ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານ Stone ທີ່ປຶກສາ ທ່ານທຣຳ ປະຕິເສດ ຕໍ່ການສົມຮູ້ຮ່ວມຄິດ ກັບຣັດເຊຍ


ທ່ານ Roger Stone, ນັກຍຸດທະສາດ ການເມືອງ ແລະທີ່ປຶກສາ ທ່ານດໍໂນລ ທຣຳ, ຍ່າງອອກຈາກຕຶກ ທຣຳ Tower ໃນນະຄອນ New York. (R. Taylor / ນັກຂ່າວ VOA)
ທ່ານ Roger Stone, ນັກຍຸດທະສາດ ການເມືອງ ແລະທີ່ປຶກສາ ທ່ານດໍໂນລ ທຣຳ, ຍ່າງອອກຈາກຕຶກ ທຣຳ Tower ໃນນະຄອນ New York. (R. Taylor / ນັກຂ່າວ VOA)

ທ່ານ Roger Stone ທີ່​ປຶກສາ​ທາງ​ການ​ເມືອງ ຜູ້​ຊຶ່ງໄດ້​ພົວພັນ ຄົບ​ຄ້າ​ສະມາຄົມ​ກັບ
​ປະທານາທິບໍດີສະຫະລັດ ທ່ານດໍ​ໂນລ ທຣຳ​ ມາ​ເປັນ​ເວ​ລາ​ຍາວ​ນານ​ນັ້ນໄດ້​ກ່າວ​ວ່າ
“ທ່ານ​ບໍ່​ໄດ້​ພົວພັນ​” ກັບການ​ກ່າວ​ຫາ ​ທີ່​ສົມຮູ້​ຮ່ວມ​ຄິດກັບຣັດ​ເຊຍ ທີ່​ເຊື່ອມ​ໂຍງ​ໃສ່
​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ສະຫະລັດ ​ໃນ​ປີ​ກາຍ​ນີ້, ກ່ອນ​ໜ້າ​ການສອບ​ປາກຄຳ
​ຂອງຄະນະ​ກຳມະການ​ສືບ​ລັບ​ຂອງ​ສະພາ​ຕ່ຳ​ໃນ​ວັນ​ອັງຄານ​ມື້​ນີ້.

​ໃນ​ຄຳ​ຖະ​ແຫຼງ​ເປີດ ທີ່​ໄດ້​ນຳ​ອອກ​ເຜີຍ​ແຜ່ ກ່ອນ​ກອງ​ປະຊຸມ​ແບບ​ປິດ​ລັບ ທ່ານ Stone
ກ່າວ​ວ່າ ມັນ​ເປັນ​ການຈະ​ແຈ້ງ​ທີ່​ວ່າ ​ໃນ​ມີ​ປະ​ເທດ​ນອກ ສົມຮູ້​ຮ່ວມ​ຄິດກັບການ​ໂຄສະນາ
​ຫາ​ສຽງ, ​ປະທານາທິບໍດີ ແຕ່​ວ່າ ທ່ານ​ໄດ້​ແນະນຳ​ ​ໃຫ້​ມີ​ການ​ສືບສວນ​ສອບ​ສວນ​ ແທນ​ທີ່
​ຈະ​ເບິ່ງໃສ່ Ukraine ​ແລະ​ຜູ້​ສະໝັກ​ສັງກັດ​ພັກ Democrats ທ່ານ​ນາງ Hillary Clinton.

ທ່ານ Stone ​ໄດ້​ປະຕິ​ເສດ​ຕໍ່​ການ​ທີ່​ໄ​ດ້ຮັບ​ຊາບ ເຖິງ​ແຫຼ່ງທີ່​ມາກ່ອນ​ໜ້ານີ້ ຫຼື ​ໃນ​ເວລາ​ທີ່ WikiLeaks ​ໄດ້​ເປີ​ດ​ເຜີຍພວກ emails ຈາກຫົວໜ້າໂຄສະນາ​ຫາ​ສຽງຂອງ​ທ່ານ​ນາງ
ຄລິນຕັນ ທ່ານ John Podesta ​ແລະ​ທ່ານ​ຍັງ​ກ່າວ​ອີກ​ວ່າ ທ່ານ​ບໍ່​ໄດ້​ພົວພັນ​ກັບ​ກິດ
ຈະກຳ​ໃດ​ໆ​ທີ່​ຜິດ​ກົດໝາຍ ຕາງໜ້າ​ໃຫ້​ລູກ​ຄວາມ​ຂອງ​ທ່ານ​.

“ຂ້າພະ​ເຈົ້າ​ເບິ່ງ​ເລື່ອງ​ນີ້​ວ່າ ​ເປັນ​ຂັ້ນ​ຕອນການປະຕິບັດ​ງານ​ທາງ​ການ​ເມືອງ
ເພາະວ່າ ມີ​ສະມາຊິກ​ຈຳນວນ​ບໍ່​ໜ້ອຍ​ໃນ​ຄະນະ​ກຳມະການ​ນີ້ ທີ່​ບໍ່​ຮັບຜິດຊອບ
ທີ່​ບໍ່ປະຕິ​ເສດບໍ່​ໄດ້ ​ແລະ​ໄດ້ພິສູດ​ຢ່າງ​ຜິດ​ໆ​ໃນ​ລາຍ​ງານ ​ເພື່ອ​ທີ່​ຈະ​ສ້າງ​ໃຫ້​ເຫັນ​ເຖິງ​
ການ​ສົມຮູ່ຮ່ວມ​ຄິດ​ກັບຣັດ​ເຊຍ ​ໂດຍ​ປາດ​ສະ​ຈາກ​ຫຼັກ​ຖານໃດໆ ທີ່​ຈະ​ສາມາດ​ນຳ​
ຂຶ້ນ​ຟ້ອ​ງ​ຕໍ່​ສານ​ ຫຼື​ແມ່ນ​ແຕ່ສານ​ຂອງ​ການ​ອອກຄວາມ​ຄິດ​ເຫັນ​ຂອງ​ສາທາລະນະ
ໄດ້ນັ້ນ,​”
ນັ້ນຄື​ຄຳ​ເວົ້າຢູ່​ໃນ​ຖະ​ແຫຼງການ ທີ່ໄດ້​ລະບຸ​ໄວ້.

ນອກຈາກ ຄະນະ​ກຳມະການ​ສືບ​ລັບ​ຈາກ​ສະພາ​ຕ່ຳ​ແລ້ວ ຍັງ​ມີ ຄະນະ​ກຳມະການ​
ສືບ​ລັບ​ຈາກ​ສະພາສູງ ​ຍັງ​ໄດ້ທຳມີ​ການ​ສືບ​ສວ​ນຂອງ​ຕົນ ​ໃນ​ການ​ພົວພັນ​ຂອງຣັດ​ເຊຍ
​ແລະ​ຄວາມ​ອາດ​ເປັນ​ໄປ​ໄດ້ ທີ່​ເຊື່ອມ​ໂຍງ​ເຂົ້າ​ໃນ​ການ​ໂຄສະນາ​ຫາ​ສຽງຂອງ​ທ່ານ​ທຣຳ.
ອະດີດ​ຜູ້ອຳນວຍການ​ອົງການ​ສັນຕິ​ບານ​ກາງ​ສະຫະລັດ ທ່ານ Robert Mueller ​
ໄດ້​ນຳພາ​ໃນ​ການ​ຫາ​ຫຼັກ​ຖານ​ຕ່າງຫາກ ​ໃນ​ບົດບາດ​ຂອງ​ທ່ານ ​ໃນ​ຖານະໄອ​ຍະ​ການ
​ພິ​ເສດຂອງ​ກະຊວງ​ຍຸຕິ​ທຳ​ສະຫະລັດ.

ອົງການ​ສືບ​ລັດ​ລັດຖະບານ​ກາງ​ສະຫະລັດ ​ໄດ້​ສະຫຼຸບຜົນ​ແລ້ວ​ວ່າ ຣັດ​ເຊຍ ​ໄດ້​ເຂົ້າ
​ແຊກແຊງ ​ໃນ​ການ​ໂຄສະນາ​ຫາ​ສຽງທີ່​ມີ​ເປົ້າ​ໝາຍ​ທີ່​ຈະ​ທຳລາຍໂອກາດ​ຂອງທ່ານ​ນາງ
ຄລິນຕັນທີ່​ຈະ​ໄດ້​ຖືກ​ຮັບ​ເລືອກ ​ໃນ​ຂະນະ​ທີ່​ສົ່ງ​ເສີມ​ທ່ານ​ທຣຳ.

ທ່ານ​ທຣຳ ​ໄດ້​ປະຕິ​ເສດ ຕໍ່​ການ​ສົມຮູ້​ຮ່ວມ​ຄິດໃດ​ໆກັບຣັດ​ເຊຍ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG