ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປ. ທ​ຣຳ ປະ​ກາດ ມາດ​ຕະ​ການ​ກະ​ຕຸ້ນ​ເສດ​ຖະ​ກິດ​ໃໝ່ ແລະຫ້າມການ​ເດີນ​ທາງ​ ມາ​ຈາກຢູ​ໂຣບ


ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ກ່າວ​ຄຳ​ປາ​ໄສ​ຕໍ່​ປະ​ເທດ​ຊາດ ​ຈາກ​ຫ້ອງການ ໂອ​ໂວ​ລ ຂອງ​ທຳ​ນຽບ​ຂາວ ກ່ຽວ​ກັບ ໄວ​ຣັ​ສໂຄ​ໂຣ​ນາ, ວັນ​ພຸດ ທີ 11 ມີ​ນາ 2020.
ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ກ່າວ​ຄຳ​ປາ​ໄສ​ຕໍ່​ປະ​ເທດ​ຊາດ ​ຈາກ​ຫ້ອງການ ໂອ​ໂວ​ລ ຂອງ​ທຳ​ນຽບ​ຂາວ ກ່ຽວ​ກັບ ໄວ​ຣັ​ສໂຄ​ໂຣ​ນາ, ວັນ​ພຸດ ທີ 11 ມີ​ນາ 2020.

ຫຼັງ​ຈາກ​ທີ່​ອົງ​ການ​ອະ​ນາ​ໄມ​ໂລກ ຫຼື WHO ໄດ້​ປະ​ກາດ​ໃຫ້​ໄວ​ຣັ​ສ​ໂຄ​ໂຣ​ນາ ເປັນການ​ລະ​ບາດ​ທົ່ວ​ໂລກ ແລະ ​ລາ​ຄາ​ຮຸ້ນ​ທັງຫຼາຍ​ຂອງສະ​ຫະ​ລັດ ຕົກ​ລົງ​ຢ່າງ​ໜັກ ເຂົ້າ​ສູ່​ຕະຫຼາດ​ທີ່​ຕົກ​ລາ​ຄາ ຊຶ່ງ​ໝາຍ​ຄວາມ​ວ່າ​ລາ​ຄາ​ຮຸ້ນ​ຕົກ​ລົງ​ຢ່າງ​ໜ້ອຍ 20 ເປີ​ເຊັນ ຈຶ່ງ​ໄດ້​ເຮັດ​ໃຫ້​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ໄດ້​ປະ​ກາດ​ມາດ​ຕະ​ການ​ກະ​ຕຸ້ນ​ເສດ​ຖະ​ກິດ​ໃໝ່ ແລະ​ຫ້າມ​ການ​ເດີນ​ທາງ ມາ​ຈາກ​ທະ​ວີບ​ຢູ​ໂຣບ ໂດຍ​ມີ​ຈຸດ​ປະ​ສົງ​ທີ່​ຈະ​ລະ​ງັ​ບ​ຄວາມກັງ​ວົນ​ໃຈທີ່​ເພີ້ມ​ຂຶ້ນນັບ​ມື້ ຢູ່​ໃນ​ປະ​ເທດ.

ໃນການກ່າວ​ຄຳ​ປາ​ໄສຂອງ​ທ່ານ​ທ​ຣຳ ​ທີ່​ໄດ້​ຖືກ​ຖ່າຍ​ທອດ​ສົດ​ທົ່ວ​ປະ​ເທດ ຊຶ່ງ​ເປັນ​ພຽງ​ຄັ້ງ​ທີ​ສອງ ຂອງ​ລັດ​ຖະ​ບານ​ທ່ານ ທີ່​ໄດ້​ປົກ​ຄອງ​ປະ​ເທດ​ມາ​ໄດ້ 38 ເດືອນ ໄດ້​ກ່າວ​ວ່າ “ພວກ​ເຮົາກຳ​ລັງ​ລວບ​ລວມ​ອຳ​ນາດ​ຢ່າງ​ເຕັມ​ສ່ວນ​ຂອງ​ລັດ​ຖະ​ບານ​ກາງ ແລະ​ພາກເອ​ກະ​ຊົນ ເພື່ອ​ປົກ​ປ້ອງ​ປະ​ຊາ​ຊົນ​ຊາວ​ອາ​ເມ​ຣິ​ກັນ. ອັນ​ນີ້ ເປັນ​ຄວາມ​ພະ​ຍາ​ຍາມ​ທີ່ແຂງ​ຂັນແລະ​ຮອບ​ດ້ານ​ທີ່​ສຸດ ເພື່ອ​ຮັບ​ມື​ກັບ​ເຊື້ອ​ໄວ​ຣັ​ສ​ຈາກ​ຕ່າງ​ປະ​ເທດ ໃນ​ປະ​ຫວັດ​ສາດຍຸ​ກ​ສະ​ໄໝ​ໃໝ່.”

​ທ່ານປະ​ທາ​ນາ​ທິ​ບໍ​ດີ ຍັງບໍ່​ໄດ້​ປະ​ກາດ​ໃຫ້ ​ເປັນ​ພາ​ວະສຸກ​ເສີນແຫ່ງ​ຊາດເທື່ອ ຊຶ່ງ​ກໍ​ໄດ້​ຖືກ​ນຳ​ຂຶ້ນ​ມາ​ພິ​ຈາ​ລະ​ນາເບິ່ງ​ຢູ່.

ທ່ານ​ທ​ຣຳ ໄດ້​ກ່າວ​ວ່າ ທ່ານ​ພວມ​ເອົາ​ມາດ​ຕະ​ການ ທີ່​ຈະ​ອຳ​ນວຍ​ໃຫ້ ກົມ​ຄຸ້ມ​ຄອງ​ທຸ​ລະ​ກິດ​ຂະ​ໜາດ​ນ້ອຍ ສະ​ໜອງ​ເງິນ​ກູ້​ຢືມ ແກ່​ພວກ​ທຸ​ລະ​ກິດ​ຂະ​ໜາດ​ນ້ອຍ​ທັງຫຼາຍ ຢູ່​ໃນ​ລັດ​ຕ່າງໆ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ ແລະ ທ່ານ​ກຳ​ລັງ​ຊີ້​ນຳ​ ​ກະ​ຊວງ​ການ​ເງິນ ໃຫ້​ໂຈະການ​ຊຳ​ລະຄ່າ​ພາ​ສີ​ໄວ້​ກ່ອນ ສຳ​ລັບ ​ສ່ວນ​ບຸກ​ຄົນແລະ​ທຸ​ລະ​ກິດທັງຫຼາຍ.

ທ່ານ​ທ​ຣຳ ຍັງ​ໄດ້​ຮຽກ​ຮ້ອງ​ຕໍ່​ລັດ​ຖະ​ສະ​ພາ ໃຫ້​ສະ​ໜອງ​ການ​ບັນ​ເທົາ​ດ້ານ​ການ​ເກັບ​ພາ​ສີເງິນ​ເດືອນ ໃນ​ທັນ​ທີ.

​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ຂັ້ນ​ສູງ ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັ​ດ ປະ​ທານ​ສະ​ພາ​ຕ່ຳ ທ່ານ​ນາງ ແນນ​ຊີ ເພ​ໂລ​ຊີ ແລະຜູ້​ນຳ​ສຽງ​ສ່ວນ​ນ້ອຍ​ຂອງ​ສະ​ພາ​ສູງ ທ່ານ​ຊັກ ຊູມ​ເມີ ໄດ້​ກ່າວ​ໄປວ່າ “ໜ້າ​ເປັນ​ຫ່ວງ​ແທ້ ທ່ານ​ປະ​ທານ​າ​ທິ​ບໍ​ດີ ບໍ່​ໄດ້​ກ່າວ​ວ່າ ຄະ​ນະລັດ​ຖະ​ບານ​ ຈະ​ແກ້​ໄຂ​ການ​ຂາດ​ແຄນ ​ອຸ​ປະ​ກອນກວດ​ຫາ​ໄວ​ຣັ​ສ​ໂຄ​ໂຣ​ນາ ​ໃນ​ທົ່ວ​ສະ​ຫະ​ລັດ ແນວ​ໃດ.”

ພວກ​ເພິ່ນ​ກ່າວ​ຕື່ມ​ວ່າ “ມື້​ອື່ນນີ້ ພວກ​ເຮົາຊັກ​ຊວນ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ຈາກ​ພັກ​ຣີ​ພັບ​ບ​ລີ​ກັນ ໃນ​ສະ​ພາ​ຕ່ຳ ແລະສະ​ພາ​ສູງ ຈົ່ງ​ຊ່ອຍ​ຮັບ​ຜ່ານ​ຮ່າງກົດ​ໝາຍ ວ່າ​ດ້ວຍ​ການ​ຮັບ​ມື​ກັບ​ໄວ​ຣັ​ສ​ໂຄ​ໂຣ​ນາແບບ​ຄອບ​ຄົວ​ມາ​ກ່ອນ. ຮ່າງ​ກົດ​ໝາຍນີ້ ຈະ​ປະ​ກອບ​ດ້ວຍ ການກວດ​ຫາ​ໄວ​ຣັ​ສ​ໂຄ​ໂຣ​ນາ ຟ​ຣີ, ຈ່າຍຄ່າ​ພັກ​ການ​ສຸກ​ເສີນ​ສຳ​ລັບ​ພວກ​ຄົນ​ງານ​ທັງຫຼາຍ, ການ​ຊ່ອຍ​ເຫຼືອໃນ​ຄວາມ​ໝັ້ນ​ຄົງດ້ານອາ​ຫານ​, ​ຊ່ອ​ຍ​ເຫຼືອ​ລັດ​ຕ່າງໆ​ ທີ່​ຮັບ​ພາ​ລະດ້ານ​ຄ່າ​ໃຊ້​ຈ່າຍ​ສຳ​ລັບ​ປະ​ກັນ​ສຸ​ຂະ​ພາບ​ຂອງ​ລັດ ຫຼື Medicaid, ແລະ​ເພີ້ມ​ຄວາມ​ເຂັ້ມ​ແຂງ​ຕໍ່​ປະ​ກັນ​ໄພ​ດ້ານ​ການ​ວ່າງ​ງານ, ເຫຼົ່າ​ນີ້ເປັນ​ຕົ້ນທີ່​ຕ້ອງ​ກາ​ນຫຼາຍທີ່​ສຸດ ນອກ​ເໜືອ​ຈາກ​ມາດ​ຕະ​ການອື່ນໆ ເພື່ອ​ຈະເຮັດ​ໃຫ້ ປະ​ຊາ​ຊົນ​ຊາວ​ເອ​ເມ​ຣິ​ກັນ ​ປອດ​ໄພ.”​

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG