ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ຊ່ວຍ ປ. ທຣໍາ ເຕືອນແຕ່ຫົວທີ ກ່ຽວກັບຄວາມຮ້າຍແຮງ ໃນການລະບາດ ຂອງໄວຣັສໂຄໂຣນາ


ທ່ານປີເຕີ ນາວາໂຣ ທີ່ປຶກສາດ້ານການຄ້າ ຂອງປະທານາທິບໍດີດໍໂນລ ທຣໍາ 
ທ່ານປີເຕີ ນາວາໂຣ ທີ່ປຶກສາດ້ານການຄ້າ ຂອງປະທານາທິບໍດີດໍໂນລ ທຣໍາ 

ທ່ານປີເຕີ ນາວາໂຣ ທີ່ປຶກສາດ້ານການຄ້າ ຂອງປະທານາທິບໍດີດໍໂນລ ທຣໍາ ໄດ້ເຕືອນ
ສອງເທື່ອ ໃນການເປີດເຜີຍຄັ້ງໃໝ່ ຢູ່ໃນບັນທຶກຂອງທຳນຽບ ຂາວເມື່ອເດືອນມັງກອນ
ແລະກຸມພາທີ່ຜ່ານມາ ກ່ຽວກັບອັນຕະລາຍທີ່ຈະຕິດຕາມ ມາຢ່າງຮ້າຍແຮງໃນການແຜ່ລະບາດ ຂອງໄວຣັສໂຄໂຣນາໃນສະຫະລັດ ແລະ ວ່າ ທ່ານທຣໍາ ເປັນເວລາຫຼາຍອາທິດຍັງສືບຕໍ່ບໍ່ໃຫ້ຄວາມສຳຄັນຕໍ່ຄວາມເປັນ ຫ່ວງດັ່ງກ່າວ.

ໃນທ້າຍເດືອນມັງກອນ ທ່ານນາວາໂຣ ຄາດວ່າ ອາດມີຊາວອາເມຣິກັນຫຼາຍ ເຖິງ 543,
000 ຄົນຈະເສຍຊີວິດ ຊຶ່ງເວລານັ້ນແມ່ນການລະບາດຂັ້ນຕົ້ນຂອງໄວຣັສອອກໄປທົ່ວ
ໂລກທີ່ເລີ້ມຢູ່ປະເທດຈີນ ແລະຕໍ່ມາທ່ານໄດ້ກ່າວວ່າ ໄວ ຣັສອາດເຮັດໃຫ້ຊາວອາເມຣິ
ກັນເສຍຊີວິດເຖິງ 1 ລ້ານ ຫາ 2 ລ້ານຄົນ.

ທ່ານນາວາໂຣຂຽນຢູ່ໃນບັນທຶກເມື່ອທ້າຍເດືອນມັງກອນວ່າ “ການຂາດພູມຄຸ້ມກັນ ຫຼື
ການປິ່ນປົວທີ່ມີຢູ່ແລ້ວນັ້ນ ຫຼືຢາວັກຊີນຈະເຮັດໃຫ້ຊາວອາເມຣິກັນບໍ່ມີ ທາງປ້ອງກັ
ນໃນກໍລະນີທີ່ມີການລະບາດຮ້າຍແຮງເກີດຂຶ້ນ ຂອງໄວຣັສໂຄໂຣ ນາ ຢູ່ໃນດິນແດນ
ຂອງສະຫະລັດ. ການຂາດການປ້ອງກັນດັ່ງກ່າວແມ່ນເຮັດ ຄວາມສ່ຽງເພີ້ມຂຶ້ນຈາກ
ໄວຣັສໂຄໂຣນາ ທີ່ປັບຕົວຂຶ້ນມາກາຍເປັນການແຜ່ລະ ບາດຢ່າງສຸດຂີດ ໂດຍຈະທຳ
ລາຍຊີວິດຊາວອາເມຣິກັນຫຼາຍລ້ານຄົນ.”

ບັນທຶກຂອງທ່ານນາວາໂຣ ທີ່ໄດ້ຖືກເປີດເຜີຍຢູ່ໃນໜັງສືພິມ ນິກຢອກທາມສ໌ ໃນວັນ
ອັງຄານວານນີ້ ແລະຢູ່ໃນໜ້າແວັບໄຊຂ່າວ Axios ຊຶ່ງເປັນຮ່ອງຮອຍຫລ້າສຸດທີ່ສະ
ແດງໃຫ້ເຫັນວ່າ ບັນດາຜູ້ຊ່ວຍທຳນຽບຂາວບາງຄົນ ໄດ້ໃຫ້ສັນ ຍານແກ່ທ່ານທຣໍາວ່າ
ເຂົາເຈົ້າໄດ້ມີຄວາມເປັນຫ່ວງກ່ຽວກັບໄວຣັສໂຄໂຣນາ ມານານແລ້ວກ່ອນທີ່ປະທາ
ນາທິບໍດີໄດ້ສະແດງຄວາມເປັນຫ່ວງຢ່າງເປີດເຜີຍ.

ຢູ່ໃນບັນທຶກເມື່ອເດືອນມັງກອນ ທ່ານນາວາໂຣ ໄດ້ຂຽນວ່າ ລັດຖະບານຂອງ ປະທາ
ນາທິບໍດີທຣໍາ ຕ້ອງໄດ້ຕັດສິນໃຈວ່າຄວນຈະຮັບມືແບບໃດກັບການຂົ່ມ ຂູ່ຂອງໄວຣັສ
ໂຄໂຣນາ. ທ່ານກ່າວວ່າ ຈຳນວນຄົນຕາຍແລະຄວາມເສຍຫາຍ ທາງດ້ານເສດຖະກິດ
ຈະມີພຽງເລັກນ້ອຍ ຖ້າຫາກວ່າໄວຣັສນີ້ ບໍ່ມີຫຍັງຮ້າຍ ແຮງ ຄືກັນກັບການເປັນຫວັດ
ຕາມລະດູການເທົ່ານັ້ນ.

ແຕ່ທ່ານກ່າວວ່າ “ການສ່ຽງຕໍ່ກໍລະນີທີ່ຮ້າຍແຮງສຸດຂອງການແຜ່ລະບາດທີ່ຕິດ ຕາມ
ມານັ້ນ ບໍ່ຄວນທີ່ຈະເບິ່ງກາຍ” ດັ່ງການຕາຍທີ່ເພີ້ມຂຶ້ນຢູ່ປະເທດຈີນ.

ໃນວັນທີ 30 ເດືອນມັງກອນ ນຶ່ງມຶ້ຫຼັງຈາກບັນທຶກສະບັບທຳອິດຂອງທ່ານນາ ວາໂຣ
ປະທານາທິບໍດີທຣໍາກ່າວວ່າ “ພວກເຮົາຄິດວ່າພວກເຮົາໄດ້ມີການຄວບ ຄຸມທີ່ດີ.
ພວກເຮົາມີບັນຫາໜ້ອຍຢູ່ໃນປະເທດນີ້ໃນເວລານີ້ ຫ້າແລະບັນດາຄົນ ເຫລົ່ານັ້ນ ທັງ
ໝົດພາກັນຟື້ນໂຕຄືນມາຢ່າງເປັນຜົນສຳເລັດ. ແຕ່ພວກເຮົາເຮັດ ວຽກຢ່າງໃກ້ຊິດກັບ
ຈີນ ແລະປະເທດອື່ນໆແລະພວກເຮົາຄິດວ່າຈະເສັດສິ້ນລົງ ເປັນຢ່າງດີ ສຳລັບພວກເຮົາແລ້ວ ຂ້າພະເຈົ້າສາມາດຄໍ້າປະກັນທ່ານໄດ້.

ອ່່ານຂ່າວນີ້ເພີ້ມເປັນາສາອັງກິດ

XS
SM
MD
LG