ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣໍາ ແລະ ທ. ໄບເດັນໃຊ້ຄໍາເວົ້າ ໂຈມຕີກັນ ກ່ຽວກັບ ຢາວັກຊີນ ກັນພະຍາດໂຄວິດ-19


ພາບທີ່ເອົາມາຮຽງກັນທີ່ມີ ປະທານາທິບໍດີ ດໍໂນລ ທຣໍ (ຊ້າຍ) ກ່າວຕໍ່ພວກນັກຂ່າວໃນວັນທີ ແລະ ອະດີດຮອງປະທານາທິບໍດີ ໂຈ ໄບເດັນ
ພາບທີ່ເອົາມາຮຽງກັນທີ່ມີ ປະທານາທິບໍດີ ດໍໂນລ ທຣໍ (ຊ້າຍ) ກ່າວຕໍ່ພວກນັກຂ່າວໃນວັນທີ ແລະ ອະດີດຮອງປະທານາທິບໍດີ ໂຈ ໄບເດັນ

ປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣໍາ ແລະອະດີດຮອງປະທານາທິບໍດີ ໂຈ ໄບເດັນໄດ້ທຳການກ່າວໂຈມຕີເຊິ່ງກັນແລະກັນດ້ວຍຄຳເວົ້າກ່ຽວກັບຢາວັກຊີນປ້ອງກັນພະຍາດໂຄວິດ-19 ຢູ່ໃນຄຳປາໄສເນື່ອງໃນວັນກຳມະກອນແຫ່ງຊາດ ຂອງພວກເພິ່ນ.

ທ່ານປະທານາທິບໍດີ ໄດ້ຮຽກຮ້ອງໄປຍັງຜູ້ຖືກແຕ່ງຕັ້ງຕາງໜ້າໃຫ້ພັກເດໂມແຄຣັດລົງສະໝັກເລືອກຕັ້ງ, ທ່ານໄບເດັນ ແລະຄູ່ຮ່ວມລົງແຂ່ງຂັນຂອງທ່ານ ກໍຄື ທ່ານນາງ ຄາມາລາ ແຮຣິສ (Kamala Harris), ສະມາຊິກສະພາສູງຈາກລັດຄາລີຟໍເນຍ, “ໃຫ້ຂໍໂທດໃນທັນທີທັນໃດ ຕໍ່ຄຳເວົ້າຄັດຄ້ານຢາວັກຊີນແບບບໍ່ໄດ້ຢັ້ງຄິດເລີຍ.”

ທ່ານໄບເດັນ ກ່າວຕໍ່ບັນດານັກຂ່າວໃນລັດເພັນໂຊວາເນຍ ໃນວັນຈັນວານນີ້ວ່າທ່ານຢາກຈະເຫັນຢາວັກຊີນໃນມື້ອື່ນນີ້, ເຖິງແມ່ນວ່າມັນຈະເຮັດໃຫ້ທ່ານເສຍໃນການເລືອກຕັ້ງກໍຕາມ. ແຕ່ວ່າ "ຖ້າພວກເຮົາມີວັກຊີນທີ່ດີແທ້ໆ, ປະຊາຊົນກໍ່ຈະລັ່ງເລໃຈທີ່ຈະໃຊ້ຢານີ້" ເພາະວ່າ ປະທານາທິບໍດີໄດ້ເວົ້າຜິດ ແລະ ເວົ້າບໍ່ຖືກຕ້ອງກ່ຽວກັບເຊື້ອໄວຣັສນັ້ນແມ່ນ "ບ່ອນທຳລາຍຄວາມໝັ້ນໃຈຂອງມະຫາຊົນ."

ຕໍ່ມາທ່ານໄບເດັນກ່າວໃນລະຫວ່າງການໂຄສະນາຫາສຽງທາງອອນລາຍກັບ ອົງການ AFL-CIO, ທີ່ເປັນສະຫະພັນແຮງງານສາຂາຂອງສະຫະພັນແຮງງານ ຂອງສະຫະລັດ ວ່າ “ບໍ່ມີຫຍັງເລີຍ ທີ່ທ່ານໄດ້ກ່າວຕໍ່ພວກເຮົານັ້ນ ເປັນຄວາມເປັນ.”

ທ່ານທຣໍາ, ໄດ້ຈັດກອງປະຊຸມຖະແຫຼງຂ່າວຄັ້ງທຳອິດຢູ່ດ້ານໜ້າປະຕູທາງເຂົ້າຂອງທຳນຽບຂາວ ທີ່ເອີ້ນວ່າ North Portico, ຊຶ່ງທ່ານກ່າວວ່າກົງກັນຂ້າມກັບ "ຄຳຂີ້ຕົວະທາງການເມືອງ", ຢາວັກຊີນຊະນິດໃດກໍຕາມທີ່ໄດ້ຮັບການອະນຸມັດໃຫ້ສັກແກ່ມະຫາຊົນໂດຍລັດຖະບານກາງຈະ “ປອດໄພ ແລະມີປະສິດຕິພາບຫຼາຍ.”

ຜູ້ສະໝັກທີ່ໄດ້ຮັບການແຕ່ງຕັ້ງຈາກພັກຣີພັບບລີກັນ ແລະພັກເດໂມແຄຣັດໄດ້ກ່າວຄຳປາໄສໃນຂະນະທີ່ການໂຄສະນາຫາສຽງເພື່ອແຂ່ງຂັນເປັນປະທານາທິບໍດີ ໄດ້ຫັນໄປສູ່ຊ່ວງໄລຍະທີ່ໃກ້ຈະສັ້ນສຸດລົງໃນວັນພັກວັນກໍາມະກອນປະຈຳປີ - ເຊິ່ງເປັນເວລາທີ່ໂຄວິດ-19 ຊຶ່ງເປັນພະຍາດທີ່ເກີດຈາກໄວຣັສໂຄໂຣນາກຳລັງເອົາຊີວິດຂອງຊາວອາເມລິກັນປະມານ 1.000 ຄົນໄປໃນແຕ່ລະມື້, ອີງຕາມຂໍ້ມູນຈາກສູນຄວບຄຸມແລະປ້ອງກັນພະຍາດ.

ທ່ານ ໄບເດັນໄດ້ເດີນທາງໄປຮອດສະໜາມຮົບທາງການເມືອງທີ່ສຳຄັນຂອງລັດ ເພັນໂຊວາເນຍໃນພາກຕາເວັນອອກຂອງສະຫະລັດເພື່ອເຂົ້າຮ່ວມງານທີ່ຈັດ ໂດຍ AFL-CIO, ເຊິ່ງໄດ້ໄປປາກົດຕົວກັບປະທານຂອງອົງການດັ່ງກ່າວ, ທ່ານຣີຊາດ ທຣໍາຄາ (Richard Trumka).

“ກະເພິ່ນຫັ້ນຫລະທີ່ບໍ່ແມ່ນຄົນອາເມຣິກັນແທ້ໆ” ນັ້ນຄືຄໍາເວົ້າຂອງທ່ານໄບເດັນເວົ້າເຖິງທ່ານທຣໍາ ໂດຍກ່າວຫາປະທານາທິບໍດີວ່າລັ່ງເລໃຈທີ່ຈະປະຕິບັດງານເພື່ອຫຼຸດຜ່ອນຜົນກະທົບທີ່ແຜ່ລາມໄປທາງດ້ານສາທາລະນະສຸກ ແລະດ້ານເສດຖະກິດທີ່ເກີດມາຈາກໂຣກລະບາດ ເພາະມັນຈະເຮັດໃຫ້ລາຄາຮຸ້ນໃນຕະຫລາດຫຼຸດລົງ, ສ້າງຄວາມເສຍຫາຍໃຫ້ແກ່ຜົນປະໂຫຍດຂອງບໍລິສັດຂອງທ່ານປະທານາທິບໍດີແລະ ໝູ່ເພື່ອນຂອງເພິ່ນ.

“ລາວດໍາລົງຊີວິດຢູ່ກັບຄວາມໂລບ, ຄວາມຂີ້ຕົວະ ແລະຄວາມເຫັນແກ່ຕົວ,” ນັ້ນຄືຄໍາເວົ້າຂອງທ່ານໄບເດັນທີ່ກ່າວຢູ່ໃນວີດີໂອສົ່ງໄປທາງອອນລາຍຮ່ວມກັນກັບຫົວໜ້າສະຫະພັນແຮງງານ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG