເປັນເດັກນ້ອຍອີກດ້ວຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG