ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປ. ທ​ຣຳ ແນ​ໃສ່ ຈະ​ຍຸ​ຕິ ການໃຫ້ສັນ​ຊາດ​ ເດັກ​ນ້ອຍ ​ທີ່ພໍ່​ແມ່ ບໍ່​ແມ່ນອາ​ເມ​ຣິ​ກັນ ແລະ​ເຂົ້​າ​ເມືອງ ຜິດ​ກົດ​ໝາຍ


ແມ່​ຍິງ​ຄົນ​ນຶ່ງ ທີ່​ເຂົ້າ​ມາ​ສະ​ຫະ​ລັດ​ຜິດ​ກົດ​ໝາຍ ກຳ​ລັງ​ເບິ່ງ​ລູກ​ສາວ​ຂອງລາວ ທີ່​ເກີດ​ຢູ່​ໃນ​ສະ​ຫະ​ລັດ ຢູ່​ເມືອງ​ຊູ​ລ​ລິ​ວັນ ລັດ​ເທັກ
ຊັ​ສ ວັນ​ທີ 16 ກັນ​ຍາ 2015.
ແມ່​ຍິງ​ຄົນ​ນຶ່ງ ທີ່​ເຂົ້າ​ມາ​ສະ​ຫະ​ລັດ​ຜິດ​ກົດ​ໝາຍ ກຳ​ລັງ​ເບິ່ງ​ລູກ​ສາວ​ຂອງລາວ ທີ່​ເກີດ​ຢູ່​ໃນ​ສະ​ຫະ​ລັດ ຢູ່​ເມືອງ​ຊູ​ລ​ລິ​ວັນ ລັດ​ເທັກ ຊັ​ສ ວັນ​ທີ 16 ກັນ​ຍາ 2015.

ພາ​ຍຸ​ການ​ເມືອງ ແລະ​ການ​ພິ​ປາຍ​ທາງ​ດ້ານກົດ​ໝາຍໄດ້​ເລີ້ມຂຶ້ນ​ ຍ້ອນການ​ປະ​ກາດ​
ຂອງ ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ທີ່​ຕັ້ງ​ໃຈຈະ​ເຊັນ​ດຳ​ລັດ​ຝ່າຍ​ບໍ​ລິ​ຫານ ເພື່ອ​ປະ​ຕິ​
ເສດ​ຕໍ່​ການ​ໃຫ້ສັນ​ຊາດ​ແກ່ພວກ​ເດັກ​ນ້ອຍ​ທີ່​ເກີດ​ຢູ່​ໃນ​ສະ​ຫະ​ລັດ​ສຳ​ລັບ​ຜູ້​ທີ່​ບໍ່​ແມ່ນ
​ສັນ​ຊາດ ແລະ​ຄົນ​ເຂົ້າ​ເມືອງ ​ທີ່​ບໍ່​ໄດ້​ຮັບ​ອະ​ນຸ​ຍາດ.

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ກ່າວ​ຢູ່​ໃນ​ການ​ສຳ​ພາດ ​ກັບ ອາ​ຊິ​ໂອ​ສ ຂອງ​ໂທ​ລະ​ພາບ
HBO ເວ​ລາ​ຖາມ​ກ່ຽວ​ກັບ​ການ​ລົບ​ລ້າງ​ນະ​ໂຍ​ບາຍ​ສະ​ຫະ​ລັດ​ທີ່​ມີ​ຢູ່ໃນ​ປັດ​ຈຸ​ບັນ ທີ່​
ອະ​ນຸ​ຍາດ​ໃຫ້​ສິດ​ແກ່​ພວກ​ທີ່​ເກີດ​ມາ​ເປັນ​ສັນ​ຊາດ ໂດຍ​ເວົ້າ​ວ່າ “ມັນກຳ​ລັງ​ດຳເນີນ
ຢູ່ ​ມັນ​ຈະ​ເກີດ​ຂຶ້ນ.” ແລະ​ທ່ານ​ທ​ຣຳກ່າວ​ຕື່ມ​ວ່າ “ມັນ​ເປັນ​ເລື້ອງ​ທີ່​ໜ້າ​ຢາກຫົວ
ແລະ​ມັນ​ຕ້ອງ​ສິ້ນ​ສຸດ​ລົງ.”

ປະ​ທາ​ນາ​ທິ​ບໍ​ດີ​ ໄດ້​ກ່າວ​ຢ້ຳ​ວ່າ ສະ​ຫະ​ລັດ ​ເປັນ​ປະ​ເທດ​ດຽວ ​ທີ່​ໃຫ້ສິດ​ໃນການ​
ເກີດ​ເປັ​ນມາ​ເປັນສັນ​ຊາດ. ມັນ​ບໍ່​ກ່ຽວ​ກັບປະ​ເທດ​ອື່ນໆ​ອີກ 30 ປະ​ເຫ​ດ ຮວ​ມ​ທັງ
​ບັນ​ດາ​ປະ​ເທດ​ເພື່ອນ​ບ້ານ​ຂອງ​ອາ​ເມ​ຣິ​ກາ ​ເຊັ່ນກາ​ນາ​ດາ ແລະ​ເມັກ​ຊິ​ໂກ ​ທີ່ເຮັດ
ແບບ​ດຽວ​ກັນນີ້. ແຕ່​ວ່າ​ບັນ​ດາ​ປະ​ເທດ​ຈຳ​ນວນ​ນຶ່ງ​ຫວ່າງບໍ່​ເທົ່າ​ໃດທົດ​ສະ​ວັດ​ຜ່ານ
​ມາ​ນີ້ ຮວມ​ທັງ​ ອ​ອ​ສ​ເຕ​ຣ​ເລຍ ອັງ​ກິດ ຝ​ຣັ່ງ ແລະ​ອິນ​ເດຍ ແລະ​ໄອ​ຣ໌​ແລນ ໄດ້​ຍົກ​
ເລີກການ​ໃຫ້​ສິດ​ດັ່ງ​ກ່າວ.

ປະ​ທາ​ນາ​ທິບ​ຊ​ດີ​ທ​ຣຳ ​ກ່າວ​ວ່າ ທ່ານໄດ້​ສົນ​ທະ​ນາຄວາມ​ຄິດ​ດັ່ງ​ກ່າວ​ກັບ​ທີ່​ປຶ​ກສາ
ຜູ້​ທີ່​ໄດ້​ບອກ​ໃຫ້​ທ່ານ​ຊາບວ່າ​ບົດ​ແກ້​ໄຂ​ລັດ​ຖະ​ທຳ​ມະ​ນູນແມ່ນ​ບໍ່​ຈຳ​ເປັນເພື່ອຍຸ​ຕິ
​ການ​ໃຫ້ສິດ​ໃນ​ການ​ເກີດ​ມາ​ເປັນ​ສັນ​ຊາດ ທີ່​ຮູ້​ກັນ​ຢ່າງ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ວ່າ
jus soli ນັ້ນ.

ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ຂອງພັກປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ມີ​ຄວາມ​ຄິດ​ທີ່​ແຕກ​ຕ່າງ​ກ່ຽວ​
ກັບ​ເລື່ອງ​ນີ້.

ຜູ້​ນຳ​ສຽງ​ສ່ວນ​ນ້ອຍ​ສະ​ພາ​ຕ່ຳ ທ່າ​ນ​ນາງ​ແນນ​ຊີ ເພີ​ໂລ​ຊີ ຈາກ​ລັດ​ຄາ​ລີ​ຟໍ​ເນຍ ກ່າວ​ລະ​ຫວ່າງກອງ​ປະ​ຊຸມ​ທີ່​ລັດ​ຖະສະ​ພາ ວັນ​ທີ 26 ກັນ​ຍາ 2018.
ຜູ້​ນຳ​ສຽງ​ສ່ວນ​ນ້ອຍ​ສະ​ພາ​ຕ່ຳ ທ່າ​ນ​ນາງ​ແນນ​ຊີ ເພີ​ໂລ​ຊີ ຈາກ​ລັດ​ຄາ​ລີ​ຟໍ​ເນຍ ກ່າວ​ລະ​ຫວ່າງກອງ​ປະ​ຊຸມ​ທີ່​ລັດ​ຖະສະ​ພາ ວັນ​ທີ 26 ກັນ​ຍາ 2018.

ສະ​ມາ​ຊິກ​ສະ​ພາ​ສູງ ພັກ​ຣີ​ພັບ​ບ​ລິ​ກັນ ທ່ານ​ລິນ​ເຊ ແກ​ຣມ ໄດ້​ສົ່ງ​ຂໍ້​ຄວາມ​ທາງ​ທວິດ
​ເຕີປະ​ກາດ​ວ່າ ທ່ານ​ຈະ​ສະ​ເໜີ​ຮ່າງ​ກົດ​ໝາຍໃຫ້ເປັນ​ແວ່ນ​ແຍງ​ທີ່​ສະ​ທ້ອນ ເຖິງ​ຂໍ້​
ສະ​ເໜີ​ ກ່ຽວ​ກັບ​ດຳ​ລັດຂອງປະ​ທາ​ນາ​ທິ​ບໍ​ດີທ​ຣຳ ໂດຍ​ກ່າວ​ວ່າ “ໃນ​ທີ່​ສຸດ​ປະ​ທາ
​ນາ​ທິ​ບໍ​ດີ ກໍ​ເຕັ​ມ​ໃຈ​ທີ່​ຈະ​ດຳ​ເນີນ​ການ ກັບ​ນະ​ໂຍ​ບາຍ​ທີ່​ບໍ່​ມີ​ເຫດ​ຜົນ​ນີ້ ໃນການ​ໃຫ້
ສິດ​ເປັນ​ສັນ​ຊາດ​ເວ​ລ​າ​ເກີດ​ມາ.”

ໂຄ​ສົກ​ສະ​ພາ​ຕ່ຳ ທ່ານ​ພອ​ລ ຣາຍ​ອັນ ກ່າວຄັດ​ຄ້ານ​ຕໍ່​ການ​ເຄື່ອນ​ໄຫວ​ຂອງ​ແຜນ​
ດັ່ງ​ກ່າວ.

“ທ່ານ​ບໍ່​ສາ​ມາດ​ທີ່​ຈະຍຸ​ຕິ​ໃນ​ການ​ໃຫ້ສິດ​ເກີດ​ມາ​ເປັນ​ສັນ​ຊາດດ້ວຍ​ດຳ​ລັດ” ທ່ານ​
ຣາຍ​ອັນ ກ່າວ​ໃນ​ວັນ​ອັງ​ຄາ​ນ​ວານ​ ນີ້​ຢູ່​ສະ​ຖາ​ນີ​ວິ​ທະ​ຍຸ WVLK ທີ່ໃນ​ລັດ​ເຄັນ​ຕັກ​ກີ
​ ​ພ້ອມ​ຍັງ​ໃຫ້​ຂໍ້​ສັງ​ເກດ​ວ່າ ​ພັກ​ຣີ​ພັບ​ບລິ​ກັນ ບໍ່​ມັກ​ເລື່ອງ​ນີ້ ເວ​ລາປະ​ທາ​ນາ ທິ​ບໍ​ດີ​ຄົນ
​ກ່ອນທ່ານ​ທ​ຣຳ ຄື ທ່ານ​ບາ​ຣັກ ໂອ​ບາ​ມາ ໄດ້​ປ່ຽນ​ນະ​ໂຍ​ບາຍ​ຄົນ​ເຂົ້າ​ເມືອງ ​ໂດຍ​
ການ​ອອກ​ດຳ​ລັດ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG