ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປະທານາທິບໍດີ ດໍໂນລ ທຣຳ ປະກາດ ແຜນຍຸດທະສາດໃໝ່ ສຳລັບ ອັຟກາ​ນິສຖານ


ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ປະກາດກ່ຽວກັບ
ແຜນຍຸດທະສາດ ໃນຂະນະທີ່ ກ່າວຊ້ອງ​ໜ້າ​ພວກ​ທະຫານ​ຈຳ
​ນວນ 2 ພັນ ຄົນ ທີ່​ຄ້າຍທະຫານ​ຮ່ວມ Myer-Henderson, Fort Myer, Virginia, 21 ສິງຫາ, 2017.
ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ປະກາດກ່ຽວກັບ ແຜນຍຸດທະສາດ ໃນຂະນະທີ່ ກ່າວຊ້ອງ​ໜ້າ​ພວກ​ທະຫານ​ຈຳ ​ນວນ 2 ພັນ ຄົນ ທີ່​ຄ້າຍທະຫານ​ຮ່ວມ Myer-Henderson, Fort Myer, Virginia, 21 ສິງຫາ, 2017.

ຫຼັງ​ຈາກ​ການ​ຖືກ​ເຢາະ​ເຢີ້ຍມາເປັນຫຼາຍໆ​ປີ ກ່ຽວ​ກັບສົງຄາມ​ສະຫະລັດ​ໃນ​ອັຟກາ
​ນິສຖານ ​ວ່າ “​ເປັນ​ການ​ສິ້ນເປືອງແລ້ວ,” ປະທານາທິບໍດີ​ສະຫະລັດ ທ່ານ ດໍ​ໂນ ທຣຳ
ກໍໄດ້ອະທິ​ບາຍ​ໃນວັນ​ຈັນວາ​ນນີ້ວ່າດຽວນີ້ເປັນຫຍັງ​ທ່ານຈຶ່ງເຊື່ອ​ວ່າ ມັນ​ເປັນ​ຜົນ
ປະ​ໂຫຍ​ດຂອງ​ສະຫະລັດທີ່​ຈະ​ສືບ​ຕໍ່​ຕັ້ງໜ້າ​ປະຕິບັດ​ງານ​ຕໍ່​ໄປ ​ໃນ​ປະ​ເທດ​ເອ​ເຊຍ​ໃຕ້
ແຫ່ງນັ້ນ.

​ໃນ​ການ​ຖະ​ແຫຼ​ງໃນຄໍ່າຄືນ​ໃນ​ຄ້າຍ​ທະຫານ ຂ້າງ​ນອກ​ນະຄອນຫຼວງ​ວໍ​ຊີງ​ຕັນນັ້ນ
ທ່ານ​ທຣຳ ​ໄດ້​ເປີດ​ເຜີຍ ​ແຕ່​ວ່າ ບໍ່​ໄດ້​ໃຫ້​ລາຍ​ລະອຽດ ວ່າ “​ເປັນການປະຕິບັດ​ງານໄປຕາມສະພາບການທິ່​ເໝາະສົມ” ​ເພື່ອ​ເອົາຊະນະພວກ​ກໍ່​ການ​ຮ້າຍ ​ໃນ​ປະ​ເທດ
​ແລະ​ໄດ້​ກ່າວ​ວ່າ ສະຫະລັດ ຈະ​ບໍ່​ນຳ​ໃຊ້​ການ​ທະຫານ​ເພື່ອ​ສ້າງປະຊາທິປະ​ໄຕ ຫຼື
ຈະສ້າງສາປະ​ເທດ​ອື່ນໆ ​ຄືນ​ໃໝ່ໃນ​ພາບພົດຂອງ​ຕົນ​ເອງ.

ຈຸດປະສົງ​ຂອງ​ເພິ່ນ, ທ່ານໄດ້ກ່າວ​ວ່າ ມັນ​ຄວນ​ຈະ​ຍຸຕິ​ການຍຶດ​ເອົາ​ສະຖານ​ທີ່​ດັ່ງກ່າວ
​ເປັນ​ທີ່ເພິ່ງຂອງ​ພວກ​ກໍ່​ການ​ຮ້າຍ ທີ່ເປັນໄພ​ຂົ່ມຂູ່ຕໍ່​ສະຫະລັດ ​ແລະ​ຄ້ຳປະກັນບໍ່​ໃຫ້
ພວກ​ເຂົາ​ເຂົ້າ​ເຖິງອາວຸດ​ນິວ​ເຄລຍ​ໄດ້.

“ພວກ​ເຮົາ ຈະ​ບໍ່ເວົ້າ​ເຖິງ​ຈຳນວນ​ກອງ​ກຳລັງ​ທະຫານ ຫຼື ​ແຜນ​ຍຸດ​ທະ​ສາດ​ຕ່າງໆ​
ຂອງພວກ​ເຮົາ ​ເພື່ອ​ການ​ປະຕິບັດ​ງານ​ທາງ​ທະຫານ​ໃດ​ໆ​ທັງ​ສິ້ນ,”
ຊຶ່ງ​ທ່ານ​ທຣຳ ​
ໄດ້​ກ່າວ​ຊ້ອງ​ໜ້າ​ພວກ​ທະຫານ​ຈຳ​ນວນ 2 ພັນ ຄົນ ທີ່​ຄ້າຍທະຫານ​ຮ່ວມ Myer-
Henderson. ທ່ານ​ຍັງໄດ້​ກ່າວ​ຕື່ມ​ວ່າ “ສະຖານະ​ການ​ໃນ​ພາກ​ພື້ນ​ດິນ ຊຶ່ງ​ຈະບໍ່​ມີ​
ລາຍການ​ອື່ນ​ໆ ທີ່​ຈະ​ນຳພາ​ຍຸດ​ທະ​ສາດ​ຕໍ່​ຈາກ​ນີ້​ໄປ. ສັດຕູ​ທັງຫຼາຍຂອງ​ສະຫະລັດ
ຈະ​ບໍ່​ຮູ້​ວ່າ ​ແຜນການ​ຂອງ​ພວກ​ເຮົາແມ່ນ​ຫຍັງ ຫຼື​ເຊື່ອ​ວ່າ​ພວກ​ເຂົາ​ຈະສາມາດ
ຊະນະ​ພວກ​ເຮົາ​ໄດ້. ຂ້າພະ​ເຈົ້າ​ຈະ​ບໍ່​ກ່າວເຖິງ​ວ່າ ​ເທື່ອ​ໃດ​ພວກ​ເຮົາ​ຈະ​ທຳ​ການ​
ໂຈມ​ຕີ. ​ແຕ່​ວ່າ ການ​ໂຈມ​ຕີ​ນັ້ນພວກ​ເຮົາ​ແມ່ນຈະ​ເຮັດ.”

ເຮລິຄອບເຕີສະຫະລັດ ບິນຜ່ານສະຖານທີ່ເກີດເຫດລະເບີດສະຫຼະຊີບ ຕໍ່ຄະບວນລົດຂອງ ອົງການເນໂຕ ໃນເມືອງ Kandahar, ພາກໃຕ້ ຂອງນະຄອນ Kabul, ອັຟການິສຖານ, ວັນທີ 2 ສິງຫາ 2017.
ເຮລິຄອບເຕີສະຫະລັດ ບິນຜ່ານສະຖານທີ່ເກີດເຫດລະເບີດສະຫຼະຊີບ ຕໍ່ຄະບວນລົດຂອງ ອົງການເນໂຕ ໃນເມືອງ Kandahar, ພາກໃຕ້ ຂອງນະຄອນ Kabul, ອັຟການິສຖານ, ວັນທີ 2 ສິງຫາ 2017.

ປະທານາທິບໍດີ ​ໄດ້​ອະນຸມັດກອງກຳລັງທະຫານສະຫະລັດ ຈຳນວນ​ເຖີງ 4 ພັນ ​ເພີ່ມ​ອີກ​
ໃນອັຟກາ​ນິສຖານ ​ອິງ​ຕາມແຫຼ່ງຂ່າວ ທີ່​ບໍ່​ສາມາດ​ບອກ​ຊື່​ໄດ້.

ປັດຈຸບັນ​ນີ້ ມີ​ກອງກຳລັງທະຫານສະຫະລັດ ຈຳນວນ​ 8 ພັນ 4 ຮ້ອຍ​ຄົນ ​ ໃນອັຟກາ​ນິສ
ຖານ ຊຶ່ງ​ສ່ວນ​ໃຫຍ່​ແມ່ນເປັນ​ທີ່​ປຶກສາ​ໃຫ້ກອງ​ກຳລັງອັຟກາ​ນິສຖານ, ຊຶ່ງ​ບາງ​ສ່ວນ
ແມ່ນປະຕິບັດ​ງານ​ຮ່ວມທັງ​ປະຕິບັດ​ງານ​ຕໍ່ຕ້ານ​ພວກ​ກໍ່​ການ​ຮ້າຍ ​ເຊັ່ນ​ພວກຕາ​ລີ​ບານ
ຫຼື ກຸ່ມ​ລັດ​ຫຼືກຸ່ມລັດອິສລາມ ທີ່​ເຊື່ອມ​ໂຍງ​ກັບອັຟກາ​ນິສຖານ.

ເຊີນຊົມ: ທ່ານທຣຳ ກ່າວວ່າ ກອງກຳລັງສະຫະລັດ ຍັງຈະສືບຕໍ່ປະຕິບັດງານຢູ່ໃນ
ອັຟການິສຖານ

Trump: Continued US Presence in Afghanistan, Increased Pressure on Pakistan
please wait

No media source currently available

0:00 0:02:07 0:00

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG