ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທຣຳ ແລະ ຜູ້ຊ່ວຍເຫຼືອທັງຫຼາຍ ໂຈມຕີປຶ້ມ ທີ່ອະທິບາຍເຖິງ ຄວາມວຸ້ນວາຍ ໃນທຳນຽບຂາວ


ປະທານາທິບໍດີ ດໍໂນລ ທຣຳ ຍ່າງຢູ່ເດີນຫຍ້າທິດໃຕ້ ໃນຂະນະ
ທີ່ທ່ານເດີນທາງອອກໄປຈາກ ທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ. 5 ມັງກອນ, 2018.
ປະທານາທິບໍດີ ດໍໂນລ ທຣຳ ຍ່າງຢູ່ເດີນຫຍ້າທິດໃຕ້ ໃນຂະນະ ທີ່ທ່ານເດີນທາງອອກໄປຈາກ ທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ. 5 ມັງກອນ, 2018.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ກັບ ບັນດາຜູ້ຊ່ວຍ ຂອງທ່ານໃນວັນອາ
ທິດວານນີ້ ໄດ້ຮ່ວມກັນປະຕິເສດປື້ມຫົວໃໝ່ ກ່ຽວ ກັບວ່າ ມີຄວາມສັບສົນວຸ້ນວາຍ ໃນ
ລະຫວ່າງການດຳລົງຕຳແໜ່ງປີທຳອິດຂອງ ທ່ານໃນທຳນຽບຂາວ ແລະ ໄດ້ສະເໜີວ່າ
ທ່ານບໍ່ມີຄວາມຄິດເໝາະສົມ ທີ່ຈະເປັນຜູ້ນຳຂອງ ສະຫະລັດ.

ທ່ານ ທຣຳ ໄດ້ຂຽນຂໍ້ຄວາມໃນ Twitter ວ່າ “ຂ້າພະເຈົ້າຕ້ອງໄດ້ສູ້ ທົນກັບພວກອົງ
ການຂ່າວປອມຈາກມື້ທຳອິດ ທີ່ຂ້າພະເຈົ້າ ໄດ້ປະກາດ ວ່າ ຂ້າພະເຈົ້າຈະລົງແຂ່ງຂັນ
ເປັນປະທານາທິບໍດີ. ແລະ ຕອນນີ້ຂ້າ ພະເຈົ້າກໍຕ້ອງໄດ້ສູ້ທົນກັບປື້ມປອມຫົວນຶ່ງທີ່
ຂຽນຂຶ້ນ ໂດຍນັກຂຽນຜູ້ທີ່ບໍ່ໄດ້ຮັບຄວາມນິຍົມ.”

ຄວາມໂມໂຫຂອງທ່ານ ທຣຳ ໄດ້ເພັ່ງເລັງໃສ່ນັກຂ່າວ ໄມເຄິລ ໂວຟ໌, ຜູ້ທີ່ໄດ້ອະທິບາຍ
ຄວາມຜິດປົກກະຕິຂອງ ທຳນຽບຂາວ ໃນປຶ້ມ ຫົວໃໝ່ຂອງເພິ່ນ ຊື່ວ່າ Fire and Fury:
Inside the Trump White House, ທີ່ໄດ້ຂຽນໂດຍອ້າງອີງໃສ່ການສຳພາດ 200
ຄັ້ງກັບ ທ່ານ ທຣຳ ແລະ ຜູ້ຊ່ວຍເຫຼືອຂອງທ່ານຫຼາຍຄົນ, ປື້ມຫົວດັ່ງກ່າວໄດ້ ຖືກວາງຈຳ
ໜ່າຍໃນວັນສຸກທີ່ຜ່ານມາ.

ທ່ານ ທຣຳ ໄດ້ກ່າວວ່າ ເມື່ອສາມທົດສະວັດທີ່ຜ່ານມາ, ປະທານາທິບໍ ດີ ສັງກັດພັກຣີ
ພັບບລີກັນອີກຄົນນຶ່ງຄື, ທ່ານ ໂຣໂນລ ເຣແກັນ, ກໍ ໄດ້ປະເຊີນກັບເລື່ອງຕ່າງໆທີ່ສົງ
ໃສ ກ່ຽວກັບ ຄວາມສະຫຼາດຫຼັກແຫຼມ ໃນຄວາມຄິດຂອງທ່ານ” ແລະ ໄດ້ຮັບມືກັບມັນ
ໄດ້ດີ. ຂ້າພະເຈົ້າກໍຈະ ເປັນແນວນັ້ນເຊັ່ນກັນ.”

ທ່ານ ສະເຕັຟເຟັນ ມິລເລີ, ຜູ້ຊີ້ນຳດ້ານນະໂຍບາຍລະດັບສູງ, ໄດ້ໂຈມ ຕີອະດີດຫົວ
ໜ້າແຜນຍຸດທະສາດຂອງທ່ານ ທຣຳ ຄືທ່ານ ສຕີຟ ແບນນັອນ ຍ້ອນຄຳເຫັນຂອງທ່ານ
ໃນປຶ້ມທີ່ກ່າວຫາວ່າ ລູກຊາຍກົກ ຂອງທ່ານ ທຣຳ, ຊື່ວ່າ ດໍໂນລ ທຣຳ ຈູເນຍ, ລູກເຂີຍ
ທ່ານ ຈາເຣັດ ຄຸສ໌ເນີ ເຊິ່ງຕອນນີ້ແມ່ນຜູ້ຊີ້ນຳທຳນຽບຂາວຄົນສຳຄັນ, ແລະ ອະ ດີດຜູ້
ບໍລິຫານການໂຄສະນາຫາສຽງ ທ່ານ ພອລ ແມນນາຝອດ “ຂາຍຊາດ” ແລະ “ບໍ່ຮັກ
ຊາດ” ສຳລັບການພົບປະກັບ ຣັດເຊຍ ໃນ ລະຫວ່າງກາງ ການໂຄສະນາຫາສຽງປະ
ທານາທິບໍດີໃນປີ 2016 ໂດຍ ອ້າງວ່າ ມີຂໍ້ມູນທີ່ໃສ່ຮ້າຍປ້າຍສີ ກ່ຽວກັບ ຄູ່ແຂ່ງຂັນ
ຂອງທ່ານ ທຣຳ ຈາກພັກເດໂມແຄຣັດ ທ່ານນາງ ຮິລແລຣີ ຄລິນຕັນ.

ທ່ານ ມິລເລີ ໄດ້ອະທິບາຍ ກ່ຽວກັບ ທ່ານ ແບນນັອນ ຜ່ານໂທລະພາບ CNN ວ່າ
“ເປັນຄົນທີ່ໃຈຮ້າຍ, ຢາກແກ້ແຄ້ນ” ເຊິ່ງຄຳເຫັນທີ່ “ຜິດປົກກະຕິ” ຂອງທ່ານ ກໍຍັງຫ່າງ
ໄກຈາກຄວາມເປັນຈິງຢູ່.” ທ່ານ ມິລເລີ ກ່າວວ່າ “ພະນັກງານທຳນຽບຂາວທັງໝົດ ຜິດ
ຫວັງກັບຄຳເຫັນຂອງທ່ານເປັນຢ່າງຍິ່ງ” ໃນປື້ມຫົວໃໝ່ນັ້ນ.

ທ່ານ ມິລເລີ ກ່າວວ່າ “ປຶ້ມຂອງທ່ານ ໂວຟ໌ “ແມ່ນເຂົ້າໃຈກັນດີ ວ່າເປັນເລື່ອງຂີ້ຕົວະທີ່
ຖືກຂຽນຂຶ້ນມາບໍ່ດີ. ນັກຂຽນຄົນດັ່ງກ່າວ ແມ່ນນັກຂຽນເສດຂີ້ເຫຍື້ອຂອງປື້ມຂີ້ເຫຍື້ອ.
ຄວາມທໍລະຍົດ ຂອງປະທານາທິບໍດີໃນປຶ້ມຫົວນີ້ ແມ່ນກົງກັນຂ້າມກັບຄວາມເປັນຈິງ
ກ່ຽວກັບ ຜູ້ຄົນທີ່ເຮັດວຽກກັບເພິ່ນ.”

ນັກຂ່າວ CNN ທ່ານ ເຈກ ແທັບເປີ ໄດ້ຢຸດການສຳພາດກັບທ່ານ ມິລເລີ ຢ່າງກະທັນ
ຫັນ ໂດຍເອີ້ນທ່ານວ່າ “ຊື່ສັດ” ແລະມີຄວາມເປັນຫ່ວງ ແຕ່ການຢາກເອົາໃຈ “ຜູ້ຊົມຄົນ
ດຽວ” ຄືທ່ານ ທຣຳ ນັ້ນເອງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG