ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​​​ເຈົ້າ​ໜ້າ​ທີ່ໃນ ຢູ​ໂຣບຕ້ອງ​ຕິ ປ. ທ​ຣຳ ທີ່​ເກືອດຫ້າມ ການ​ເດີນ​ທາງ ໂດຍບໍ່​ປຶກ​ສາ ກັບເຂົາ​ເຈົ້າ​ກ່ອນ


ຄົນ​ໂດຍ​ສານ​ຄົນ​ນຶ່ງ​ໃສ່​ຜ້າ​ປິດ​ປາກກັນ​ໄວ​ຣັ​ສ ໃນຂະນະຂຶ້ນ​ເຮືອ​ບິນ ຢູ່ສະ​ໜາມ​ບິນ​ສາ​ກົນ​ Barajas ໃນ​ເຂດ​ຊານ​ເມືອງ Madrid ຂອງ​ສະ​ເປນໃນ​ວັນ​ທີ 11 ມີນາ, 2020
ຄົນ​ໂດຍ​ສານ​ຄົນ​ນຶ່ງ​ໃສ່​ຜ້າ​ປິດ​ປາກກັນ​ໄວ​ຣັ​ສ ໃນຂະນະຂຶ້ນ​ເຮືອ​ບິນ ຢູ່ສະ​ໜາມ​ບິນ​ສາ​ກົນ​ Barajas ໃນ​ເຂດ​ຊານ​ເມືອງ Madrid ຂອງ​ສະ​ເປນໃນ​ວັນ​ທີ 11 ມີນາ, 2020

ບັນ​ດາ​ເຈົ້າ​ໜ້າ​ທີ່​ປະ​ເທດ​ຢູ​ໂຣບ ໄດ້ຕ້ອງ​ຕິປະ​ທາ​ນາ​ທິ​ບໍ​ດີສະ​ຫະ​ລັດ, ທ່ານ ດໍ​ໂນ​ລ ທ​ຣຳ ໃນ​ວັນ​ພະ​ຫັດ​ວານນີ້ ວ່າ​ໄດ້​ວາງ​ມາດ​ຕະ​ການ​ເກືອດ​ຫ້າມພຽງ​ຝ່າຍ​ດຽວບໍ່​ໃຫ້​ຖ້ຽວ​ບິນ​ເກືອບ​ໝົດ​ທຸກຖ້ຽວບິນ​ຈາກ​ທະ​ວີບ​ດັ່ງ​ກ່າວ​ ມາ​ຍັງ​ສະ​ຫະ​ລັດ ໂດຍ​ທີ່ບໍ່​ໄດ້​ປຶກ​ສາ​ຫາ​ລື​ກັບ​ພວກ​ເພິ່ນ​ກ່ອນ ໃນ​ການ​ພະ​ຍາ​ຍາມ​ຂອງ​ທ່ານທີ່​ຈະ​ປ້ອງ​ກັນ​ການ​ແຜ່​ຜາຍ​ຂອງເຊື້ອ​ໄວ​ຣັ​ສ​ໂຄ​ໂຣ​ນາທີ່​ເປັນ​ອັນ​ຕະ​ລາຍ​ຮ້າຍ​ແຮງນັ້ນ.

"ສະ​ຫະ​ພາບ​ຢູ​ໂຣບບໍ່​ເຫັນ​ດີ​ນຳ​ເລື້ອງທີ່​ວ່າ ສະ​ຫະ​ລັດຕັດ​ສິນ​ໃຈ​ເອົ​າ​ມາດ​ຕະ​ການ​ເກືອດ​ຫ້າມ​ການ​ເດີນ​ທາງ​ຕາມ​ລຳ​ພັງ​ຝ່າຍ​ດຽວ ແລະ​ບໍ່​ມີ​ການ​ປຶກ​ສາ​ຫາ​ລື​ກັນ​ກ່ອນ,” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ນາງ ເອີ​ຊູ​ລາ ວອນ ເດິ ເລ​ເຢນ (Ursula von der Leyen), ປະ​ທານ​ຂອງ​ກຳ​ມາ​ທິ​ການ​ຂອງ​ຢູ​ໂຣບ ແລະທ່ານ ຊາລ​ສ໌ ມີ​ແຊ​ລ (Charles Michel), ປະ​ທານ​ຂອງ​ສະ​ພາ​ຢູ​ໂຣບທີ່ກ່າວ​ຢູ່​ໃນ​ຖະ​ແຫລງ​ການ​ຮ່ວມ​ສະ​ບັບ​ນຶ່ງ.

"ເຊື້ອ​ໄວ​ຣັ​ສ​ໂຄ​ໂຣ​ນາ​ເປັນວິ​ກິດ​ການ​ລະ​ດັບ​ໂລກ ມັນ​ບໍ່​ໄດ້​ຖືກ​ຈຳ​ກັດ​ໃຫ້​ຢູ່​ໃນ​ແຕ່​ທະ​ວີບ​ໃດ​ທະ​ວີບ​ນຶ່ງເທົ່າ​ນັ້ນ ແລະ​ມັນຮຽກ​ຮ້ອງ​ໃຫ້​ມີ​ການ​ຮ່ວມມື​ກັນແທນ​ທີ່​ຈະ​ດຳ​ເນີນ​ການ​ແບບ​ລຳ​ພັງ​ຝ່າຍ​ດຽວ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ນາງ ວອນ ເດິ ເລ​ເຢນ (von der Leyen) ແລະ​ທ່ານມີ​ແຊ​ລ (Michel). ພວກ​ເພິ່ນ​ກ່າວ​ອີກ ວ່າ "ສະ​ຫະ​ພາບ​ຢູ​ໂຣບ​ກຳ​ລັງ​ເອົາ​ມາດ​ຕະ​ການ​ທີ່​ໜັກ​ແໜ້ນເພື່ອ​ຈຳ​ກັດ​ການ​ລະ​ບາດ​ຂອງ​ເຊື້ອ​ໄວ​ຣັ​ສນີ້."
ທ່ານ​ທ​ຣຳ ໄດ້​ເປີດ​ເຜີຍມາດ​ຕະ​ການ​ຫ້າມ​ເດີນ​ທາງນີ້​ອອກ​ມາ​ຢູ່​ໃນ​ການ​ກ່າວ​ຄຳ​ປາ​ໄສ​ຂອງ​ເພິ່ນ ຈາກ​ຫ້ອງ​ການຮູບ​ຊົງ​ໄຂ່ຢູ່​ໃນ​ທຳ​ນຽບ​ຂາວ​ໃນ​ກາງ​ຄືນ​ຂອງວັນ​ພຸດ​ຜ່ານ​ມາ ພາຍ​ຫລັງ​ທີ່​ໄດ້ສະ​ແດງ​ໃຫ້​ເຫັນ​ຢູ່​ໃນ​ຫລາຍມື້​ຜ່ານ​ມາວ່າ ເຊື້ອ​ໄວ​ ຣັ​ສ​ໂຄ​ໂຣ​ນາ ເປັນ​ສິ່ງທີ່​ບໍ່​ໜ້າເປັນຫ່ວງເທົ່າ​ກັນ​ກັບ​ໄຂ້​ຫວັດທີ່​ເກີດ​ຕາມ​ລະ​ດູ​ການນັ້ນ​ຫລາຍ.

ຄຳ​ສັ່ງຫ້າ​ມດັ່ງ​ກ່າວ​ໄດ້​ກັ້ນ​ການ ບໍ່​ໃຫ້​ມີ​ຖ້ຽວ​ບິນ ບິນ​ມາ​ຈາກ 26 ປະ​ເທດ​ຢູ່​ໃນ​ທະ​ວີບ​ຢູ​ໂຣບໄດ້ເປັນໄລ​ຍະ 30 ມື້ ເລີ້ມ​ແຕ່​ຕອນ​ກາງ​ຄືນ​ຂອງວັນສຸກມື້ນີ້ ໃນ​ຂະ​ນະ​ທີ່ຮັບ​ເອົາ​ສາຍ​ການ​ບິນ​ທີ່​ບິນ​ມາ​ຈາກອັງ​ກິດ ແລະ​ໄອ​ຣ໌ແລນ. ຍັງ​ບໍ່​ເປັນ​ທີ່​ຈະ​ແຈ້ງໃນ​ທັນ​ທີ​ທັນ​ໃດ​ເທື່ອ​ວ່າ ຈະ​ມີ​ຫຍັງ​ທີ່​ປ້ອງກັນຄົນ​ໂດຍ​ສານ​ຜູ້​ນຶ່ງ ທີ່​ມາ​ຈາກ​ປະ​ເທດ​ຢູ​ໂຣບ​ແຫ່ງ​ນຶ່ງ ໄປ​ຫາອັງ​ກິດ ແລະ​ໄອ​ຣ໌ແລນ ແລ້​ວ​ບິນຈາກ​ປະ​ເທດ​ເຫລົ່າ​ນັ້ນມາ​ຍັງ​ສະ​ຫະ​ລັດໄດ້. ພົນ​ລະ​ເມືອງສະ​ຫະ​ລັດແມ່ນ​ຖືກ​ຍົກ​ເວັ້ນ ຈາກ​ການ​ຫ້າມ​ດັ່ງ​ກ່າວ.

ຊາວ​ອາ​ເມ​ຣິ​ກັນ​ທຸກ​ຄົນທີ່​ເດີນ​ທາງ​ມາ​ຈາກ​ຢູ​ໂຣບ ຈະ​ຖືກບອກ​ໃຫ້​ກັກ​ກັນ​ຕົວ​ເອງ ເປັນ​ເວ​ລາ 14 ມື້ ເມື່ອ​ກັບ​ມາ​ເຖິງ​ສະ​ຫະ​ລັດ ເພື່ອ​ພະ​ຍາ​ຍາມ​ສະ​ກັດ​ກັ້ນ​ການ​ແຜ່​ຜາຍເຊື້ອ​ໄວ​ຣັ​ສ​ໂຄ​ໂຣ​ນາ, ອີງ​ຕາມ​ທ່ານ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ໄມ​ຄ໌ ເພັນ​ສ໌ (Mike Pence) ທີ່​ກ່າວ​ຕໍ່ລາຍ​ການ "Good Morning America" ຂອງ​ອົງ​ການ​ຂ່າວ ABC.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG