ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ກ່າວວ່າ ສະຫະລັດແລະເມັກຊິໂກ ໄດ້ບັນລຸການຕົກລົງກັນ ກ່ຽວກັບພວກຄົນເຂົ້າເມືອງ ເພື່ອຫລີກລ້ຽງການເກັບພາສີ.
ປະທານາທິບໍດີທຣຳ ຂຽນລົງໃນທວີດເຕີ້ວ່າ “ຂ້າພະເຈົ້າມີຄວາມດີໃຈທີ່ຈະແຈ້ງໃຫ້ພວກທ່ານຊາບວ່າ ສະຫະລັດອາເມຣິກາ ໄດ້ບັນລຸການຕົກລົງທີ່ມີການເຊັນກັນກັບເມັກຊິໂກ. ການເກັບພາສີທີ່ມີກຳນົດຈະຈັດຕັ້ງປະຕິບັດ ໂດຍສະຫະລັດຕໍ່ເມັກຊິໂກໃນວັນຈັນຈະມານີ້ ດັ່ງນັ້ນຈຶ່ງໄດ້ຖືກໂຈະຢ່າງບໍ່ມີກຳນົດ.” ທ່ານທຣຳກ່າວຕື່ມວ່າ “ເມັກຊິໂກ ເພື່ອເປັນການຕອບແທນ ໄດ້ຕົກລົງ ທີ່ຈະເອົາມາດຕະການຢ່າງແຂງຂັນ ເພື່ອຍຸຕິຄື້ນຟອງຂອງພວກຄົນເຂົ້າເມືອງຜ່ານເມັກຊິໂກ ມາຍັງຊາຍແດນພາກໃຕ້ ຂອງປະເທດເຮົາ. ການເຄື່ອນໄຫວນີ້ແມ່ນເພື່ອຫຼຸດຜ່ອນລົງຢ່າງຫຼວງຫຼາຍ ຫຼືບໍ່ກໍເພື່ອລຶບລ້າງພວກຄົນເຂົ້າເມືອງຜິດກົດໝາຍທີ່ມາຈາກເມັກຊິໂກ ແລະເຂົ້າມາໃນສະຫະລັດ.”
ໃນຕອນເຊົ້າຂອງວັນສຸກວານນີ້ ທ່ານທຣຳໄດ້ຂຽນຂໍ້ຄວາມ ລົງໃນທວີດເຕີ້ວ່າ “ມີໂອກາດດີຫຼາຍ” ທີ່ທັງສອງຝ່າຍຈະບັນລຸການຕົກລົງກັນເພື່ອຫລີກເວັ້ນການເກັບພາສີ ຍ້ອນການຫຼັ່ງໄຫຼຂອງພວກຄົນເຂົ້າເມືອງ ໃນຈຳນວນເພີ້ມຂຶ້ນ ມາຍັງຊາຍແດນຂອງສະຫະລັດ. ແຕ່ແນວໃດກໍຕາມ ທ່ານກ່າວຕື່ມວ່າ “ຖ້າພວກເຮົາຫາກບໍ່ສາມາດບັນລຸການຕົກລົງກັນໄດ້ ເມັກຊິໂກຈະເລີ້ມເສຍພາສີໃນລະດັບ 5 ເປີເຊັນ ໃນວັນຈັນຈະມານີ້.”
ເຈົ້າໜ້າທີ່ສະຫະລັດ ແລະເມັກຊິໂກ ໄດ້ກັບຄືນເຂົ້າສູ່ໂຕະເຈລະຈາໃນວັນສຸກ ວານນີ້ ເປັນມື້ທີ 3 ລຽນຕິດເພື່ອຊອກຫາຊ່ອງທາງຍຸຕິພວກຄົນເຂົ້າເມືອງ ທີ່ຫຼັ່ງໄຫລມາສູ່ຊາຍແດນໃນພາກໃຕ້ຂອງສະຫະລັດ ຊຶ່ງພວມຂົ່ມຂູ່ຕໍ່ການຄ້າລະຫວ່າງປະເທດເພື່ອນບ້ານທັງສອງ.
ສົງຄາມການຄ້າຂອງປະທານາທິບໍດີທຣຳກັບເມັກຊິໂກ ແລະປະເທດອື່ນໆປາກົດວ່າ ໄດ້ເຮັດໃຫ້ບໍລິສັດຕ່າງໆຂອງອາເມຣິກາຕື່ນຕົກໃຈ ໂດຍຢຸດເຊົາການຈ້າງຜູ້ຄົນເຂົ້າເຮັດວຽກເປັນການຊົ່ວຄາວ ໃນຂະນະທີ່ບໍລິສັດຕ່າງໆໄດ້ຈ້າງຄົນເຂົ້າເຮັດວຽກແຕ່ພຽງ 75,000 ຄົນໃນເດືອນພຶດສະພາຄືໜ້ອຍກວ່າ 180,000 ຄົນ ທີ່ພວກນັກເສດຖະສາດຄາດຫວັງໄວ້ ອີງຕາມລາຍງານຂອງກະຊວງແຮງງານທີ່ນຳອອກເຜີຍແຜ່ໃນວັນສຸກວານນີ້.
ເຖິງແມ່ນອັດຕາຄົນຫວ່າງງານ ຍັງຢູ່ໃນລະດັບຕ່ຳສຸດໃນຮອບ 50 ປີ ຄື 3.6 ເປີເຊັນ ແຕ່ໂຕເລກໃນມື້ວານນີ້ແມ່ນຮ່ອງຮອຍອັນຫຼ້າສຸດທີ່ສະແດງໃຫ້ເຫັນວ່າ ເສດຖະກິດສະຫະລັດ ເຖິງແມ່ນຍັງເຂັ້ມແຂງຢູ່ກໍຈິງ ແຕ່ກໍພວມອ່ອນແອລົງ. ບັນດາຜູ້ຜະລິດ ຊຶ່ງມີຄວາມອ່ອນໄຫວເປັນພິເສດຕໍ່ບັນຫາຂັດແຍ້ງທາງດ້ານການຄ້າ ໄດ້ເພີ້ມໜ້າວຽກ ແຕ່ພຽງ 3,000 ວຽກເທົ່ານັ້ນ ຊຶ່ງເປັນການຂາດສີສັນໃນການຈ້າງວຽກຢູ່ໃນພາກສ່ວນດັ່ງກ່າວ.