ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທ​ຣຳ ປະ​ກາດ ກ່ຽວ​ກັບ​ການ​ພົບ​ປະ ກັບ​ຮອງ​ນາ​ຍົກ​ຈີນ ໃນ​ລະ​ຫວ່າງ ກາ​ນ​ເຈ​ລະ​ຈາ ການ​ຄ້າ


​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ທ່ານ​ຫລິວ ເຫ (ກາງ) ອ້ອມ​ຂ້າງ​ໂດຍ​ຜູ້​ຕາງ​ໜ້າ​ທາງ​ດ້ານ​ກາ​ນ​ຄ້າ​ຂອງ​ ສ​ຫລ ທ່ານ​ໂຣ​ເບີດ ໄລ​ໄທ​ເຊີ (ຊ້າຍ) ແລະ​ລັດ​ຖະ​ມົນຕີ​ກະ​ຊວງ​ການ​ເງິນ ທ່ານ​ສ​ຕີ​ເວັນ ມ​ນຸກ​ຊິນ. (ວັນ​ທີ 10 ຕຸ​ລາ 2019)
​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ທ່ານ​ຫລິວ ເຫ (ກາງ) ອ້ອມ​ຂ້າງ​ໂດຍ​ຜູ້​ຕາງ​ໜ້າ​ທາງ​ດ້ານ​ກາ​ນ​ຄ້າ​ຂອງ​ ສ​ຫລ ທ່ານ​ໂຣ​ເບີດ ໄລ​ໄທ​ເຊີ (ຊ້າຍ) ແລະ​ລັດ​ຖະ​ມົນຕີ​ກະ​ຊວງ​ການ​ເງິນ ທ່ານ​ສ​ຕີ​ເວັນ ມ​ນຸກ​ຊິນ. (ວັນ​ທີ 10 ຕຸ​ລາ 2019)

ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ຂອງ​ສະ​ຫະ​ລັດ​ແລະ​ຈີນ ເລີ້ມ​ການ​ເຈ​ລະ​ຈາທາງ​ດ້ານ​ການ​ຄ້າ​ອີກ​ຮອບ​ນຶ່ງໃນ​ວັນ​ພະ​ຫັດ​ວານນີ້ ທ່າມ​ກາງ​ບັນ​ຍາ​ກາດ​ທີ່​ບໍ່​ມີ​ຄວາມ​ແນ່ນອນ​ກ່ຽວ​ກັບ​ຜົນ​ທີ່​ຈະ​ໄດ້​ຮັບ.

ໃນ​ຮອບ​ອາ​ທິດ​ແລ້ວນີ້ ການ​ໃຊ້​ສຳ​ນວນ​ຄຳ​ເວົ້າ ​ແລະ​ການ​ເຄື່ອນ​ໄຫວ​ຂອງ​ທັງ​ສອງ​ຝ່າຍ​ເບິ່ງ​ຄື​ວ່າຈະ​ເຮັດ​ໃຫ້​ໂອ​ກາດ ​ໃນ​ການ​ສ້າງ​ຄວາມ​ກ້າວ​ໜ້າ ເພື່ອ​ແກ້​ໄຂບັນ​ຫາສົງ​ຄາມ​ການ​ຄ້າ​ ທີ່​ຮຸນ​ແຮງ ມີ​ໜ້ອຍ​ລົງ.

ແນວ​ໃດ​ກໍ​ຕາມ ໃນ​ຕອນ​ເຊົ້າ​ວັນ​ພະ​ຫັດ​ວານນີ້ ຫຼັງ​ຈາກ​ໄດ້​ສະ​ແດງ ​ຄວາມ​ບໍ່​ຄ່ອຍ​ໝັ້ນ​ໃຈ​ປານ​ໃດກ່ຽວ​ກັບ​ຜົນ​ຂອງ​ການ​ເຈ​ລະ​ຈາ​ທີ່​ຈະ​ອອກ​ມານັ້ນ ປະ​ທານາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ກໍ​ໄດ້​ປະ​ກາດ​ແບບ​ທີ່​ບໍ່​ມີ​ການ​ແຈ້ງ​ໃຫ້​ຮູ້​ລ່ວງ​ໜ້າ ຜ່ານທາງ​ທວີດ​ເຕີ້​ວ່າ ທ່ານ​ເອງ ​ແລະ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ທ່ານ​ຫລິວ ເຫ ຈະ​ພົບປະ​ກັນ​ທີ່​ທຳ​ນຽບ​ຂາວ​ໃນ​ວັນ​ສຸກມື້ນີ້.

ຂໍ້​ຄວາມ​ໃນ​ທວີດ​ເຕີ້​ໄດ້​ຖືກ​ສົ່ງ​ອອກ​ໄປ ປະ​ມານ 20 ນາ​ທີ ຫຼັງ​ຈາກ​ຕະ​ຫຼາດ​ການ​ເງິນ​ໄດ້​ເປີດ ໂດຍ​ມີ​ຂໍ້​ຄວາມ​ວ່າ “ມື້​ທີ່​ຍິ່ງ​ໃຫຍ່ ສຳ​ລັບ​ການ​ເຈ​ລະ​ຈາ​ກັບຈີນ. ພວກ​ເຂົາ​ເຈົ້າ​ຕ້ອງ​ການ​ຢາກ​ເຮັດ​ຂໍ້​ຕົກ​ລົງ ແຕ່​ຂ້າ​ພະ​ເຈົ້າ​ຕ້ອງ​ການ​ບໍ? ຂ້າ​ພະ​ເຈົ້າ​ຈະ​ພົບ​ປະ​ກັບ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ທີ່​ທຳ​ນຽບ​ຂາວ ໃນ​ວັນສຸກມື້​ອື່ນ.”

ຂ່າວ​ກ່ຽວ​ກັບ​ການ​ພົບ​ປະ​ດັ່ງ​ກ່າວ ເຮັດ​ໃຫ້​ລາ​ຄາ​ຮຸ້ນ​ຖີບ​ໂຕ​ສູງ​ຂຶ້ນ ໃນ​ຂະ​ນະທີ່​ມີ​ການຕີ​ຄວາມ​ໝາຍ​ວ່າ ຮ່ອງ​ຮອຍ​ຂອງ​ການ​ຕົກ​ລົງ​ກັນ​ອາດ​ໃກ້​ກວ່າ​ທີ່​ຫຼາຍຄົນ​ຄາດ​ຄິດ​ໄວ້. ແຕ່​ແນວ​ໃດ​ກໍ​ຕາມມາ​ຈົນ​ຮອດ​ຕອນ​ເຊົ້າ​ຂອງວັນ​ພະ​ຫັດ​ວານນີ້ ການ​ຂຽນ​ຂໍ້​ຄວາມ​ໃນ​ທວີດ​ເຕີ້​ແມ່ນ​ຮ່ອງ​ຮອຍ​ພຽງ​ອັນ​ດຽວ ທີ່​ວ່າ​ການ​ເຈ​ລະຈາ​ອາດ​ຈະ​ໃຫ້​ດອກ​ອອກ​ຜົນ​ພຽງ​ເລັກ​ນ້ອຍນັ້ນ ອາດ​ໃຫ້​ຄວາມ​ຫວັງ​ກວ່າ​ທີ່​ຄິດກັນ​ໄວ້ໃນ​ເມື່ອ​ກ່ອນ.

ການ​ເລີ້ມ​ການ​ເຈ​ລະ​ຈາ​ຄືນ​ອີກ​ໃນ​ວັນ​ພະ​ຫັດ​ວານນີ້ ມີ​ຂຶ້ນ​ໃນ​ຂະ​ນະ​ທີ່​ເວ​ລາ​ໃນການ​ຂຶ້ນ​ພາ​ສີ​ຂອງ​ສະ​ຫະ​ລັດ ຕໍ່​ສິນ​ຄ້າ​ນຳ​ເຂົ້າ​ຂອງ​ຈີນ​ພວມ​ຈະ​ໝົດ​ລົງ. ການເກັບ​ພາ​ສີ 25 ເປີ​ເຊັນ​ໃນ​ປັດ​ຈຸ​ບັນ ຕໍ່​ສິນ​ຄ້າ​ຈີນໃນ​ມູນ​ຄ່າ 250 ຕື້​ໂດ​ລາ ຈະເພີ້ມ​ຂຶ້ນ​ເປັນ 30 ເປີ​ເຊັນ​ໃນ​ວັນ​ທີ 15 ຕຸ​ລານີ້ແລະ​ການ​ເກັບ​ພາ​ສີອີກ 15 ເປີ​ເຊັນ​ຕໍ່​ສິນ​ຄ້າ​ຈີນອີກ​ຈຳ​ນວນ​ນຶ່ງ​ໃນ​ມູນ​ຄ່າ 150 ຕື້​ໂດ​ລາ ຈະ​ເລີ້ມ​ຂຶ້ນ​ໃນ​ວັນ​ທີ 15 ທັນ​ວາ. ຈີນໄດ້​ໃຫ້​ສັນ​ຍານ​ແລ້ວ​ວ່າ ຖ້າ​ສະ​ຫະ​ລັດ​ຫາກ​ເກັບ​ພາ​ສີ​ຕາມທີ່​ໄດ້ ​ກ່າວ​ໄວ້​ນັ້ນ ຕົນ​ກໍ​ຈະ​ຕອບ​ໂຕ້​ແບບ​ດຽວ​ກັນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG