ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣໍາ ຂົ່ມຂູ່ ອີກຄັ້ງນຶ່ງ ຕໍ່ເຈົ້າໜ້າທີ່ ປະຕິບັດ ກົດໝາຍ ຂັ້ນນຳ ຂອງ ລັດຖະບານກາງ


ປະທານາທິບໍດີ ທຣໍາກ່າວ ຢູ່ໃນການໂຮມຊຸມນຸມ
ທາງການເມືອງ ພາຍໃຕ້ຄໍາຂວັນ "Make America Great Again" ທີ່ເມືອງ Evansville, ລັດອິນດຽນນາ ໃນວັນທີ 30 ສິງຫາ 2018
ປະທານາທິບໍດີ ທຣໍາກ່າວ ຢູ່ໃນການໂຮມຊຸມນຸມ ທາງການເມືອງ ພາຍໃຕ້ຄໍາຂວັນ "Make America Great Again" ທີ່ເມືອງ Evansville, ລັດອິນດຽນນາ ໃນວັນທີ 30 ສິງຫາ 2018

ປະທານາທິບໍດີ ດໍໂນລ ທຣໍາຂອງສະຫະລັດ ໄດ້ສົ່ງຄໍາເວົ້າ ທີ່ໂກດແຄ້ນໄປຫາບັນ
ດາເຈົ້າໜ້າທີ່ປະຕິບັດກົດໝາຍຂັ້ນສູງຂອງປະເທດອີກຄັ້ງນຶ່ງ ຢູ່ໃນການໂຮມຊຸມນຸມ
ທາງການເມືອງ ທີ່ລັດອິນດຽນນາ ທາງພາກຕາເວັນຕົກຕອນກາງ ຂອງປະເທດນັ້ນ.

ທ່ານກ່າວໃນຕອນແລງຂອງວັນພະຫັດວານນີ້ວ່າ "ກະຊວງຍຸຕິທໍາ ແລະອົງການ
ເອັຟບີໄອ (FBI) ຂອງພວກເຮົາ ຕ້ອງໄດ້ເລີ້ມເຮັດໜ້າທີ່ຂອງຕົນ, ເຮັດໃຫ້ມັນຖືກ
ຕ້ອງ ແລະເຮັດໃຫ້ມັນດີ. ຜູ້ຄົນພາກັນບໍ່ພໍໃຈຫລາຍດຽວນີ້."

ທ່ານປະທານາທິບໍດີປະກາດວ່າ "ສິ່ງທີ່ເກີດຂຶ້ນໃນທຸກວັນນີ້ ແມ່ນເປັນເລື້ອງ
ທີ່ໜ້າອັບອາຍ.”

ທ່ານທຣໍາ ກ່າວເພີ້ມອີກວ່າ "ຂ້າພະເຈົ້າຢາກຫລີກລ້ຽງເລື້ອງນີ້ ແຕ່ວ່າ ຄັນມັນຮອດ
ຈຸດໃດ ຈຸດນຶ່ງ ທີ່ບໍ່ໄດ້ຮັບການແກ້ໄຂຢ່າງຄັກແນ່ແລ້ວ... ຂ້າພະເຈົ້າກໍຈະເຂົ້າໄປ
ຫຍຸ້ງກ່ຽວ ຢູ່ໃນນັ້ນ ຖ້າຫາກຂ້າພະເຈົ້າຈໍາເປັນຕ້ອງໄດ້ເຮັດ.”
ກ່ອນໜ້ານັ້ນ ໃນວັນດຽວກັນຢູ່ທີ່ທໍານຽບຂາວ, ທ່ານໄດ້ກ່າວເຖິງການສືບສວນ
ຂອງໄອຍະການພິເສດ ກ່ຽວກັບວ່າ ຄະນະໂຄສະນາຫາສຽງໃນການເລືອກຕັ້ງ
ຂອງທ່ານ ໃນປີ 2016 ມີການຮ່ວມມືກັນກັບຣັດເຊຍຫລືບໍ່ນັ້ນ ເປັນ "ການສືບ
ສວນທີ່ຜິດກົດໝາຍ."

ພວກສະໜັບສະໜຸນທ່ານທຣໍາ ຊີ້ໃສ່ປ້າຍອັນນຶ່ງ ທີ່ຂຽນວ່າ "Make America Great Again" ຢູ່ໃນການໂຮມຊຸມນຸມທາງການເມືອງ ທີ່ລັດອິນດຽນນາ ໃນວັນທີ 30 ສິງຫາ 2018
ພວກສະໜັບສະໜຸນທ່ານທຣໍາ ຊີ້ໃສ່ປ້າຍອັນນຶ່ງ ທີ່ຂຽນວ່າ "Make America Great Again" ຢູ່ໃນການໂຮມຊຸມນຸມທາງການເມືອງ ທີ່ລັດອິນດຽນນາ ໃນວັນທີ 30 ສິງຫາ 2018

ໃນການກ່າວຕໍ່ອົງການຂ່າວບລູມເບີກ (Bloomberg) ນັ້ນ ທ່ານທຣໍາ ເວົ້າວ່າ ໜ້າທີ່
ຂອງທ່ານ ແຈັຟ ແຊັສສັນສ໌ (Jeff Sessions), ລັດຖະມົນຕີກະຊວງຍຸຕິທໍາຜູ້ທີ່ປະຕິ
ເສດບໍ່ເປັນຜູ້ຮັບຜິດຊອບການສືບສວນດັ່ງກ່າວ ແມ່ນຈະປອດໄພ ຢ່າງໜ້ອຍກໍຈົນ
ຮອດການເລືອກຕັ້ງກາງສະໄໝ ໃນເດືອນພະຈິກທີ່ຈະມາເຖິງນີ້.

"ຂ້າພະເຈົ້າພຽງແຕ່ຢາກໃຫ້ລາວເຮັດວຽກໃຫ້ດີທີ່ສຸດ" ນັ້ນຄືຄໍາເວົ້າຂອງທ່ານ ໃນຂະນະ
ທີ່ທ່ານໃຫ້ສໍາພາດຢູ່ໃນຫ້ອງການຂອງທ່ານ ໃນທໍານຽບຂາວໂດຍໄດ້ກ່າວເພີ້ມອີກວ່າ
ທ່ານ "ຢາກຈະໃຫ້ລາວຫັນໄປສືບເບິ່ງອີກຝ່າຍນຶ່ງ," ຊຶ່ງເວົ້າຢໍ້າເຖິງ ການຮຽກຮ້ອງ
ໃຫ້ກະຊວງຍຸຕິທໍາດໍານີນການສືບສວນ ທ່ານນາງ ຮິລລາຣີ ຄລິນຕັນ, ຜູ້ສະໝັກເລືອກ
ຕັ້ງປະທານາທິບໍດີຈາກພັກເດໂມແຄຣັດ ແລະ ພວກກໍ່ໃຫ້ເກີດມີການສືບສວນເລື້ອງ
ຣັດເຊຍນີ້.

ທ່ານທຣໍາກ່າວເພີ້ມອີກວ່າ "ຂ້າພະເຈົ້າໄດ້ຕັ້ງຄໍາຖາມຢູ່ວ່າ ແມ່ນແຈັບ (Jeff) ກໍາລັງ
ເຮັດຫຍັງຢູ່."

ທ່ານປະທານາທິບໍດີຍັງໄດ້ເວົ້າໝິ່ນປະໝາດ ທ່ານແຊັສສັນສ໌, ຫົວໜ້າຂອງພວກເຈົ້າ
ໜ້າທີ່ປະຕິບັດກົດໝາຍຂອງສະຫະລັດ ຊໍ້າແລ້ວ ຊໍ້າອີກວ່າ "ອ່ອນແອ" ທີ່ບໍ່ໄດ້ຕິດຕາມ
ເບິ່ງສິ່ງທີ່ປະທານາທິບໍດີ ແລະພວກສັງກັດພັກຣີພັບບລິກັນຫລາຍຄົນ ພາກັນເບິ່ງວ່າ
ເປັນການກະທໍາແບບລໍາອຽງເພື່ອຕ້ານທ່ານທຣໍາ ຢູ່ໃນກະຊວງຍຸຕິທໍາ ແລະຢູ່ໃນອົງ
ການສັນຕິບານກາງ ຫລື FBI.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG