ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Trump ຂໍຂະມາໂທດ ຫຼັງຈາກ ມີການ ເປີດເຜີຍ ວີດີໂອ ໃຫ້ຄວາມເຫັນ ແບບລາມົກ ຕໍ່ແມ່ຍິງ


ຜູ້ສະໝັກປະທານາທິບໍດີ ຂອງພັກຣີພັບບລີກັນ ທ່ານ Donald Trump ພວມກ່າວຄຳປາໄສ ຢູ່ບ່ອນໂຄສະນາຫາສຽງ ທີ່ເມືອງ
Manheim ລັດ Pennsylvania. (1 ຕຸລາ 2016)
ຜູ້ສະໝັກປະທານາທິບໍດີ ຂອງພັກຣີພັບບລີກັນ ທ່ານ Donald Trump ພວມກ່າວຄຳປາໄສ ຢູ່ບ່ອນໂຄສະນາຫາສຽງ ທີ່ເມືອງ Manheim ລັດ Pennsylvania. (1 ຕຸລາ 2016)

“ຂ້າພະ​ເຈົ້າບໍ່​ເຄີຍ​ກ່າວ​ວ່າ ຂ້າພະ​ເຈົ້າ​ເປັນ​ບຸກຄົນ​ທີ່ດີ​ເລີດ” ນັ້ນຄື​ຄຳ​ເວົ້າຂອງຜູ້​ສະໝັກ​ເປັນ​ປະທານາທິບໍດີ​ຂອງ​ພັກຣີພັບ​ບລີ​ກັນທ່ານ Donald Trump ທີ່​ໄດ້ກ່າວ​ຢູ່​ໃນ​ເທບ​ຂໍ​ຂະ​ມາ​ໂທດ ​ໃນ​ຕອນ​ເຊົ້າຂອງ​ວັນ​ເສົາ​ມື້ນີ້​ ກ່ຽວກັບ​ການ​ໃຫ້​ຄວາມເຫັນ ທີ່​ບໍ່​ສຸພາບ​ ແລະ​ຂ້ອນຂ້າງລາມົກ ​ຕໍ່​ພວກ​ແມ່ຍິງ ​ໃນ​ປີ 2005 ທີ່​ຫາ​ກໍ​ໂຜ່​ໂຕ​ຂຶ້ນມາ​ໃນ​ວີ​ດີ​ໂອ ​ເມື່ອ​ວັນ​ສຸກ​ວານ​ນີ້.

ທ່ານ Trump ​ໄດ້​ໃຫ້​ຄຳ​ໝັ້ນສັນຍາ ​ໃນ​ເທບ​ຂໍ​ຂະ​ມາ​ໂທດ​ວ່າ “ຈະ​ເປັນ​ບຸກຄົນ ທີ່​ດີ​ຂຶ້ນ ກວ່າ​ເກົ່າ​ໃນ​ອະນາຄົດ.”

ຜູ້​ສະໝັກ​ເປັນ​ປະທານາທິບໍດີ​ຂອງ​ພັກຣີພັບ​ບລີ​ກັນ​ກ່າວ​ວ່າ ການ​ໃຫ້​ຄວາມ​ເຫັນ ທີ່​ມີ​ມາໄດ້​ຫລາຍ​ປີ​ແລ້ວນັ້ນ ບໍ່​ມີ​ຫຍັງ​ຫລາຍ​ໄປ​ກວ່າ “ການ​ຫັນ​ເຫ​ຄວາມ​ສົນ​ໃຈ”

ແຕ່​ແນວ​ໃດ​ກໍ​ຕາມ ​ໃນ​ລະຫວ່າງ​ ການ​ຂໍ​ຂະ​ມາ​ໂທດ​ນັ້ນ ທ່ານ​ຍັງ​ໄດ້​ກ່າວ​ໂຈມ​ຕີ ຄູ່​ແຂ່ງ​ຈາກພັກ​ເດ​ໂມ​ແຄຣັດຂອງ​ທ່ານຄືທ່ານນາງ Hillary Clinton ​ແລະ​ສາມີ​ຂອງ​ທ່ານ​ນາງ. ທ່ານ​ກ່າວ​ວ່າ ອະດີດ​ປະທານາທິບໍດີ Bill Clinton ​ເປັນ​ຜູ້ “​ເປັນ​ຜູ້​ລ່ວງ​ລະ​ເມີດ​ທີ່ແທ້​ຈິງ ຕໍ່ພວກ​ແມ່ຍິງ” ​ແລະ​ພັນ​ລະ​ຍາ​ຂອງ​ທ່ານກໍ​ໄດ້ເປັນ​ຜູ້​ຮາວີ​ຕໍ່​ຜູ້​ເຄາະ​ຮ້າຍຈາກ​ສາມີ​ທ່ານ​ນາງ.

ປະທານສະພາຕ່ຳ ສຫລ ທ່ານ Paul Ryan
ປະທານສະພາຕ່ຳ ສຫລ ທ່ານ Paul Ryan

​ໃນ​ວັນ​ສຸກ​ວານນີ້ ບັນດາ​ເຈົ້າໜ້າ​ທີ່​ຂອງ​ພັກຣີພັບ​ບລີ​ກັນໄດ້​ກ່າວ​ປະນາມ​ການໃຫ້​ຄວາມ​ເຫັນ​ດັ່ງກ່າວ​ຂອງ​ທ່ານ Trump.

ໃນ​ວີ​ດີ​ໂອ ​ທີ່​ມີ​ການ​ບັນທຶກ​ໄວ້​ນັ້ນ ທ່ານ Trump ກ່າວ​ກ່ຽວ​ກັບ​ແມ່ຍິງ​ວ່າ “ທ່ານຄົງຮູ້​ດີ ຂ້ອຍ​ແມ່ນ​ເປັນ​ທີ່​ດຶງ​ດູດ​ໃຈ​ຢ່າງ​ອັດຕະ​ໂນ​ມັດ ຈາກ​ຄົນ​ງາມໆ.. ຂ້ອຍ​ຈະ​ເລີ້ມຈູບ​ພວກ​ເຂົາ. ມັນ​ຄື​ກັນ​ກັບ​ແມ່​ເຫຼັກ​ນີ້ລະ ພຽງ​ແຕ່​ຈູບຂ້ອຍ​ບໍ່​ຕ້ອງ​ລໍຖ້າ​ຫຍັງເລີຍ.”

ທ່ານ Trump ກ່າວ​ຕື່ມ​ວ່າ “​ແລະ​ເວລາ​ທ່ານ​ເປັນ​ດາຣາ ​ເຂົາ​ເຈົ້າຈະ​ປ່ອຍ​ໃຫ້​ທ່ານ​ເຮັດ ທ່ານ​ສາມາດ​ເຮັດ​ຫຍັງ​ກໍ​ໄດ້.”

ນອກ​ນັ້ນທ່ານ Trump ຍັງ​ໄດ້​ກ່າວຢ່າງ​ລະອຽດ ​ເຖິງ​ການ​ລວນ​ລາມ ຕໍ່​ພວກ​ແມ່ຍິງ.

ທ່ານ Trump ​ໃຫ້​ຄວາມ​ເຫັນ​ດັ່ງກ່າວ​ຢ່າງ​ເປັນ​ການ​ສ່ວນ​ຕົວ​ຕໍ່ຜູ້​ຈັດ​ລາຍການບັນ​ເທີ​ງ ທາງ​ໂທລະພາບ Access Holywood ​ໃນ​ຂະນະ​ທີ່ຢູ່​ເທິງ​ລົດ​ເມ​ຂອງ ລາຍ​ການ​ໂທລະ ພາບ ທີ່​ມີ​ຜູ້​ຕິດ​ຕາມພຽງ​ບໍ່​ເທົ່າ​ໃດ​ຄົນ. ​ທ່ານ Trump ຊຶ່ງ​ຈະ​ໄປ​ປາກົດ​ຕົວ​ໃນ​ລາຍການ​ລະຄອນ​ໂທລະພາບ Days of Our Lives ​ໄດ້​ມີໄມ​ທີ່​ເປີດ​ຢູ່ຊຶ່ງ​ໄດ້​ບັນທຶກ​ທຸກໆ​ຢ່າງ​ທີ່​ທ່ານ​ໄດ້​ເວົ້າ​ໄປ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Trump Apologizes for Lewd Comments About Women
please wait

No media source currently available

0:00 0:04:39 0:00

XS
SM
MD
LG