ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ ທຣຳ ແນເປົ້າໝາຍ ໂຈມຕີ ອົງການສືບລັບ ສະຫະລັດ ອີກຄັ້ງນຶ່ງ


ປະທານາທິບໍດີ ດໍໂນລ ທຣຳ ໂບກມືລາ ໃນຂະນະທີ ກຳລັງ
ຂຶ້ນເຮືອບິນປະຈຳຕຳແໜ່ງ Air Force One ເພື່ອເດີນທາງໄປຍັງ ລັດ ເວີຈີເນຍ ຕາເວັນຕົກ ສຳລັບການລ້ຽງອາຫານຄ່ຳ ທີ່ເອີ້ນວ່າ "ການຄຳນັບຕໍ່ການຮັບໃຊ້ຊາດ ຫຼື Salute to Service", ວັນທີ 3 ກໍລະກົດ 2018, ຢູ່ທີ່ຖານທັບອາກາດ Andrews ຕັ້ງຢູ່ໃນ ລັດແມຣີແລນ.
ປະທານາທິບໍດີ ດໍໂນລ ທຣຳ ໂບກມືລາ ໃນຂະນະທີ ກຳລັງ ຂຶ້ນເຮືອບິນປະຈຳຕຳແໜ່ງ Air Force One ເພື່ອເດີນທາງໄປຍັງ ລັດ ເວີຈີເນຍ ຕາເວັນຕົກ ສຳລັບການລ້ຽງອາຫານຄ່ຳ ທີ່ເອີ້ນວ່າ "ການຄຳນັບຕໍ່ການຮັບໃຊ້ຊາດ ຫຼື Salute to Service", ວັນທີ 3 ກໍລະກົດ 2018, ຢູ່ທີ່ຖານທັບອາກາດ Andrews ຕັ້ງຢູ່ໃນ ລັດແມຣີແລນ.

ການໄປມີສາຍສຳພັນ ກັບອົງການສືບລັບຕ່າງໆຂອງປະເທດ ຢູ່ເລື້ອຍໆ ທີ່ເຮັດໃຫ້ເກີດ
ບັນຫາຖົກຖຽງກັນ ຂອງປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ນັ້ນ ໄດ້ຫັນປ່ຽນ
ໄປໃນທິດທາງໃໝ່ ໃນວັນອັງຄານວານນີ້ ໃນເວລາ ທ່ານໄດ້ຖືກສອບຖາມວ່າ ອົງການ
ຄວາມໝັ້ນຄົງແຫ່ງຊາດ ຫຼື NSA ກຳລັງຈະເອົາເລື້ອງກັບທ່ານ ນັ້ນ ວ່າ ເປັນສ່ວນນຶ່ງ
ຂອງການ “ຫາເລື້ອງຈັບຜິດ ຫຼື Witch Hunt” ຫຼືບໍ່.

ທ່ານປະທານາທິບໍດີ ໄດ້ໂຈມຕີ ອົງການ NSA ເຊິ່ງເປັນອົງການທີ່ຄວບຄຸມ ການສິ້ງ
ຊອມດ້ານຂໍ້ມູນອີເລັກໂທຣນິກ ຂອງລັດຖະບານ ສະຫະລັດເປັນສ່ວນໃຫຍ່ ຢູ່ໃນ
ທວີດເຕີ ໂດຍການເອີ້ນອົງການດັ່ງກ່າວ ວ່າ “ເສື່ອມເສຍ.”

ທ່ານທຣຳ ໄດ້ຂຽນລົງທາງທວີດເຕີ ວ່າ “ໂອ້! ອົງການ NSA ໄດ້ລຶບຖິ້ມ 695 ລ້ານ
ຂໍ້ມູນ ຂອງສາຍໂທລະສັບ ແລະ ຂໍ້ຄວາມສົ່ງທາງໂທລະສັບ. ການລະເມີດທາງດ້ານ
ສ່ວນບຸກຄົນ ບໍ່? ພວກເຂົາເຈົ້າ ຖິ້ມໂທດໃສ່ການຜິດປົກກະຕິທາງດ້ານເທັກນິກ.”

ການຂຽນລົງທວີດເຕີ ໃນວັນອັງຄານວານນີ້ ໝາຍເຖິງການເຄື່ອນໄຫວ ຂອງອົງການ
NSA ທີ່ໄດ້ປະກາດເມື່ອວັນພະຫັດ ສັບປະດາແລ້ວນີ້ ໃນເວລາ ອົງການນີ້ ໄດ້ກ່າວວ່າ
ຕົນໄດ້ລຶບຖິ້ມທັງໝົດ ສິ່ງທີ່ເອີ້ນວ່າ ບັນທຶກລາຍລະອຽດຕ່າງໆ ເຊັ່ນ ເບີໂທລະສັບ ວັນ
ແລະເວລາ ຂອງສາຍໂທລະສັບທັງຫຼາຍນັ້ນ ທີ່ໄດ້ຖືກເກັບກຳເອົາໄວ້ຕັ້ງແຕ່ປີ 2015
ເປັນຕົ້ນມາ.

ໂຄສົກອົງການດັ່ງກ່າວ ແລະ ທ່ານຄຣິສ ອໍກັສຕີນ ບອກ ວີໂອເອ ວ່າ ອົງການ ໄດ້ເລືອກ
ສິ່ງທີ່ຈະລຶບຖິ້ມ ຢ່າງໜ້ອຍ 685 ລ້ານຂໍ້ມູນຂອງ “ບັນທຶກລາຍລະອຽດຂອງການສົນ
ທະນາ”
ທີ່ໄດ້ຖືກໃຊ້ເພື່ອແນໃສ່ເປົ້າໝາຍ ທີ່ຖືກຕ້ອງ ແລະ ເປັນຂໍ້ມູນລັບທີ່ຖືກຕ້ອງຕາມ
ກົດໝາຍ- ກໍເພາະວ່າ ມີບັນຫາເລັກນ້ອຍ ທີ່ອະນຸຍາດໃຫ້ອົງການ ຮັບໄດ້ໂດຍປາດສະ
ຈາກການອະນຸຍາດ “ຂອງເປົ້າໝາຍ ບາງບຸກຄົນຈຳນວນນຶ່ງ ທີ່ບໍ່ໄດ້ຕິດຕໍ່ນຳ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG