ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານທຣຳ ຖອຍຈາກ ການຂູ່ ທີ່ຈະສືບສວນ ທ່ານນາງ ຄລິນຕັນ


ຈາກຊ້າຍ: ປະທານາທິບໍດີ ທີ່ໄດ້ຮັບເລືອກໃໝ່ ທ່ານ Donald Trump ແລະຜູ້ສະໝັກ ປະທານາທິບໍດີຂອງພັກເດໂມແຄຣັດ ທ່ານນາງ Hillary Clinton.
ຈາກຊ້າຍ: ປະທານາທິບໍດີ ທີ່ໄດ້ຮັບເລືອກໃໝ່ ທ່ານ Donald Trump ແລະຜູ້ສະໝັກ ປະທານາທິບໍດີຂອງພັກເດໂມແຄຣັດ ທ່ານນາງ Hillary Clinton.

ປະທານາທິບໍດີ​ ທີ່​ໄດ້​ຮັບ​ເລືອກ​ໃໝ່ ​ຂອງ​ສະຫະລັດ ທ່ານ Donald Trump ປາກົດ​ວ່າ ​ໄດ້​ຖອຍ​ຫ່າງ​ອອກ​ໄປ ​ຈາກ​ຄຳ​ໝັ້ນສັນຍາ​ຈຳນວນ​ນຶ່ງ ທີ່​ໄດ້​ກ່າວ​ໄວ້ ຢ່າງ​ໜັກ​ແໜ້ນ ​ໃນ​ລະຫວ່າງ​ການ​ໂຄສະນາ​ຫາ​ສຽງ ຮວມທັງ​ ຈະ​ນຳ​ເອົາ​ຜູ້​ສະໝັກ​ປະທານາທິບໍດີ​ຂອງ​ພັກ ​ເດ​ໂມ​ແຄຣັດ ທ່ານ​ນາງ Hillary Clinton ​ໄປ​ເຂົ້າຄຸກ.

ທ່ານ Trump ​ໄດ້​ພົບ​ປະ​ໃນ​ວັນ​ອັງ​ຄານ​ວານ​ນີ້ກັບ​ພວກ​ນັກ​ຂ່າວແລະ​ບັນນາທິການ​ຂອງ​ໜັງສືພິມ​ New York Times ​ຊຶ່ງ​ເປັນ​ໜັງສືພິມ​ທີ່ໜ້າ​ເຊື່ອ​ຖື ທີ່ທ່ານ​ໄດ້​ປະນາມ​ ໃນ​ລະ ຫວ່າງ​ການ​ໂຄສະນາ​ຫາ​ສຽງ​ນັ້ນວ່າ ​ເປັນ​ໜັງສືພິມ​ທີ່​ບໍ່ໜ້າ​ໄວ້​ໃຈ​ແລະ​ປະສົບ​ກັບ “ຄວາມ​ລົ້ມ​ແຫຼວ” ​ແຕ່​ເວລາ​ນີ້ ທ່ານ​ກ່າວ​ວ່າ ​ເປັນໜັງສືພິມ ​ທີ່​ທ່ານເຊື່ອ​ຖື ​ແລະ​ໜັງສືພິມ​ ທີ່​ທ່ານ​ອ່ານ.

ຮູບທ່ານນາງ Hillary Rodham Clinton ຊຶ່ງຍັງເປັນ ລມຕ ຕ່າງປະເທດ ສຫລ ໃນເວລານັ້ນ ພວມກວດເບິ່ງ ໂທລະສັບ Blackberry ຂອງທ່ານນາງ
ຮູບທ່ານນາງ Hillary Rodham Clinton ຊຶ່ງຍັງເປັນ ລມຕ ຕ່າງປະເທດ ສຫລ ໃນເວລານັ້ນ ພວມກວດເບິ່ງ ໂທລະສັບ Blackberry ຂອງທ່ານນາງ

ທ່ານ Trump ​ໃຫ້​ຮ່ອງຮອຍ​ຢ່າງ​ແຂງ​ຂັນ​ວ່າ ທ່ານ​ບໍ່​ມີ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ຮ້ອງ​ຂໍ​ໃຫ້​ມີ​ການ​ສືບສວນ​ເພີ້ມຕື່ມກ່ຽວ​ກັບ​ການ​ໃຊ້​ເຄື່ອງ​ບໍລິການ​ອີີ​ແມ​ລສ່ວນ​ຕົວ​ຂອງທ່ານ​ນາງ Clinton ​ເວລາ​ທ່ານ​ນາງ​ ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ແລະ​ຄຳຖາມ​ຕ່າງໆ​ ກ່ຽວ​ກັບ​ມູນ​ນິທິ​ການ​ກຸສົນ Clinton.

ທ່ານ​ Trump ກ່າວ​ວ່າ “ຂ້າພະ​ເຈົ້າບໍ່​ຢາກ​ສ້າງ​ຄວາມ​ເສຍຫາຍໃຫ້​ແກ່​ຄອບຄົວ Clinton ຂ້າພະ​ເຈົ້າບໍ່​ຕ້ອງການ​ເລີຍ. ທ່ານ​ນາງ​ໄດ້​ຜ່ານ​ຜ່າ ​ຫຼາຍສິ່ງ​ຫຼາຍຢ່າງ ​ແລະ​ໄດ້​ຮັບ​ຄວາມ​ເຈັບ​ປວດ​ຢ່າງ​ໃຫຍ່ຫຼວງ​ ໃນ​ຫຼາຍ​ດ້ານ ການ​ໂຄສະນາ​ຫາ​ສຽງ​ ແມ່ນ​ໂຫດຮ້າຍ.”

Trump Claims Clinton Protected by 'Rigged' System
please wait

No media source currently available

0:00 0:01:12 0:00

ທ່ານ Trump ກ່າວ​ວ່າ ການ​ສືບສວນ​ທ່ານ​ນາງ Clinton ບໍ່​ແມ່ນ​ສິ່ງ​ທີ່ທ່ານ​ມີຄວາມ​ຮູ້ສຶກ​ຢ່າງແຂງ​ຂັນ​ວ່າ​ ຈຳ​ເປັນ​ຕ້ອງ​ໄດ້​ເຮັດ.

ທ່ານ Trump ​ໄດ້​ກ່າວ​ຕໍ່​ພວກ​ນັກ​ຂ່າວ​ ແລະ​ບັນ​ນາ​ທິການ​ ຂອງ​ໜັງສືພິມ New York Times ວ່າ “ຂ້າພະ​ເຈົ້າຄິດ​ວ່າ ມັນ​ຈະ​ເປັນ​ການ​ສ້າງ​ຄວາມ​ແຕກແຍກ​ທີ່​ສຸດ ​ສຳລັບປະ ເທດ​ຊາດ. ຄວາມ​ໂນ້ມອຽງ​ຂອງ​ຂ້າພະ​ເຈົ້າກໍ​ຈະ​ແມ່ນ​ວ່າ ອຳນາດໃດໆ​ກໍ​ຕາມ​ທີ່​ຂ້າພະ​ເຈົ້າມີກ່ຽວ​ກັບ​ເລື້ອງນີ້ ກໍ​ຄື​ເວົ້າວ່າພາກັນ​ເດີນໜ້າ​ຕໍ່ໄປ. ນີ້​ແມ່ນ​ໄດ້​ເຫັນກັນ​ມາ​ດົນ​ນານ​ແລ້ວ ມັນ​ເປັນ​ເລື້ອງທີ່​ໜ້າ​ເບື່ອ​ຫຼາຍ.”

ທ່ານ Trump ​ມັກ​ກ່າວເຖິງ​ທ່ານ​ນາງ Clinton ວ່າ “Crooked Hillary” ທີ່​ມີ​ຄວາມ​ໝາຍ ວ່າ “Hillary ທີ່​ທຸ​ຈະລິດ” ​ໃນ​ລະຫວ່າງ​ການ​ໂຄສະນາ​ຫາ​ສຽງ. ທ່ານຢືນຢັນ​ໃນ​ລະຫວ່າງ​ ການ​ໂຮມ​ຊຸມນຸມ​ເຫຼົ່ານັ້ນ​ແລະ​ໄດ້​ຟັງ​ຝູງ​ຊົນ​ທີ່​ພາກັນຮ້ອງ​ໂຮ​ວ່າ “ຈັບ​ນາງ​ເຂົ້າຄຸກ”. ທ່ານ​ໄດ້​ໃຫ້​ຄຳ​ໝັ້ນສັນຍາ​ວ່າຈະຕັ້ງຄະນະ​ກຳມະ​ການ​ສອບ​ສວນ​ພິ​ເສດ​ຂຶ້ນ​ເພື່ອ​ສືບສວນ​ຄະດີ ​ຂອງ​ທ່ານ​ນາງ​ແລະ​ແມ່ນ​ກະ​ທັງ​ໄດ້ຂົ່ມຂູ່​ໂດຍ​ກົງ​ວ່າຈະ​ຈັບ​ທ່ານ​ນາງ​ເຂົ້າຄຸກ​ໃນລະຫວ່າງ​ ການ​ໂຕ້​ວາທີ​ຜູ້​ສະໝັກປະທານາທິບໍດີ​ນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Trump Clinton
please wait
Embed

No media source currently available

0:00 0:01:14 0:00

XS
SM
MD
LG