ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໔ ມິຖຸນາ ໒໐໒໓

ທ່ານ​ນາງ Melania Trump ປົກ​ປ້ອງ​ສາມີ​ ​ໂດຍ​ກ່າວ​ວ່າ ທ່ານ​ໃຫ້​ກຽດ​ແລະ​ນັບຖື​​ແມ່ຍິງ


Melania Trump, wife of Donald Trump, arrives before the second presidential debate Oct. 9, 2016.

ພັນ​ລະ​ຍາ​ຂອງ ທ່ານ Donald Trump ​ຜູ້​ສະໝັກ​ສັງກັດ​ພັກ Republican ​ແມ່ນ​ປົກ​ປ້ອງວາຈາ​ອວດ​ໂອ້​ຂອງສາມີ​ຂອງ​ທ່ານ​ນາງ ຈາກການ​ປະນາມ ທີ່ຜູ້​ດຳ​ເນີນ​ລາຍການ ໂທລະພາບ ​ໄດ້​ນຳ​ອອກ​ເຜີຍ​ແຜ່ ​ເລື່ອງ ການ​ບັງຄັບ​ພວກ​ແມ່ຍິງ ​ໂດຍ​ປາດ​ສະ​ຈາກ​ການ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ພວກ​ເຂົາ​ເຈົ້ານັ້ນ.

​ໃນ​ການ​ໃຫ້​ສຳພາດ​ທີ່​ໄດ້​ນຳ​ອອກ​ເຜີຍ​ແຜ່​ໃນແລງວັນ​ຈັນ​ວານ​ນີ້ ທາງ​ຊ່ອງ​ຕາໜ່າງ CNN Malania Trump ​ໄດ້ກ່າວ​ວ່າ ສາມີ​ຂອງ​ທ່ານ​ນາງ ​ແມ່ນຖືກຍູ້​ຈົນ​ຕາແຈ ​ແບບ“ສຸດ​ຂອບ” ​ໂດຍ​ຜູ້​ສຳພາດ ຂອງ​ລາຍການ​ “Access Hollywood” ຊຶ່ງໃນ​ຂະນະ​ນັ້ນ ຜູ້​ດຳ​ເນີນ​ລາຍການ ​ໂດຍ Bill Bush ທີ່​ໄດ້​ພາກັນ “ເວົ້າ​ເປິ​ເປື້ອນ ​ແລະ​ກ່າວ​ຄຳ​ບໍ່​ດີ” ​ໃນ​ວີ​ດີ​ໂອ​ບັນທຶກ​ໄວ້ໃນ​ປີ 2005. ທ່ານ​ນາງ​ຍັງໄດ້​ກ່າວ​ຕື່​ມ ກ່ຽວ​ກັບ​ສາມີ​ຂອງ​ທ່ານ​ນາງວ່າ “ນີ້ບໍ່​ແມ່ນ​ຜູ້​ຊາຍ ທີ່​ຂ້າພະ​ເຈົ້າ​ຮູ້ຈັກ. ທ່ານ​ເປັນ​ສຸພາບ​ບຸຣຸດ. ທ່ານ​ມີ​ຈິດ​ໃຈດີ ​ແລະ​ຂ້າພະ​ເຈົ້າ ກໍ​ຮູ້​ວ່າ ທ່ານ​ເປັນ​ຄົນ​ໃຫ້​ກຽດ​ພວກ​ແມ່ຍິງ.”

​ໃນເທັບບັນທຶກນັ້ນ ທ່ານ Donald Trump ​ໃຊ້​ວາຈາ​ຖາກ​ຖາງ ຊຶ່ງ​ເປັນ​ຄຳ​ຫຍາ​ບຊ້າ ກ່ຽວ​ກັບ​ການ​ຖືກ​ເນື້ອ​ຕ້ອງ​ຕົວແລະ​ຈູບພວກແມ່ຍິງ​ແລະ​ພະຍາຍາມ​ທີ່​ຈະ​ລໍ້​ລວງ​ພວກ​ແມ່ຍິງ​ທີ່​ແຕ່ງງານ​ແລ້ວ. ທ່ານ ​ໄດ້​ຂໍ​ຂະ​ມາ​ໂທດຕໍ່​ສາທາລະນະ ກ່ຽວ​ກັບ​ຄຳ​ເວົ້າ​ຂອງ​ທ່ານ ຊຶ່ງ​ທ່ານ​ໄດ້​ປຽບທຽບ​ມັນ​ວ່າ ​ເປັນ​ຄຳ​ໂອ້​ລົມ​ສົນທະນາ ຕະລົກ​ເຮ​ຮາ​ກັນ ແບບ​ຜູ້​ຊາ​ຍໆ ທີ່​ເວົ້າລົມ​ກັນ​ໃນ​ຫ້ອງ​ຖ່າຍ​ເຄື່ອງ ຫຼື “locker room talk ຊື່ໆ.”

ທ່ານ Donald Trump ​ຜູ້​ສະໝັກ​ສັງກັດ​ພັກ Republican ຫອມ​ແກ້ມ ພັນ​ລະ​ຍາ​ Melania Trump ຫຼັງ​ຈາກ​ການ​ໂຕ້​ວາທີ ​ໃນ​ມະຫາວິທະຍາ​ໄລ Hofstra ​ໃນເມືອງ Hempstead, N.Y., 26 ກັນຍາ, 2016.
ທ່ານ Donald Trump ​ຜູ້​ສະໝັກ​ສັງກັດ​ພັກ Republican ຫອມ​ແກ້ມ ພັນ​ລະ​ຍາ​ Melania Trump ຫຼັງ​ຈາກ​ການ​ໂຕ້​ວາທີ ​ໃນ​ມະຫາວິທະຍາ​ໄລ Hofstra ​ໃນເມືອງ Hempstead, N.Y., 26 ກັນຍາ, 2016.

ທ່ານ​ນາງ Melania Trump ​ໄດ້​ບອກ​ກັບ CNN ວ່າ ສາມີ​ທ່ານ​ນາງ ​ໄດ້​ຂໍອະ​ໄພທ່ານ​ນາງ ສຳ​ຫຼັບ​ຄຳ​ເວົ້າ​ຂອງ​ທ່ານ​ທີ່​ໄດ້​ກ່າວ​ໄວ້​ໃນ​ເທັບ ​ແລະ​ນັ້ນທ່ານ​ນາງ ກໍ​ໄດ້​ໃຫ້​ອະ​ໄພ. ທ່ານ​ນາງ ​ຍັງ​ໄດ້​ກ່າວ​ຫາ “ສື່​ທີ່ອຽງ​ຊ້າຍ” ທີ່​ໄດ້​ເຮັດ​ໃຫ້​ເລື້ອງ​ນີ້​ມີ​ບັນຫາ ​ແລະທຳລາຍ​ຊື່​ສຽງ​ຂອງ​ທ່ານ Trump. ທ່ານ​ນາງ​ໄດ້​ກ່າວ​ວ່າ ທ່ານ​ນາງເຫັນ​ພ້ອມ​ກັບ​ສາມີ​ຂອງ​ທ່ານ​ນາງ​ທີ່​ກ່າວ​ວ່າ ການ​ເລືອກ​ຕັ້ງ​ປະທານາທິບໍດີ ​ເດືອນ​ພະຈິກ​ນີ້ ​ແມ່ນ​ລຳອຽງ​ເຂົ້າ​ຂ້າງ​ທ່ານ​ນາງ Hillary Clinton ໂຕ້ແຍ້ງ​ວ່າ ສື່​ນັ້ນ​ແມ່ນ​ເຂົ້າ​ຂ້າງ​ອອກ​ຂາ​ແລະ​ຄົດລ້ຽວ ບໍ່​ຊື່​ຕົງ.

ສຳລັບ​ສ່ວນຂອງ​ທ່ານ Trump ​ໃນ​ວັນ​ຈັນ​ວານ​ນີ້ ​ແມ່ນ​ສະຫຼຸບ​ການວ່າ ການ​ເລືອກ​ຕັ້ງ​ແມ່ນ​ລຳອຽງ​ຕໍ່ຕ້ານ​ທ່ານ.

“​ແນ່ນອນ ຈຳນວນ​ຜູ້​ຄົນ​ຫາ​ສຽງ​ເລືອກ​ຕັ້ງທີ່​ສໍ້​ໂກງທີ່​ໄດ້​ມີ​ເກີດ​ຂຶ້ນ​ຢ່າງ​ກ້ວາງ​ຂວາງ​ໃນ​ວັນ​ເລືອກ​ຕັ້ງ​ແລະ​ກ່ອນ​ການ​ເລືອກ​ຕັ້ງ,” ທ່ານ Trump ​ໄດ້​ກ່າວ​ວ່າ ​ໃນ​ນຶ່ງ​ຂອງການ
ຄວາມ​ເຫັນ​ຂອງ​ທ່ານ​ທາງ Twitter. “​ເປັນ​ຫຍັງ​ພວກ​ຜູ້ນຳ Republican ​ໄດ້​ປະຕິ​ເສດ​ ຕໍ່​ສິ່ງ​ທີ່​ເກີດ​ຂຶ້ນ? ຊຶ່ງ​ມັນ ​ແປກພິລຶກ ​ແລະ​ໄຮ້​ດຽງສາ.”

ທ່ານ Trump ສືບ​ຕໍ່ ​ຕາມ​ມາ​ເລື້ອຍໆໃນ​ການຢັ່ງ​ຫາ​ງສຽງ ຂອງສາມ​ສັບປະດາ ກ່ອນ​ໜ້າ ການ​ເລືອກ​ຕັ້ງ​ວັນ​ທີ 8 ພະຈິກ. ທ່ານ ບໍ່​ໄດ້ມີ​ຫຼັກ​ຖານ​ກ່ຽວ​ກັບ​ການ​ສໍ້​ໂກງ​ການ​ເລືອກ​ຕັ້ງ ຫຼື ການ​ກ່າວ​ອ້າງ​ຕ່າງໆ​ທີ່​ທ່ານ​ໄດ້​ກ່າວ​ໄວ້ ທີ່​ກ່າວ​ຫາ​ທ່ານ​ນາງ Clinton ວ່າ ນັ້ນ​ແມ່ນ​ນຳ​ໃຊ້​ຢາ​ເສບ​ຕິດ ​ໃນ​ການ​ໂຕ້​ວາທີ​ປະທານາທິບໍດີຄັ້ງ​ຫຼ້າ​ສຸດ ຫຼື​ວ່າ ທ່ານ​ນາງ​ໄດ້​ຄຳ​ຖາມ​ມາ​ກ່ອນການ​ໂຕ້​ວາທີ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG