ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທ​ຣຳ ອີກ​ເທື່ອ​ນຶ່ງ ໄດ້​ໂ​ຈມ​ຕີ ທ່ານ​ແມັກ​ເຄນ ຫຼາຍ​ເດືອນ​ທີ່​ທ່ານ​ໄດ້ເສຍ​ຊີ​ວິດ​ ເລື້ອງການ​ສື​ບ​ສວນກ່ຽວກັບ​ຣັດ​ເຊຍ


​ສະ​ມາ​ຊິກ​ສະ​ເພາ​ສູງ ທ່ານ​ຈອນ ແມ​ັກ​ເຄນ (ຊ້າຍ) ຈາກ​ລັດ​ອ​າ​ຣີ​ໂຊ​ນາ ແລະ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ.
​ສະ​ມາ​ຊິກ​ສະ​ເພາ​ສູງ ທ່ານ​ຈອນ ແມ​ັກ​ເຄນ (ຊ້າຍ) ຈາກ​ລັດ​ອ​າ​ຣີ​ໂຊ​ນາ ແລະ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ.

ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໄດ້​ໂຈມຕີ​ອີກ​ເທື່ອ​ນຶ່ງ​ ມື້​ລາງ​ສະ​ມາ​ຊິກ​ສະ​ພາ​ສູງ ທ່ານ​
ຈອນ ແມັກ​ເຄນ ລຸນຫລັງເກືອບ​ເຈັດ​ເດືອນ​ ທີ່ອະ​ດີດ​ນັກ​ໂທດ​ສົງ​ຄາມຫວຽດ​ນາມໄດ້
​ເສຍ​ຊີ​ວິດ​ຍ້ອນມະ​ເຮັງໃນ​ສະ​ໝອງ.

ຢູ່​ໃນ​ຄຳ​ເວົ້າ​ໃນການ​ສົງ​ຂໍ້​ຄ​ວາມ​ທາງ​ທວິດ​ເຕີສາມ​ເທື່ອ​ຊ້ອນ​ກັນ​ໃນ​ວັນ​ເສົາ ແລະ​ວັນ​
ອາ​ທິດ​ທີ່​ຜ່ານ​ມາ​ນີ້ ທ່ານ​ທ​ຣຳ​ໄດ້​ປະ​ນາມ​ສະ​ມາ​ຊິກ​ສະ​ພາ​ສູງ ພັກ​ຣີ​ພັບ​ບ​ລິ​ກັນ ວ່າໄດ້
​ຊ່ວຍ​ຍຸ​ແຍ່​ການ​ສືບ​ສວນ​ອັນ​ຍາວ​ນານຂອງ ​ໄອ​ຍະ​ການ​ພິ​ເສດ ທ່ານ​ໂຣ​ເບີດ ມັ​ລ​ເລີ
ວ່າມີ​ການ​ເຊື່ອມ​ໂຍ​ງ​ລະ​ຫວ່າງ ການ​ໂຄ​ສະ​ນາ​ຫາ​ສຽງ​ເລືອກ​ຕັ້ງຂອງ​ທ່ານ​ທ​ຣຳ ປີ
2016 ກັບ​ຣັດ​ເຊຍ ແລະຈົ່ມວ່າ​ອີກ​ເທື່ອ​ນຶ່ງ ດັ່ງທີ່ທ່ານເຄີຍ​ໄດ້​ເຮັດມາ ກ່ຽວ​ກັບການ
​ລົງ​ຄະ​ແນນ​ສຽງ​ຂອງ​ທ່ານ​ແມັກ​ເຄນ ທີ່​ເຮັດ​ໃຫ້​ເກີດ​ຄວາມ​ພິນ​າດ ໃນຄວາມ​ພະ​ຍາ​
ຍາມ​ຂອງ​ທ່ານ​ທ​ຣຳ ທີ່​ຈະ​ດັດ​ແປງ​ນະ​ໂຍ​ບາຍ​ປະ​ກັນ​ໄພ​ສຸ​ຂະ​ພາບ​ແຫ່ງ​ຊາດ.

ຄຳ​ເວົ້າ​ຂອງ​ທ່ານ​ທ​ຣຳ ໄດ້​ດືງ​ດູດ​ເອົາຄວາມ​ໂກດ​ແຄ້​ນ​ສອງ​ເທື່ອ​ ຈາກ​ລູກ​ສາວ​ຂອງ​
ທ່ານ​ແມັກ​ເຄນ ຄື​ທ່ານ​ນາງ​ ເມ​ເກິນ ແມັກ​ເຄນ ແລະ​ຈາກ​ບັນ​ດາສະ​ມາ​ຊິກ​ສະ​ພາ​ຈຳ
​ນວນ​ນຶ່ງ.

ຫຼັງ​ຈາກ​ການ​ໂຈມ​ຕີ​ ​ມື້​ລາງ​ພໍ່​ຂອງ​ທ່ານ​ນາງແລ້ວ ທ່ານ​ນາງກໍ​ກ່າວ​ວ່າ “ບໍ່​ມີ​ໃຜ​ຈະ​ຮັກ
​ທ່ານເລີຍ ຄື​ດັ່ງ​ເຂົາ​ເຈົ້າ​ຮັກ​ພໍ່​ຂອງ​ຂ້າ​ພະ​ເຈົ້າ ຂ້າ​ພະ​ເຈົ້າ​ປາດ​ຖະ​ໜາ​ວ່າ ຢາກໃຫ້ຂ້າ​
ພະ​ເຈົ້າ​ໄດ້​ມີ​ເວ​ລາ​ຫຼາຍກວ່າ​ໃນ​ວັນ​ເສົ​າ​ກັບ​ທ່ານ. ບາງ​ທີໃຊ້ເວ​ລາ​ກັບ​ຄອບ​ຄົວ​ຂອງ
​ທ່ານ ​ແທນ​ທີ່ສົ່ງ​ຂໍ້​ຄວາມ​ທາງວິດ​ເຕີ​ຢ່າງ​ບໍ່​ຢຸດ​ເຊົາມາກ່ຽວ​ກັບ​ຂ້າ​ພະ​ເຈົ້າ”

ທ່ານນາງ​ ເມ​ເກິນ ແມັກ​ເຄນ ລູກ​ສາວ​ຂອງ​ມື້​ລາງ ສະ​ມາ​ຊິກ​ສະ​ພາ​ສູງ ທ່ານ​ຈອນ ແມັກ​ເຄນ ຈາກ​ລັດ​ອາ​ຣີ​ໂຊ​ນາ.
ທ່ານນາງ​ ເມ​ເກິນ ແມັກ​ເຄນ ລູກ​ສາວ​ຂອງ​ມື້​ລາງ ສະ​ມາ​ຊິກ​ສະ​ພາ​ສູງ ທ່ານ​ຈອນ ແມັກ​ເຄນ ຈາກ​ລັດ​ອາ​ຣີ​ໂຊ​ນາ.

ເວ​ລາ​ທ່ານ​ທ​ຣໍ​າໄດ້​ທຳ​ການ​ໂຈ​ມ​ຕີ​ອີກ​ ໃນ​ວັນ​ອາ​ທິດ ລູກ​ສາວ​ທ່ານ​ແມັກ​ເຄນ ​ກ່າວ​ວ່າ
“ພໍ່​ຂອງ​ຂ້າ​ພະ​ເຈົ້າ​ໄດ້ໃຊ້ຊີວິດຢູ່ ​ບໍ່​ໄດ້​ຈ່າຍ​ຄ່າ​ເຊົ່າເຮືອນ​ຢູ່​ໃນ​ຫົວ​ຂອ​ງ​ທ່ານ” ຢູ່​ໃນ​
ການ​ສົ່ງ​ຂໍ້​ຄວາມ​ທາງ​ທວິດ​ເຕີ ທີ່​ປາ​ກົດ​ວ່າ​ຕໍ່​ມາ​ໄດ້​ຖືກ​ລືບ​ອອກ.

ເພື່ອນ​ທີ່​ໃກ້​ຊິດ​ຂອງ​ທ່ານ​ແມັກ​ເຄນ​ຄົນ​ນຶ່ງ ​ຢູ່​ໃນ​ສະ​ພາ​ສູງ​ສະ​ຫະ​ລັດ ສັງ​ກັດ​ພັກ​ຣີ​ພັບ
​ບ​ລິກ​ກັນ ທ່ານ​ລິນ​ເຊ ແກ​ຣມ ທັງເປັນພັນ​ທະ​ມິດ​ຂອງ​ທ່ານ​ທ​ຣຳນຳ ກ່າວ​ວ່າ “ດັ່ງ​ທີ່​ @SenJohnMcCain ແລະ​ຄວາມ​ເສຍ​ສະ​ລະ​ຂອງ​ທ່ານແກ່​ປະ​ເທດ​ຊາດ: ທ່ານ​ໄດ້
​ວາງ​ບາດ​ກ້າວ​ໄປ​ໜ້າ​ ເພື່ອ​ສ່ຽງຊີ​ວິດ​ຂອງ​ທ່ານ​ເພື່ອປະ​ເທດ​ຂອງ​ທ່ານ ຮັບ​ໃຊ້​ຢ່າງ​ເປັນ
​ກຽດພາຍ​ໃຕ້​ຄວາມ​ຍາກ​ລຳ​ບາກ ແລະ​ໄດ້​ເປັນ​ນຶ່ງ​ຂອງ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ສູງ​ທີ່​ຕິດ
​ຕາມ​ກັນ​ໃນ​ປະ​ຫວັດ​ສາດ​ຂອງ​ປ​ະ​ເທດ. ບໍ່​ມີ​ຫຍັງ​ກ່ຽວ​ກັບ​ການ​ຮັບ​ໃຊ້​ຂອງ​ທ່ານ​ຈະ​ປ່ຽນ
​ແປງ​ໄປ​ເລີຍ ຫຼື​ລົບ​ລ້າງ​ໄດ້.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG