ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Trump ແລະທ່ານ Cruz ປະເຊີນໜ້າກັນ ຢູ່ເທັກຊັສ ໃນການເລືອກຕັ້ງຂັ້ນຕົ້ນ ທີ່ເອີ້ນວ່າ Super Tuesday


Republicans Trump and Cruz in Texas Showdown
please wait

No media source currently available

0:00 0:02:44 0:00

ເຊີນຊົມ ວີດີໂອ ລາຍງານນີ້

ການແຂ່ງຂັນ ເພື່ອ​ໃຫ້​ຖືກສະເໜີຊື່ ເປັນຕົວແທນຂອງພັກ
ຣີພັບບລີກັນ ເອົາຕຳແໜ່ງປະທານາທິບໍດີ ສະຫະລັດ ແທ້ຈິງ
ແລ້ວ ອາດຖືກຕັດສິນ ໃນວັນອັງຄານມື້ນີ້ ​ໃນ​ອັນທີ່​ເອີ້ນກັນ​ວ່າ
Super Tuesday ເພາະວ່າ ມີການແຂ່ງຂັນຢູ່​ໃນ​ຫຼາຍໆ​ລັດ
ທັງສຳລັບພັກເດໂມແຄຣັດ ແລະຣີພັບບລີກັນ. ສຳລັບ ພັກ
ຣີພັບບລີກັນ ຈະມີການເລືອກຕັ້ງຂັ້ນຕົ້ນ ໃນ 13 ລັດ ແລະ
ກອງປະຊຸມພັກ ເພື່ອຈະໄດ້ຮັບ ຜູ້ແທນ ປະມານເຄິ່ງໜຶ່ງຂອງ
ຈຳນວນ 1,237 ຄົນ ທີ່ຕ້ອງການ ເພື່ອຈະ​ເອົາຊະນະ ການຄັດ
ເລືອກສະເໜີຊື່ ໃຫ້ເປັນຜູ້ຕາງໜ້າ ຂອງພັກ. ລັດເທັກຊັສ ເປັນ
ລັດທີ່ໃຫຍ່ທີ່ສຸດໃນກຸ່ມ ໂດຍຈະ​ໄດ້​ຮັບ​ຜູ້​ແທນທັງ​ໝົດ 155 ຄົນ.
ດັ່ງທີ່ Greg Flakus ນັກຂ່າວຂອງວີໂອເອ ລາຍງານ ຈາກ
ນະຄອນ Houston, ບ່ອນທີ່ມະຫາເສດຖີພັນລ້ານ ທ່ານ Donald Trump ຈາກລັດ
New York ແມ່ນຕັ້ງໃຈ ທີ່ຈະຍາດເອົາຜູ້ແທນ ໃຫ້​ໄດ້ຫຼາຍທີ່ສຸດເທົ່າທີ່ທ່ານ ສາມາດ
ຍາດ​ເອົາໄດ້ ຈາກຖິ່ນຖານ ທີ່ມີ​ຄວາມນິຍົມສູງສຸດ ຂອງສະມາຊິກສະພາສູງ ທ່ານ Ted
Cruz ນັ້ນເອງ. ໄຊຈະເລີນສຸກ ຈະນຳເອົາລາຍລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.

ເຖິງແມ່ນວ່າ ພວກເພິ່ນຈະມີນະໂຍບາຍ ທີ່​ເກືອບ​ວ່າຄ້າຍຄືກັນກໍຕາມ ທ່ານ Donald
Trump ແລະ ທ່ານ Ted Cruz ກໍຍັງຜິດຖຽງກັນ ຫຼາຍຂຶ້ນກວ່າທີ່ເຄີຍມີ ກ່ຽວກັບວ່າ
ຜູ້ໃດຈະເປັນຕົວແທນຂອງພັກທີ່ດີທີ່ສຸດ ​ໃນ​ລະຫວ່າງສອງຄົນນີ້.

ທ່ານ Ted Cruz ຜູ້ສະໝັກລົງແຂ່ງຂັນເອົາຕຳແໜ່ງ ປະທານາທິບໍດີ ສັງກັດພັກຣີພັບ-
ບລີກັນ ເວົ້າວ່າ “ພວກເຮົາໄດ້ເຫັນທັງໝົດ ຢູ່ໃນບ້ານເຮົາ ໃນເວລາ ບັນດານັກການ
ເມືອງ ຢູ່ວໍຊິງຕັນ ກ່າວເຖິງໂຄງການ ທີ່ບໍ່ຖືກກົດໝາຍ ຫຼື ບໍ່ຖືກຕ້ອງຕາມລັດຖະທຳ
ມະນູນແລ້ວ, ຈັ່ງໃດ, ມັນກໍຈະຕ້ອງໄດ້ສິ້ນສຸດ ບໍ່ໃນມື້ໃດກໍມື້ນຶ່ງ ບໍ່ແມ່ນໃນທັນທີ ແຕ່
ມື້ນຶ່ງໃນອະນາຄົດ.”

ທ່ານ Trump ປາກົດວ່າ ມີຄວາມໝັ້ນໃຈ ວ່າ ທ່ານຈະໄດ້ຮັບໄຊຊະນະ ໃນວັນອັງຄານ
ມື້ນີ້ ແລະຈະກາຍເປັນຜູ້ທີ່ໄດ້ຮັບ​ການສະເໜີຊື່​ໃຫ້ ເປັນຕົວແທນຂອງພັກຣີພັບບລີກັນ.

ທ່ານ Donald Trump ຜູ້ສະໝັກລົງແຂ່ງຂັນເອົາຕຳແໜ່ງ ປະທານາທິບໍດີ ສັງກັດພັກ
ຣີພັບບລີກັນ ເວົ້າວ່າ “ພວກເຂົາເຈົ້າ ເສຍໄຊຢ່າງໜັກຫຼາຍ ພວກທ່ານໄດ້ເຫັນແລ້ວ
ໃນຜົນການຢັ່ງຫາງສຽງໃໝ່ ຂອງ Bloomberg ທີ່ອອກມາ.”

ນັກຂ່າວທ່ານນຶ່ງ ເວົ້າວ່າ “ຈັ່ງຊັ້ນ, ທ່ານ Cruz ສະມາຊິກສະພາສູງ ແມ່ນຈະຊະນະ
ທີ່ລັດເທັກຊັສ. ທ່ານ Cruz ໄດ້ເອົາຊະນະທ່ານ ຢູ່ທີ່ນີ້.”

ທ່ານ Trump ຕອບວ່າ “ລາວບໍ່ໄດ້ຊະນະໃນລັດເທັກຊັດ ພວກເຮົາຈາວກັນ ໃນລັດ
ເທັກຊັສ ແລະພວກເຮົາຈາວກັນ ຢູ່ໃນລັດເທັກຊັສ ແທ້ໆ ອີງຕາມການຢັ່ງຫາງສຽງ
ຄັ້ງທີ່ຜ່ານມາ ແລະຂ້າພະເຈົ້າ ຈະເອົາຊະນະລາວ ໃນລັດອື່ນໆ ດ້ວຍຄະ​ແນນ​ສຽງ​
ເປັນ​ຈຳນວນ​ຫຼວງຫຼາຍ.”

ການຢັ່ງຫາງສຽງບາງອັນ ສະແດງໃຫ້ເຫັນວ່າ ທ່ານ Cruz ມີຄະແນນ ສຽງນຳໜ້າຢ່າງ
ກວ້າງຂວາງ ຢູ່ໃນລັດເທັກຊັດ ແລະນຳໜ້າໜ້ອຍໜຶ່ງ ຢູ່​ໃນລັດ Arkansas ທີ່ເປັນລັດ
ໃກ້ຄຽງ ແຕ່ທ່ານ Trump ແມ່ນນຳໜ້າ ຢູ່ໃນລັດອື່ນໆ.

ທ່ານ Cruz ໄດ້ໃຊ້ເວລາຫຼາຍປີ ເສີມຂະຫຍາຍ ການສະໜັບສະໜູນ​ໃນ​ໝູ່ບັນດານັກ
ສອນສາສະໜາຄຣິສຕຽນ ແລະ ພວກອະນຸລັກນິຍົມ​ໃນ​ດ້ານງົບປະມານ ອັນເປັນການ
ເຄື່ອນໄຫວ ຂອງ​ອັນ​ທີ່​ເອີ້ນວ່າ Tea Party...............ເຊັ່ນວ່າ ທ່ານ Bill O’Sullivan
ນາຍຄັງ ຂອງ Texas Patriots PAC ຜູ້ທີ່ຄິດວ່າ ບັນດາຜູ້ມີສິດອອກສຽງ ຢູ່ທີ່ນີ້ ຈະສະ
ໜັບສະໜູນ ທ່ານ Cruz.

ທ່ານ O’Sullivan ເວົ້າວ່າ “ພວກເຂົາເຈົ້າເປັນພົນລະເມືອງລັດເທັກຊັດ ແລະ ພວກ
ເຂົາເຈົ້າ ຮູ້ຈັກ ທ່ານ Ted ມາຈາກລັດເທັກຊັດ ແລະພວກເຂົາເຈົ້າມັກ ທີ່ທ່ານ Cruz
ໄດ້ໄປນະຄອນຫຼວງວໍຊິງຕັນ ແລະ ລາວໄດ້ຕໍ່ສູ້ ເພື່ອອັນທີ່ລາວ ໄດ້ກ່າວເອົາໄວ້ ໃນ
ສິ່ງທີ່ລາວຈະເຮັດ.”

ທ່ານ O’Sullivan ກ່າວວ່າ ພວກອະນຸລັກນິຍົມ ຫຼາຍຄົນ ສະໜັບສະໜູນ ທ່ານ Trump
ຍ້ອນການເວົ້າທີ່ແຈ່ມແຈ້ງ ສ່ວນໃຫຍ່ ເປັນວາທະສິນທີ່ຮຸນແຮງ ຊຶ່ງສະແດງອອກເຖິງ
ອັນທີ່ພວກເຂົາເຈົ້າຮູ້ສຶກ.

ທ່ານ O’Sullivan ເວົ້າອີກວ່າ “ພວກຄົນ ແມ່ນມີປະຕິກິລິຍາ ສັນຊາຕະຍານ ຕໍ່ທ່ານ
Trump. ມັນເປັນປະຕິກິລິຍາ ທີ່ມາຈາກພາຍໃນຮ່າງກາຍ ຊຶ່ງສ່ວນໃຫຍ່ ມັນກ່ຽວ ພັນກັບຄວາມຜິດຫວັງ ກັບລະບົບການທຳງານ.”

ທ່ານ Mark Jones ອາຈານລັດຖະສາດ ຈາກມະຫາວິທະຍາໄລ Rice ເຂົ້າໃຈເຖິງ
ສັນຊາຕະຍານຂອງທ່ານ Trump ອັນເປັນທີ່ດຶງດູດຈິດໃຈ ແຕ່ມັນເຮັດໃຫ້ລາວ ເປັນ
ທາງເລືອກທີ່ແຕກຕ່າງ ສຳລັບພວກນິຍົມແນວທາງເດີມ.

ທ່ານ Jones ເວົ້າວ່າ “ຈຸດຢືນຂອງລາວ ແມ່ນໃກ້ຄຽງ ກັບພັກເດໂມແຄຣັດ ຫຼາຍກວ່າ
ບັນດາຜູ້ສະໝັກແຂ່ງຂັນ ສັງກັດພັກຣີພັບບລີກັນໃດໆ ໃນແງ່ຂອງການສະໜັບສະໜູນ
ສຳລັບບາງສິ່ງບາງຢ່າງ ຄືກັນກັບ Obamacare ແລະນະໂຍບາຍ ການປົກປ້ອງ ເສດ
ຖະກິດ ທີ່ຫຼາຍຂຶ້ນຂອງລາວນັ້ນ.”

ແຕ່ທ່ານ Jones ກ່າວວ່າ ຜູ້ມີສິດອອກສຽງ ຫຼາຍຄົນ ແມ່ນບໍ່ຜູກໝັດໂດຍອຸດົມການ ບາງຄົນ
ຜູ້ທີ່ບອກຕໍ່ພວກຢັ່ງຫາງສຽງວ່າ ເຂົາເຈົ້າມັກທ່ານ Trump ກ່າວວ່າ ພວກເຂົາເຈົ້າມັກ
ຜູ້ມີຄວາມຫວັງ ເປັນປະທານາທິບໍດີ ສັງກັດພັກເດໂມແຄຣັດ ທ່ານ Bernie Sanders
ເຊັ່ນກັນ ຜູ້ທີ່ຢູ່ທາງຊ້າຍຈັດ ຈາກທ່ານ Trump.

ທ່ານ Jones ເວົ້າຕື່ມວ່າ “ພວກຄົນ ບາງເທື່ອມີເຫດຜົນຕ່າງໆ ທີ່ແຕກຕ່າງກັນ ແມ່ນບໍ່
ພໍໃຈກັບ ສະພາບທີ່ເປັນຢູ່ ແລະອັນທີ່ ທ່ານ Sanders ແລະທ່ານ Trump ແມ່ນໃຫ້
ຄຳໝັ້ນສັນຍາວ່າ ຈະປ່ຽນແປງ ສະພາບທີ່ເປັນຢູ່ ນັ້ນ.”

ຄັນທ່ານ Trump ຊະນະການເລືອກຕັ້ງຢ່າງໃຫຍ່ ໃນວັນອັງຄານມື້ນີ້ ມັນກໍຈະຍົກລະດັບ
ຂອງທ່ານຂຶ້ນ ແລະ ເຮັດໃຫ້ທ່ານ Cruz ຕົກໄປ ສ່ວນ ສະມາຊິກສະພາສູງ ຈາກລັດ
Florida ທ່ານ Marco Rubio ແມ່ນຄາດກັນວ່າ ຈະໄດ້ຮັບຜົນດີ ພໍທີ່ຈະທຳການຫາສຽງ
ຕໍ່ໄປ ຈາກບັນດາຜູ້ມີສິດອອກສຽງ ຜູ້ທີ່ໄດ້ໃຫ້ການສະໜັບສະໜູນ ຜູ້ສະໝັກລົງແຂ່ງຂັນ
ຄົນອື່ນໆ ແລະ ເຫັນວ່າ ທ່ານເປັນພຽງທາງເລືອກດຽວ ນອກເໜືອຈາກທ່ານ Trump.

The race for the Republican U.S. presidential nomination could practically be settled on Super Tuesday because so many contests for both Democrats and Republicans are held that day. For Republicans, there will be 13 primaries and caucuses awarding about half of the 1,237 delegates needed to win the nomination. The largest state in the group is Texas, with 155 delegates at stake. As VOA's Greg Flakus reports from Houston, New York billionaire Donald Trump is determined to take as many of them as he can away from the home state favorite, Senator Ted Cruz.

Although they are quite close in terms of policy, Donald Trump and Ted Cruz are squabbling more than ever over which of them would be the best candidate.

((TED CRUZ, REPUBLICAN PRESIDENTIAL CANDIDATE))
"We have all seen at home when Washington politicians say about an illegal or unconstitutional program, well, it will have to end someday, not immediately, but some day in the future."

Trump appears confident he will win on Tuesday and will become the Republican party's nominee.

((DONALD TRUMP, REPUBLICAN PRESIDENTIAL CANDIDATE))
"They are losing very badly; you saw the new Bloomberg poll come out."
((REPORTER)) "Well, Senator Cruz is winning in Texas. He's beating you here."
((TRUMP)) "He's not winning in Texas; we are tied in Texas and we are absolutely tied in Texas, according to the last poll, and I am beating him in every other state by tremendous numbers."

Some polls show Cruz with a wide lead in Texas and a slight lead in the neighboring state of Arkansas, but Trump is ahead elsewhere.

Cruz has spent years developing the support of Christian evangelicals and the fiscal conservatives in the Tea Party movement……like Bill O'Sullivan, treasurer of the Texas Patriots PAC, who thinks voters here will stand by Cruz.

((BILL O'SULLIVAN, TEXAS PATRIOTS PAC))
"They're Texans and they know Ted is from Texas and they like that he went up to Washington, D.C. and he fought for what he said he was going to do."

He says many conservatives back Trump because his plain-spoken, often harsh rhetoric expresses what they feel.

((BILL O'SULLIVAN, TEXAS PATRIOTS PAC))
"People are reacting viscerally to Trump. It is a gut reaction that has a lot to do with frustration with the system."

Rice University Political Science professor Mark Jones understands Trump's visceral appeal, but finds him an odd choice for conservatives.

((MARK JONES, PROFESSOR, RICE UNIVERSITY))
"His position is closer to that of a Democrat than any of the other major Republican candidates, in terms of his past support for something akin to Obamacare, his more protectionist economic policy."

But Jones says many voters are not bound by ideology; some people who tell pollsters they like Trump say they also like Democratic presidential hopeful Bernie Sanders, who is far to the left of Trump.

XS
SM
MD
LG