ມີຄວາມເຫັນທີ່ຂັດແຍ້ງກັນປາກົດຂຶ້ນມາ ກ່ຽວກັບຊາຕາກຳ ຂອງເຂດທີ່ກຸ່ມຫົວຮຸນແຮງ ລັດອິສລາມ ປະກາດຕົນເອງວ່າ ເປັນປະເທດອິສລາມ ຫຼື caliphate ໂດຍເຮັດໃຫ້ຄຳເວົ້າຂອງປະທານາທິບໍດີສະຫະລັດ ບໍ່ກົງກັນກັບຄຳເວົ້າຂອງກຳລັງທີ່ໄດ້ຮັບການໜຸນຫລັງຈາກສະຫະລັດ ຢູ່ພາກພື້ນດິນ ຂອງຊີເຣຍນັ້ນ ຂາດຄວາມໜັກແໜ້ນ.
ປະທານາທິບໍດີ ດໍໂນລ ທຣຳຂອງສະຫະລັດປາກົດໄດ້ປະກາດໄປໃນວັນພະຫັດວານນີ້ ກ່ຽວກັບການແຕກຂອງທີ່ໝັ້ນນ້ອຍໆແຫ່ງສຸດທ້າຍຂອງເຂດປົກຄອງລັດອິສລາມ, ໂດຍຍັງເຫລືອແຕ່ຜ້າເຕັ້ນນ້ອຍໆ ແລະຕຶກທີ່ເພພັງຢູ່ໃນບ້ານແບັກຮຸສ (Baghuz), ທາງພາກຕາເວັນອອກຂອງຊີເຣຍ.
ທ່ານກ່າວໃນຂະນະທີ່ໄປຢ້ຽມຢາມທະຫານສະຫະລັດ ທີ່ຄ້າຍທະຫານຮ່ວມ Elmendorf-Richardson ຢູ່ລັດອາລາສກາວ່າ “ພວກເຮົາຫາກໍ່ເຂົ້າຍຶດເອົາ ໄດ້, ພວກເຈົ້າຮູ້ບໍ່, ພວກເຈົ້າໄດ້ຍິນວ່າ ມັນຖືກຍຶດໄດ້ແລ້ວ 90 ເປີເຊັນ, 92 ເປີເຊັນ, ເຂດປົກຄອງຂອງລັດອິສລາມໃນຊີເຣຍນັ້ນ. ດຽວນີ້ແມ່ນໄດ້ 100 ເປີເຊັນແລ້ວ."
ທ່ານກ່າວເພີ້ມອີກວ່າ "ພວກເຈົ້າໄດ້ເຫັນແລ້ວວ່າມີຫຍັງເກີດຂຶ້ນ. ທຸກຄົນແມ່ນ ໄດ້ເຫັນແລ້ວ. ພວກເຮົາຍຶດໄດ້ໝົດທຸກສິ່ງ ທຸກຢ່າງເລີຍ.” “ພວກເຮົາເຮັດໄດ້ແນວນັ້ນ ໃນເວລາທີ່ສັ້ນກວ່າ ທີ່ມັນຄວນເປັນຕັ້ງຫລາຍ."
ແຕ່ວ່າ ຄວາມຄິດເຫັນ ທີ່ເກືອບວ່າບໍ່ໄດ້ພາໃຫ້ພວກທະຫານທີ່ເຂົ້າຮ່ວມຕື່ນເຕັ້ນຫຍັງນັ້ນ ແມ່ນໄດ້ຖືກຄັດຄ້ານຢ່າງແຮງແລະວ່ອງໄວຈາກທ່ານ Zana Amedi, ໂຄສົກຂອງກຸ່ມກຳລັງ YPG ທີ່ຂຽນຢູ່ໃນທວີດເຕີ ຊຶ່ງຕຳໜິ "ການບໍ່ຮູ້ຫຍັງ" ຂອງທ່ານປະທານາທິບໍດີກ່ຽວກັບສະພາບຢູ່ແນວໜ້ານັ້ນວ່າ "ເປັນເລື້ອງທີ່ເຫລືອເກີນ."
"ໄດ້ຫລາຍອາທິດມາແລ້ວ, ພວກເຈົ້າໜ້າທີ່ຂອງກຳລັງປະຊາທິປະໄຕໃນຊີເຣຍ ຫຼື SDF ໄດ້ບອກຢ່າງຈະແຈ້ງແລ້ວວ່າ ພົນລະເຮືອນທີ່ຍັງເຫລືອຢູ່ ໃນເຂດແດນທີ່ຍຶດຄອງໂດຍພວກ Daesh ຈະໄດ້ຮັບການປົກປ້ອງ ແລະຄວາມປອດໄພຂອງພວກເຂົາເຈົ້າ ຈະໄດ້ຖືກຮັບປະກັນກ່ອນ ຈະເຄື່ອນເຂົ້າໄປໃນເຂດສຸດທ້າຍ," ນັ້ນຄືຄຳເວົ້າຂອງ ທ່ານ Amedi ຂຽນຢູ່ໃນທວີດເຕີ ໂດຍໃຊ້ຊື່ຫຍໍ້ຂອງພວກກໍ່ການຮ້າຍທີ່ຂຽນເປັນພາສາອາຣັບ. ທ່ານຂຽນຕໍ່ໄປວ່າ "ປາກົດວ່າ ຈະບໍ່ໄດ້ໄຊຊະນະມາມືໃນຫລາຍມື້ຕໍ່ໜ້ານີ້."
ແລະໂຄສົກຂອງກຸ່ມ YPG, ຊຶ່ງເປັນກຸ່ມກຳລັງຕິດອາວຸດຊາວເຄີດທີ່ໄດ້ສ້າງຕັ້ງເປັນກຳລັງສ່ວນໃຫຍ່ ທີ່ໄດ້ຮັບການໜຸນຫລັງຈາກສະຫະລັດນັ້ນ ໄດ້ຄາດເບິ່ງ ວ່າ ການສູ້ລົບກັນຍັງຈະດຳເນີນໄປອີກ ຢ່າງໜ້ອຍສຸດກໍແມ່ນນຶ່ງອາທິດ.