ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຜູ້​ທີ່​ທ່ານ​ທ​ຣຳ ໝາຍ​ຕາ​ທີ່​ຈະ​ເລືອກ​ໃຫ້​ເປັນ ຫົວ​ໜ້າ​ພະ​ນັກ​ງານໃນທຳນຽບຂາວ ບໍ່ຮັບເອົາຕໍາແໜງ​


ທ່ານ​​ນິກ ​ເອ​ເຢີ​ຣ໌​ສ ກາງ ດຳ​ລົງ​ຕຳ​ແໜ່ງ​ເປັນ ຫົວ​ໜ້າ​ພະ​ນັກ​ງານ​ຂອງ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ໄມ​ຄ໌ ເພັນສ໌, ກຳ​ລັງ​ຍ່າງ​ໄປ​ຍັງ ຫ້ອງ​ຖະ​ແຫຼງ​ຂ່າວ ກັບ​ທ່ານ​ທ​ຣຳ ແລະ​ສະ​ມາ​ຊິກ​ສະ​ພາ Camp David, ແມ​ຣີ​ແລນ​ດ໌, 6 ມັງ​ກອນ, 2018.
ທ່ານ​​ນິກ ​ເອ​ເຢີ​ຣ໌​ສ ກາງ ດຳ​ລົງ​ຕຳ​ແໜ່ງ​ເປັນ ຫົວ​ໜ້າ​ພະ​ນັກ​ງານ​ຂອງ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ໄມ​ຄ໌ ເພັນສ໌, ກຳ​ລັງ​ຍ່າງ​ໄປ​ຍັງ ຫ້ອງ​ຖະ​ແຫຼງ​ຂ່າວ ກັບ​ທ່ານ​ທ​ຣຳ ແລະ​ສະ​ມາ​ຊິກ​ສະ​ພາ Camp David, ແມ​ຣີ​ແລນ​ດ໌, 6 ມັງ​ກອນ, 2018.

ຜູ້​ທີ່ຈະເຂົ້າ​ແຂ່ງ​ຂັນ ທີ່ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ​ນິ​ຍົມ​ຊົມ​ຊອບ
ແລະ​ຄາດ​ຫວັງຢ່າງໃຫຍ່​ ຢາກໃຫ້ຖືກເລືອກ​ເປັນ​ຫົວ​ໜ້າ​ພະ​ນັກ​ງານ​ ແມ່ນ​ເບິ່ງ​ຄື​ວ່າ
ບໍ່​ວິ້ງເຕັ້ນສະແຫວງຫາ​ຕຳ​ແໜ່ງສູງໆ​ນີ້ ໃນ​ທຳ​ນຽບ​ຂາວ.

ທ່ານນິກ ​ເອ​ເຢີ​ຣ໌​ສ ຜູ້​ຊຶ່ງ​ປັດ​ຈະ​ບັນ​ນີ້ ດຳ​ລົງ​ຕຳ​ແໜ່ງ​ເປັນ ຫົວ​ໜ້າ​ພະ​ນັກ​ງານ​ຂອງ​
ຮອງ​ປະ​ທາ​ນາ​ທິ​ບໍ​ດີ ໄມ​ຄ໌ ເພັນສ໌ ໄດ້​ກ່າວທາງທວີດເຕີ ຂອບໃຈທັງທ່ານທຣຳແລະ
ທ່ານ ເພັນສ໌ ໃນວັນອາທິດວານນີ້ ແຕ່ວ່າ ທ່ານຈະ​ອ​ອກ​ຈາກ​ລັດ​ຖະ​ບານ​ຊຸດ​ນີ້​ທັງ​ໝົດ
​ເລີຍ.

“ຂ້າ​ພະ​ເຈົ້າ​ຈະ​ອຳ​ລາ​ວົງ​ການ​ໃນ​ທ້າຍ​ປີ​ນີ້ ແຕ່​ວ່າ​ຈະ​ຮັບ​ໜ້າ​ທີ່​ກັບ #MAGA ທີມ
ເພື່ອໃຫ້​ກ້າວ​ເດີນ​ໜ້າ​ຕໍ່​ໄປ,”
ຊຶ່ງ​ທ່ານ​ເອ​ເຢີ​ຣ໌​ສ ໄດ້​ຂຽນ​ໄວ້ ອ້າງອີງເຖິງ​ຄຳ​ຂັວນ​ທີ່​
ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ໄດ້​ກ່າວໄວ້ທີ່ວ່າ ຈະ​ເຮັດ​ໃຫ້​ອາ​ເມ​ຣິ​ກາ​ຍິ່ງ​ໃຫຍ່​ຄືນນັ້ນ​.

ກ່າວກັນວ່າ ທ່ານ​ທ​ຣຳ ​ເບິ່ງ​ຄື​ວ່າ ຈະ​ຊອກ​ຫາ​ບຸກ​ຄົນ​ຜູ້ທີ່​ຈະ​ຍັງ​ຢູ່​ກັບທຳ​ນຽບ​ຂາວ
ຢ່າງ​ນ້ອຍ ໄປຈົນເຖິງ​ປີ 2020 ໃນ​ການ​ໂຄ​ສະ​ນາ​ຫາ​ສຽງເລືອກ​ຕັ້ງ​ອີກ​ຄັ້ງ​ນຶ່ງ ແລະ​ໄດ້
ຂຽນ​ລົງ​ໃນ​ທ​ລິ​ດ​ເຕີ​ຣ໌ຂອງທ່ານເອງ ໃນ​ວັນ​ອາ​ທິດ​ວານ​ນີ້ ວ່າ​ທ່ານ​ຈະ​ຕັດ​ສິນ​ໃຈ​ໃນ​
"ໄວໆ​ນີ້.”

​ການ​ທີ່ທ່ານ​ເອ​ເຢີ​ຣ໌​ສ ບໍ່​ຮັບ​ຕຳ​ແໜ່ງ​ນີ້, ພວກ​ນັກ​ຂ່າວ ກ່າວ​ວ່າ ປະ​ທາ​ນາ​ທິ​ບໍ​ດີ​ແມ່ນ​
ກຳ​ລັງ​ພິ​ຈາ​ລະ​ນາ​ລັດ​ຖະ​ມົນ​ຕີ​ການ​ເງິນ ທ່ານ​ສ​ຕິ​ຟ ມາ​ນູ​ຈິນ, ຜູ້​ອຳ​ນວຍ​ການ​ຂອງ
​ຫ້ອງການ​ບໍ​ລິ​ຫານ​ແລະ​ການ​ງົບ​ປະ​ມານ ທ່ານ ມິ​ຄ ໂມລວາ​ນີ ຫຼືບໍ່ ກໍ ສະ​ມາ​ຊິກ​ສະ​ພາ​
ທີ່​ນິ​ຍົມແນວ​ທາງ​ເດີມ ທ່ານມາ​ຄ໌ ແມ​ໂດ ໃຫ້​ເປັນ​ຫົວ​ໜ້າ​ພະ​ນັກ​ງານ​ດັ່ງກ່າວ.

ນຶ່ງ​ໃນ​ນັ້ນ ຫຼື​ບໍ່ ກໍ​ແມ່ນ​ຜູ້​ອື່ນ​ອີກ​ຕ່າງ​ຫາກ ທີ່​ຈະ​ມາ​ແທນບ່ອນ ຂອງ​ທ່ານ​ຈອນ ແຄ​ລ​ລີ
ໃນ​ຖາ​ນະ​ທີ່​ເປັນ​ເຈົ້າ​ໜ້າ​ທີ່​ຄົນ​ນຶ່ງ​ທີ່​ຄວບ​ຄຸມ​ການ​ເຂົ້າ​ອອກ​ສຳນັກງານ​ໂອ​ໂວ​ລ ທີ່​ທຳ
​ນຽບ​ຂາວ.

ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ແລະ​ຫົວ​ໜ້າພະ​ນັກ​ງານ ທ່ານ​ຈອນ ແຄ​ລ​ລີ ກຳ​ລັງ​ເດີນ ໄປ​ຍັງ​ເຮືອ​ບິນ​ Air Force One ທີ່ສະ​ໜາມ​ບິນກອງ​ທັບ​ອາ​ກາດ Andrews, ແມ​ຣີ​ແລນ, 4 ພຶດ​ສະ​ພາ, 2018.
ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ແລະ​ຫົວ​ໜ້າພະ​ນັກ​ງານ ທ່ານ​ຈອນ ແຄ​ລ​ລີ ກຳ​ລັງ​ເດີນ ໄປ​ຍັງ​ເຮືອ​ບິນ​ Air Force One ທີ່ສະ​ໜາມ​ບິນກອງ​ທັບ​ອາ​ກາດ Andrews, ແມ​ຣີ​ແລນ, 4 ພຶດ​ສະ​ພາ, 2018.


ທ່ານ​ທ​ຣຳ ໄດ້​ປະ​ກາດ​ອອກ​ໄປ​ໃນ​ວັນ​ເສົາຜ່ານ​ມາ​ນີ້​ ວ່າ​ທ່ານ​ແຄ​ລ​ລີ ຈະ​ລົງ​ຈາກ​ຕຳ​ແໜ່ງ
ໃນ​ທ້າຍ​ເດືອນ​ນີ້.

“ທ່ານ​ຈອນ ແຄ​ລ​ລີ ຈະ​ລົງ​ຈາກ​ໜ້າ​ທີ່ ຂ້າ​ພະ​ເຈົ້າ​ບໍ່​ສາ​ມາດ​ເວົ້າ​ໄດ້​ວ່າ ທ່ານຈະໄປ
ບຳ​ນານ​. ‘ແຕ່​ວ່າ, ທ່ານ​ແມ່ນ​ຄົນ​ທີ່​ດີ,’ ທ່ານ​ທ​ຣຳ ໄດ້​ບອກ​ກັບ​ພວກ​ນັກ​ຂ່າວໃນ​ທຳ​ນຽບ
​ຂາວ ທີ່​ສະ​ໜາມ​ຫຍ້າ​ທາງ​ໃຕ້ຂອງ​ທຳ​ນຽບ​ຂາວ.”

ຕອນ​ຖືກ​ຖາມ​ວ່າ ຖ້າ​ຫາກ​ທ່ານ​ແຄ​ລ​ລີ ໄດ້​ຖືກ​ບັງ​ຄັບ​ໃຫ້​ລາ​ອອກ​ຫຼື​ບໍ່, ທີ່​ປຶກ​ສາ​ທາງ​ດ້ານ
​ເສດ​ຖະ​ສາດ​ຂອງ​ທຳ​ນຽບ​ຂາວ ທ່ານແລ​ຣີ ຄຸດ​ໂລ ໄດ້​ບອກໂທ​ລະ​ພາບ​ Fox News
Sunday ວ່າ “ຂ້າ​ພະ​ເຈົ້າ​ບໍ່​ຊາບ​ເລີຍ ຖ້າຈະໃຫ້ເວົ້າຄວາມຈິງ.”

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG