ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປ. ທຣຳ ປະກາດ ກ່ຽວກັບ ການລົງໂທດ “ໃຫຍ່ທີ່ສຸດ” ຕໍ່ ເກົາຫຼີເໜືອ


ປະທານາທິບໍດີ ດໍໂນລ ທຣຳ ກ່າວຄຳປາໄສ ຕໍ່ກອງປະຊຸມ CPAC ທີ່ເມືອງອັອກເຊິນຮິລ ລັດແມຣີແລນ ເມື່ອວັນທີ 23 ກຸມພາ 2018.
ປະທານາທິບໍດີ ດໍໂນລ ທຣຳ ກ່າວຄຳປາໄສ ຕໍ່ກອງປະຊຸມ CPAC ທີ່ເມືອງອັອກເຊິນຮິລ ລັດແມຣີແລນ ເມື່ອວັນທີ 23 ກຸມພາ 2018.

ຫລັງຈາກໄດ້ປະກາດ ໃນອັນທີ່ທ່ານເອີ້ນວ່າ ການລົງໂທດ “ທີ່ໃຫຍ່ທີ່ສຸດເທົ່າທີ່ເຄີຍມີ
ມາ” ຕໍ່ເກົາຫຼີເໜືອແລ້ວ ປະທານາທິບໍດີສະຫະລັດທ່ານໂດໍໂນລ ທຣຳ ໃນວັນສຸກວານ
ນີ້ ກໍໄດ້ຂົ່ມຂູ່ວ່າ ຈະເລີ້ມ “ຂັ້ນທີສອງ” ຖ້າມາດຕະການຕ່າງໆຫາກບໍ່ໄດ້ຜົນ.

ປະທານາທິບໍດີທຣຳ ໄດ້ກ່າວໃນຂະນະທີ່ຢູ່ຢືນຄຽງຂ້າງ ກັບນາຍົກລັດຖະມົນຕີ​ອອສ
ເຕຣເລຍ ທ່ານມາລຄົມ ເທີນບູລ ທີ່ພວມຢູ່ໃນລະຫວ່າງການຢ້ຽມຢາມສະຫະລັດເວົ້າ
ວ່າ “ຖ້າການລົງໂທດ ຫາກບໍ່ໄດ້ຜົນ ພວກເຮົາກໍຈະເລີ້ມ ຂັ້ນທີສອງ ແລະຂັ້ນທີສອງນີ້ ອາດຈະຮ້າຍແຮງກໍໄດ້.”

ປະທານາທິບໍດີທຣຳ ບໍ່ໄດ້ລະບຸຢ່າງເຈາະຈົງວ່າ ຂັ້ນທີສອງ ໝາຍຄວາມວ່າແນວໃດ
ແຕ່ກໍສະເໜີແນະວ່າ ມັນອາດຈະ “ບໍ່ເປັນຈັ່ງໂຊກແທ້ໆສຳລັບໂລກ” ຂອງເຮົາ.

ເບິ່ງ: ປ. ທຣຳ ຖະແຫຼງ ກ່ຽວກັບ ການລົງໂທດ ເກົາຫຼີເໜືອ

Trump on New Sanctions Against North Korea
please wait

No media source currently available

0:00 0:01:04 0:00

ໃນຕອນເຊົ້າວັນສຸກວານນີ້ ທ່ານທຣຳໄດ້ປະກາດ “ການລົງໂທດໜັກທີ່ສຸດເທົ່າທີ່ເຄີຍ
ມີມາ” ຕໍ່ເກົາຫຼີເໜືອ ອັນເປັນສ່ວນນຶ່ງ ໃນອັນທີ່ທຳນຽບຂາວ ກ່າວອ້າງວ່າ ເປັນ “ການ
ກົດດັນໜັກທີ່ສຸດ” ຕໍ່ເກົາຫຼີເໜືອ.

ການລົງໂທດດັ່ງກ່າວ ແມ່ນແນໃສ່ 56 ອົງການ ແລະສ່ວນບຸກຄົນ ທີ່ປະກອບດ້ວຍບໍລິ ສັດຂົນສົ່ງແລະການຄ້າ 27 ບໍລິສັດ ກຳປັ່ນ 28​ ລຳແລະສ່ວນບຸກຄົນຜູ້ນຶ່ງທີ່ກະຈັດກະ
ຈາຍ ຢູ່ໃນທວົ່ວໂລກ ນັບແຕ່ເກົາຫຼີເໜືອໄປຫາປະເທດຈີນ ຕະຫຼອດຈົນປະເທດແທນ
ຊາເນຍ ອີງຕາມເຈົ້າໜ້າທີ່ອະວຸໂສຂອງລັດຖະບານສະຫະລັດ.

ເກົາຫຼີເໜືອແມ່ນອາໄສ ມາເປັນເວລາດົນນານແລ້ວ ຕໍ່ຕາໜ່າງ ການຂົນສົ່ງ ຢູ່ໃນທົ່ວ
ໂລກ ທີ່ສະລັບຊັບຊ້ອນແລະເປັນເງົາມືດ ເພື່ອຫຼົບຫລີກການລົງໂທດຂອງສະຫະປະ
ຊາຊາດ ທີ່ແນເປົ້າໝາຍໃສ່ໂຄງການອາວຸດນິວເຄລຍແລະລູກສອນໄຟຂີປະນາວຸດ.

ໃນການຖະແຫຼງຕໍ່ພວກນັກຂ່າວ ທີ່ເມືອງພຽງຈາງ ໃນວັນເສົາມື້ນີ້ ໂຄສົກຂອງທຳນຽບ
ຂາວ ທ່ານນາງຊາຣາ ແຊນເດີ ກ່າວວ່າ “ຫວັງວ່າພວກເຮົາ ຈະໄດ້ເຫັນການປ່ຽນປ່ຽນ
ໃນພາກສ່ວນຂອງເກົາຫຼີເໜືອ ເພື່ອເລີ້ມເຮັດໃຫ້ ແຫຼມເກົາຫຼີ ເປັນເຂດປອດນິວເຄລຍ
ນັ້ນຄື ຈຸດເພັ່ງເລັງຂອງພວກເຮົາ.”

ທ່ານນາງແຊນເດີ ກ່າວຕື່ມວ່າ “ປະທານາທິບໍດີຈະບໍ່ເຮັດຄວາມຜິດທີ່ປະທານາທິບໍດີ ຄົນກ່ອນໆເຄີຍໄດ້ເຮັດມາ ແລະອ່ອນຂໍ້ ຫຼືຍ້ອນ ຄວາມອ່ອນແອນັ້ນ. ທ່ານຈະສືບຕໍ່ມີ
ຄວາມເຂັ້ມແຂງ ແລະສືບຕໍ່ກົດດັນທີ່ໜັກທີ່ສຸດ ຕໍ່ເກົາຫຼີເໜືອ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG